ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຮັບເຣີ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຮັບເຣີ

      • ເຕັ້ນ​ເປັນ​ແບບ​ຈຳລອງ​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ (1-6)

      • ຄວາມ​ແຕກຕ່າງ​ລະຫວ່າງ​ສັນຍາ​ເກົ່າ​ກັບ​ສັນຍາ​ໃໝ່ (7-13)

ເຮັບເຣີ 8:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 3:1; 7:26
  • +ພສ 110:1; ຮຣ 1:3

ເຮັບເຣີ 8:2

ໄຂເງື່ອນ

  • *

    ໝາຍເຖິງ​ຫ້ອງ​ບໍລິສຸດ​ທີ່​ສຸດ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 9:8, 24

ເຮັບເຣີ 8:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 5:2

ເຮັບເຣີ 8:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 7:14

ເຮັບເຣີ 8:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 2:16, 17; ຮຣ 10:1
  • +ຮຣ 9:9, 24
  • +ອພຍ 25:9, 40; 26:30; ຈຊບ 8:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2023, ໜ້າ 25-26

ເຮັບເຣີ 8:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 2:5
  • +1ກຣ 11:25; ຮຣ 7:22; 9:15; 12:22, 24
  • +ພສ 110:4; ຣມ 8:17

ເຮັບເຣີ 8:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 7:11, 18

ເຮັບເຣີ 8:8

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ເຮັບເຣີ 8:9

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:51

ເຮັບເຣີ 8:10

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 2:29
  • +2ກຣ 6:16

ເຮັບເຣີ 8:11

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ເຮັບເຣີ 8:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 31:31-34

ເຮັບເຣີ 8:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 10:4; ຮຣ 7:12
  • +ກລຊ 2:13, 14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຮຣ. 8:1ຮຣ 3:1; 7:26
ຮຣ. 8:1ພສ 110:1; ຮຣ 1:3
ຮຣ. 8:2ຮຣ 9:8, 24
ຮຣ. 8:3ອຟຊ 5:2
ຮຣ. 8:4ຮຣ 7:14
ຮຣ. 8:5ກລຊ 2:16, 17; ຮຣ 10:1
ຮຣ. 8:5ຮຣ 9:9, 24
ຮຣ. 8:5ອພຍ 25:9, 40; 26:30; ຈຊບ 8:4
ຮຣ. 8:61ຕມ 2:5
ຮຣ. 8:61ກຣ 11:25; ຮຣ 7:22; 9:15; 12:22, 24
ຮຣ. 8:6ພສ 110:4; ຣມ 8:17
ຮຣ. 8:7ຮຣ 7:11, 18
ຮຣ. 8:9ອພຍ 12:51
ຮຣ. 8:10ຣມ 2:29
ຮຣ. 8:102ກຣ 6:16
ຮຣ. 8:12ຢຣມ 31:31-34
ຮຣ. 8:13ຣມ 10:4; ຮຣ 7:12
ຮຣ. 8:13ກລຊ 2:13, 14
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
ຄຳພີໄບເບິນສະບັບແປໂລກໃໝ່
ເຮັບເຣີ 8:1-13

ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ

8 ຈຸດ​ສຳຄັນ​ຂອງ​ເລື່ອງ​ທີ່​ພວກ​ເຮົາ​ກຳລັງ​ເວົ້າ​ເຖິງ​ແມ່ນ ປະໂລຫິດ​ໃຫຍ່​ຂອງ​ພວກ​ເຮົາ​ເປັນ​ແບບ​ນີ້.+ ເພິ່ນ​ນັ່ງ​ເບື້ອງ​ຂວາ​ບັນລັງ​ຂອງ​ພະເຈົ້າ​ອົງ​ຍິ່ງໃຫຍ່​ໃນ​ສະຫວັນ+ 2 ເປັນ​ຜູ້​ຮັບໃຊ້​ໃນ​ບ່ອນ​ບໍລິສຸດ*+​ແລະ​ໃນ​ເຕັ້ນ​ແທ້​ໆ​ທີ່​ພະ​ເຢໂຫວາ*​ຕັ້ງ​ໄວ້ ບໍ່​ແມ່ນ​ມະນຸດ. 3 ປະໂລຫິດ​ໃຫຍ່​ທຸກ​ຄົນ​ຖືກ​ແຕ່ງຕັ້ງ​ໄວ້​ເພື່ອ​ມອບ​ເຄື່ອງ​ບູຊາ​ຕ່າງ​ໆ​ແລະ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະເຈົ້າ. ດັ່ງນັ້ນ ປະໂລຫິດ​ໃຫຍ່​ຜູ້​ນີ້​ກໍ​ຕ້ອງ​ມີ​ເຄື່ອງ​ບູຊາ​ທີ່​ມອບ​ໃຫ້​ພະເຈົ້າ​ຄື​ກັນ.+ 4 ຖ້າ​ເພິ່ນ​ຢູ່​ໃນ​ໂລກ ເພິ່ນ​ກໍ​ຄື​ຊິ​ບໍ່​ໄດ້​ເປັນ​ປະໂລຫິດ+ ຍ້ອນ​ມີ​ຄົນ​ເຮັດ​ໜ້າທີ່​ມອບ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຕາມ​ກົດໝາຍ​ຂອງ​ໂມເຊ​ຢູ່​ແລ້ວ. 5 ຄົນ​ເຫຼົ່າ​ນັ້ນ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃນ​ສະຖານ​ທີ່​ເຊິ່ງ​ເປັນ​ແບບ​ຈຳລອງ​ແລະ​ເປັນ​ເງົາ+​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ.+ ຄື​ກັບ​ຕອນ​ທີ່​ໂມເຊ​ຈະ​ສ້າງ​ເຕັ້ນ ພະເຈົ້າ​ສັ່ງ​ລາວ​ວ່າ: “ໃຫ້​ເຮັດ​ທຸກ​ຢ່າງ​ຕາມ​ແບບ​ທີ່​ເຮົາ​ໃຫ້​ເຈົ້າ​ເຫັນ​ຢູ່​ເທິງ​ພູ​ນີ້.”+ 6 ແຕ່​ຕອນນີ້ ພະ​ເຢຊູ​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ​ວຽກ​ຮັບໃຊ້​ທີ່​ຍິ່ງໃຫຍ່​ກວ່າ ຍ້ອນ​ເພິ່ນ​ເປັນ​ຄົນ​ກາງ+​ຂອງ​ສັນຍາ​ທີ່​ດີ​ກວ່າ+ ເຊິ່ງ​ເຮັດ​ຂຶ້ນ​ຕາມ​ກົດໝາຍ​ໂດຍ​ອາໄສ​ຄຳ​ສັນຍາ​ຕ່າງ​ໆ​ທີ່​ດີ​ກວ່າ.+

7 ຖ້າ​ສັນຍາ​ທຳອິດ​ບໍ່​ມີ​ຂໍ້ບົກ​ພ່ອງ ກໍ​ບໍ່​ຕ້ອງ​ມີ​ສັນຍາ​ທີ 2.+ 8 ແຕ່​ພະເຈົ້າ​ເຫັນ​ຂໍ້​ບົກ​ພ່ອງ​ຂອງ​ຊົນຊາດ​ນີ້​ຍ້ອນ​ພະຄຳພີ​ບອກ​ໄວ້​ວ່າ: “ພະ​ເຢໂຫວາ*​ບອກ​ວ່າ ‘ອີກ​ຈັກ​ໜ້ອຍ ເຮົາ​ຈະ​ເຮັດ​ສັນຍາ​ໃໝ່​ກັບ​ຄົນ​ອິດສະຣາເອນ​ແລະ​ຄົນ​ຢູດາ. 9 ສັນຍາ​ນີ້​ຈະ​ບໍ່​ຄື​ກັບ​ສັນຍາ​ທີ່​ເຮົາ​ເຄີຍ​ເຮັດ​ກັບ​ປູ່ຍ່າ​ຕານາຍ​ຂອງ​ເຂົາເຈົ້າ​ຕອນ​ທີ່​ເຮົາ​ຈູງ​ມື​ຄົນ​ເຫຼົ່າ​ນັ້ນ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ.+ ເຮົາ​ເຊົາ​ສົນໃຈ​ເຂົາເຈົ້າ​ຍ້ອນ​ເຂົາເຈົ້າ​ບໍ່​ເຮັດ​ຕາມ​ທີ່​ສັນຍາ​ກັບ​ເຮົາ.’ ພະ​ເຢໂຫວາ*​ເວົ້າ​ໄວ້​ແບບ​ນັ້ນ.

10 ພະ​ເຢໂຫວາ*​ບອກ​ວ່າ ‘ນີ້​ແມ່ນ​ຄຳ​ສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ຄົນ​ອິດສະຣາ​ເອນ​ຫຼັງ​ຈາກ​ສັນຍາ​ທີ່​ເຮົາ​ເຄີຍ​ເຮັດ​ແຕ່​ກີ້. ເຮົາ​ຈະ​ເອົາ​ກົດໝາຍ​ຂອງ​ເຮົາ​ໃສ່​ໄວ້​ໃນ​ຄວາມ​ຄິດ​ຂອງ​ເຂົາເຈົ້າ ແລະ​ເຮົາ​ຈະ​ຂຽນ​ກົດໝາຍ​ຂອງ​ເຮົາ​ໄວ້​ໃນ​ໃຈ​ຂອງ​ເຂົາເຈົ້າ.+ ແລ້ວ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ ແລະ​ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.+

11 ເຂົາເຈົ້າ​ຈະ​ບໍ່​ຕ້ອງ​ສອນຄົນ​ຊາດ​ດຽວ​ກັນຫຼື​ອ້າຍ​ນ້ອງ​ຂອງ​ໂຕເອງ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ*​ອີກ ຍ້ອນ​ເຂົາເຈົ້າ​ທຸກ​ຄົນ​ຕັ້ງແຕ່​ຜູ້​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ຈະ​ຮູ້​ຈັກ​ເຮົາ. 12 ເຮົາ​ຈະ​ຍົກໂທດ​ໃຫ້​ເຂົາເຈົ້າ​ທີ່​ເຮັດ​ຊົ່ວ ແລະ​ເຮົາ​ຈະ​ບໍ່​ຈື່​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ​ອີກ​ຕໍ່​ໄປ.’”+

13 ເມື່ອ​ເພິ່ນ​ເວົ້າ​ເຖິງ “ສັນຍາ​ໃໝ່” ເພິ່ນ​ກໍ​ເຮັດ​ໃຫ້​ສັນຍາ​ເກົ່າ​ຫຼ້າ​ສະໄໝ.+ ສິ່ງ​ທີ່​ຫຼ້າ​ສະໄໝ​ແລະ​ເກົ່າ​ລົງ​ເລື້ອຍ​ໆ​ໃກ້​ຈະ​ສາບ​ສູນ​ໄປ​ແລ້ວ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌