ກິດຈະການຂອງອັກຄະສາວົກ
7 ປະໂລຫິດໃຫຍ່ຖາມວ່າ: “ເລື່ອງທັງໝົດນີ້ເປັນຄວາມຈິງບໍ?” 2 ຊະເຕຟາໂນກໍເວົ້າວ່າ: “ພີ່ນ້ອງຂອງຂ້ອຍແລະພໍ່*ເອີ້ຍ ຂໍຟັງຂ້ອຍກ່ອນ. ພະເຈົ້າຜູ້ຍິ່ງໃຫຍ່ໄດ້ມາຫາອັບຣາຮາມປູ່ຍ່າຕານາຍຂອງພວກເຮົາຕອນທີ່ລາວຢູ່ເມໂຊໂປຕາເມຍກ່ອນທີ່ຈະຍ້າຍໄປຢູ່ເມືອງຮາຣານ.+ 3 ເພິ່ນບອກອັບຣາຮາມວ່າ ‘ໃຫ້ເຈົ້າອອກໄປຈາກແຜ່ນດິນນີ້ ໄປຈາກຍາດຕິພີ່ນ້ອງຂອງເຈົ້າ ແລະໄປອີກແຜ່ນດິນໜຶ່ງທີ່ເຮົາຈະໃຫ້ເຈົ້າເຫັນ.’+ 4 ອັບຣາຮາມຈຶ່ງອອກຈາກແຜ່ນດິນຂອງຄົນການເດອາແລ້ວໄປຢູ່ເມືອງຮາຣານ. ຫຼັງຈາກທີ່ພໍ່ຂອງລາວຕາຍ+ ພະເຈົ້າກໍໃຫ້ອັບຣາຮາມອອກຈາກບ່ອນນັ້ນແລ້ວມາຢູ່ແຜ່ນດິນທີ່ພວກເຈົ້າອາໄສຢູ່ຕອນນີ້.+ 5 ຕອນນັ້ນ ເພິ່ນຍັງບໍ່ໄດ້ໃຫ້ອັບຣາຮາມມີດິນໃນແຜ່ນດິນນັ້ນເປັນມໍລະດົກແມ່ນແຕ່ສ່ຳຝາຕີນດຽວ ແຕ່ເພິ່ນສັນຍາວ່າຈະເອົາແຜ່ນດິນນີ້ໃຫ້ລາວແລະລູກຫຼານຂອງລາວ+ທັງໆທີ່ລາວຍັງບໍ່ມີລູກ. 6 ພະເຈົ້າໄດ້ບອກອີກວ່າລູກຫຼານຂອງລາວຈະໄປຢູ່ໃນແຜ່ນດິນຂອງຄົນອື່ນ. ເຂົາເຈົ້າຈະເປັນທາດຂອງພວກນັ້ນແລະຖືກກົດຂີ່ເປັນເວລາ 400 ປີ.+ 7 ພະເຈົ້າບອກອີກວ່າ ‘ເຮົາຈະຕັດສິນລົງໂທດຊາດທີ່ບັງຄັບເຂົາເຈົ້າໃຫ້ເປັນທາດ.+ ຫຼັງຈາກນັ້ນ ເຂົາເຈົ້າຈະອອກມາແລະເຮັດວຽກຮັບໃຊ້ທີ່ສັກສິດໃຫ້ເຮົາຢູ່ນີ້.’+
8 ເພິ່ນຍັງເຮັດສັນຍາກັບອັບຣາຮາມເລື່ອງການຮັບສິນຕັດ*ນຳອີກ.+ ລາວມີລູກຊາຍຊື່ອີຊາກ+ທີ່ລາວໃຫ້ຮັບສິນຕັດໃນມື້ທີ 8.+ ອີຊາກມີລູກຊາຍຊື່ຢາໂຄບ* ແລະຢາໂຄບມີລູກຊາຍ 12 ຄົນທີ່ເປັນຕົ້ນຕະກູນຂອງ 12 ຕະກູນ. 9 ພວກອ້າຍຂອງໂຢເຊັບອິດສາລາວ+ແລະຂາຍລາວໄປເປັນທາດໃນປະເທດເອຢິບ+ ແຕ່ພະເຈົ້າກໍຢູ່ກັບໂຢເຊັບ+ 10 ແລະຊ່ວຍລາວໃຫ້ພົ້ນຈາກຄວາມທຸກລຳບາກທັງໝົດ. ເພິ່ນໃຫ້ລາວມີສະຕິປັນຍາແລະເຮັດໃຫ້ກະສັດເອຢິບ*ພໍໃຈລາວ. ກະສັດເອຢິບໄດ້ແຕ່ງຕັ້ງໂຢເຊັບໃຫ້ປົກຄອງປະເທດເອຢິບແລະເບິ່ງແຍງວັງ.+ 11 ຕໍ່ມາມີຄວາມອຶດຢາກຢູ່ທົ່ວເອຢິບແລະການາອານ ເຊິ່ງເປັນຄວາມທຸກລຳບາກຄັ້ງໃຫຍ່ແລະເຮັດໃຫ້ປູ່ຍ່າຕານາຍຂອງພວກເຮົາບໍ່ມີຂອງກິນ.+ 12 ຢາໂຄບໄດ້ຍິນວ່າໃນເອຢິບມີຂອງກິນ* ລາວຈຶ່ງສົ່ງປູ່ຍ່າຕານາຍຂອງພວກເຮົາໄປເປັນເທື່ອທຳອິດ.+ 13 ເມື່ອເຂົາເຈົ້າໄປເທື່ອທີ 2 ໂຢເຊັບກໍເປີດເຜີຍໂຕເອງຕໍ່ອ້າຍນ້ອງຂອງລາວ ແລະກະສັດເອຢິບກໍໄດ້ຮູ້ຈັກຄອບຄົວຂອງໂຢເຊັບ.+ 14 ແລ້ວໂຢເຊັບກໍໃຊ້ຄົນໄປເຊີນຢາໂຄບພໍ່ຂອງລາວກັບຍາດຕິພີ່ນ້ອງມາຈາກການາອານ+ ລວມທັງໝົດ 75 ຄົນ.+ 15 ຢາໂຄບຈຶ່ງໄປຢູ່ເອຢິບ+ແລະຕາຍຢູ່ຫັ້ນ.+ ປູ່ຍ່າຕານາຍຄົນອື່ນໆຂອງພວກເຮົາກໍຕາຍຢູ່ຫັ້ນຄືກັນ.+ 16 ສົບຂອງເຂົາເຈົ້າຖືກພາກັບໄປເມືອງເຊເຄັມ ແລ້ວເອົາໄປໄວ້ໃນບ່ອນຝັງສົບທີ່ອັບຣາຮາມຊື້ຈາກພວກລູກຊາຍຂອງຮາໂມໃນເມືອງເຊເຄັມ.+
17 ເມື່ອໃກ້ຈະຮອດຕອນທີ່ຄຳສັນຍາທີ່ພະເຈົ້າເຮັດກັບອັບຣາຮາມຈະເກີດຂຶ້ນແທ້ ລູກຫຼານຂອງຢາໂຄບກໍມີຫຼາຍຂຶ້ນໃນເອຢິບ. 18 ແລ້ວກະສັດອີກອົງໜຶ່ງກໍຂຶ້ນມາປົກຄອງເອຢິບ. ລາວບໍ່ເຄີຍຮູ້ຈັກໂຢເຊັບເລີຍ.+ 19 ລາວວາງແຜນທຳລາຍຊົນຊາດຂອງພວກເຮົາ ແລະບັງຄັບປູ່ຍ່າຕານາຍຂອງພວກເຮົາໃຫ້ຖິ້ມລູກນ້ອຍໆຂອງໂຕເອງໃຫ້ຕາຍ.+ 20 ໂມເຊເກີດໃນໄລຍະນັ້ນ ພະເຈົ້າຖືວ່າລາວເປັນເດັກນ້ອຍທີ່ໜ້າຮັກຫຼາຍ.* ລາວຖືກລ້ຽງໃນເຮືອນພໍ່ຂອງລາວ 3 ເດືອນ.+ 21 ເມື່ອລາວຖືກເອົາໄປຖິ້ມ+ ລູກສາວຂອງກະສັດເອຢິບໄດ້ເອົາລາວໄປລ້ຽງເປັນລູກ.+ 22 ໂມເຊຈຶ່ງໄດ້ຮັບການສອນວິຊາຄວາມຮູ້ທຸກຢ່າງຂອງຄົນເອຢິບ. ລາວເກັ່ງຫຼາຍທັງໃນການເວົ້າແລະການເຮັດວຽກຕ່າງໆ.+
23 ຕອນໂມເຊອາຍຸ 40 ປີ ລາວຢາກ*ໄປເບິ່ງຄວາມເປັນຢູ່ຂອງຄົນອິດສະຣາເອນທີ່ເປັນຄົນຊາດດຽວກັນກັບລາວ.+ 24 ເມື່ອໂມເຊເຫັນຄົນອິດສະຣາເອນຜູ້ໜຶ່ງຖືກຂົ່ມເຫງ ລາວກໍເຂົ້າໄປຊ່ວຍແລະຂ້າຄົນເອຢິບທີ່ທຳຮ້າຍຜູ້ນັ້ນເພື່ອແກ້ແຄ້ນໃຫ້. 25 ໂມເຊຄິດວ່າຄົນຊາດດຽວກັນກັບລາວຄືຊິເຂົ້າໃຈວ່າພະເຈົ້າໄດ້ໃຊ້ລາວໃຫ້ມາຊ່ວຍປົດປ່ອຍເຂົາເຈົ້າ ແຕ່ເຂົາເຈົ້າບໍ່ໄດ້ຄິດແບບນັ້ນ. 26 ມື້ຕໍ່ມາ ໂມເຊໄປຫາຄົນອິດສະຣາເອນແລະເຫັນ 2 ຄົນກຳລັງຕີກັນ ລາວຈຶ່ງພະຍາຍາມຊ່ວຍເຂົາເຈົ້າໃຫ້ຄືນດີກັນໂດຍບອກວ່າ ‘ພວກເຈົ້າເປັນພີ່ນ້ອງກັນ ເປັນຫຍັງຈຶ່ງຕີກັນ?’ 27 ແຕ່ຄົນທີ່ກຳລັງຕີໝູ່ຢູ່ນັ້ນໄດ້ຊຸກໂມເຊອອກ ແລະເວົ້າວ່າ ‘ແມ່ນໃຜແຕ່ງຕັ້ງໃຫ້ເຈົ້າເປັນຜູ້ນຳແລະຜູ້ຕັດສິນພວກເຮົາ? 28 ເຈົ້າຊິຂ້າຂ້ອຍຄືກັບທີ່ຂ້າຄົນເອຢິບຜູ້ນັ້ນມື້ວານນີ້ຫວະ?’ 29 ເມື່ອໂມເຊໄດ້ຍິນແບບນັ້ນ ລາວກໍໜີໄປຢູ່ແຜ່ນດິນມີດີອານຄືຄົນຕ່າງຊາດແລະໄດ້ລູກຊາຍ 2 ຄົນຢູ່ຫັ້ນ.+
30 ຫຼັງຈາກ 40 ປີຜ່ານໄປ ທູດສະຫວັນໄດ້ມາຫາໂມເຊຢູ່ຟຸ່ມໄມ້ຟຸ່ມໜຶ່ງທີ່ມີໄຟລຸກຢູ່ໃນບ່ອນກັນດານແຖວພູຊີນາຍ.+ 31 ເມື່ອໂມເຊເຫັນກໍແປກໃຈ ລາວຈຶ່ງເຂົ້າໄປເບິ່ງແລະໄດ້ຍິນສຽງຂອງພະເຢໂຫວາ*ເວົ້າວ່າ 32 ‘ເຮົາເປັນພະເຈົ້າຂອງປູ່ຍ່າຕານາຍຂອງເຈົ້າ ເປັນພະເຈົ້າຂອງອັບຣາຮາມ ອີຊາກ ແລະຢາໂຄບ.’+ ແລ້ວໂມເຊກໍຢ້ານຈົນໂຕສັ່ນແລະບໍ່ກ້າແນມເບິ່ງຟຸ່ມໄມ້. 33 ພະເຢໂຫວາ*ບອກລາວວ່າ ‘ປົດເກີບອອກ ເພາະວ່າບ່ອນທີ່ເຈົ້າຢືນຢູ່ນີ້ເປັນບ່ອນບໍລິສຸດ. 34 ເຮົາເຫັນແລ້ວວ່າຄົນຂອງເຮົາທີ່ຢູ່ໃນເອຢິບຖືກກົດຂີ່ຂົ່ມເຫງ. ເຮົາໄດ້ຍິນສຽງຮ້ອງຄາງຂອງເຂົາເຈົ້າ.+ ເຮົາຈະລົງມາຊ່ວຍເຂົາເຈົ້າໃຫ້ລອດ. ຕອນນີ້ ເຮົາຈະໃຫ້ເຈົ້າໄປເອຢິບ.’ 35 ເຂົາເຈົ້າປະຕິເສດໂມເຊຄົນນີ້ແລະເວົ້າວ່າ ‘ແມ່ນໃຜແຕ່ງຕັ້ງເຈົ້າໃຫ້ເປັນຜູ້ນຳແລະຜູ້ຕັດສິນ?’+ ແຕ່ພະເຈົ້າໃຊ້ທູດສະຫວັນໄປຫາໂມເຊຢູ່ຟຸ່ມໄມ້ນັ້ນແລະສົ່ງລາວ+ໃຫ້ໄປເປັນຜູ້ນຳແລະຜູ້ຊ່ວຍໃຫ້ລອດ. 36 ໂມເຊຜູ້ນີ້ໄດ້ພາປູ່ຍ່າຕານາຍຂອງພວກເຮົາອອກມາຈາກເອຢິບ.+ ລາວເຮັດການອັດສະຈັນແລະສະແດງປາຕິຫານຕ່າງໆຢູ່ເອຢິບ+ ຢູ່ທະເລແດງ+ ແລະຢູ່ບ່ອນກັນດານເປັນເວລາ 40 ປີ.+
37 ໂມເຊຜູ້ນີ້ແຫຼະທີ່ບອກຄົນອິດສະຣາເອນວ່າ ‘ພະເຈົ້າຈະແຕ່ງຕັ້ງຄົນໜຶ່ງໃນພວກເຈົ້າໃຫ້ເປັນຜູ້ພະຍາກອນຄືກັບຂ້ອຍ.’+ 38 ໂມເຊຜູ້ນີ້ຢູ່ກັບພວກອິດສະຣາເອນໃນບ່ອນກັນດານ. ລາວຢູ່ຫັ້ນກັບປູ່ຍ່າຕານາຍຂອງພວກເຮົາແລະກັບທູດສະຫວັນ+ທີ່ເວົ້າກັບລາວ+ເທິງພູຊີນາຍ. ລາວເປັນຜູ້ຮັບເອົາຄຳເວົ້າສັກສິດທີ່ຈະຢູ່ຕະຫຼອດໄປມາໃຫ້ພວກເຮົາ.+ 39 ແຕ່ປູ່ຍ່າຕານາຍຂອງພວກເຮົາບໍ່ຍອມເຊື່ອຟັງໂມເຊແລະບໍ່ຍອມຮັບລາວ.+ ເຂົາເຈົ້າມີແຕ່ຄິດຢາກຈະກັບໄປເອຢິບ.+ 40 ເຂົາເຈົ້າບອກອາໂຣນວ່າ ‘ໃຫ້ສ້າງພະເຈົ້າເພື່ອຊີ້ນຳພວກເຮົາແດ່ ຍ້ອນພວກເຮົາບໍ່ຮູ້ວ່າເກີດຫຍັງຂຶ້ນກັບໂມເຊຜູ້ທີ່ພາພວກເຮົາອອກມາຈາກເອຢິບ.’+ 41 ແລ້ວເຂົາເຈົ້າກໍຫຼໍ່ຮູບງົວນ້ອຍ ເອົາເຄື່ອງມາບູຊາຮູບນັ້ນ ແລະພາກັນກິນລ້ຽງເພື່ອສະຫຼອງສິ່ງທີ່ເຂົາເຈົ້າເຮັດຂຶ້ນມາ.+ 42 ພະເຈົ້າຈຶ່ງຖິ້ມເຂົາເຈົ້າແລະປ່ອຍໃຫ້ເຂົາເຈົ້າຂາບໄຫວ້ດວງດາວຕ່າງໆໃນທ້ອງຟ້າ+ ຕາມທີ່ຂຽນໄວ້ໃນປຶ້ມຂອງພວກຜູ້ພະຍາກອນທີ່ວ່າ ‘ພວກອິດສະຣາເອນເອີ້ຍ ຕະຫຼອດ 40 ປີທີ່ຢູ່ບ່ອນກັນດານ ພວກເຈົ້າກໍບໍ່ໄດ້ເອົາເຄື່ອງບູຊາເຜົາແລະເຄື່ອງບູຊາຕ່າງໆມາໃຫ້ເຮົາຕົ໋ວ! 43 ແຕ່ສິ່ງທີ່ພວກເຈົ້າຫາມແມ່ນເຕັ້ນຂອງພະໂມລົກ*+ແລະຮູບດາວຂອງພະເຣຟານ. ພວກເຈົ້າໄດ້ຂາບໄຫວ້ສິ່ງທີ່ພວກເຈົ້າເຮັດຂຶ້ນມາ. ຍ້ອນແນວນີ້ ເຮົາຈະໄລ່ພວກເຈົ້າໃຫ້ໄປໄກໆກາຍບາບີໂລນໄປອີກ.’+
44 ຕອນທີ່ປູ່ຍ່າຕານາຍຂອງພວກເຮົາຢູ່ບ່ອນກັນດານ ເຂົາເຈົ້າມີເຕັ້ນທີ່ສະແດງວ່າພະເຈົ້າຢູ່ນຳເຂົາເຈົ້າ. ພະເຈົ້າສັ່ງໂມເຊໃຫ້ສ້າງເຕັ້ນນັ້ນຕາມແບບທີ່ເພິ່ນໃຫ້ລາວເຫັນ.+ 45 ລູກຫຼານຂອງປູ່ຍ່າຕານາຍຂອງພວກເຮົາທີ່ໄດ້ຮັບເຕັ້ນນັ້ນກໍໄດ້ຫາມເຕັ້ນໄປໂດຍມີໂຢຊວຍເປັນຜູ້ນຳ ແລະເອົາເຂົ້າໄປໄວ້ໃນແຜ່ນດິນຂອງຄົນຕ່າງຊາດ+ທີ່ພະເຈົ້າໄດ້ໄລ່ໜີ+ ແລ້ວເຕັ້ນກໍຢູ່ໃນແຜ່ນດິນນັ້ນຈົນຮອດສະໄໝຂອງດາວິດ. 46 ພະເຈົ້າພໍໃຈດາວິດຫຼາຍ ແລະລາວຂໍເປັນຄົນສ້າງວິຫານໃຫ້ພະເຈົ້າຂອງຢາໂຄບ+ 47 ແຕ່ຄົນທີ່ໄດ້ສ້າງວິຫານສຳລັບເພິ່ນແມ່ນໂຊໂລໂມນ.+ 48 ແນວໃດກໍຕາມ ພະເຈົ້າສູງສຸດກໍບໍ່ໄດ້ຢູ່ໃນວິຫານທີ່ສ້າງດ້ວຍມືມະນຸດ+ ຄືກັບທີ່ຜູ້ພະຍາກອນບອກໄວ້ທີ່ວ່າ 49 ‘ພະເຢໂຫວາ*ເວົ້າວ່າ “ສະຫວັນເປັນບັນລັງຂອງເຮົາ+ແລະໂລກກໍເປັນບ່ອນຮອງຕີນຂອງເຮົາ.+ ຄັນຊັ້ນ ວິຫານແບບໃດທີ່ເຈົ້າຈະສ້າງໃຫ້ເຮົາຢູ່? ຫຼືຈະໃຫ້ເຮົາຢູ່ບ່ອນໃດ? 50 ເຮົາເປັນຜູ້ສ້າງສິ່ງເຫຼົ່ານີ້ທັງໝົດບໍ່ແມ່ນບໍ?”’+
51 ພວກຄົນຫົວແຂງ ໃຈແຂງແລະຫູຕຶງ* ພວກເຈົ້າມີແຕ່ຕໍ່ຕ້ານພະລັງບໍລິສຸດຄືກັບປູ່ຍ່າຕານາຍຂອງພວກເຈົ້າ.+ 52 ມີຜູ້ພະຍາກອນຄົນໃດແດ່ທີ່ປູ່ຍ່າຕານາຍຂອງພວກເຈົ້າບໍ່ໄດ້ຂົ່ມເຫງ?+ ເຂົາເຈົ້າຂ້າຄົນທີ່ບອກລ່ວງໜ້າເລື່ອງການມາຂອງຜູ້ນັ້ນທີ່ເຮັດສິ່ງທີ່ຖືກຕ້ອງ+ ແລະຕອນນີ້ພວກເຈົ້າກໍທໍລະຍົດແລະຂ້າເພິ່ນ.+ 53 ພວກເຈົ້າເປັນຄົນທີ່ໄດ້ຮັບກົດໝາຍທີ່ທູດສະຫວັນເອົາໃຫ້+ ແຕ່ພັດບໍ່ເຮັດຕາມ.”
54 ເມື່ອໄດ້ຍິນແບບນັ້ນ ເຂົາເຈົ້າກໍໃຈຮ້າຍເປັນຟືນເປັນໄຟແລະຢາກຈະທຳຮ້າຍຊະເຕຟາໂນ. 55 ແຕ່ຊະເຕຟາໂນທີ່ໄດ້ຮັບພະລັງບໍລິສຸດໄດ້ແນມເບິ່ງຟ້າແລະເຫັນສະຫງ່າລາສີຂອງພະເຈົ້າແລະເຫັນພະເຢຊູຢືນຢູ່ເບື້ອງຂວາມືຂອງເພິ່ນ.+ 56 ແລ້ວລາວກໍເວົ້າວ່າ: “ເບິ່ງແມ້! ຂ້ອຍເຫັນທ້ອງຟ້າເປີດອອກ ແລະລູກມະນຸດ+ຢືນຢູ່ເບື້ອງຂວາມືຂອງພະເຈົ້າ.”+ 57 ເມື່ອພວກນັ້ນໄດ້ຍິນກໍຮ້ອງສຸດສຽງພ້ອມທັງເອົາມືອັດຫູແລະແລ່ນຫຸ້ມໄປໃສ່ຊະເຕຟາໂນ. 58 ເຂົາເຈົ້າລາກຊະເຕຟາໂນອອກໄປນອກເມືອງ ແລ້ວດຶກກ້ອນຫີນໃສ່ລາວ+. ພະຍານທີ່ກ່າວຫາຊະເຕຟາໂນ+ກໍເອົາເສື້ອຄຸມຂອງເຂົາເຈົ້າຝາກໄວ້ນຳຊາຍໜຸ່ມຄົນໜຶ່ງຊື່ໂຊໂລ.+ 59 ຕອນທີ່ເຂົາເຈົ້າດຶກກ້ອນຫີນໃສ່ຊະເຕຟາໂນ ລາວໄດ້ອ້ອນວອນວ່າ: “ພະເຢຊູຜູ້ເປັນນາຍ ຂ້ອຍຂໍຝາກຊີວິດໄວ້ນຳທ່ານ.” 60 ແລ້ວຊະເຕຟາໂນກໍຄູ້ເຂົ່າລົງແລະຮ້ອງສຽງດັງວ່າ: “ພະເຢໂຫວາ* ຂໍຢ່າລົງໂທດເຂົາເຈົ້າທີ່ເຮັດຜິດເທື່ອນີ້.”+ ເມື່ອເວົ້າແບບນັ້ນແລ້ວ ລາວກໍຕາຍ.