ຂ່າວດີທີ່ຂຽນໂດຍມັດທາຍ
22 ພະເຢຊູເວົ້າກັບເຂົາເຈົ້າໂດຍຍົກຕົວຢ່າງປຽບທຽບອີກ. ເພິ່ນເວົ້າວ່າ: 2 “ການປົກຄອງທີ່ຢູ່ໃນສະຫວັນອາດປຽບຄືກັບກະສັດອົງໜຶ່ງທີ່ຈັດງານແຕ່ງດອງ+ໃຫ້ລູກຊາຍ. 3 ກະສັດໃຊ້ພວກທາດໄປເອີ້ນຄົນທີ່ຖືກເຊີນແລ້ວໃຫ້ມາຮ່ວມງານ ແຕ່ເຂົາເຈົ້າບໍ່ຍອມມາ.+ 4 ກະສັດຈຶ່ງໃຊ້ທາດຄົນອື່ນໆໄປອີກແລະສັ່ງວ່າ ‘ໄປບອກຄົນທີ່ຖືກເຊີນວ່າ “ງານລ້ຽງກໍກຽມໄວ້ແລ້ວ. ງົວໂຕຜູ້ແລະສັດໂຕຕຸ້ຍໆກໍຂ້າໄວ້ແລ້ວ. ທຸກຢ່າງພ້ອມແລ້ວ. ເຊີນມາງານໂລດ.”’ 5 ແຕ່ເຂົາເຈົ້າບໍ່ສົນໃຈ. ບາງຄົນໄປສວນ ແລະບາງຄົນກໍໄປຄ້າຂາຍ+ 6 ສ່ວນບາງຄົນກໍຈັບພວກທາດຂອງກະສັດໄວ້. ເຂົາເຈົ້າຕີພວກທາດ ແລ້ວກໍຂ້າ.
7 ກະສັດໃຈຮ້າຍຫຼາຍຈຶ່ງໃຫ້ທະຫານໄປຂ້າພວກທີ່ຂ້າທາດຂອງລາວ ແລະຈູດເມືອງຂອງເຂົາເຈົ້າ.+ 8 ແລ້ວກະສັດບອກພວກທາດຂອງລາວວ່າ ‘ງານລ້ຽງກໍພ້ອມແລ້ວ ແຕ່ຄົນທີ່ຖືກເຊີນບໍ່ເໝາະສົມກັບງານນີ້.+ 9 ໃຫ້ພວກເຈົ້າໄປຕາມທາງໃຫຍ່ ເຫັນຜູ້ໃດກໍເຊີນມາໝົດໂລດ.’+ 10 ພວກທາດກໍອອກໄປຕາມທາງໃຫຍ່ ແລະເຊີນທຸກຄົນທີ່ເຂົາເຈົ້າເຫັນ ທັງຄົນດີແລະຄົນຊົ່ວ. ແລ້ວແຂກກໍມາຈົນເຕັມຫ້ອງຈັດງານລ້ຽງ.
11 ເມື່ອເຂົ້າມາເບິ່ງແຂກໃນງານ ກະສັດເຫັນຜູ້ຊາຍຄົນໜຶ່ງທີ່ນຸ່ງເຄື່ອງບໍ່ເໝາະສົມກັບງານ. 12 ກະສັດຈຶ່ງຖາມລາວວ່າ ‘ເປັນຫຍັງເຈົ້າຄືບໍ່ນຸ່ງເຄື່ອງສຳລັບງານແຕ່ງດອງ?’ ຜູ້ນັ້ນກໍປາກບໍ່ອອກ. 13 ກະສັດຈຶ່ງບອກຄົນຮັບໃຊ້ວ່າ ‘ຈັບຜູ້ນີ້ມັດມືມັດຕີນ ແລ້ວໂຍນອອກໄປບ່ອນມືດ. ຢູ່ຫັ້ນ ລາວຈະຮ້ອງໄຫ້ດ້ວຍຄວາມທຸກໃຈ.’*
14 ດັ່ງນັ້ນ ມີຫຼາຍຄົນຖືກເຊີນ ແຕ່ມີໜ້ອຍຄົນຖືກເລືອກ.”
15 ພວກຟາຣີຊາຍຈຶ່ງອອກໄປວາງແຜນຊອກວິທີໃຫ້ພະເຢຊູເວົ້າສິ່ງທີ່ຜິດເພື່ອຈະກ່າວຫາເພິ່ນໄດ້.+ 16 ເຂົາເຈົ້າຈຶ່ງໃຫ້ພວກລູກສິດຂອງໂຕເອງກັບພັກພວກຂອງເຮໂຣດໄປຫາພະເຢຊູ+ ພວກນັ້ນເວົ້າກັບເພິ່ນວ່າ: “ອາຈານ ພວກເຮົາຮູ້ວ່າທ່ານເປັນຄົນສັດຊື່ແລະສອນຄຳສອນຂອງພະເຈົ້າແບບກົງໄປກົງມາ. ທ່ານບໍ່ໄດ້ເຮັດເພື່ອເອົາໃຈຜູ້ໃດແລະບໍ່ເຫັນແກ່ໜ້າຜູ້ໃດ. 17 ຄັນຊັ້ນ ຂໍຖາມແດ່ ທ່ານຄິດແນວໃດ? ຖືກບໍທີ່ພວກເຮົາຈະເສຍພາສີໃຫ້ກາຍຊາ?”* 18 ແຕ່ພະເຢຊູຮູ້ແຜນຊົ່ວຂອງເຂົາເຈົ້າ ເພິ່ນຈຶ່ງເວົ້າວ່າ: “ພວກໜ້າຊື່ໃຈຄົດ ເປັນຫຍັງພວກເຈົ້າຫາເລື່ອງຈັບຜິດຂ້ອຍ? 19 ເອົາຫຼຽນທີ່ໃຊ້ເສຍພາສີມາໃຫ້ຂ້ອຍດຸ.” ເຂົາເຈົ້າກໍຍື່ນຫຼຽນເດນາຣິອົນ*ໃຫ້ເພິ່ນຫຼຽນໜຶ່ງ. 20 ແລ້ວພະເຢຊູຖາມວ່າ: “ນີ້ແມ່ນຮູບໃຜແລະຊື່ຂອງຜູ້ໃດ?” 21 ເຂົາເຈົ້າຕອບວ່າ: “ກາຍຊາ” ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ຄັນຊັ້ນ ສິ່ງທີ່ເປັນຂອງກາຍຊາກໍໃຫ້ກາຍຊາ ແລະສິ່ງທີ່ເປັນຂອງພະເຈົ້າກໍໃຫ້ພະເຈົ້າ.”+ 22 ເມື່ອໄດ້ຍິນແບບນັ້ນ ເຂົາເຈົ້າກໍປາກບໍ່ອອກ ແລ້ວກໍໄປຈາກພະເຢຊູ.
23 ມື້ນັ້ນ ພວກຊາດູກາຍກໍມາຫາພະເຢຊູຄືກັນ. ພວກນີ້ບໍ່ເຊື່ອເລື່ອງການຄືນມາຈາກຕາຍ.+ ເຂົາເຈົ້າຖາມວ່າ+ 24 “ອາຈານ ໂມເຊບອກວ່າ ‘ຖ້າຜູ້ຊາຍຄົນໃດຕາຍແລະຍັງບໍ່ມີລູກ ອ້າຍຫຼືນ້ອງຊາຍຂອງລາວຕ້ອງແຕ່ງດອງກັບເມຍຂອງລາວ ແລະມີລູກໃຫ້ຜູ້ທີ່ຕາຍ.’+ 25 ມີຄອບຄົວໜຶ່ງມີລູກຊາຍ 7 ຄົນ. ລູກກົກແຕ່ງດອງກັບຜູ້ຍິງຄົນໜຶ່ງແລ້ວກໍຕາຍຕອນທີ່ຍັງບໍ່ມີລູກ. ລູກຜູ້ທີ 2 ຈຶ່ງເອົາຜູ້ຍິງຄົນນັ້ນມາເປັນເມຍ 26 ແຕ່ລາວກໍຕາຍຄືກັນຕອນຍັງບໍ່ມີລູກ. ເລື່ອງແບບດຽວກັນນີ້ເກີດຂຶ້ນກັບລູກຜູ້ຕໍ່ໄປຈົນຮອດລູກຜູ້ທີ 7. 27 ສຸດທ້າຍ ຜູ້ຍິງຄົນນັ້ນກໍຕາຍຄືກັນ. 28 ເມື່ອເປັນແນວນີ້ ຕອນທີ່ທຸກຄົນຄືນມາຈາກຕາຍ ຜູ້ຍິງຄົນນັ້ນຈະເປັນເມຍຂອງຜູ້ໃດ ຍ້ອນທັງເຈັດຄົນເຄີຍເປັນຜົວຂອງລາວ?”
29 ພະເຢຊູຕອບເຂົາເຈົ້າວ່າ: “ພວກເຈົ້າຄິດຜິດແລ້ວ. ພວກເຈົ້າບໍ່ເຂົ້າໃຈພະຄຳພີແລະບໍ່ຮູ້ວ່າລິດເດດຂອງພະເຈົ້າເຮັດຫຍັງໄດ້ແດ່.+ 30 ເມື່ອຄືນມາຈາກຕາຍ ທັງຜູ້ຊາຍແລະຜູ້ຍິງຈະບໍ່ແຕ່ງດອງ ແຕ່ຈະເປັນຄືກັບພວກທູດສະຫວັນ.+ 31 ເລື່ອງການຄືນມາຈາກຕາຍ ພວກເຈົ້າບໍ່ໄດ້ອ່ານບໍທີ່ພະເຈົ້າບອກວ່າ 32 ‘ເຮົາເປັນພະເຈົ້າຂອງອັບຣາຮາມ ພະເຈົ້າຂອງອີຊາກ ແລະພະເຈົ້າຂອງຢາໂຄບ’?+ ເພິ່ນບໍ່ໄດ້ເປັນພະເຈົ້າຂອງຄົນຕາຍ ແຕ່ເປັນພະເຈົ້າຂອງຄົນທີ່ຍັງມີຊີວິດຢູ່.”+ 33 ເມື່ອປະຊາຊົນໄດ້ຍິນແບບນັ້ນກໍຮູ້ສຶກງຶດໃນຄຳສອນຂອງພະເຢຊູ.+
34 ເມື່ອພວກຟາຣີຊາຍໄດ້ຍິນວ່າພະເຢຊູເຮັດໃຫ້ພວກຊາດູກາຍປາກບໍ່ອອກ ພວກຟາຣີຊາຍກໍພາກັນມາຫາເພິ່ນ. 35 ມີຜູ້ໜຶ່ງໃນພວກນັ້ນຊ່ຽວຊານເລື່ອງກົດໝາຍຂອງໂມເຊ. ລາວຕັ້ງຄຳຖາມທົດສອບພະເຢຊູວ່າ: 36 “ອາຈານ ກົດໝາຍຂອງໂມເຊຂໍ້ໃດສຳຄັນທີ່ສຸດ?”+ 37 ພະເຢຊູຕອບວ່າ: “‘ເຈົ້າຕ້ອງຮັກພະເຢໂຫວາ*ພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ ແລະສຸດຄວາມຄິດ.’+ 38 ນີ້ເປັນກົດໝາຍຂໍ້ສຳຄັນທີ່ສຸດແລະເປັນຂໍ້ທຳອິດ. 39 ຂໍ້ທີ 2 ກໍຄ້າຍຄືກັນ ‘ໃຫ້ຮັກເພື່ອນບ້ານຄືກັບຮັກໂຕເອງ.’+ 40 ກົດໝາຍ 2 ຂໍ້ນີ້ເປັນພື້ນຖານຂອງກົດໝາຍໂມເຊທັງໝົດ ແລະເປັນພື້ນຖານຂອງສິ່ງທີ່ພວກຜູ້ພະຍາກອນສອນ.”*+
41 ຕອນທີ່ພວກຟາຣີຊາຍຍັງລວມກັນຢູ່ຫັ້ນ ພະເຢຊູຖາມເຂົາເຈົ້າວ່າ:+ 42 “ພວກເຈົ້າຄິດແນວໃດເລື່ອງພະຄລິດ? ເພິ່ນເປັນລູກຫຼານຂອງໃຜ?” ເຂົາເຈົ້າຕອບວ່າ: “ເປັນລູກຫຼານຂອງດາວິດ.”+ 43 ເພິ່ນຖາມເຂົາເຈົ້າອີກວ່າ: “ແລ້ວເປັນຫຍັງດາວິດໄດ້ຮັບການດົນໃຈຈາກພະເຈົ້າ+ໃຫ້ເອີ້ນພະຄລິດວ່າຜູ້ເປັນນາຍຕອນທີ່ດາວິດບອກວ່າ 44 ‘ພະເຢໂຫວາ*ເວົ້າກັບຜູ້ເປັນນາຍຂອງຂ້ອຍວ່າ “ນັ່ງຢູ່ເບື້ອງຂວາມືຂອງເຮົາກ່ອນ ຈົນກວ່າເຮົາຈະປາບພວກສັດຕູຂອງເຈົ້າໃຫ້ຢູ່ພື້ນຕີນຂອງເຈົ້າ”’?+ 45 ຖ້າດາວິດເອີ້ນພະຄລິດວ່າຜູ້ເປັນນາຍ ແລ້ວພະຄລິດຈະເປັນລູກຫຼານຂອງດາວິດໄດ້ແນວໃດ?”+ 46 ບໍ່ມີຜູ້ໃດຕອບພະເຢຊູໄດ້ຈັກຄຳ ແລະຕັ້ງແຕ່ມື້ນັ້ນ ບໍ່ມີໃຜກ້າຖາມພະເຢຊູອີກເລີຍ.