ຂ່າວດີທີ່ຂຽນໂດຍໂຢຮັນ
18 ເມື່ອພະເຢຊູອະທິດຖານແລ້ວໆ ເພິ່ນກໍອອກໄປກັບພວກລູກສິດ ແລ້ວຂ້າມຮ່ອມພູກິດໂຣນ+ ແລະເຂົ້າໄປໃນສວນແຫ່ງໜຶ່ງ.+ 2 ຢູດາຜູ້ທີ່ທໍລະຍົດພະເຢຊູກໍຮູ້ຈັກສວນນັ້ນຄືກັນ ຍ້ອນພະເຢຊູໄປບ່ອນນັ້ນກັບພວກລູກສິດເລື້ອຍໆ. 3 ຢູດາຈຶ່ງພາທະຫານກຸ່ມໜຶ່ງກັບເຈົ້າໜ້າທີ່ຂອງພວກຫົວໜ້າປະໂລຫິດແລະຂອງພວກຟາຣີຊາຍໄປບ່ອນນັ້ນ. ເຂົາເຈົ້າຖືໂຄມໄຟ ຕະກຽງ ແລະອາວຸດມານຳ.+ 4 ພະເຢຊູຮູ້ວ່າຈະເກີດຫຍັງຂຶ້ນກັບເພິ່ນ ເພິ່ນຈຶ່ງຍ່າງອອກມາປະເຊີນໜ້າກັບເຂົາເຈົ້າແລະຖາມວ່າ: “ພວກເຈົ້າມາຊອກຫາໃຜ?” 5 ເຂົາເຈົ້າຕອບວ່າ: “ເຢຊູຄົນນາຊາເຣັດ.”+ ພະເຢຊູບອກເຂົາເຈົ້າວ່າ: “ຂ້ອຍນິແຫຼະ.” ຢູດາຜູ້ທີ່ທໍລະຍົດກໍຢືນຢູ່ນຳເຂົາເຈົ້າ.+
6 ເມື່ອພະເຢຊູເວົ້າວ່າ “ຂ້ອຍນິແຫຼະ” ເຂົາເຈົ້າກໍພາກັນຫງາຍເງີບແລະລົ້ມລົງພື້ນ.+ 7 ເພິ່ນຖາມອີກເທື່ອໜຶ່ງວ່າ: “ພວກເຈົ້າມາຊອກຫາໃຜ?” ເຂົາເຈົ້າຕອບວ່າ: “ເຢຊູຄົນນາຊາເຣັດ.” 8 ພະເຢຊູບອກວ່າ: “ຂ້ອຍບອກພວກເຈົ້າແລ້ວວ່າຂ້ອຍນິແຫຼະ. ຖ້າພວກເຈົ້າມາຊອກຫາຂ້ອຍ ກໍໃຫ້ປ່ອຍຄົນເຫຼົ່ານີ້ໄປ.” 9 ພະເຢຊູເຮັດແບບນີ້ກໍເພື່ອໃຫ້ເປັນໄປຕາມທີ່ເພິ່ນເຄີຍບອກໄວ້ທີ່ວ່າ: “ລູກປົກປ້ອງຜູ້ທີ່ພໍ່ຍົກໃຫ້ລູກ ແລະແມ່ນແຕ່ຄົນດຽວກໍບໍ່ເສຍ.”+
10 ຊີໂມນເປໂຕມີດາບດວງໜຶ່ງ ລາວຈຶ່ງຖອດດາບອອກມາຟັນທາດຂອງປະໂລຫິດໃຫຍ່ແລະຖືກຫູເບື້ອງຂວາຂອງລາວຂາດ.+ ທາດຜູ້ນັ້ນຊື່ມາລະໂຂ. 11 ແຕ່ພະເຢຊູບອກເປໂຕວ່າ: “ເອົາດາບມ້ຽນໄວ້ໃນຝັກສະ.+ ຈອກ*ທີ່ພໍ່ໃຫ້ຂ້ອຍກິນ ຂ້ອຍຈະບໍ່ກິນບໍ?”+
12 ຈາກນັ້ນ ພວກທະຫານກັບນາຍພັນ ແລະພວກເຈົ້າໜ້າທີ່ຂອງຜູ້ນຳຄົນຢິວກໍຈັບພະເຢຊູມັດໄວ້. 13 ທຳອິດເຂົາເຈົ້າພາເພິ່ນໄປຫາອັນນາ ຍ້ອນລາວເປັນພໍ່ເຖົ້າຂອງກາຢະຟາ+ທີ່ເປັນປະໂລຫິດໃຫຍ່ໃນປີນັ້ນ.+ 14 ກາຢະຟາຜູ້ນີ້ເຄີຍແນະນຳພວກຜູ້ນຳຄົນຢິວວ່າ ເພື່ອປະໂຫຍດຂອງເຂົາເຈົ້າເອງ ໃຫ້ຄົນໜຶ່ງຕາຍແທນປະຊາຊົນກໍດີກວ່າ.+
15 ຊີໂມນເປໂຕກັບລູກສິດອີກຜູ້ໜຶ່ງນຳພະເຢຊູໄປ.+ ລູກສິດຜູ້ນັ້ນຮູ້ຈັກກັບປະໂລຫິດໃຫຍ່ ລາວຈຶ່ງນຳພະເຢຊູເຂົ້າໄປໃນເດີ່ນບ້ານຂອງປະໂລຫິດໃຫຍ່ 16 ແຕ່ເປໂຕຢືນຢູ່ປະຕູທາງເຂົ້າ ແລ້ວລູກສິດຜູ້ທີ່ຮູ້ຈັກກັບປະໂລຫິດໃຫຍ່ກໍອອກມາເວົ້າກັບສາວໃຊ້ທີ່ເຝົ້າປະຕູຢູ່ແລະພາເປໂຕເຂົ້າໄປທາງໃນ. 17 ສາວໃຊ້ຄົນນັ້ນຖາມເປໂຕວ່າ: “ເຈົ້າກໍເປັນລູກສິດຂອງຜູ້ນັ້ນຄືກັນບໍ່ແມ່ນບໍ?” ລາວຕອບວ່າ: “ບໍ່ ຂ້ອຍບໍ່ແມ່ນ.”+ 18 ພວກທາດກັບພວກເຈົ້າໜ້າທີ່ເອົາຖ່ານມາດັງໄຟ ແລ້ວພາກັນຢືນຝີງໄຟຢູ່ຍ້ອນອາກາດໜາວ. ເປໂຕກໍເຂົ້າໄປຢືນຝີງໄຟນຳເຂົາເຈົ້າຄືກັນ.
19 ຫົວໜ້າປະໂລຫິດສໍ້ຖາມພະເຢຊູກ່ຽວກັບພວກລູກສິດແລະຄຳສອນຂອງເພິ່ນ. 20 ພະເຢຊູຕອບລາວວ່າ: “ຂ້ອຍເວົ້າຕໍ່ໜ້າທຸກຄົນຢ່າງເປີດເຜີຍ. ຂ້ອຍສອນຢູ່ບ່ອນປະຊຸມແລະຢູ່ວິຫານ+ທີ່ຄົນຢິວມາລວມກັນ ຂ້ອຍບໍ່ໄດ້ເວົ້າຫຍັງໃນບ່ອນລັບໆ. 21 ເຈົ້າມາຖາມຂ້ອຍເຮັດຫຍັງ? ໄປຖາມຄົນທີ່ໄດ້ຍິນຂ້ອຍເວົ້າແມ້. ເຂົາເຈົ້າຮູ້ວ່າຂ້ອຍເວົ້າຫຍັງ.” 22 ເມື່ອພະເຢຊູເວົ້າແບບນັ້ນ ເຈົ້າໜ້າທີ່ຄົນໜຶ່ງທີ່ຢືນຢູ່ໃກ້ໆກໍຕົບໜ້າພະເຢຊູ+ແລະເວົ້າວ່າ: “ເຈົ້າຕອບຫົວໜ້າປະໂລຫິດແບບນີ້ຫວະ?” 23 ພະເຢຊູຕອບວ່າ: “ຖ້າຂ້ອຍເວົ້າຫຍັງຜິດກໍໃຫ້ເອົາຫຼັກຖານມາຢືນຢັນ ແຕ່ຖ້າຂ້ອຍເວົ້າຖືກ ເຈົ້າມາຕົບໜ້າຂ້ອຍເຮັດຫຍັງ?” 24 ແລ້ວອັນນາກໍໃຫ້ຄົນສົ່ງພະເຢຊູທີ່ຖືກມັດຢູ່ໄປໃຫ້ປະໂລຫິດໃຫຍ່ກາຢະຟາ.+
25 ຕອນທີ່ຊີໂມນເປໂຕຢືນຝີງໄຟຢູ່ ຄົນທີ່ຢູ່ຫັ້ນໄດ້ຖາມລາວວ່າ: “ເຈົ້າກໍເປັນລູກສິດຂອງຜູ້ນັ້ນຄືກັນບໍ່ແມ່ນບໍ?” ລາວປະຕິເສດວ່າ: “ບໍ່ ຂ້ອຍບໍ່ແມ່ນ.”+ 26 ມີທາດຄົນໜຶ່ງຂອງປະໂລຫິດໃຫຍ່ທີ່ເປັນພີ່ນ້ອງກັບຜູ້ທີ່ຖືກເປໂຕຟັນຫູຂາດ+ເວົ້າຂຶ້ນມາວ່າ: “ຂ້ອຍເຫັນເຈົ້າຢູ່ກັບຜູ້ນັ້ນໃນສວນບໍ່ແມ່ນບໍ?” 27 ເປໂຕປະຕິເສດອີກ ແລະທັນໃດນັ້ນໄກ່ກໍຂັນ.+
28 ໃນຕອນເຊົ້າໆ ເຂົາເຈົ້າເອົາພະເຢຊູຈາກເຮືອນຂອງກາຢະຟາໄປເຮືອນເຈົ້າແຂວງ+ ແຕ່ເຂົາເຈົ້າບໍ່ຍອມເຂົ້າໄປໃນເຮືອນ ຍ້ອນການເຮັດແບບນັ້ນຈະເຮັດໃຫ້ເຂົາເຈົ້າບໍ່ສະອາດ+ແລະຈະກິນປັດສະຄາບໍ່ໄດ້. 29 ປີລາດຈຶ່ງອອກມາຫາເຂົາເຈົ້າຢູ່ທາງນອກແລະຖາມວ່າ: “ພວກເຈົ້າຟ້ອງຜູ້ຊາຍຄົນນີ້ຍ້ອນຂໍ້ຫາຫຍັງ?” 30 ເຂົາເຈົ້າຕອບປີລາດວ່າ: “ຖ້າຜູ້ນີ້ບໍ່ໄດ້ເຮັດຫຍັງຜິດ* ພວກເຮົາຄືຊິບໍ່ສົ່ງລາວມາໃຫ້ທ່ານດອກ.” 31 ປີລາດບອກເຂົາເຈົ້າວ່າ: “ເອົາລາວໄປຕັດສິນກັນເອງຕາມກົດໝາຍຂອງພວກເຈົ້າສະ.”+ ພວກຜູ້ນຳຄົນຢິວບອກວ່າ: “ພວກເຮົາບໍ່ມີອຳນາດຈະຂ້າຜູ້ໃດ.”+ 32 ເລື່ອງນີ້ເປັນໄປຕາມທີ່ພະເຢຊູເຄີຍບອກໄວ້ວ່າເພິ່ນຈະຕາຍແນວໃດ.+
33 ປີລາດກັບເຂົ້າໄປໃນເຮືອນ ແລ້ວເອີ້ນພະເຢຊູມາຖາມວ່າ: “ເຈົ້າເປັນກະສັດຂອງຄົນຢິວບໍ?”+ 34 ພະເຢຊູເວົ້າວ່າ: “ເຈົ້າຖາມແບບນີ້ ຍ້ອນເຈົ້າຄິດເອງຫຼືວ່າມີຄົນບອກເຈົ້າ?” 35 ປີລາດຕອບວ່າ: “ເຈົ້າກໍຮູ້ວ່າຂ້ອຍບໍ່ແມ່ນຄົນຢິວ. ຄົນຊາດດຽວກັບເຈົ້າແລະພວກຫົວໜ້າປະໂລຫິດສົ່ງເຈົ້າມາໃຫ້ຂ້ອຍ. ເຈົ້າເຮັດຫຍັງຜິດ?” 36 ພະເຢຊູຕອບວ່າ:+ “ການປົກຄອງຂອງຂ້ອຍບໍ່ໄດ້ເປັນສ່ວນໜຶ່ງຂອງໂລກນີ້.+ ຖ້າການປົກຄອງຂອງຂ້ອຍເປັນສ່ວນໜຶ່ງຂອງໂລກນີ້ ຄົນຂອງຂ້ອຍຄືຊິຕໍ່ສູ້ບໍ່ໃຫ້ພວກຢິວຈັບຂ້ອຍໄດ້.+ ແຕ່ທີ່ຈິງແລ້ວ ການປົກຄອງຂອງຂ້ອຍບໍ່ໄດ້ຮັບອຳນາດຈາກໂລກນີ້.” 37 ປີລາດຈຶ່ງຖາມພະເຢຊູວ່າ: “ຄັນຊັ້ນ ເຈົ້າເປັນກະສັດຂອງຄົນຢິວບໍ?” ພະເຢຊູຕອບວ່າ: “ແມ່ນແລ້ວ*+ ແລະເຫດຜົນທີ່ຂ້ອຍເກີດມາແລະມາໂລກນີ້ກໍເພື່ອເປັນພະຍານຢືນຢັນຄວາມຈິງ.+ ທຸກຄົນທີ່ຕິດຕາມຄວາມຈິງຈະຟັງຂ້ອຍ.” 38 ປີລາດຖາມພະເຢຊູວ່າ: “ຄວາມຈິງນັ້ນແມ່ນຫຍັງ?”
ເມື່ອເວົ້າແບບນັ້ນແລ້ວ ລາວກໍອອກໄປຫາພວກຜູ້ນຳຄົນຢິວອີກແລະເວົ້າວ່າ: “ຂ້ອຍບໍ່ເຫັນວ່າຜູ້ນີ້ມີຄວາມຜິດຫຍັງ.+ 39 ອີກຢ່າງໜຶ່ງ ພວກເຈົ້າມີທຳນຽມໃຫ້ປ່ອຍນັກໂທດຄົນໜຶ່ງໃຫ້ພວກເຈົ້າໃນຍາມເທດສະການປັດສະຄາ.+ ພວກເຈົ້າຢາກໃຫ້ຂ້ອຍປ່ອຍກະສັດຂອງຄົນຢິວບໍ?” 40 ຄົນພວກນັ້ນຮ້ອງຂຶ້ນວ່າ: “ບໍ່ປ່ອຍຜູ້ນີ້ ແຕ່ປ່ອຍບາຣາບາ!” ບາຣາບາແມ່ນໂຈນຄົນໜຶ່ງ.+