ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ພະເຢໂຫວາ​ເຮັດ​ໃຫ້​ໂມເຊ​ໝັ້ນໃຈ​ຫຼາຍ​ຂຶ້ນ (1-7)

      • ໄມ້ຄ້ອນເທົ້າ​ຂອງ​ອາໂຣນ​ກາຍ​ເປັນ​ງູ​ໃຫຍ່ (8-13)

      • ໄພ​ພິບັດ​ທີ 1: ນ້ຳ​ກາຍ​ເປັນ​ເລືອດ (14-25)

ອົບພະຍົບ 7:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮົາ​ເຮັດ​ໃຫ້​ເຈົ້າ​ເປັນ​ພະເຈົ້າ​ສຳລັບ​ຟາໂຣ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:14-16, 30

ອົບພະຍົບ 7:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:21; 7:13, 22; 8:15, 19; 9:12, 35; 10:20, 27; 11:10; 14:8; ຣມ 9:17, 18
  • +ອພຍ 3:19, 20; ພສ 105:26, 27; ກຈກ 7:36

ອົບພະຍົບ 7:4

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລົງ​ມື​ຈັດການ​ເອຢິບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:12, 51

ອົບພະຍົບ 7:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:17; 8:9, 10, 22; 9:29; 14:4

ອົບພະຍົບ 7:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 34:7; ກຈກ 7:22, 23

ອົບພະຍົບ 7:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:2, 3

ອົບພະຍົບ 7:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:8; 2ຕມ 3:8
  • +ອພຍ 7:20, 22; 8:7, 18; 9:11

ອົບພະຍົບ 7:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:3

ອົບພະຍົບ 7:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 10:1

ອົບພະຍົບ 7:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:2, 3

ອົບພະຍົບ 7:16

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຮັບໃຊ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:18

ອົບພະຍົບ 7:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:5; 8:9, 10, 22; 9:29; 14:4

ອົບພະຍົບ 7:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 9:22; 10:12; 14:21
  • +ອພຍ 8:5

ອົບພະຍົບ 7:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:44

ອົບພະຍົບ 7:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 105:29
  • +ອພຍ 7:18, 24

ອົບພະຍົບ 7:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:11, 12; 8:7, 18; 9:11; 2ຕມ 3:8
  • +ອພຍ 3:19

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 7:1ອພຍ 4:14-16, 30
ອພຍ. 7:3ອພຍ 4:21; 7:13, 22; 8:15, 19; 9:12, 35; 10:20, 27; 11:10; 14:8; ຣມ 9:17, 18
ອພຍ. 7:3ອພຍ 3:19, 20; ພສ 105:26, 27; ກຈກ 7:36
ອພຍ. 7:4ອພຍ 12:12, 51
ອພຍ. 7:5ອພຍ 7:17; 8:9, 10, 22; 9:29; 14:4
ອພຍ. 7:7ພບຍ 34:7; ກຈກ 7:22, 23
ອພຍ. 7:9ອພຍ 4:2, 3
ອພຍ. 7:11ປຖກ 41:8; 2ຕມ 3:8
ອພຍ. 7:11ອພຍ 7:20, 22; 8:7, 18; 9:11
ອພຍ. 7:13ອພຍ 7:3
ອພຍ. 7:14ອພຍ 10:1
ອພຍ. 7:15ອພຍ 4:2, 3
ອພຍ. 7:16ອພຍ 3:18
ອພຍ. 7:17ອພຍ 7:5; 8:9, 10, 22; 9:29; 14:4
ອພຍ. 7:19ອພຍ 9:22; 10:12; 14:21
ອພຍ. 7:19ອພຍ 8:5
ອພຍ. 7:20ພສ 78:44
ອພຍ. 7:21ພສ 105:29
ອພຍ. 7:21ອພຍ 7:18, 24
ອພຍ. 7:22ອພຍ 7:11, 12; 8:7, 18; 9:11; 2ຕມ 3:8
ອພຍ. 7:22ອພຍ 3:19
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 7:1-25

ອົບພະຍົບ

7 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: “ເຮົາ​ຈະ​ໃຫ້​ເຈົ້າ​ມີອຳນາດຄື​ກັບ​ພະເຈົ້າ ແລະ​ຈະ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ຟາໂຣ.* ສ່ວນ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ຈະ​ເປັນ​ຜູ້​ເວົ້າ​ແທນ​ເຈົ້າ.+ 2 ໃຫ້​ເຈົ້າ​ບອກ​ອາໂຣນ​ທຸກ​ເລື່ອງ​ຕາມ​ທີ່​ເຮົາ​ສັ່ງ​ເຈົ້າ ແລ້ວ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ຈະ​ເປັນ​ຄົນ​ເວົ້າ​ກັບ​ຟາໂຣ ແລະ​ຟາໂຣ​ຈະ​ປ່ອຍ​ພວກ​ອິດສະຣາເອນ​ໄປ​ຈາກ​ແຜ່ນດິນ​ຂອງ​ລາວ. 3 ສ່ວນ​ເຮົາ ເຮົາ​ຊິ​ປ່ອຍ​ໃຫ້​ຟາໂຣ​ເປັນ​ຄົນ​ຫົວ​ແຂງ​ຕໍ່​ໄປ.+ ເຮົາ​ຊິເຮັດ​ການອັດສະຈັນຫຼາຍ​ຢ່າງ​ໃນ​ແຜ່ນດິນ​ເອຢິບ.+ 4 ແຕ່​ຟາໂຣ​ຈະ​ບໍ່​ຟັງ​ເຈົ້າ. ເຮົາ​ຈະ​ໃຊ້​ລິດ​ເດດຂອງ​ເຮົາຈັດ​ການ*ແລະ​ຕັດສິນ​ເອຢິບ​ຄັ້ງ​ໃຫຍ່ ແລ້ວ​ເຮົາ​ຊິ​ພາ​ພວກ​ອິດສະຣາເອນ​ຄົນ​ຂອງ​ເຮົາ​ທີ່​ມີ​ຈຳນວນ​ຫຼາຍ​ນີ້​ອອກ​ຈາກ​ແຜ່ນດິນ​ເອຢິບ.+ 5 ພວກ​ເອຢິບ​ຈະ​ຮູ້​ເລີຍ​ວ່າ​ເຮົາ​ແມ່ນ​ເຢໂຫວາ+ ເມື່ອ​ເຮົາໃຊ້ລິດ​ເດດ​ຈັດ​ການ​ພວກ​ເຂົາ​ແລະ​ຊ່ວຍ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ.” 6 ໂມເຊ​ກັບ​ອາໂຣນ​ກໍ​ໄດ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ເຂົາ​ເຈົ້າ​ທຸກ​ຢ່າງ. 7 ຕອນ​ທີ່​ເຂົາ​ເຈົ້າ​ໄປ​ເວົ້າ​ກັບ​ຟາໂຣ​ນັ້ນ ໂມເຊ​ມີ​ອາຍຸ 80 ປີ ແລະ​ອາໂຣນ​ມີ​ອາຍຸ 83 ປີ.+

8 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ວ່າ: 9 “ຖ້າ​ຟາໂຣ​ບອກ​ພວກ​ເຈົ້າ​ວ່າ ‘ເຮັດ​ການອັດສະຈັນ​ອັນ​ໃດ​ອັນ​ໜຶ່ງ​ໃຫ້​ຂ້ອຍ​ເບິ່ງ​ກ່ອນ​ແມ້.’ ໃຫ້​ອາໂຣນ​ຖິ້ມ​ໄມ້ຄ້ອນເທົ້າ​ລົງ​ຕໍ່​ໜ້າ​ຟາໂຣ ແລ້ວ​ໄມ້​ຄ້ອນ​ເທົ້າ​ນັ້ນ​ຊິ​ກາຍ​ເປັນ​ງູ​ໃຫຍ່.”+ 10 ດັ່ງນັ້ນ ໂມເຊ​ກັບ​ອາໂຣນ​ຈຶ່ງ​ໄປ​ຫາ​ຟາໂຣ​ແລະ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ. ອາໂຣນ​ຖິ້ມ​ໄມ້ຄ້ອນເທົ້າ​ລົງ​ຕໍ່​ໜ້າ​ຟາໂຣ​ກັບ​ພວກ​ຜູ້​ຮັບ​ໃຊ້​ຂອງ​ລາວ​ ແລະ​ໄມ້​ນັ້ນ​ກໍ​ກາຍ​ເປັນ​ງູ​ໃຫຍ່. 11 ຟາໂຣ​ຈຶ່ງ​ເອີ້ນ​ພວກ​ຜູ້​ໃຫ້​ຄຳປຶກສາກັບ​ພວກໝໍ​ຄາຖາ​ອາຄົມມາ​ຫາ ແລະ​ພວກ​ປະໂລຫິດ​ຂອງ​ເອຢິບ+ກໍ​ໃຊ້​ຄາຖາ​ອາຄົມ​ເຮັດ​ແບບ​ດຽວ​ກັນ.+ 12 ພວກ​ເຂົາ​ຖິ້ມ​ໄມ້ຄ້ອນເທົ້າ​ຂອງ​ໂຕ​ເອງ​ລົງ​ພື້ນ​ແລະ​ມັນ​ກໍກາຍ​ເປັນ​ງູ​ໃຫຍ່ ແຕ່​ໄມ້ຄ້ອນເທົ້າ​ຂອງ​ອາໂຣນ​ກືນ​ກິນ​ໄມ້ຄ້ອນເທົ້າ​ຂອງ​ພວກ​ເຂົາ. 13 ຟາໂຣ​ເປັນ​ຄົນ​ຫົວ​ແຂງ​ຕໍ່​ໄປ+ ແລະ​ລາວ​ບໍ່​ຟັງໂມເຊ​ກັບ​ອາໂຣນຄື​ກັບ​ທີ່​ພະ​ເຢໂຫວາ​ບອກ​ໄວ້.

14 ຈາກ​ນັ້ນ ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ໃຈ​ຂອງ​ຟາໂຣດ້ານຫຼາຍ.+ ລາວ​ບໍ່​ຍອມ​ປ່ອຍ​ຄົນ​ຂອງ​ເຮົາ​ໄປ. 15 ມື້​ອື່ນ​ເຊົ້າ​ໃຫ້​ເຈົ້າ​ໄປ​ຫາ​ຟາໂຣ​ອີກ. ຕອນ​ນັ້ນລາວ​ຊິ​ໄປ​ແມ່​ນ້ຳ​ນິນ ໃຫ້​ເຈົ້າ​ໄປ​ຖ້າ​ລາວ​ຢູ່​ຫັ້ນ ແລະ​ໃຫ້​ຈັບໄມ້ຄ້ອນເທົ້າ​ທີ່​ເຄີຍ​ກາຍ​ເປັນ​ງູ​ນັ້ນ​ໄປ​ນຳ.+ 16 ເຈົ້າ​ຕ້ອງ​ບອກ​ຟາໂຣ​ແນວ​ນີ້. ‘ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮັບເຣີ​ໄດ້​ສົ່ງ​ຂ້ອຍ​ມາ​ຫາ​ເຈົ້າ+ ແລະ​ເພິ່ນ​ບອກ​ເຈົ້າ​ໃຫ້​ປ່ອຍ​ຄົນ​ຂອງ​ເພິ່ນ​ໄປນະມັດສະການ*ເພິ່ນ​ຢູ່​ບ່ອນ​ກັນດານ. ແຕ່​ຮອດ​ຕອນ​ນີ້​ເຈົ້າ​ກະ​ຍັງ​ບໍ່​ປ່ອຍ​ຄົນ​ຂອງ​ເພິ່ນ​ໄປ. 17 ພະ​ເຢໂຫວາ​ບອກວ່າ “ຍ້ອນ​ສິ່ງ​ທີ່​ເຮົາ​ຊິ​ເຮັດ​ຕໍ່​ໄປ​ນີ້ ເຈົ້າ​ຊິ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+ ເຮົາຊິ​ເອົາ​ໄມ້ຄ້ອນເທົ້າ​ຟາດ​ລົງ​ແມ່​ນ້ຳ​ນິນ ແລ້ວ​ແມ່​ນ້ຳ​ກໍ​ຊິ​ກາຍ​ເປັນ​ເລືອດ. 18 ປາ​ໃນ​ແມ່​ນ້ຳ​ນິນ​ຈະ​ຕາຍ​ແລະ​ນ້ຳ​ກໍ​ຈະ​ເນົ່າ​ເໝັນ ແລ້ວ​ຄົນ​ເອຢິບ​ຈະ​ກິນ​ນ້ຳຈາກ​ແມ່​ນ້ຳ​ນິນບໍ່​ໄດ້.”’”

19 ແລ້ວ​ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ໃຫ້​ບອກ​ອາໂຣນ​ວ່າ ‘ເອົາ​ໄມ້ຄ້ອນເທົ້າ​ໄປ​ຊີ້​ໃສ່​ນ້ຳ​ໃນ​ແຜ່ນດິນ​ເອຢິບ+ ເພື່ອ​ແມ່​ນ້ຳ ຫ້ວຍ ໜອງ ຄອງ ບຶງ+ ແລະ​ນ້ຳ​ຕ່າງ​ໆ​ທີ່​ເຂົາ​ເຈົ້າ​ຕັກ​ມາ​ໄວ້​ໃຊ້​ຈະ​ກາຍ​ເປັນ​ເລືອດ.’ ນ້ຳ​ໃນ​ທົ່ວ​ແຜ່ນດິນ​ເອຢິບ ແມ່ນ​ແຕ່​ນ້ຳ​ຢູ່​ໃນ​ໄຫ​ແລະ​ຢູ່​ໃນ​ອ່າງ​ໄມ້​ຈະ​ກາຍ​ເປັນ​ເລືອດ.” 20 ໂມເຊ​ກັບ​ອາໂຣນ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ທັນທີ. ອາໂຣນ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ແລ້ວ​ຟາດ​ລົງ​ໃສ່​ແມ່​ນ້ຳ​ນິນ​ຕໍ່​ໜ້າ​ຟາໂຣ​ແລະ​ຄົນ​ຮັບ​ໃຊ້​ຂອງ​ລາວ​ ແລ້ວ​ນ້ຳ​ໃນ​ແມ່​ນ້ຳ​ທັງ​ໝົດ​ກໍ​ກາຍ​ເປັນ​ເລືອດ.+ 21 ປາ​ໃນ​ແມ່​ນ້ຳ​ກໍ​ຕາຍ+ ນ້ຳ​ກໍ​ເລີ່ມ​ເນົ່າ​ເໝັນ ແລະ​ຄົນ​ເອຢິບ​ກໍ​ກິນນ້ຳ​ຈາກ​ແມ່ນ້ຳ​ນິນ​ບໍ່​ໄດ້.+ ນ້ຳ​ຢູ່​ທົ່ວ​ແຜ່ນດິນ​ເອຢິບກາຍ​ເປັນ​ເລືອດ​ໝົດ.

22 ແຕ່​ພວກ​ໝໍ​ຄາຖາ​ອາຄົມ​ຂອງ​ເອຢິບ​ກໍ​ເຮັດ​ການອັດສະຈັນ​ແບບ​ນັ້ນ​ໄດ້​ຄື​ກັນ.+ ດັ່ງນັ້ນ ຟາໂຣ​ກໍ​ຍັງ​ເປັນ​ຄົນ​ຫົວ​ແຂງ​ຕໍ່​ໄປ ແລະ​ລາວ​ບໍ່​ຟັງ​ໂມເຊ​ກັບ​ອາໂຣນ​ຄື​ກັບ​ທີ່​ພະ​ເຢໂຫວາ​ບອກ​ໄວ້.+ 23 ຈາກ​ນັ້ນ ຟາໂຣ​ກໍ​ກັບ​ເມືອ​ວັງ ແລະ​ບໍ່​ໄດ້​ສົນ​ໃຈ​ເລື່ອງ​ທີ່​ເກີດ​ຂຶ້ນ​ເລີຍ. 24 ຄົນ​ເອຢິບ​ທຸກ​ຄົນ​ໄດ້​ຂຸດ​ດິນ​ຢູ່​ໃກ້​ແມ່​ນ້ຳ​ນິນ ເພາະ​ພວກ​ເຂົາ​ກິນ​ນ້ຳ​ຈາກ​ແມ່​ນ້ຳ​ນິນ​ບໍ່​ໄດ້​ເລີຍ. 25 ພະ​ເຢໂຫວາ​ໃຫ້ນ້ຳ​ນິນ​ກາຍ​ເປັນ​ເລືອດ 7 ມື້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌