ຂ່າວດີທີ່ຂຽນໂດຍມັດທາຍ
25 “ໃນເວລານັ້ນ ການປົກຄອງທີ່ຢູ່ໃນສະຫວັນປຽບຄືກັບຜູ້ສາວບໍລິສຸດ 10 ຄົນທີ່ຖືຕະກຽງ+ອອກໄປຕ້ອນຮັບເຈົ້າບ່າວ.+ 2 ໃນນັ້ນ ມີ 5 ຄົນເປັນຄົນໂງ່ ແລະອີກ 5 ຄົນເປັນຄົນສະຫຼາດ.*+ 3 ຜູ້ສາວທີ່ໂງ່ຖືຕະກຽງໄປ ແຕ່ບໍ່ໄດ້ເອົານ້ຳມັນສຳຮອງໄປນຳ 4 ສ່ວນຜູ້ສາວທີ່ສະຫຼາດຖືຕະກຽງໄປແລະເອົານ້ຳມັນສຳຮອງໄປນຳ. 5 ເມື່ອເຈົ້າບ່າວມາຊ້າ ເຂົາເຈົ້າທັງ 10 ຄົນກໍເຫງົານອນ ແລ້ວກໍເຊືອບຫຼັບໄປ. 6 ຕອນເດິກໆ ມີສຽງຄົນຮ້ອງວ່າ ‘ເຈົ້າບ່າວມາແລ້ວ ອອກໄປຕ້ອນຮັບລາວແມ້!’ 7 ຜູ້ສາວບໍລິສຸດທຸກຄົນກໍລຸກຂຶ້ນແລະກຽມຕະກຽງໃຫ້ພ້ອມ.+ 8 ຜູ້ສາວທີ່ໂງ່ເວົ້າກັບຜູ້ສາວທີ່ສະຫຼາດວ່າ ‘ແບ່ງນ້ຳມັນໃຫ້ພວກຂ້ອຍແດ່ ຕະກຽງຂອງພວກຂ້ອຍໃກ້ຊິມອດແລ້ວ.’ 9 ຜູ້ສາວທີ່ສະຫຼາດຕອບວ່າ ‘ນ້ຳມັນຄືຊິບໍ່ພໍສຳລັບພວກຂ້ອຍແລະພວກເຈົ້າດອກ. ໄປຊອກຊື້ນຳຄົນທີ່ຂາຍນ້ຳມັນສະ.’ 10 ແຕ່ຕອນທີ່ພວກຜູ້ສາວທີ່ໂງ່ໄປຊື້ນ້ຳມັນ ເຈົ້າບ່າວກໍມາຮອດ. ພວກຜູ້ສາວທີ່ກຽມພ້ອມກໍໄດ້ເຂົ້າໄປໃນງານແຕ່ງດອງກັບເຈົ້າບ່າວ+ ແລ້ວປະຕູກໍປິດ. 11 ເມື່ອຜູ້ສາວທີ່ໂງ່ 5 ຄົນນັ້ນກັບມາກໍຮ້ອງວ່າ ‘ທ່ານເອີ້ຍ ທ່ານເອີ້ຍ ເປີດປະຕູໃຫ້ພວກເຮົາແດ່!’+ 12 ເຈົ້າບ່າວບອກວ່າ ‘ຂ້ອຍບໍ່ຮູ້ຈັກພວກເຈົ້າ.’
13 ດັ່ງນັ້ນ ໃຫ້ເຝົ້າລະວັງຢູ່ສະເໝີ+ ຍ້ອນພວກເຈົ້າບໍ່ຮູ້ວ່າວັນແລະເວລານັ້ນຈະມາຮອດຕອນໃດ.+
14 ການປົກຄອງທີ່ຢູ່ໃນສະຫວັນຍັງປຽບຄືກັບຜູ້ຊາຍຄົນໜຶ່ງທີ່ກຳລັງຈະໄປຕ່າງປະເທດ. ກ່ອນຈະໄປ ລາວເອີ້ນທາດໃຫ້ມາຫາ ແລ້ວຝາກຊັບສິນໃຫ້ເຂົາເຈົ້າເບິ່ງແຍງ.+ 15 ລາວເອົາເງິນໃຫ້ທາດຜູ້ທີ 1 ໜັກ 5 ຕະລັນ* ຜູ້ທີ 2 ໜັກ 2 ຕະລັນ* ແລະຜູ້ທີ 3 ໜັກ 1 ຕະລັນ.* ລາວແບ່ງໃຫ້ທາດແຕ່ລະຄົນຕາມຄວາມສາມາດຂອງເຂົາເຈົ້າ ແລ້ວລາວກໍອອກເດີນທາງ. 16 ທາດທີ່ໄດ້ 5 ຕະລັນ*ເອົາເງິນນັ້ນໄປຄ້າຂາຍທັນທີ ແລ້ວໄດ້ກຳໄລ 5 ຕະລັນ. 17 ທາດທີ່ໄດ້ 2 ຕະລັນ*ກໍເອົາເງິນໄປຄ້າຂາຍຄືກັນ ແລ້ວໄດ້ກຳໄລ 2 ຕະລັນ. 18 ແຕ່ທາດທີ່ໄດ້ 1 ຕະລັນ*ພັດເອົາເງິນຂອງນາຍໄປຝັງໄວ້.
19 ຫຼັງຈາກເວລາຜ່ານໄປດົນເຕີບ ນາຍກໍກັບມາເພື່ອເບິ່ງວ່າທາດເອົາເງິນໄປເຮັດຫຍັງແດ່.+ 20 ທາດທີ່ໄດ້ 5 ຕະລັນ*ກໍເອົາເງິນຕົ້ນທຶນແລະກຳໄລອີກ 5 ຕະລັນມາໃຫ້ນາຍແລະເວົ້າວ່າ ‘ນາຍເອີ້ຍ ທ່ານຝາກເງິນໄວ້ນຳຂ້ອຍ 5 ຕະລັນ. ເບິ່ງແມ້ ຂ້ອຍໄດ້ກຳໄລມາອີກ 5 ຕະລັນ.’+ 21 ນາຍຈຶ່ງເວົ້າກັບລາວວ່າ ‘ດີຫຼາຍ ເຈົ້າເປັນທາດທີ່ດີແລະສັດຊື່. ເຈົ້າເບິ່ງແຍງເຄື່ອງຂອງເລັກນ້ອຍທີ່ຂ້ອຍຝາກໄວ້ຢ່າງສັດຊື່. ຂ້ອຍຈະໃຫ້ເຈົ້າເບິ່ງແຍງເຄື່ອງຂອງຫຼາຍຂຶ້ນອີກ.+ ໃຫ້ມາຮ່ວມຍິນດີນຳກັນກັບຂ້ອຍ.’+ 22 ແລ້ວທາດທີ່ໄດ້ 2 ຕະລັນ*ກໍເຂົ້າມາຫານາຍແລ້ວເວົ້າວ່າ ‘ນາຍເອີ້ຍ ທ່ານຝາກເງິນໄວ້ນຳຂ້ອຍ 2 ຕະລັນ. ເບິ່ງແມ້ ຂ້ອຍໄດ້ກຳໄລມາອີກ 2 ຕະລັນ.’+ 23 ນາຍຈຶ່ງເວົ້າກັບລາວວ່າ ‘ດີຫຼາຍ ເຈົ້າເປັນທາດທີ່ດີແລະສັດຊື່ ເຈົ້າເບິ່ງແຍງເຄື່ອງຂອງເລັກນ້ອຍທີ່ຂ້ອຍຝາກໄວ້ຢ່າງສັດຊື່. ຂ້ອຍຈະໃຫ້ເຈົ້າເບິ່ງແຍງເຄື່ອງຂອງຫຼາຍຂຶ້ນອີກ. ໃຫ້ມາຮ່ວມຍິນດີນຳກັນກັບຂ້ອຍ.’
24 ສຸດທ້າຍ ທາດທີ່ໄດ້ 1 ຕະລັນ*ກໍເຂົ້າມາຫານາຍແລະເວົ້າວ່າ ‘ນາຍເອີ້ຍ ຂ້ອຍຮູ້ວ່າທ່ານເປັນຄົນມັກຮຽກຮ້ອງຈາກຄົນອື່ນ. ທ່ານເກັບກ່ຽວສິ່ງທີ່ທ່ານບໍ່ໄດ້ຫວ່ານແລະເກັບລວບລວມເຂົ້າທີ່ທ່ານບໍ່ໄດ້ຝັດ.+ 25 ຂ້ອຍກໍເລີຍຢ້ານ ແລະເອົາເງິນຂອງທ່ານໄປຝັງໄວ້. ນີ້ເດ້ເງິນຂອງທ່ານ.’ 26 ນາຍຈຶ່ງເວົ້າກັບລາວວ່າ ‘ທາດຊົ່ວແລະຂີ້ຄ້ານ ຖ້າເຈົ້າຮູ້ວ່າຂ້ອຍເກັບກ່ຽວສິ່ງທີ່ຂ້ອຍບໍ່ໄດ້ຫວ່ານແລະເກັບລວບລວມເຂົ້າທີ່ຂ້ອຍບໍ່ໄດ້ຝັດ 27 ຄັນຊັ້ນ ເຈົ້າກໍຄວນເອົາເງິນໄປຝາກທະນາຄານ ບາດຂ້ອຍກັບມາ ຂ້ອຍຈະໄດ້ເງິນຄືນພ້ອມກັບດອກເບ້ຍ.’
28 ແລ້ວນາຍກໍສັ່ງຄົນຮັບໃຊ້ວ່າ ‘ເອົາເງິນ 1 ຕະລັນ*ຂອງລາວໃຫ້ຄົນທີ່ມີ 10 ຕະລັນ.*+ 29 ທຸກຄົນທີ່ມີຢູ່ແລ້ວຈະໄດ້ຮັບຫຼາຍຂຶ້ນແລະລາວຈະມີຢ່າງເຫຼືອເຟືອ ແຕ່ຄົນທີ່ບໍ່ມີ ແມ່ນແຕ່ສິ່ງທີ່ລາວມີບໍ່ຫຼາຍລາວກໍຈະເສຍໄປ.+ 30 ສ່ວນທາດທີ່ບໍ່ມີປະໂຫຍດຜູ້ນີ້ ໂຍນລາວອອກໄປບ່ອນມືດ. ຢູ່ຫັ້ນ ລາວຈະຮ້ອງໄຫ້ດ້ວຍຄວາມທຸກໃຈ.’*
31 ເມື່ອລູກມະນຸດ+ມາໃນຖານະຜູ້ມີອຳນາດພ້ອມກັບທູດສະຫວັນທັງໝົດ+ ເພິ່ນຈະນັ່ງເທິງບັນລັງອັນຍິ່ງໃຫຍ່ຂອງເພິ່ນ. 32 ຄົນທຸກຊາດຈະຖືກລວບລວມມາຢູ່ຕໍ່ໜ້າເພິ່ນ ແລະເພິ່ນຈະແຍກເຂົາເຈົ້າອອກຈາກກັນຄືກັບຜູ້ລ້ຽງແກະແຍກແກະອອກຈາກແບ້. 33 ເພິ່ນຈະໃຫ້ແກະ+ຢູ່ເບື້ອງຂວາມືຂອງເພິ່ນ ແຕ່ໃຫ້ແບ້ຢູ່ເບື້ອງຊ້າຍມືຂອງເພິ່ນ.+
34 ແລ້ວກະສັດຈະເວົ້າກັບຄົນທີ່ຢູ່ເບື້ອງຂວາມືວ່າ ‘ມາແມ້ ພວກເຈົ້າທີ່ໄດ້ຮັບພອນຈາກພໍ່ຂອງຂ້ອຍ ມາຮັບປະໂຫຍດຈາກການປົກຄອງຂອງພະເຈົ້າ*ທີ່ກຽມໄວ້ໃຫ້ພວກເຈົ້າຕັ້ງແຕ່ເລີ່ມມີໂລກນີ້.* 35 ຕອນທີ່ຂ້ອຍຫິວເຂົ້າ ພວກເຈົ້າກໍເອົາເຂົ້າໃຫ້ຂ້ອຍກິນ. ຕອນທີ່ຂ້ອຍຫິວນ້ຳ ພວກເຈົ້າກໍເອົານ້ຳໃຫ້ຂ້ອຍກິນ. ຕອນທີ່ຂ້ອຍເປັນແຂກແປກໜ້າ ພວກເຈົ້າກໍມີນ້ຳໃຈຕ້ອນຮັບຂ້ອຍເຂົ້າມາໃນເຮືອນ.+ 36 ຕອນທີ່ຂ້ອຍບໍ່ມີເຄື່ອງນຸ່ງໃສ່ ພວກເຈົ້າກໍເອົາເຄື່ອງນຸ່ງໃຫ້.+ ຕອນທີ່ຂ້ອຍບໍ່ສະບາຍ ພວກເຈົ້າກໍເບິ່ງແຍງ ແລະຕອນທີ່ຂ້ອຍຕິດຄຸກ ພວກເຈົ້າກໍມາຢາມ.’+ 37 ແລ້ວຄົນທີ່ເຊື່ອຟັງພະເຈົ້າ*ຈະບອກກະສັດວ່າ ‘ນາຍເອີ້ຍ ຕອນທີ່ທ່ານຫິວເຂົ້າ ພວກເຮົາເຄີຍເອົາເຂົ້າໃຫ້ທ່ານກິນຕອນໃດ? ຫຼືຕອນທີ່ທ່ານຫິວນ້ຳ ພວກເຮົາເຄີຍເອົານ້ຳໃຫ້ທ່ານກິນຕອນໃດ?+ 38 ຕອນທີ່ທ່ານເປັນແຂກແປກໜ້າ ພວກເຮົາເຄີຍຕ້ອນຮັບທ່ານເຂົ້າມາໃນເຮືອນຕອນໃດ? ຫຼືຕອນທີ່ທ່ານບໍ່ມີເຄື່ອງນຸ່ງ ພວກເຮົາເຄີຍເອົາເຄື່ອງນຸ່ງໃຫ້ທ່ານຕອນໃດ? 39 ແລະຕອນທີ່ທ່ານບໍ່ສະບາຍຫຼືຕິດຄຸກ ພວກເຮົາເຄີຍໄປຢາມທ່ານຕອນໃດ?’ 40 ກະສັດຈະຕອບເຂົາເຈົ້າວ່າ ‘ຂ້ອຍຈະບອກໃຫ້ຮູ້ວ່າ ຕອນທີ່ພວກເຈົ້າເຮັດແບບນັ້ນຕໍ່ພີ່ນ້ອງຂອງຂ້ອຍແມ່ນແຕ່ຄົນຕ່ຳຕ້ອຍທີ່ສຸດກໍສ່ຳກັບວ່າພວກເຈົ້າໄດ້ເຮັດຕໍ່ຂ້ອຍຄືກັນ.’+
41 ແລ້ວກະສັດຈະເວົ້າກັບພວກທີ່ຢູ່ເບື້ອງຊ້າຍມືຂອງເພິ່ນວ່າ ‘ພວກທີ່ຖືກສາບແຊ່ງ ໜີໄປໄກໆແມະ.+ ເຂົ້າໄປໃນໄຟທີ່ບໍ່ມີມື້ມອດ*ພຸ້ນ.+ ບ່ອນນັ້ນຖືກກຽມໄວ້ສຳລັບມານຮ້າຍແລະທູດສະຫວັນທີ່ຢູ່ຝ່າຍມັນ.+ 42 ຕອນທີ່ຂ້ອຍຫິວເຂົ້າ ພວກເຈົ້າກໍບໍ່ເອົາເຂົ້າໃຫ້ຂ້ອຍກິນ. ຕອນທີ່ຂ້ອຍຫິວນ້ຳ ພວກເຈົ້າກໍບໍ່ເອົານ້ຳໃຫ້ຂ້ອຍກິນ. 43 ຕອນທີ່ຂ້ອຍເປັນແຂກແປກໜ້າ ພວກເຈົ້າກໍບໍ່ມີນ້ຳໃຈຕ້ອນຮັບຂ້ອຍເຂົ້າມາໃນເຮືອນ. ຕອນທີ່ຂ້ອຍບໍ່ມີເຄື່ອງນຸ່ງໃສ່ ພວກເຈົ້າກໍບໍ່ເອົາເຄື່ອງນຸ່ງມາໃຫ້ຂ້ອຍ ແລະຕອນທີ່ຂ້ອຍບໍ່ສະບາຍແລະຕິດຄຸກ ພວກເຈົ້າກໍບໍ່ໄດ້ເບິ່ງແຍງຂ້ອຍ.’ 44 ແລ້ວເຂົາເຈົ້າຈະເວົ້າແບບດຽວກັນວ່າ ‘ນາຍເອີ້ຍ ຕອນທີ່ພວກເຮົາເຫັນທ່ານຫິວເຂົ້າ ຫຼືຫິວນ້ຳ ຫຼືເປັນແຂກແປກໜ້າ ຫຼືບໍ່ມີເຄື່ອງນຸ່ງໃສ່ ຫຼືບໍ່ສະບາຍ ຫຼືຕິດຄຸກ ພວກເຮົາເບິ່ງແຍງທ່ານບໍ່ແມ່ນບໍ?’ 45 ກະສັດຈະຕອບເຂົາເຈົ້າວ່າ ‘ຂ້ອຍຈະບອກໃຫ້ຮູ້ວ່າ ຍ້ອນພວກເຈົ້າບໍ່ໄດ້ເຮັດແບບນັ້ນຕໍ່ພີ່ນ້ອງຂອງຂ້ອຍແມ່ນແຕ່ຄົນຕ່ຳຕ້ອຍທີ່ສຸດກໍສ່ຳກັບວ່າພວກເຈົ້າບໍ່ໄດ້ເຮັດຕໍ່ຂ້ອຍຄືກັນ.’+ 46 ຄົນແບບນີ້ຈະຖືກທຳລາຍຕະຫຼອດໄປ+ ແຕ່ຄົນທີ່ເຊື່ອຟັງພະເຈົ້າ*ຈະໄດ້ຮັບຊີວິດຕະຫຼອດໄປ.”+