ລະບຽບພວກເລວີ
27 ພະເຢໂຫວາເວົ້າກັບໂມເຊຕື່ມອີກວ່າ: 2 “ໃຫ້ບອກພວກອິດສະຣາເອນວ່າ ‘ຖ້າຜູ້ໃດສັນຍາ+ວ່າຈະເອົາເງິນໃຫ້ພະເຢໂຫວາຕາມມູນຄ່າຂອງໂຕເອງ ລາວຈະຕ້ອງໃຫ້ເງິນຕາມລາຄາດັ່ງນີ້: 3 ສຳລັບຄົນທີ່ອາຍຸ 20 ຫາ 60 ປີ ຖ້າເປັນຜູ້ຊາຍຈະຕ້ອງຈ່າຍ 50 ເຊເກນ*ຕາມມາດຕະຖານຂອງເຊເກນທີ່ໃຊ້ໃນບ່ອນບໍລິສຸດ.* 4 ຖ້າເປັນຜູ້ຍິງຈະຕ້ອງຈ່າຍ 30 ເຊເກນ.* 5 ສຳລັບຄົນທີ່ອາຍຸ 5 ຫາ 20 ປີ ຖ້າເປັນຜູ້ຊາຍຈະຕ້ອງຈ່າຍ 20 ເຊເກນ* ແຕ່ຖ້າເປັນຜູ້ຍິງຈະຕ້ອງຈ່າຍ 10 ເຊເກນ.* 6 ສຳລັບເດັກນ້ອຍຕັ້ງແຕ່ 1 ເດືອນຫາ 5 ປີ ຖ້າເປັນຜູ້ຊາຍຈະຕ້ອງຈ່າຍ 5 ເຊເກນ* ແຕ່ຖ້າເປັນຜູ້ຍິງຈະຕ້ອງຈ່າຍ 3 ເຊເກນ.*
7 ສຳລັບຄົນທີ່ອາຍຸ 60 ປີຂຶ້ນໄປ ຖ້າເປັນຜູ້ຊາຍຈະຕ້ອງຈ່າຍ 15 ເຊເກນ* ແລະຖ້າເປັນຜູ້ຍິງຈະຕ້ອງຈ່າຍ 10 ເຊເກນ.* 8 ແຕ່ຖ້າຜູ້ໃດເປັນຄົນທຸກແທ້ໆແລະຈ່າຍເງິນຕາມມູນຄ່າຂອງໂຕເອງບໍ່ໄດ້+ ຜູ້ນັ້ນຕ້ອງໄປຫາປະໂລຫິດ ແລ້ວປະໂລຫິດຈະບອກວ່າລາວຕ້ອງຈ່າຍເທົ່າໃດ. ປະໂລຫິດຈະຄິດໄລ່ລາຄາໃຫ້ຕາມທີ່ຜູ້ນັ້ນຈະຈ່າຍໄດ້.+
9 ຖ້າຜູ້ໃດສັນຍາວ່າຈະເອົາສັດທີ່ຖືວ່າສະອາດມາໃຫ້ພະເຢໂຫວາ ສັດນັ້ນຈະຖືກແຍກໄວ້ຕ່າງຫາກສຳລັບພະເຢໂຫວາ. 10 ຫ້າມປ່ຽນສັດໂຕນັ້ນກັບສັດອີກໂຕໜຶ່ງ ບໍ່ວ່າຈະດີກວ່າຫຼືຂີ້ຮ້າຍກວ່າ. ຖ້າລາວພະຍາຍາມເອົາສັດອີກໂຕໜຶ່ງມາເພື່ອຈະປ່ຽນສັດໂຕເກົ່າ ທັງໂຕໃໝ່ແລະໂຕເກົ່າຈະຖືກແຍກໄວ້ຕ່າງຫາກໃຫ້ເປັນຂອງພະເຈົ້າ. 11 ແຕ່ຖ້າສັດໂຕທີ່ລາວສັນຍາວ່າຈະເອົາມາໃຫ້ເປັນສັດທີ່ຖືວ່າບໍ່ສະອາດ+ ແລະໃຊ້ເປັນເຄື່ອງບູຊາໃຫ້ພະເຢໂຫວາບໍ່ໄດ້ ລາວຕ້ອງເອົາສັດໂຕນັ້ນມາໃຫ້ປະໂລຫິດເບິ່ງ. 12 ປະໂລຫິດຈະຕັ້ງລາຄາທີ່ເໝາະສົມ*ໃຫ້. ລາຄາຂອງສັດໂຕນັ້ນຈະເປັນຕາມທີ່ປະໂລຫິດຕັ້ງ. 13 ແຕ່ຕໍ່ມາຖ້າລາວຢາກຊື້ສັດໂຕນັ້ນຄືນ ລາວຕ້ອງຈ່າຍຕາມລາຄາທີ່ປະໂລຫິດໄດ້ຕັ້ງໄວ້ ແລະເອົາ 1 ສ່ວນ 5 ຂອງລາຄາສັດໂຕນັ້ນມາຕື່ມໃຫ້ອີກ.+
14 ຖ້າຜູ້ໃດຢາກມອບເຮືອນຂອງໂຕເອງເປັນຂອງຂວັນໃຫ້ພະເຢໂຫວາ ປະໂລຫິດຈະຕັ້ງລາຄາທີ່ເໝາະສົມໃຫ້. ລາຄາຂອງເຮືອນຫຼັງນັ້ນຈະເປັນຕາມທີ່ປະໂລຫິດຕັ້ງ.+ 15 ແຕ່ຕໍ່ມາຖ້າລາວຢາກຊື້ເຮືອນຫຼັງນັ້ນຄືນ ລາວຕ້ອງຈ່າຍຕາມລາຄາທີ່ປະໂລຫິດໄດ້ຕັ້ງໄວ້ ແລະເອົາ 1 ສ່ວນ 5 ຂອງລາຄາເຮືອນຫຼັງນັ້ນມາຕື່ມໃຫ້ອີກ ແລ້ວລາວກໍຈະໄດ້ເຮືອນນັ້ນຄືນ.
16 ຖ້າຜູ້ໃດຢາກມອບດິນຂອງໂຕເອງເປັນຂອງຂວັນໃຫ້ພະເຢໂຫວາ ລາຄາຂອງດິນຕອນນັ້ນຈະຂຶ້ນຢູ່ກັບວ່າເນື້ອທີ່ດິນຫວ່ານແນວປູກເຂົ້າບາເລໄດ້ຫຼາຍໜ້ອຍສ່ຳໃດ. ລາຄາທີ່ຕັ້ງໄວ້ແມ່ນ 50 ເຊເກນ*ຕໍ່ແນວປູກເຂົ້າບາເລ 1 ໂຮເມີ.* 17 ຖ້າລາວຈະມອບດິນຕອນນັ້ນໃຫ້ໃນປີແຫ່ງອິດສະຫຼະ+ ລາຄາດິນກໍຈະເປັນໄປຕາມລາຄາເຕັມທີ່ໄດ້ຕັ້ງໄວ້ນັ້ນ. 18 ແຕ່ຖ້າລາວມອບດິນຕອນນັ້ນໃຫ້ຫຼັງຈາກປີແຫ່ງອິດສະຫຼະ ປະໂລຫິດຈະຄິດໄລ່ລາຄາຕາມຈຳນວນປີທີ່ເຫຼືອກ່ອນຈະຮອດປີແຫ່ງອິດສະຫຼະເທື່ອຕໍ່ໄປ. ລາຄານີ້ຈະໜ້ອຍກວ່າລາຄາເຕັມທີ່ໄດ້ຕັ້ງໄວ້.+ 19 ແຕ່ຕໍ່ມາຖ້າລາວຢາກຊື້ດິນຕອນນັ້ນຄືນ ລາວຕ້ອງຈ່າຍຕາມລາຄາທີ່ປະໂລຫິດໄດ້ຕັ້ງໄວ້ ແລະເອົາ 1 ສ່ວນ 5 ຂອງລາຄາດິນຕອນນັ້ນມາຕື່ມໃຫ້ອີກ ແລ້ວລາວກໍຈະໄດ້ດິນຕອນນັ້ນຄືນ. 20 ຖ້າລາວບໍ່ຊື້ດິນຕອນນັ້ນຄືນແລ້ວມີຄົນອື່ນມາຊື້ໄປ ເຈົ້າຂອງເກົ່າຈະຊື້ດິນຕອນນັ້ນຄືນບໍ່ໄດ້. 21 ເມື່ອຮອດປີແຫ່ງອິດສະຫຼະ ດິນຕອນນັ້ນຈະກາຍເປັນຂອງພະເຢໂຫວາ. ດິນຕອນນັ້ນຈະເປັນບ່ອນບໍລິສຸດແລະຈະກາຍເປັນຂອງປະໂລຫິດ.+
22 ຖ້າຜູ້ໃດເອົາດິນທີ່ຊື້ມາເຊິ່ງບໍ່ແມ່ນດິນມູນມອບໃຫ້ພະເຢໂຫວາເປັນຂອງຂວັນ+ 23 ປະໂລຫິດຈະຄິດໄລ່ລາຄາຕາມຈຳນວນປີທີ່ເຫຼືອກ່ອນຈະຮອດປີແຫ່ງອິດສະຫຼະເທື່ອຕໍ່ໄປ. ລາວຈະຈ່າຍເງິນໃນມື້ດຽວກັນກັບມື້ທີ່ປະໂລຫິດໄດ້ຕັ້ງລາຄາໃຫ້.+ ເງິນນັ້ນເປັນສິ່ງບໍລິສຸດສຳລັບພະເຢໂຫວາ. 24 ເມື່ອຮອດປີແຫ່ງອິດສະຫຼະ ເຈົ້າຂອງເກົ່າຈະໄດ້ດິນຕອນນັ້ນຄືນ.+
25 ເມື່ອຕັ້ງລາຄາອັນໃດກໍຕາມ ຕ້ອງເປັນຕາມມາດຕະຖານຂອງເຊເກນທີ່ໃຊ້ໃນບ່ອນບໍລິສຸດ.* ເຊເກນນັ້ນຕ້ອງເທົ່າກັບ 20 ເກຣາ.*
26 ແຕ່ສຳລັບລູກໂຕທຳອິດຂອງສັດ ຫ້າມຜູ້ໃດເອົາມາເປັນຂອງຂວັນໃຫ້ພະເຢໂຫວາ ຍ້ອນມັນເປັນຂອງເພິ່ນຢູ່ແລ້ວ.+ ບໍ່ວ່າຈະເປັນງົວນ້ອຍຫຼືແກະນ້ອຍ ພວກມັນກໍເປັນຂອງພະເຢໂຫວາຢູ່ແລ້ວ.+ 27 ແຕ່ສຳລັບລູກໂຕທຳອິດຂອງສັດທີ່ຖືວ່າບໍ່ສະອາດ ລາວສາມາດຊື້ຄືນໄດ້. ລາວຕ້ອງຈ່າຍຕາມລາຄາທີ່ປະໂລຫິດໄດ້ຕັ້ງໄວ້ ແລະເອົາ 1 ສ່ວນ 5 ຂອງລາຄາສັດໂຕນັ້ນມາຕື່ມໃຫ້ອີກ.+ ຖ້າລາວບໍ່ຊື້ຄືນ ຄົນອື່ນກໍຈະຊື້ໄດ້ຕາມລາຄາທີ່ປະໂລຫິດໄດ້ຕັ້ງໄວ້.
28 ແຕ່ຖ້າຜູ້ໃດເອົາຄົນ ສັດ ຫຼືດິນມາເປັນຂອງຂວັນໃຫ້ພະເຢໂຫວາ ແລະແຍກໄວ້ຕ່າງຫາກໃຫ້ເພິ່ນຕະຫຼອດໄປ ລາວຈະຊື້ຄືນບໍ່ໄດ້ແລະຄົນອື່ນກໍຈະຊື້ຕໍ່ບໍ່ໄດ້ຄືກັນ. ຄົນ ສັດ ຫຼືດິນນັ້ນເປັນສິ່ງທີ່ບໍລິສຸດແທ້ໆສຳລັບພະເຢໂຫວາ.+ 29 ສ່ວນຄົນທີ່ພະເຈົ້າຕັດສິນວ່າຕ້ອງຕາຍ* ຄົນນັ້ນຈະຖືກໄຖ່ຄືນບໍ່ໄດ້.+ ລາວຈະຕ້ອງຕາຍແນ່ນອນ.+
30 ຜົນລະປູກທີ່ໄດ້ຈາກດິນແລະໝາກໄມ້ທີ່ໄດ້ຈາກຕົ້ນ 1 ສ່ວນ 10+ ເປັນຂອງພະເຢໂຫວາ. ສ່ວນນັ້ນເປັນສິ່ງບໍລິສຸດສຳລັບພະເຢໂຫວາ. 31 ຖ້າຜູ້ໃດຢາກຊື້ຜົນລະປູກ 1 ສ່ວນ 10 ນັ້ນຄືນ ລາວຕ້ອງຈ່າຍຕາມລາຄາຂອງຜົນລະປູກ ແລະເອົາ 1 ສ່ວນ 5 ຂອງລາຄານັ້ນມາຕື່ມໃຫ້ອີກ. 32 ເຈົ້າຕ້ອງເອົາ 1 ສ່ວນ 10 ຂອງຝູງງົວ ຝູງແກະ ແລະຝູງແບ້ໃຫ້ພະເຢໂຫວາ. ເມື່ອນັບສັດ*ໃນຝູງສັດຂອງເຈົ້າ ທຸກໆ 10 ໂຕໃຫ້ແຍກເອົາໂຕທີ 10 ໄວ້ຕ່າງຫາກເພື່ອເອົາໃຫ້ພະເຈົ້າ. 33 ບໍ່ໃຫ້ກວດເບິ່ງວ່າໂຕນັ້ນດີຫຼືບໍ່ດີ ແລະບໍ່ໃຫ້ເອົາໂຕອື່ນມາປ່ຽນແທນ. ຖ້າລາວພະຍາຍາມຈະເອົາອີກໂຕໜຶ່ງມາປ່ຽນໂຕເກົ່າ ທັງໂຕໃໝ່ແລະໂຕເກົ່າຈະຖືກແຍກໄວ້ຕ່າງຫາກໃຫ້ເປັນຂອງພະເຈົ້າ.+ ຫ້າມລາວຊື້ສັດໂຕນັ້ນຄືນ.’”
34 ນີ້ແມ່ນຄຳສັ່ງທີ່ພະເຢໂຫວາໃຫ້ພວກອິດສະຣາເອນຜ່ານທາງໂມເຊຢູ່ພູຊີນາຍ.+