ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ ເພງນີ້ສຳລັບຮ້ອງກັບເຄື່ອງດົນຕີທີ່ມີສາຍທີ່ຕັ້ງສຽງເຊມີນິດ.*
ເພງຂອງດາວິດ.
6 ພະເຢໂຫວາເອີ້ຍ ຂໍຢ່າຕຳໜິລູກດ້ວຍຄວາມໃຈຮ້າຍ
ແລະຂໍຢ່າສັ່ງສອນລູກດ້ວຍຄວາມໃຈຮ້າຍແຮງ.+
2 ພະເຢໂຫວາເອີ້ຍ ອີ່ຕົນ*ລູກແດ່ ຍ້ອນລູກບໍ່ໄຫວແລ້ວ.
ພະເຢໂຫວາເອີ້ຍ ໃຫ້ກຳລັງລູກແດ່+ ຍ້ອນລູກຢ້ານຈົນໝົດແຮງແລ້ວ.
5 ເພາະວ່າຄົນທີ່ຕາຍແລ້ວເວົ້າກ່ຽວກັບ*ພະອົງບໍ່ໄດ້
ແລະຄົນທີ່ຢູ່ໃນບ່ອນຝັງສົບ*ກໍສັນລະເສີນພະອົງບໍ່ໄດ້.+
6 ລູກຖອນຫາຍໃຈຈົນເມື່ອຍຫຼາຍ.+
ລູກຮ້ອງໄຫ້ຢູ່ບ່ອນນອນໝົດຄືນ.
ຕັ່ງຍາວທີ່ລູກນັ່ງກໍປຽກນ້ຳຕາໝົດແລ້ວ.+
7 ລູກທໍ້ໃຈຫຼາຍ ຍ້ອນຄວາມລຳບາກທີ່ລູກເຈິ.+
ຕາລູກເບິ່ງບໍ່ແຈ້ງ* ຍ້ອນມີຫຼາຍຄົນມາຂົ່ມເຫງລູກ.
8 ພວກຄົນເຮັດຊົ່ວ ໃຫ້ໜີໄປໄກໆຈາກຂ້ອຍ
ຍ້ອນພະເຢໂຫວາຈະໄດ້ຍິນສຽງຮ້ອງໄຫ້ຂອງຂ້ອຍແນ່ນອນ.+
9 ພະເຢໂຫວາຈະໄດ້ຍິນຕອນທີ່ຂ້ອຍຮ້ອງຂໍຄວາມຊ່ວຍເຫຼືອ.+
ພະເຢໂຫວາຈະຟັງຄຳອະທິດຖານຂອງຂ້ອຍ.
10 ສັດຕູທຸກຄົນຂອງຂ້ອຍຈະຕ້ອງອັບອາຍຂາຍໜ້າ.
ເຂົາເຈົ້າຈະແລ່ນໜີທັນທີດ້ວຍຄວາມອັບອາຍ.+