ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ
2 ດັ່ງນັ້ນ ພີ່ນ້ອງເອີ້ຍ ຕອນທີ່ຂ້ອຍມາຫາພວກເຈົ້າແລະປະກາດຄວາມລັບສັກສິດຂອງພະເຈົ້າໃຫ້ພວກເຈົ້າຟັງ+ ຂ້ອຍບໍ່ໄດ້ໃຊ້ຄຳເວົ້າຫຼືສະຕິປັນຍາທີ່ເລີດຫຼູ.+ 2 ຍ້ອນຂ້ອຍຕັ້ງໃຈຈະໃຫ້ພວກເຈົ້າສົນໃຈແຕ່ເລື່ອງພະເຢຊູຄລິດແລະເລື່ອງທີ່ເພິ່ນຖືກປະຫານເທິງເສົາ.+ 3 ເມື່ອມາຫາພວກເຈົ້າ ຂ້ອຍອ່ອນແອແລະຢ້ານຈົນໂຕສັ່ນ. 4 ຄຳເວົ້າຂອງຂ້ອຍແລະເລື່ອງທີ່ຂ້ອຍປະກາດກໍບໍ່ແມ່ນຄຳເວົ້າທີ່ໂນ້ມນ້າວໃຈດ້ວຍສະຕິປັນຍາຂອງມະນຸດ ແຕ່ເປັນຄຳເວົ້າທີ່ສະແດງເຖິງພະລັງແລະລິດເດດຂອງພະເຈົ້າ+ 5 ເພື່ອພວກເຈົ້າຈະມີຄວາມເຊື່ອຍ້ອນລິດເດດຂອງພະເຈົ້າ ບໍ່ແມ່ນຍ້ອນສະຕິປັນຍາຂອງມະນຸດ.
6 ພວກເຮົາເວົ້າເລື່ອງສະຕິປັນຍາກັບຄົນທີ່ເປັນຜູ້ໃຫຍ່ແລ້ວ+ ແຕ່ບໍ່ແມ່ນເລື່ອງສະຕິປັນຍາຂອງໂລກນີ້*ຫຼືຂອງພວກຜູ້ມີອຳນາດປົກຄອງໃນໂລກນີ້ ຍ້ອນເຂົາເຈົ້າຈະບໍ່ຢູ່ອີກຕໍ່ໄປ.+ 7 ແຕ່ພວກເຮົາເວົ້າເລື່ອງສະຕິປັນຍາຂອງພະເຈົ້າທີ່ເຊື່ອງຢູ່ໃນຄວາມລັບສັກສິດ+ ເປັນເລື່ອງທີ່ພະເຈົ້າຕັ້ງໃຈໄວ້ແລ້ວກ່ອນທີ່ຈະມີໂລກຊົ່ວນີ້ເພື່ອຈະເຮັດໃຫ້ພວກເຮົາໄດ້ຮັບກຽດທີ່ສູງສົ່ງ. 8 ບໍ່ມີຜູ້ມີອຳນາດປົກຄອງຄົນໃດໃນໂລກນີ້ຮູ້ຈັກສະຕິປັນຍານັ້ນ+ ເພາະຖ້າຮູ້ຈັກ ເຂົາເຈົ້າຄືຊິບໍ່ປະຫານຜູ້ເປັນນາຍທີ່ຍິ່ງໃຫຍ່.* 9 ຄືກັບທີ່ພະຄຳພີບອກໄວ້ວ່າ: “ສິ່ງທີ່ຕາເບິ່ງບໍ່ເຫັນ ຫູບໍ່ໄດ້ຍິນ ແລະເກີນຄວາມເຂົ້າໃຈຂອງມະນຸດ ສິ່ງເຫຼົ່ານັ້ນແຫຼະທີ່ພະເຈົ້າກຽມໄວ້ໃຫ້ຄົນທີ່ຮັກເພິ່ນ.”+ 10 ພະເຈົ້າເປີດເຜີຍສິ່ງເຫຼົ່ານັ້ນກັບພວກເຮົາ+ດ້ວຍພະລັງຂອງເພິ່ນ.+ ພະລັງນັ້ນເປີດເຜີຍທຸກສິ່ງແລະຍັງເປີດເຜີຍສິ່ງທີ່ເລິກເຊິ່ງຂອງພະເຈົ້ານຳອີກ.+
11 ຜູ້ໃດຈະຮູ້ໃຈຂອງຄົນໄດ້ນອກຈາກໂຕລາວເອງ? ຄ້າຍຄືກັນ ບໍ່ມີຜູ້ໃດຈະຮູ້ໃຈຂອງພະເຈົ້າໄດ້ນອກຈາກພະລັງຂອງເພິ່ນຈະເປີດເຜີຍໃຫ້ຮູ້. 12 ພວກເຮົາບໍ່ໄດ້ຮັບນ້ຳໃຈຂອງໂລກ ແຕ່ໄດ້ຮັບພະລັງຈາກພະເຈົ້າ+ ເພື່ອພວກເຮົາຈະຮູ້ຈັກສິ່ງຕ່າງໆທີ່ພະເຈົ້າໃຫ້ພວກເຮົາດ້ວຍຄວາມຮັກ. 13 ພວກເຮົາຍັງເວົ້າເຖິງສິ່ງເຫຼົ່ານັ້ນຄືກັນ ພວກເຮົາບໍ່ໄດ້ເວົ້າຕາມທີ່ຄົນສະຫຼາດສອນ+ ແຕ່ເວົ້າຕາມທີ່ພະລັງຂອງພະເຈົ້າສອນ+ ແລະພວກເຮົາອະທິບາຍເລື່ອງຂອງພະເຈົ້າດ້ວຍຄຳເວົ້າທີ່ມາຈາກພະລັງຂອງເພິ່ນ.
14 ແຕ່ຄົນທີ່ຄິດແບບໂລກ*ບໍ່ຍອມຮັບ*ສິ່ງທີ່ມາຈາກພະລັງຂອງພະເຈົ້າ. ເຂົາເຈົ້າຖືວ່າສິ່ງເຫຼົ່ານັ້ນເປັນເລື່ອງໂງ່ ແລະເຂົາເຈົ້າເຂົ້າໃຈບໍ່ໄດ້ ຍ້ອນວ່າເພື່ອຈະເຂົ້າໃຈສິ່ງນັ້ນໄດ້ຕ້ອງກວດສອບໂດຍອາໄສພະລັງຂອງພະເຈົ້າ. 15 ສ່ວນຄົນທີ່ໄດ້ຮັບການຊີ້ນຳຈາກພະລັງຂອງພະເຈົ້ານັ້ນຈະກວດສອບທຸກສິ່ງໄດ້+ ແຕ່ບໍ່ມີຜູ້ໃດກວດສອບລາວໄດ້. 16 ພະຄຳພີບອກໄວ້ວ່າ: “ໃຜຈະຮູ້ຄວາມຄິດຂອງພະເຢໂຫວາ*ເພື່ອຈະສັ່ງສອນເພິ່ນໄດ້?”+ ແຕ່ພວກເຮົາຄິດຄືກັບພະຄລິດໄດ້.+