ເພງສັນລະເສີນ
91 ຄົນທີ່ຢູ່ໃນບ່ອນລັບຂອງພະເຈົ້າສູງສຸດ+
ຈະໄດ້ຮັບການປົກປ້ອງໃນຮົ່ມເງົາຂອງຜູ້ມີລິດເດດສູງສຸດ.+
2 ຂ້ອຍຈະເວົ້າກັບພະເຢໂຫວາວ່າ: “ພະອົງເປັນບ່ອນລີ້ໄພແລະເປັນປ້ອມທີ່ແຂງແຮງຂອງລູກ.+
ພະອົງເປັນພະເຈົ້າທີ່ລູກໄວ້ໃຈ.”+
3 ເພິ່ນຈະຊ່ວຍເຈົ້າໃຫ້ພົ້ນຈາກກັບດັກຂອງຄົນທີ່ຈັບນົກ
ແລະຈາກໂລກລະບາດຮ້າຍແຮງ.
4 ເພິ່ນຈະເອົາປີກຂອງເພິ່ນບັງເຈົ້າໄວ້
ແລະເຈົ້າຈະລີ້ໄພຢູ່ກ້ອງປີກຂອງເພິ່ນ.+
ຄວາມສັດຊື່ຂອງເພິ່ນ+ຈະເປັນໂລ້ໃຫຍ່+ແລະເປັນກຳແພງທີ່ແຂງແຮງ.
5 ເຈົ້າຈະບໍ່ຢ້ານອັນຕະລາຍທີ່ເກີດຂຶ້ນໃນຕອນກາງຄືນ+
ແລະເຈົ້າຈະບໍ່ຢ້ານລູກທະນູທີ່ຍິງມາໃນຕອນກາງເວັນ.+
6 ເຈົ້າຈະບໍ່ຢ້ານໂລກລະບາດທີ່ແພ່ໄປໃນຕອນກາງຄືນ
ແລະເຈົ້າຈະບໍ່ຢ້ານຄວາມຕາຍທີ່ເກີດຂຶ້ນໃນຕອນກາງເວັນ.
7 ຄົນເປັນພັນຈະຕາຍຢູ່ທາງຂ້າງເຈົ້າ
ແລະຄົນເປັນໝື່ນຈະຕາຍຢູ່ເບື້ອງຂວາມືຂອງເຈົ້າ
ແຕ່ຈະບໍ່ມີຫຍັງທີ່ບໍ່ດີເກີດຂຶ້ນກັບເຈົ້າ.+
8 ເຈົ້າຈະເຫັນສິ່ງເຫຼົ່ານີ້ກັບຕາໂຕເອງ
ຕອນທີ່ຄົນຊົ່ວຖືກລົງໂທດ*
9 ຍ້ອນເຈົ້າເວົ້າວ່າ: “ພະເຢໂຫວາເປັນບ່ອນຫຼົບໄພ*ຂອງຂ້ອຍ.”
ເຈົ້າໃຫ້ພະເຈົ້າສູງສຸດເປັນບ່ອນເພິ່ງຂອງເຈົ້າ.+
10 ຄວາມຈິບຫາຍຈະບໍ່ເກີດຂຶ້ນກັບເຈົ້າ+
ແລະໂລກລະບາດຈະບໍ່ມາຢູ່ໃກ້ເຕັ້ນຂອງເຈົ້າ
13 ເຈົ້າຈະຢຽບໂຕສິງແລະງູເຫົ່າ.
ເຈົ້າຈະຢຽບໂຕສິງແລະງູໃຫຍ່.+
14 ພະເຈົ້າເວົ້າວ່າ: “ຍ້ອນລາວຮັກເຮົາ ເຮົາຈະຊ່ວຍລາວໃຫ້ລອດ.+
ເຮົາຈະປົກປ້ອງລາວຍ້ອນລາວຮູ້ຈັກຊື່ຂອງເຮົາ.+
15 ລາວຈະຮ້ອງຫາເຮົາແລະເຮົາກໍຈະຕອບລາວ.+
ເຮົາຈະຢູ່ກັບລາວຕອນທີ່ລາວທຸກລຳບາກ.+
ເຮົາຈະຊ່ວຍລາວໃຫ້ລອດແລະໃຫ້ກຽດລາວ.