ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 16
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມັດທາຍ

      • ຂໍ​ເຫັນ​ການ​ອັດສະຈັນ​ໃນ​ທ້ອງຟ້າ (1-4)

      • ເຊື້ອ​ຂອງ​ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ (5-12)

      • ລູກ​ກະແຈ​ຂອງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ (13-20)

        • ປະຊາຄົມ​ສ້າງ​ໄວ້​ເທິງ​ຫີນ (18)

      • ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ຕ້ອງ​ຕາຍ (21-23)

      • ສິ່ງ​ທີ່​ລູກສິດ​ແທ້​ຕ້ອງ​ເຮັດ (24-28)

ມັດທາຍ 16:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 12:38; ມຣກ 8:11; ລກ 11:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2021, ໜ້າ 4

ມັດທາຍ 16:4

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ມັກ​ຫຼິ້ນຊູ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 8:12
  • +ຢນ 1:17; ມທ 12:39; ລກ 11:29

ມັດທາຍ 16:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 8:13-21

ມັດທາຍ 16:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 8:15; ລກ 12:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    6/2018, ໜ້າ 7

ມັດທາຍ 16:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:17

ມັດທາຍ 16:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 15:34

ມັດທາຍ 16:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 12:1

ມັດທາຍ 16:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    6/2018, ໜ້າ 7

ມັດທາຍ 16:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 8:27-29; ລກ 9:18-20

ມັດທາຍ 16:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:1, 2
  • +ຢຮ 1:25, 26

ມັດທາຍ 16:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 8:29; ລກ 9:20; ຢຮ 1:40, 41; 4:25; 11:27
  • +ພສ 2:7; ມທ 14:33; ກຈກ 9:20, 22; ຮຣ 1:2; 1ຢຮ 4:15

ມັດທາຍ 16:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 11:27

ມັດທາຍ 16:18

ໄຂເງື່ອນ

  • *

    ຫຼື “ລິດເດດ​ຂອງ​ຄວາມ​ຕາ​ຍ.” ເບິ່ງ​ຄຳ​ວ່າ “ບ່ອນ​ຝັງ​ສົບ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 1:42
  • +ຣມ 9:33; 1ກຣ 3:11; 10:4; ອຟຊ 2:20; 1ປຕ 2:6-8

ມັດທາຍ 16:19

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ມັດ”

  • *

    ແປ​ຕາມ​ໂຕ​ວ່າ “ປ່ອຍ”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 56

ມັດທາຍ 16:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 8:29, 30; ລກ 9:20, 21

ມັດທາຍ 16:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 16:10; ອຊຢ 53:12; ມທ 17:22, 23; 20:18, 19; ມຣກ 8:31; ລກ 9:22; 24:46; 1ກຣ 15:3, 4

ມັດທາຍ 16:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 8:32

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 21

ມັດທາຍ 16:23

ໄຂເງື່ອນ

  • *

    ຄຳ​ວ່າ “ຊາຕານ” ໝາຍເຖິງ “ຜູ້​ຕໍ່ຕ້ານ.” ພະ​ເຢຊູ​ເອີ້ນ​ເປໂຕ​ແບບ​ນີ້​ຍ້ອນ​ເປໂຕ​ກຳລັງ​ຕໍ່ຕ້ານ​ຫຼື​ຂັດຂວາງ​ເພິ່ນ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 8:33

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 21, 25

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    2/2018, ໜ້າ 6

    ຫໍສັງເກດການ

    15/5/2015, ໜ້າ 8

ມັດທາຍ 16:24

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:38; ມຣກ 8:34; ລກ 9:23; 14:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2024, ໜ້າ 3, 9

    “ຕາມເຮົາໄປ” ໜ້າ 69

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 23

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 6-7

    ຫໍສັງເກດການ (ສຶກສາ)

    3/2016, ໜ້າ 10

ມັດທາຍ 16:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 8:35; ລກ 9:24; 17:33; ຢຮ 12:25; ພນມ 12:11

ມັດທາຍ 16:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 8:36; ລກ 9:25
  • +ພສ 49:8

ມັດທາຍ 16:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 62:12; ສພສ 24:12; ລກ 9:26; ຣມ 2:6; 1ປຕ 1:17

ມັດທາຍ 16:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 17:2; ມຣກ 9:1; ລກ 9:27

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມທ. 16:1ມທ 12:38; ມຣກ 8:11; ລກ 11:16
ມທ. 16:4ມຣກ 8:12
ມທ. 16:4ຢນ 1:17; ມທ 12:39; ລກ 11:29
ມທ. 16:5ມຣກ 8:13-21
ມທ. 16:6ມຣກ 8:15; ລກ 12:1
ມທ. 16:9ມທ 14:17
ມທ. 16:10ມທ 15:34
ມທ. 16:11ລກ 12:1
ມທ. 16:13ມຣກ 8:27-29; ລກ 9:18-20
ມທ. 16:14ມທ 14:1, 2
ມທ. 16:14ຢຮ 1:25, 26
ມທ. 16:16ມຣກ 8:29; ລກ 9:20; ຢຮ 1:40, 41; 4:25; 11:27
ມທ. 16:16ພສ 2:7; ມທ 14:33; ກຈກ 9:20, 22; ຮຣ 1:2; 1ຢຮ 4:15
ມທ. 16:17ມທ 11:27
ມທ. 16:18ຢຮ 1:42
ມທ. 16:18ຣມ 9:33; 1ກຣ 3:11; 10:4; ອຟຊ 2:20; 1ປຕ 2:6-8
ມທ. 16:20ມຣກ 8:29, 30; ລກ 9:20, 21
ມທ. 16:21ພສ 16:10; ອຊຢ 53:12; ມທ 17:22, 23; 20:18, 19; ມຣກ 8:31; ລກ 9:22; 24:46; 1ກຣ 15:3, 4
ມທ. 16:22ມຣກ 8:32
ມທ. 16:23ມຣກ 8:33
ມທ. 16:24ມທ 10:38; ມຣກ 8:34; ລກ 9:23; 14:27
ມທ. 16:25ມຣກ 8:35; ລກ 9:24; 17:33; ຢຮ 12:25; ພນມ 12:11
ມທ. 16:26ມຣກ 8:36; ລກ 9:25
ມທ. 16:26ພສ 49:8
ມທ. 16:27ພສ 62:12; ສພສ 24:12; ລກ 9:26; ຣມ 2:6; 1ປຕ 1:17
ມທ. 16:28ມທ 17:2; ມຣກ 9:1; ລກ 9:27
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
ມັດທາຍ 16:1-28

ຂ່າວດີທີ່ຂຽນໂດຍມັດທາຍ

16 ແລ້ວ​ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ​ກໍ​ເຂົ້າ​ມາ​ທົດສອບ​ພະ​ເຢຊູ ເຂົາເຈົ້າ​ຂໍ​ໃຫ້​ເພິ່ນ​ເຮັດ​ການ​ອັດສະຈັນ​ໃນ​ທ້ອງຟ້າ​ໃຫ້​ເຂົາເຈົ້າ​ເຫັນ.+ 2 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຕອນ​ແລງ ພວກ​ເຈົ້າ​ມັກ​ເວົ້າ​ວ່າ ‘ອາກາດ​ດີ​ຍ້ອນ​ຟ້າ​ເປັນ​ສີ​ແດງ’ 3 ແລະ​ຕອນ​ເຊົ້າ​ພວກ​ເຈົ້າ​ກໍ​ເວົ້າ​ວ່າ ‘ມື້​ນີ້​ຝົນ​ຊິ​ຕົກ​ແລະ​ອາກາດ​ຊິ​ໜາວ ຍ້ອນ​ຟ້າ​ເປັນ​ສີ​ແດງ​ແລະ​ມືດ​ຄຶ້ມ.’ ພວກ​ເຈົ້າ​ເບິ່ງ​ທ້ອງຟ້າ​ອອກ ແຕ່​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ​ນີ້ ພວກ​ເຈົ້າ​ພັດ​ເບິ່ງ​ບໍ່​ອອກ​ວ່າ​ມັນ​ໝາຍເຖິງ​ຫຍັງ. 4 ຄົນ​ສະໄໝ​ນີ້​ເປັນ​ຄົນ​ຊົ່ວ​ແລະ​ບໍ່​ສັດຊື່​ຕໍ່​ພະເຈົ້າ.* ເຂົາເຈົ້າ​ມີ​ແຕ່​ຢາກ​ເຫັນ​ການ​ອັດສະຈັນ ແຕ່​ເຂົາເຈົ້າ​ຈະ​ບໍ່​ໄດ້​ເຫັນ​ຫຍັງ​ເລີຍ+ ນອກ​ຈາກ​ການ​ອັດສະຈັນ​ທີ່​ເກີດ​ຂຶ້ນ​ກັບ​ໂຢນາ.”+ ແລ້ວ​ພະ​ເຢຊູ​ກໍ​ໄປ​ຈາກ​ເຂົາເຈົ້າ.

5 ຕອນ​ທີ່​ກຳລັງ​ຂ້າມ​ທະເລ​ໄປ​ອີກ​ຟາກ​ໜຶ່ງ ພວກ​ລູກສິດ​ລືມ​ເອົາ​ເຂົ້າຈີ່​ໄປ​ນຳ.+ 6 ພະ​ເຢຊູ​ເຕືອນ​ເຂົາເຈົ້າ​ວ່າ: “ໃຫ້​ລະວັງ​ດີ​ໆ​ ຢ່າ​ຮັບ​ເອົາ​ເຊື້ອ​ຂອງ​ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ​ເດີ້.”+ 7 ເຂົາເຈົ້າ​ຈຶ່ງ​ລົມ​ກັນ​ວ່າ: “ເອີ້​ແມ່ນ​ໄດ໋​ເນາະ ພວກ​ເຮົາ​ບໍ່​ໄດ້​ເອົາ​ເຂົ້າຈີ່​ມາ​ນຳ.” 8 ພະ​ເຢຊູ​ຮູ້​ວ່າ​ລູກສິດ​ກຳລັງ​ລົມ​ກັນ​ເລື່ອງ​ຫຍັງ ເພິ່ນ​ຈຶ່ງ​ເວົ້າ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ລົມ​ກັນ​ເລື່ອງ​ທີ່​ບໍ່​ໄດ້​ເອົາ​ເຂົ້າຈີ່​ມາ? ພວກ​ເຈົ້າ​ຄື​ມີ​ຄວາມ​ເຊື່ອ​ໜ້ອຍ​ແທ້? 9 ພວກ​ເຈົ້າ​ຍັງ​ບໍ່​ເຂົ້າ​ໃຈ​ຫຼື​ຈື່​ບໍ່​ໄດ້​ບໍ​ຕອນ​ທີ່​ຂ້ອຍ​ໃຊ້​ເຂົ້າຈີ່ 5 ອັນ​ລ້ຽງ​ຜູ້​ຊາຍ 5.000 ຄົນ ພວກ​ເຈົ້າ​ທ້ອນ​ເຂົ້າຈີ່​ທີ່​ເຫຼືອ​ໄດ້​ຈັກ​ກະຕ່າ?+ 10 ແລ້ວ​ຕອນ​ທີ່​ຂ້ອຍ​ໃຊ້​ເຂົ້າຈີ່ 7 ອັນ​ລ້ຽງ​ຜູ້​ຊາຍ 4.000 ຄົນ​ເດ້ ພວກ​ເຈົ້າ​ທ້ອນ​ເຂົ້າຈີ່​ທີ່​ເຫຼືອ​ໄດ້​ຈັກ​ກະຕ່າ​ໃຫຍ່?+ 11 ເປັນ​ຫຍັງ​ພວກ​ເຈົ້າ​ບໍ່​ເຂົ້າ​ໃຈ​ວ່າ​ຂ້ອຍ​ບໍ່​ໄດ້​ເວົ້າ​ເລື່ອງ​ເຊື້ອ​ເຂົ້າຈີ່? ແຕ່​ໃຫ້​ລະວັງ​ເຊື້ອ​ຂອງ​ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ.”+ 12 ພວກ​ລູກສິດ​ຈຶ່ງ​ເຂົ້າ​ໃຈ​ວ່າ​ພະ​ເຢຊູ​ເຕືອນ​ໃຫ້​ລະວັງ​ຄຳສອນ​ຂອງ​ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ ບໍ່​ແມ່ນ​ໃຫ້​ລະວັງ​ເຊື້ອ​ເຂົ້າຈີ່.

13 ເມື່ອເຂົ້າ​ມາ​ຮອດ​ເຂດ​ກາຍຊາເຣຍ​ຟີລິບປອຍ ພະ​ເຢຊູ​ຖາມ​ພວກ​ລູກສິດ​ວ່າ: “ຄົນ​ທົ່ວໄປ​ເວົ້າ​ວ່າ​ລູກ​ມະນຸດ​ແມ່ນ​ໃຜ?”+ 14 ເຂົາເຈົ້າ​ຕອບ​ວ່າ: “ບາງ​ຄົນ​ບອກ​ວ່າ​ແມ່ນ​ໂຢຮັນ​ຜູ້​ໃຫ້​ບັບເຕມາ+ ບາງ​ຄົນ​ບອກ​ວ່າ​ແມ່ນ​ເອລີຢາ+ ແຕ່​ກໍ​ມີ​ບາງ​ຄົນ​ບອກ​ວ່າ​ແມ່ນ​ເຢເຣມີຢາ​ຫຼື​ບໍ່​ຊັ້ນ​ກໍ​ແມ່ນ​ຜູ້​ໜຶ່ງ​ໃນ​ພວກ​ຜູ້​ພະຍາກອນ.” 15 ພະ​ເຢຊູ​ຖາມ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ເດ້ ຄິດ​ວ່າ​ຂ້ອຍ​ແມ່ນ​ໃຜ?” 16 ຊີໂມນ​ເປໂຕ​ຕອບ​ວ່າ: “ທ່ານ​ແມ່ນ​ພະຄລິດ+ ລູກ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.”+ 17 ພະ​ເຢຊູ​ຈຶ່ງ​ບອກ​ລາວ​ວ່າ: “ຊີໂມນ​ລູກ​ໂຢນາ ຂໍ​ໃຫ້​ດີໃຈ​ເດີ້ ຍ້ອນ​ຜູ້​ທີ່​ເປີດເຜີຍ​ເລື່ອງ​ນີ້​ໃຫ້​ເຈົ້າ​ຮູ້​ແມ່ນ​ພໍ່​ຂອງ​ຂ້ອຍ​ທີ່​ຢູ່​ໃນ​ສະຫວັນ+ ບໍ່​ແມ່ນ​ມະນຸດ. 18 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ເຈົ້າ​ແມ່ນ​ເປໂຕ+ ແລະ​ຂ້ອຍ​ຈະ​ສ້າງ​ປະຊາຄົມ​ຂອງ​ຂ້ອຍ​ໄວ້​ເທິງ​ຫີນ​ກ້ອນ​ນີ້+ ແລ້ວ​ບ່ອນ​ຝັງ​ສົບ*​ຈະ​ບໍ່​ມີ​ອຳນາດ​ເໜືອ​ປະຊາຄົມ​ນີ້​ເລີຍ. 19 ຂ້ອຍ​ຈະ​ເອົາ​ລູກ​ກະແຈ​ຂອງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ໃຫ້​ເຈົ້າ. ສິ່ງ​ໃດ​ທີ່​ເຈົ້າ​ຈະ​ລ໋ອກ*​ໄວ້​ຢູ່​ໃນ​ໂລກ ສິ່ງ​ນັ້ນ​ກໍ​ຖືກ​ລ໋ອກ​ໄວ້​ແລ້ວ​ໃນ​ສະຫວັນ ແລະ​ສິ່ງ​ໃດ​ທີ່​ເຈົ້າ​ຈະ​ໄຂ*​ຢູ່​ໃນ​ໂລກ ສິ່ງ​ນັ້ນ​ກໍ​ຖືກ​ໄຂ​ແລ້ວ​ໃນ​ສະຫວັນ​ຄື​ກັນ.” 20 ແລ້ວ​ພະ​ເຢຊູ​ກໍ​ສັ່ງ​ພວກ​ລູກ​ສິດ​ຢ່າງ​ໜັກແໜ້ນ​ວ່າ ບໍ່​ໃຫ້​ບອກ​ຜູ້​ໃດ​ວ່າ​ເພິ່ນ​ແມ່ນ​ພະຄລິດ.+

21 ຕັ້ງແຕ່​ຕອນ​ນັ້ນ ພະ​ເຢຊູ​ເລີ່ມ​ອະທິບາຍ​ໃຫ້​ພວກ​ລູກສິດ​ຮູ້​ວ່າ ເພິ່ນ​ຈະ​ຕ້ອງ​ໄປ​ເມືອງ​ເຢຣູຊາເລັມ ແລະ​ເພິ່ນ​ຈະ​ຖືກ​ພວກ​ຜູ້​ນຳ​ຄົນ​ຢິວ ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຄູ​ສອນ​ສາສະໜາ​ທໍລະມານ​ຫຼາຍ​ຢ່າ​ງ. ເພິ່ນ​ຈະ​ຖືກ​ຂ້າ ແລ້ວ​ໃນ​ມື້​ທີ 3 ເພິ່ນ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.+ 22 ເມື່ອ​ໄດ້​ຍິນ​ແນວ​ນັ້ນ ເປໂຕ​ຈຶ່ງ​ພາ​ພະ​ເຢຊູ​ໄປ​ຕ່າງ​ຫາກ​ແລະ​ແນະນຳ​ເພິ່ນ​ວ່າ: “ອາຈານ ອີ່ຕົນ​ໂຕເອງ​ແດ່ ທ່ານ​ຈະ​ບໍ່​ເຈິ​ເລື່ອງ​ຮ້າຍ​ໆ​ແບບ​ນັ້ນ​ດອກ.”+ 23 ແຕ່​ພະ​ເຢຊູ​ປິ່ນ​ຫຼັງ​ໃສ່​ເປໂຕ​ແລະ​ເວົ້າ​ວ່າ: “ເຊົາ​ເວົ້າ​ດຽວ​ນີ້ ຊາຕານ!* ເຈົ້າ​ກຳລັງ​ຂັດຂວາງ​ຂ້ອຍ ຍ້ອນ​ສິ່ງ​ທີ່​ເຈົ້າ​ຄິດ​ບໍ່​ແມ່ນ​ຄວາມ​ຄິດ​ຂອງ​ພະເຈົ້າ ແຕ່​ແມ່ນ​ຄວາມ​ຄິດ​ຂອງ​ມະນຸດ.”+

24 ແລ້ວ​ພະ​ເຢຊູ​ບອກ​ພວກ​ລູກສິດ​ວ່າ: “ຖ້າ​ຜູ້​ໃດ​ຢາກ​ຕິດຕາມ​ຂ້ອຍ ກໍ​ໃຫ້​ຜູ້​ນັ້ນ​ເຊົາ​ໃຊ້​ຊີວິດ​ເພື່ອ​ໂຕເອງ ແລະ​ຍອມ​ແບກ​ເສົາ​ທໍລະມານ*​ຂອງ​ໂຕເອງ ແລ້ວ​ຕິດຕາມ​ຂ້ອຍ​ຕໍ່​ໆ​ໄປ.+ 25 ຄົນ​ທີ່​ພະຍາຍາມ​ເອົາ​ໂຕ​ລອດ​ຈະ​ເສຍ​ຊີວິດ ແຕ່​ຄົນ​ທີ່​ສະລະ​ຊີວິດ​ເພື່ອ​ຂ້ອຍ​ຈະ​ໄດ້​ຊີວິດ.+ 26 ທີ່ຈິງ ຖ້າ​ຜູ້​ໃດ​ໄດ້​ເປັນ​ເຈົ້າ​ຂອງ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ໂລກ ແຕ່​ຕ້ອງ​ເສຍ​ຊີວິດ ມັນ​ຈະ​ມີ​ປະໂຫຍດ​ຫຍັງ?+ ຄົນ​ເຮົາ​ຈະ​ເອົາ​ຫຍັງ​ມາ​ແລກ​ກັບ​ຊີວິດ​ຂອງ​ໂຕເອງ?+ 27 ໃນ​ອະນາຄົດ ລູກ​ມະນຸດ​ຈະ​ໄດ້​ຮັບ​ອຳນາດ​ຍິ່ງໃຫຍ່​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່. ເພິ່ນ​ຈະ​ມາ​ພ້ອມ​ກັບ​ພວກ​ທູດສະຫວັນ​ຂອງ​ເພິ່ນ ແລະ​ຈະ​ຕັດສິນ​ທຸກ​ຄົນ​ຕາມ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ.+ 28 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ບາງ​ຄົນ​ທີ່​ຢືນ​ຢູ່​ນີ້​ຈະ​ບໍ່​ຕາຍ​ກ່ອນ​ທີ່​ຈະ​ໄດ້​ເຫັນ​ລູກ​ມະນຸດ​ໄດ້​ຮັບ​ອຳນາດ​ໃນ​ການ​ປົກຄອງ​ຂອງ​ເພິ່ນ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌