ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ເທຊະໂລນິກ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ເທຊະໂລນິກ

      • ຄຳ​ທັກທາຍ (1, 2)

      • ພີ່ນ້ອງ​ຄົນ​ເທຊະໂລນິກ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ (3-5)

      • ພະເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ເຊື່ອຟັງ (6-10)

      • ຄຳ​ອະທິດຖານ​ເພື່ອ​ປະຊາຄົມ (11, 12)

2 ເທຊະໂລນິກ 1:1

ໄຂເງື່ອນ

  • *

    ນີ້​ແມ່ນ​ອີກ​ຊື່​ໜຶ່ງ​ຂອງ​ຊີລາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 1:19

2 ເທຊະໂລນິກ 1:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 3:12; 4:9, 10

2 ເທຊະໂລນິກ 1:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 2:19
  • +1ທຊ 1:6; 2:14; 1ປຕ 2:21

2 ເທຊະໂລນິກ 1:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 14:22; ຣມ 8:17; 2ຕມ 2:12

2 ເທຊະໂລນິກ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 12:19; ພນມ 6:9, 10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 33

2 ເທຊະໂລນິກ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 17:29, 30; 1ປຕ 1:7
  • +ມຣກ 8:38

2 ເທຊະໂລນິກ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 2:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 33

    ຫໍສັງເກດການ (ສຶກສາ)

    9/2019, ໜ້າ 12

2 ເທຊະໂລນິກ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ປຕ 3:7

2 ເທຊະໂລນິກ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:30

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ທຊ. 1:12ກຣ 1:19
2ທຊ. 1:31ທຊ 3:12; 4:9, 10
2ທຊ. 1:41ທຊ 2:19
2ທຊ. 1:41ທຊ 1:6; 2:14; 1ປຕ 2:21
2ທຊ. 1:5ກຈກ 14:22; ຣມ 8:17; 2ຕມ 2:12
2ທຊ. 1:6ຣມ 12:19; ພນມ 6:9, 10
2ທຊ. 1:7ລກ 17:29, 30; 1ປຕ 1:7
2ທຊ. 1:7ມຣກ 8:38
2ທຊ. 1:8ຣມ 2:8
2ທຊ. 1:92ປຕ 3:7
2ທຊ. 1:11ຣມ 8:30
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
ຄຳພີໄບເບິນສະບັບແປໂລກໃໝ່
2 ເທຊະໂລນິກ 1:1-12

ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງເທຊະໂລນິກ

1 ຂ້ອຍ​ໂປໂລ​ກັບ​ຊີລາວານ*​ແລະ​ຕີໂມທຽວ+​ຂຽນ​ຫາ​ປະຊາຄົມ​ຢູ່​ເມືອງ​ເທຊະໂລນິກ​ທີ່​ເປັນອັນ​ໜຶ່ງ​ອັນ​ດຽວ​ກັບພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ​ແລະ​ກັບ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ.

2 ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແລະ​ສັນຕິສຸກ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ແລະ​ຈາກ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ.

3 ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ຕ້ອງ​ຂອບໃຈ​ພະເຈົ້າ​ເລື່ອງ​ພວກ​ເຈົ້າ​ສະເໝີ ຍ້ອນ​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ແລະ​ພວກ​ເຈົ້າ​ທຸກ​ຄົນ​ຮັກ​ກັນ​ຫຼາຍ​ຂຶ້ນ.+ 4 ພວກ​ເຮົາ​ອວດ​ເລື່ອງ​ຂອງ​ພວກ​ເຈົ້າ+​ກັບ​ປະຊາຄົມ​ຕ່າງ​ໆ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ພູມໃຈ ຍ້ອນ​ພວກ​ເຈົ້າ​ສະແດງ​ຄວາມ​ອົດທົນ​ແລະ​ຄວາມ​ເຊື່ອ​ໃນ​ໄລຍະ​ທີ່​ຖືກ​ຂົ່ມເຫງ​ທຸກ​ຮູບແບບ. ພວກ​ເຈົ້າ​ຍັງ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ທີ່​ພວກ​ເຈົ້າ​ເຈິ​ໃນ​ຕອນນີ້.+ 5 ທັງໝົດ​ນີ້​ສະແດງ​ວ່າ​ພະເຈົ້າ​ຕັດສິນ​ຢ່າງ​ຍຸຕິທຳ. ເພິ່ນ​ຖື​ວ່າ​ພວກ​ເຈົ້າ​ເໝາະ​ສົມ​ກັບ​ການ​ປົກຄອງ​ຂອງ​ເພິ່ນ ແລະ​ພວກ​ເຈົ້າ​ຍອມ​ທົນທຸກ​ຢູ່​ກໍ​ຍ້ອນ​ເຫດຜົນ​ນີ້​ແຫຼະ.+

6 ທີ່ຈິງ ຖືກ​ແລ້ວທີ່​ພະເຈົ້າ​ຈະ​ເອົາ​ຄວາມ​ທຸກ​ລຳບາກ​ໄປ​ຕອບ​ແທນ​ຄົນ​ທີ່​ເຮັດ​ໃຫ້​ພວກ​ເຈົ້າ​ທຸກ​ລຳບາກ.+ 7 ສ່ວນ​ພວກ​ເຈົ້າ​ທີ່​ທົນທຸກ​ລຳບາກ​ຢູ່​ຕອນນີ້​ຈະ​ບໍ່​ຕ້ອງ​ທຸກ​ລຳບາກ​ອີກ. ພວກ​ເຮົາ​ກັບ​ພວກ​ເຈົ້າ​ຈະ​ບໍ່​ຕ້ອງ​ເຈິ​ຄວາມ​ທຸກ​ແບບ​ນີ້​ຕອນ​ທີ່​ພະ​ເຢຊູ​ຜູ້​ເປັນ​ນາຍ+​ມາ​ຈາກ​ສະຫວັນ​ໃນ​ແປວ​ໄຟ​ພ້ອມ​ກັບ​ພວກ​ທູດສະຫວັນ​ທີ່​ມີ​ລິດເດດ.+ ເພິ່ນ​ຈະ​ສະແດງ​ລິດເດດ​ຂອງ​ເພິ່ນ 8 ແລະ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ຮູ້​ຈັກ​ພະເຈົ້າ​ແລະ​ຄົນ​ທີ່​ບໍ່​ເຊື່ອຟັງ​ຂ່າວ​ດີ​ເລື່ອງ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ.+ 9 ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ຈະ​ຕັດສິນ​ລົງໂທດ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ຈິບຫາຍ​ຕະຫຼອດ​ໄປ+ ແລະ​ເຂົາເຈົ້າ​ຈະ​ບໍ່​ໄດ້​ເຫັນ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ​ອີກ. 10 ຕອນ​ທີ່​ເພິ່ນ​ມາ​ຮັບ​ກຽດ​ຮ່ວມ​ກັບ​ພວກ​ຜູ້​ບໍລິສຸດ​ຂອງ​ເພິ່ນ ມື້​ນັ້ນ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ຈະ​ເບິ່ງ​ເພິ່ນ​ດ້ວຍ​ຄວາມ​ຮູ້ສຶກ​ງຶດງໍ້. ພວກ​ເຈົ້າ​ກໍ​ລວມ​ຢູ່​ໃນ​ກຸ່ມ​ນັ້ນ ຍ້ອນ​ພວກ​ເຈົ້າ​ເຊື່ອ​ສິ່ງ​ທີ່​ພວກ​ເຮົາ​ປະກາດ.

11 ຍ້ອນ​ແນວ​ນີ້ ພວກ​ເຮົາ​ຈຶ່ງ​ອະທິດຖານ​ເພື່ອ​ພວກ​ເຈົ້າ​ສະເໝີ. ຂໍ​ໃຫ້​ພະເຈົ້າ​ຂອງ​ພວກ​ເຮົາ​ຖື​ວ່າ​ພວກ​ເຈົ້າ​ເໝາະ​ສົມ​ກັບ​ທີ່​ເພິ່ນ​ໄດ້​ເລືອກ​ແລ້ວ.+ ຂໍ​ໃຫ້​ເພິ່ນ​ເຮັດ​ສິ່ງ​ດີ​ໆ​ທຸກ​ຢ່າງ​ທີ່​ເພິ່ນ​ພໍໃຈ​ໃຫ້​ສຳເລັດ​ດ້ວຍ​ລິດເດດ​ຂອງ​ເພິ່ນ ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ໃຫ້​ວຽກ​ທີ່​ພວກ​ເຈົ້າ​ເຮັດ​ດ້ວຍ​ຄວາມ​ເຊື່ອ​ນັ້ນ​ສຳເລັດ. 12 ພວກ​ເຮົາ​ອະທິດຖານ​ແບບ​ນີ້​ເພື່ອ​ຊື່​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ຈະ​ໄດ້​ຮັບ​ກຽດ​ຍ້ອນ​ພວກ​ເຈົ້າ ແລ້ວ​ພວກ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດ​ຍ້ອນ​ເພິ່ນ. ທັງໝົດ​ນີ້​ແມ່ນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ຂອງ​ພວກ​ເຮົາ​ແລະ​ຂອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌