ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 31
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ໂມເຊ​ກຳລັງ​ຈະ​ຕາຍ (1-8)

      • ອ່ານ​ກົດ​ໝາຍ​ໃຫ້​ປະຊາຊົນ​ຟັງ (9-13)

      • ໂຢຊວຍ​ຖືກ​ແຕ່ງຕັ້ງ (14, 15)

      • ບອກ​ລ່ວງ​ໜ້າ​ວ່າ​ພວກ​ອິດສະຣາເອນ​ຈະ​ບໍ່​ສັດຊື່ (16-30)

        • ເພງ​ທີ່​ຈະ​ສອນ​ໃຫ້​ພວກ​ອິດສະຣາເອນ​ຮ້ອງ (19, 22, 30)

ພະບັນຍັດ 31:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:7; ພບຍ 34:7; ກຈກ 7:23
  • +ຈຊບ 20:12; ພບຍ 3:27

ພະບັນຍັດ 31:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:3
  • +ຈຊບ 27:18; ພບຍ 3:28; ຢຊ 1:2

ພະບັນຍັດ 31:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:23, 24
  • +ຈຊບ 21:33, 35
  • +ອພຍ 23:23

ພະບັນຍັດ 31:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 33:52; ພບຍ 7:2, 24; 20:16

ພະບັນຍັດ 31:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 1:6; ພສ 27:14; 118:6
  • +ຈຊບ 14:9; ພບຍ 7:18
  • +ພບຍ 4:31; ຢຊ 1:5; ຮຣ 13:5

ພະບັນຍັດ 31:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 10:25
  • +ພບຍ 1:38

ພະບັນຍັດ 31:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 33:14
  • +ຢຊ 1:9

ພະບັນຍັດ 31:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:27

ພະບັນຍັດ 31:10

ໄຂເງື່ອນ

  • *

    ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 15:1
  • +ລລວ 23:34

ພະບັນຍັດ 31:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:16
  • +ນຮຢ 8:7

ພະບັນຍັດ 31:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:10; ຮຣ 10:25

ພະບັນຍັດ 31:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 6:6, 7; ອຟຊ 6:4
  • +ພບຍ 30:16

ພະບັນຍັດ 31:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 27:13
  • +ພບຍ 3:28

ພະບັນຍັດ 31:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 33:9; 40:38

ພະບັນຍັດ 31:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:17; ພສ 106:37-39
  • +1ກສ 11:33
  • +ຜຕສ 2:12, 20

ພະບັນຍັດ 31:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 29:20
  • +1ຂຄ 28:9; 2ຂຄ 15:2; 24:20
  • +ພບຍ 32:20; ພສ 104:29; ອຊກ 39:23
  • +ນຮຢ 9:27
  • +ຜຕສ 6:13

ພະບັນຍັດ 31:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 59:2

ພະບັນຍັດ 31:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:30; 32:44
  • +ພບຍ 4:9; 11:19
  • +ພບຍ 31:21

ພະບັນຍັດ 31:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:18
  • +ອພຍ 3:8; ຈຊບ 13:26, 27
  • +ນຮຢ 9:25
  • +ອພຍ 24:7; ພບຍ 8:12-14; 29:1; ນຮຢ 9:26

ພະບັນຍັດ 31:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:59
  • +ອພຍ 16:4

ພະບັນຍັດ 31:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 27:18; ພບຍ 31:14
  • +ຢຊ 1:6, 9
  • +ພບຍ 1:38; 3:28

ພະບັນຍັດ 31:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:27

ພະບັນຍັດ 31:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 17:18; 2ຂຄ 34:14
  • +1ກສ 8:9

ພະບັນຍັດ 31:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:24; ນຮຢ 9:26
  • +ອພຍ 32:9; ພສ 78:8

ພະບັນຍັດ 31:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:19

ພະບັນຍັດ 31:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:19
  • +ພບຍ 28:15

ພະບັນຍັດ 31:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:44

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 31:2ອພຍ 7:7; ພບຍ 34:7; ກຈກ 7:23
ພບຍ. 31:2ຈຊບ 20:12; ພບຍ 3:27
ພບຍ. 31:3ພບຍ 9:3
ພບຍ. 31:3ຈຊບ 27:18; ພບຍ 3:28; ຢຊ 1:2
ພບຍ. 31:4ຈຊບ 21:23, 24
ພບຍ. 31:4ຈຊບ 21:33, 35
ພບຍ. 31:4ອພຍ 23:23
ພບຍ. 31:5ຈຊບ 33:52; ພບຍ 7:2, 24; 20:16
ພບຍ. 31:6ຢຊ 1:6; ພສ 27:14; 118:6
ພບຍ. 31:6ຈຊບ 14:9; ພບຍ 7:18
ພບຍ. 31:6ພບຍ 4:31; ຢຊ 1:5; ຮຣ 13:5
ພບຍ. 31:7ຢຊ 10:25
ພບຍ. 31:7ພບຍ 1:38
ພບຍ. 31:8ອພຍ 33:14
ພບຍ. 31:8ຢຊ 1:9
ພບຍ. 31:9ອພຍ 34:27
ພບຍ. 31:10ພບຍ 15:1
ພບຍ. 31:10ລລວ 23:34
ພບຍ. 31:11ພບຍ 16:16
ພບຍ. 31:11ນຮຢ 8:7
ພບຍ. 31:12ພບຍ 4:10; ຮຣ 10:25
ພບຍ. 31:13ພບຍ 6:6, 7; ອຟຊ 6:4
ພບຍ. 31:13ພບຍ 30:16
ພບຍ. 31:14ຈຊບ 27:13
ພບຍ. 31:14ພບຍ 3:28
ພບຍ. 31:15ອພຍ 33:9; 40:38
ພບຍ. 31:16ຜຕສ 2:17; ພສ 106:37-39
ພບຍ. 31:161ກສ 11:33
ພບຍ. 31:16ຜຕສ 2:12, 20
ພບຍ. 31:17ພບຍ 29:20
ພບຍ. 31:171ຂຄ 28:9; 2ຂຄ 15:2; 24:20
ພບຍ. 31:17ພບຍ 32:20; ພສ 104:29; ອຊກ 39:23
ພບຍ. 31:17ນຮຢ 9:27
ພບຍ. 31:17ຜຕສ 6:13
ພບຍ. 31:18ອຊຢ 59:2
ພບຍ. 31:19ພບຍ 31:30; 32:44
ພບຍ. 31:19ພບຍ 4:9; 11:19
ພບຍ. 31:19ພບຍ 31:21
ພບຍ. 31:20ປຖກ 15:18
ພບຍ. 31:20ອພຍ 3:8; ຈຊບ 13:26, 27
ພບຍ. 31:20ນຮຢ 9:25
ພບຍ. 31:20ອພຍ 24:7; ພບຍ 8:12-14; 29:1; ນຮຢ 9:26
ພບຍ. 31:21ພບຍ 28:59
ພບຍ. 31:21ອພຍ 16:4
ພບຍ. 31:23ຈຊບ 27:18; ພບຍ 31:14
ພບຍ. 31:23ຢຊ 1:6, 9
ພບຍ. 31:23ພບຍ 1:38; 3:28
ພບຍ. 31:24ອພຍ 34:27
ພບຍ. 31:26ພບຍ 17:18; 2ຂຄ 34:14
ພບຍ. 31:261ກສ 8:9
ພບຍ. 31:27ພບຍ 9:24; ນຮຢ 9:26
ພບຍ. 31:27ອພຍ 32:9; ພສ 78:8
ພບຍ. 31:28ພບຍ 30:19
ພບຍ. 31:29ຜຕສ 2:19
ພບຍ. 31:29ພບຍ 28:15
ພບຍ. 31:30ພບຍ 32:44
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 31:1-30

ພະບັນຍັດ

31 ຈາກ​ນັ້ນ ໂມເຊ​ກໍ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: 2 “ຕອນ​ນີ້ ຂ້ອຍ​ອາຍຸ 120 ປີ​ແລ້ວ.+ ຕໍ່​ໄປ ຂ້ອຍ​ຊິ​ບໍ່​ໄດ້​ນຳ​ໜ້າ​ພວກ​ເຈົ້າ​ອີກ​ແລ້ວ ເພາະ​ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ເຈົ້າ​ຊິ​ບໍ່​ໄດ້​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ.’+ 3 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ຜູ້​ນຳ​ໜ້າ​ພວກ​ເຈົ້າ. ເພິ່ນ​ຈະ​ທຳລາຍ​ຊາດ​ຕ່າງ​ໆ​ ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ຈາກ​ແຜ່ນດິນ​ທີ່​ພວກ​ເຈົ້າ​ຈະ​ເຂົ້າ​ໄປ​ຍຶດ​ເອົາ.+ ຄື​ກັບ​ທີ່​ພະ​ເຢໂຫວາ​ບອກ​ໄວ້ ໂຢຊວຍ​ຈະ​ເປັນ​ຜູ້​ນຳ​ພາ​ພວກ​ເຈົ້າ​ຂ້າມ​ແມ່​ນ້ຳ​ໄປ.+ 4 ພະ​ເຢໂຫວາ​ຈະ​ທຳລາຍ​ຊາດ​ຕ່າງ​ໆ​ນັ້ນ​ຄື​ກັບ​ທີ່​ເພິ່ນ​ທຳລາຍ​ສີໂຮນ+​ແລະ​ໂອກ+​ກະສັດ​ຂອງ​ຄົນ​ອາໂມ ພ້ອມ​ກັບ​ແຜ່ນດິນ​ຂອງ​ພວກ​ເຂົາ.+ 5 ພະ​ເຢໂຫວາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ເອົາ​ຊະນະ​ພວກ​ເຂົາ ແລະ​ພວກ​ເຈົ້າ​ຕ້ອງ​ກຳຈັດ​ພວກ​ເຂົາ​ຕາມ​ທີ່​ຂ້ອຍ​ສັ່ງ​ພວກ​ເຈົ້າ.+ 6 ໃຫ້​ກ້າຫານ​ແລະ​ເຂັ້ມແຂງ.+ ຢ່າຊູ່​ຢ້ານ​ພວກ​ເຂົາ+ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ຜູ້​ນຳ​ໜ້າ​ພວກ​ເຈົ້າ​ໄປ. ເພິ່ນ​ຈະບໍ່​ປະ​ບໍ່​ຖິ້ມພວກ​ເຈົ້າ.”+

7 ຈາກ​ນັ້ນ ໂມເຊ​ກໍ​ເອີ້ນ​ໂຢຊວຍ​ມາ ແລະ​ເວົ້າ​ກັບ​ລາວ​ຕໍ່​ໜ້າ​ພວກ​ອິດສະຣາເອນ​ວ່າ: “ໃຫ້​ກ້າຫານ​ແລະ​ເຂັ້ມແຂງ+ ເພາະ​ເຈົ້າ​ຈະ​ເປັນ​ຜູ້​ທີ່​ພາ​ປະຊາຊົນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ແລະ​ເຈົ້າ​ຈະ​ເອົາ​ແຜ່ນດິນ​ນັ້ນ​ໃຫ້​ເປັນ​ມໍລະດົກ​ຂອງ​ເຂົາ​ເຈົ້າ.+ 8 ພະ​ເຢໂຫວາ​ຈະ​ນຳ​ໜ້າ​ເຈົ້າ​ໄປ ແລະ​ເພິ່ນ​ຈະ​ຢູ່​ນຳ​ເຈົ້າ​ສະເໝີ.+ ເພິ່ນ​ຈະ​ບໍ່​ປະ​ບໍ່​ຖິ້ມ​ເຈົ້າ. ຢ່າຊູ່​ຢ້ານ.”+

9 ຈາກ​ນັ້ນ ໂມເຊ​ໄດ້​ຂຽນ​ກົດ​ໝາຍ​ນີ້+ ແລະ​ໄດ້​ເອົາ​ໃຫ້​ປະໂລຫິດ​ຄົນ​ເລວີ​ທີ່​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ກັບ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ທຸກ​ຄົນ. 10 ໂມເຊ​ສັ່ງ​ເຂົາ​ເຈົ້າ​ວ່າ: “ທຸກ​ໆ​ 7 ປີ​ທີ່​ກົງ​ກັບ​ປີ​ທີ່​ຕ້ອງ​ຍົກ​ໜີ້+ຕອນ​ທີ່​ມີ​ເທດສະການ​ປຸກ​ຕູບ*+ 11 ເມື່ອ​ພວກ​ອິດສະຣາເອນ​ທຸກ​ຄົນ​ໄດ້​ມາ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ+​ພະເຈົ້າ​ຂອງ​ພວກ​ເຈົ້າ​ໃນ​ບ່ອນ​ທີ່​ເພິ່ນ​ໄດ້​ເລືອກ​ໄວ້ ພວກ​ເຈົ້າ​ຕ້ອງ​ອ່ານ​ກົດ​ໝາຍ​ນີ້​ໃຫ້​ເຂົາ​ເຈົ້າ​ຟັງ.+ 12 ໃຫ້​ປະຊາຊົນ​ມາ​ລວມ​ໂຕ​ກັນ+ ທັງ​ຜູ້​ຊາຍ ຜູ້​ຍິງ ເດັກ​ນ້ອຍ ແລະ​ຄົນ​ຕ່າງ​ຊາດ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ຟັງ​ແລະ​ຮຽນ​ຮູ້​ທີ່​ຈະ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລະ​ເຮັດ​ຕາມ​ກົດ​ໝາຍ​ທັງ​ໝົດ​ນີ້​ຢ່າງ​ເຄັ່ງ​ຄັດ. 13 ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ທີ່​ຍັງ​ບໍ່​ຮູ້ຈັກ​ກົດ​ໝາຍ​ນີ້​ກໍ​ຈະ​ໄດ້​ຟັງ+ ແລະ​ຮຽນ​ຮູ້​ທີ່​ຈະ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕະຫຼອດ​ເວລາ​ທີ່​ຢູ່​ໃນ​ແຜ່ນດິນ​ທີ່​ພວກ​ເຈົ້າ​ຈະ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ຍຶດ​ເອົາ​ນັ້ນ.”+

14 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ອີກ​ບໍ່​ດົນ​ເຈົ້າ​ກໍ​ຈະ​ຕາຍ.+ ໃຫ້​ເຈົ້າ​ເອີ້ນ​ໂຢຊວຍ​ມາ ແລະ​ພາ​ລາວ​ໄປ​ທີ່​ເຕັ້ນ​ຂໍ​ການ​ຊີ້ນຳ​ເພື່ອ​ເຮົາ​ຈະ​ໄດ້​ແຕ່ງຕັ້ງ​ລາວ.”+ ແລ້ວ​ໂມເຊ​ກັບ​ໂຢຊວຍ​ກໍໄປ​ທີ່​ເຕັ້ນ​ຂໍ​ການ​ຊີ້ນຳ. 15 ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ມາ​ຢູ່​ໃນ​ເສົາ​ຂີ້ເຝື້ອ​ທີ່​ຢູ່​ຕໍ່​ໜ້າທາງເຂົ້າ​ເຕັ້ນຂໍ​ການ​ຊີ້ນຳ.+

16 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ອີກ​ບໍ່​ດົນ​ເຈົ້າ​ກໍ​ຈະ​ຕາຍ ແລະ​ພວກ​ນີ້​ກໍ​ຈະ​ບໍ່​ສັດຊື່​ຕໍ່​ເຮົາ. ເຂົາ​ເຈົ້າຈະ​ນະມັດສະການ​ພະເຈົ້າ​ຂອງ​ຊາດ​ຕ່າງ​ໆ​ໃນ​ແຜ່ນດິນ​ທີ່​ເຂົາ​ເຈົ້າ​ຈະ​ເຂົ້າ​ໄປ​ຢູ່.+ ເຂົາ​ເຈົ້າ​ຈະ​ຖິ້ມ​ເຮົາ+ ແລະ​ບໍ່​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ເຂົາ​ເຈົ້າ.+ 17 ຕອນ​ນັ້ນ ເຮົາ​ຈະ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ+ ແລະ​ເຮົາ​ຈະ​ຖິ້ມ​ເຂົາ​ເຈົ້າ.+ ເຮົາ​ຈະ​ປິ່ນ​ໜ້າ​ໜີ​ຈາກ​ເຂົາ​ເຈົ້າ+ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ. ຫຼັງ​ຈາກ​ທີ່​ເຈິ​ກັບ​ຄວາມ​ຈິບຫາຍ​ແລະ​ຄວາມທຸກ​ລຳບາກ​ຫຼາຍ​ຢ່າງ+ ເຂົາ​ເຈົ້າ​ກໍ​ຈະ​ເວົ້າ​ວ່າ ‘ຍ້ອນ​ພະເຈົ້າ​ຂອງ​ພວກ​ເຮົາ​ບໍ່​ໄດ້​ຢູ່​ນຳ​ພວກ​ເຮົາ​ແລ້ວ​ບໍ ພວກ​ເຮົາ​ຈຶ່ງ​ເຈິ​ກັບ​ຄວາມ​ຈິບຫາຍ​ແບບ​ນີ້?’+ 18 ແຕ່​ຕອນ​ນັ້ນ ເຮົາ​ກໍ​ຈະປິ່ນ​ໜ້າ​ໜີຈາກ​ເຂົາ​ເຈົ້າ ຍ້ອນ​ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ຊົ່ວ​ໂດຍ​ໄປ​ນະມັດສະການ​ພະເຈົ້າ​ອື່ນ​ໆ​.+

19 ຕອນ​ນີ້ ໃຫ້​ເຈົ້າ​ຂຽນ​ເພງ+ ແລະ​ສອນ​ພວກ​ອິດສະຣາເອນ​ໃຫ້​ຮ້ອງ​ໄດ້​ຈົນ​ຈື່​ຂຶ້ນ​ໃຈ.+ ເພງ​ນີ້​ຈະ​ເຕືອນ​ເຂົາ​ເຈົ້າ​ວ່າຖ້າ​ບໍ່​ເຊື່ອ​ຟັງ​ພະເຈົ້າ ເຂົາ​ເຈົ້າ​ຈະ​ເປັນ​ແນວ​ໃດ.+ 20 ເມື່ອ​ເຮົາ​ພາ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ+ ເຊິ່ງ​ເປັນ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ+ ແລະ​ເມື່ອ​ເຂົາ​ເຈົ້າ​ໄດ້​ກິນ​ຈົນ​ອີ່ມ​ແລະ​ຈະເລີນ​ຮຸ່ງ​ເຮືອງ​ແລ້ວ+ ເຂົາ​ເຈົ້າ​ກໍ​ຈະ​ໄປ​ຂາບ​ໄຫວ້​ແລະ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ບໍ່​ໄດ້​ນັບ​ຖື​ເຮົາ ແລະ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ເຮົາ.+ 21 ເມື່ອ​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ແລະ​ຄວາມທຸກ​ລຳບາກ​ຫຼາຍ​ຢ່າງ+ ເພງ​ນີ້​ກໍ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຄິດເຖິງ​ຄຳ​ເຕືອນ​ຂອງ​ເຮົາ (ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ບໍ່​ຄວນ​ລືມ​ເພງ​ນີ້.) ເພາະ​ເຮົາ​ຮູ້​ຢູ່​ແລ້ວ​ວ່າເຂົາ​ເຈົ້າ​ຄິດ​ແນວ​ໃດ+ ກ່ອນ​ທີ່​ເຮົາ​ຈະ​ພາ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ໄດ້​ສັນຍາ​ຊ້ຳ.”

22 ໂມເຊ​ຈຶ່ງ​ຂຽນ​ເພງ​ນີ້​ໃນ​ມື້​ນັ້ນ ແລະ​ໄດ້​ສອນ​ພວກ​ອິດສະຣາເອນ​ໃຫ້​ຮ້ອງ​ເພງ​ນີ້.

23 ຈາກ​ນັ້ນ ພະເຈົ້າ​ໄດ້​ແຕ່ງຕັ້ງໂຢຊວຍ+​ລູກ​ຊາຍ​ຂອງ​ນູນ ແລ້ວ​ເວົ້າ​ວ່າ: “ໃຫ້​ກ້າຫານ​ແລະ​ເຂັ້ມແຂງ+ ເພາະ​ເຈົ້າ​ຈະ​ເປັນ​ຜູ້​ທີ່​ຈະ​ພາ​ພວກ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ+ ແລະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ​ສະເໝີ.”

24 ເມື່ອ​ໂມເຊ​ຂຽນ​ກົດ​ໝາຍ​ທັງ​ໝົດ​ໃສ່​ໃນ​ປຶ້ມ​ແລ້ວ​ໆ​+ 25 ລາວ​ກໍ​ບອກ​ພວກເລວີ​ທີ່​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ວ່າ: 26 “ໃຫ້​ເອົາ​ປຶ້ມ​ກົດ​ໝາຍ​ນີ້+ໄປ​ວາງ​ໄວ້​ຢູ່​ທາງ​ຂ້າງ​ຫີບ​ສັນຍາ+ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. ປຶ້ມ​ນີ້​ຈະເປັນ​ຫຼັກ​ຖານທີ່​ພະເຈົ້າ​ຈະ​ໃຊ້​ເພື່ອ​ຕັດສິນ​ພວກ​ເຈົ້າ. 27 ຂ້ອຍ​ຮູ້​ດີ​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ມັກ​ກະບົດ+​ແລະ​ຫົວ​ແຂງ.+ ຂະໜາດ​ວ່າ​ຂ້ອຍ​ມີ​ຊີວິດ​ຢູ່ ພວກ​ເຈົ້າ​ຍັງ​ກະບົດ​ຕໍ່​ພະ​ເຢໂຫວາ​ຫຼາຍ​ປານ​ນີ້ ຄັນ​ຂ້ອຍ​ຕາຍ​ໄປ​ແລ້ວ ພວກ​ເຈົ້າ​ຄື​ຊິ​ເຮັດ​ຫຼາຍ​ກວ່າ​ນີ້​ອີກ! 28 ໃຫ້​ພວກ​ຫົວ​ໜ້າ​ຕະກູນ ແລະ​ຫົວ​ໜ້າ​ອື່ນ​ໆ​ທຸກ​ຄົນ​ມາ​ຫາ​ຂ້ອຍ ແລ້ວ​ຂ້ອຍ​ຈະ​ບອກ​ເຂົາ​ເຈົ້າ ແລະ​ຂ້ອຍ​ຈະ​ໃຫ້​ຟ້າ​ກັບ​ດິນ​ເປັນ​ພະຍານ​ນຳ.+ 29 ເພາະ​ຂ້ອຍ​ຮູ້​ດີ​ວ່າ​ຫຼັງ​ຈາກ​ທີ່​ຂ້ອຍ​ຕາຍ​ໄປ​ແລ້ວ ພວກ​ເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຊົ່ວ​ແທ້​ໆ​+ ແລະ​ພວກ​ເຈົ້າ​ຈະ​ບໍ່​ເຮັດ​ຕາມ​ທີ່​ຂ້ອຍ​ສັ່ງ​ໄວ້. ໃນ​ທີ່​ສຸດ ພວກ​ເຈົ້າ​ຈະ​ເຈິ​ຄວາມທຸກ​ລຳບາກ​ຫຼາຍ​ຢ່າງ+ ຍ້ອນ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ ແລະ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ.”

30 ແລ້ວ​ໂມເຊ​ກໍ​ເວົ້າ​ເນື້ອ​ເພງ​ນີ້​ໃຫ້​ພວກ​ອິດສະຣາເອນ​ຟັງ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌