ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ຊະເຕຟາໂນ​ເວົ້າ​ຕໍ່​ໜ້າ​ສານ​ຊັນເຮດຣິນ (1-53)

        • ສະໄໝ​ຂອງ​ປູ່ຍ່າຕານາຍ (2-16)

        • ໂມເຊ​ເຮັດ​ໜ້າທີ່​ຜູ້​ນຳ; ຊາດ​ອິດສະຣາເອນ​ຂາບ​ໄຫວ້​ຮູບ​ບູຊາ (17-43)

        • ພະເຈົ້າ​ບໍ່​ໄດ້​ຢູ່​ໃນ​ວິຫານ​ທີ່​ມະນຸດ​ສ້າງ (44-50)

      • ຊະເຕຟາໂນ​ຖືກ​ດຶກ​ກ້ອນ​ຫີນ​ໃສ່ (54-60)

ກິດຈະການ 7:2

ໄຂເງື່ອນ

  • *

    ລາວ​ເອີ້ນ​ເຂົາເຈົ້າ​ແບບ​ນີ້​ເພື່ອ​ສະແດງ​ຄວາມ​ນັບຖື ຍ້ອນ​ລາວ​ຢູ່​ໃນ​ສານ​ຊັນເຮດຣິນ​ຕໍ່​ໜ້າ​ພວກ​ຜູ້​ນຳ​ປະເທດ​ທີ່​ໄດ້​ຮັບ​ຄວາມ​ນັບຖື​ແລະ​ປະໂລຫິດ​ໃຫຍ່

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 11:31

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 48

ກິດຈະການ 7:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:1

ກິດຈະການ 7:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 11:32
  • +ປຖກ 12:4, 5; ຮຣ 11:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2381

ກິດຈະການ 7:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:7; 13:14, 15; 17:1, 8

ກິດຈະການ 7:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:13; ອພຍ 12:40

ກິດຈະການ 7:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:14
  • +ອພຍ 3:12

ກິດຈະການ 7:8

ໄຂເງື່ອນ

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

  • *

    ຫຼື​ອາດ​ແປ​ວ່າ “ອີຊາກ​ເຮັດ​ແບບ​ນັ້ນ​ກັບ​ຢາໂຄບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:9, 10
  • +ປຖກ 21:1-3
  • +ປຖກ 21:4

ກິດຈະການ 7:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:9-11
  • +ປຖກ 37:28; 45:4
  • +ປຖກ 39:2, 3

ກິດຈະການ 7:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຟາໂຣ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:40-46

ກິດຈະການ 7:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:54; 42:5

ກິດຈະການ 7:12

ໄຂເງື່ອນ

  • *

    ຫຼື “ເຂົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:2, 6

ກິດຈະການ 7:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 45:1, 16

ກິດຈະການ 7:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 45:9-11
  • +ປຖກ 46:27; ພບຍ 10:22

ກິດຈະການ 7:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:29; ພບຍ 26:5
  • +ປຖກ 49:33
  • +ອພຍ 1:6

ກິດຈະການ 7:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 23:16; ອພຍ 13:19; ຢຊ 24:32

ກິດຈະການ 7:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 1:7, 8

ກິດຈະການ 7:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 1:10, 22

ກິດຈະການ 7:20

ໄຂເງື່ອນ

  • *

    ຫຼື “ທີ່​ງາມ​ທີ່​ສຸດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:2; ຮຣ 11:23

ກິດຈະການ 7:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:3
  • +ອພຍ 2:5, 10

ກິດຈະການ 7:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 11:3

ກິດຈະການ 7:23

ໄຂເງື່ອນ

  • *

    ຫຼື “ຕັດສິນໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:11-15

ກິດຈະການ 7:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:21, 22; 18:2-4

ກິດຈະການ 7:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:2-10

ກິດຈະການ 7:31

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ກິດຈະການ 7:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:6; ມຣກ 12:26; ລກ 20:37

ກິດຈະການ 7:33

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ກິດຈະການ 7:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:23, 24

ກິດຈະການ 7:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:14; ກຈກ 7:27
  • +ອພຍ 4:19

ກິດຈະການ 7:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:41
  • +ອພຍ 7:3
  • +ອພຍ 14:21, 22; 15:4, 5
  • +ອພຍ 16:35; ຈຊບ 14:33, 34

ກິດຈະການ 7:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 18:15; ກຈກ 3:22

ກິດຈະການ 7:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:53; ຄລຕ 3:19
  • +ອພຍ 19:3; ພບຍ 5:27
  • +ອພຍ 21:1; ພບຍ 9:10

ກິດຈະການ 7:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:3, 4
  • +ອພຍ 16:3

ກິດຈະການ 7:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:1, 23

ກິດຈະການ 7:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:4, 6

ກິດຈະການ 7:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:16

ກິດຈະການ 7:43

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ພະ​ໂມເລັກ​ຂອງ​ຄົນ​ອຳໂມນ. ເບິ່ງ 1ກສ 11:7.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 11:7
  • +ຢຣມ 25:11; ອມ 5:25-27

ກິດຈະການ 7:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:40

ກິດຈະການ 7:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:28; 31:3; ຢຊ 3:14
  • +ປຖກ 17:1, 8; ຢຊ 23:9; 24:18

ກິດຈະການ 7:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:2; 1ຂຄ 22:7; ພສ 132:1-5

ກິດຈະການ 7:47

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:1

ກິດຈະການ 7:48

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 49

ກິດຈະການ 7:49

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 11:4
  • +ມທ 5:34, 35

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 49

ກິດຈະການ 7:50

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 66:1, 2; ຮຣ 3:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 49

ກິດຈະການ 7:51

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ບໍ່​ໄດ້​ຮັບ​ສິນຕັດ​ຢູ່​ຫົວໃຈ​ແລະ​ຢູ່​ຫູ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 63:10

ກິດຈະການ 7:52

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:16
  • +ມທ 23:31
  • +ອຊຢ 53:8; ກຈກ 3:13, 14

ກິດຈະການ 7:53

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:38; ຄລຕ 3:19

ກິດຈະການ 7:54

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 46, 50

ກິດຈະການ 7:55

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 110:1; ມທ 26:64

ກິດຈະການ 7:56

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 7:13
  • +ຣມ 8:34

ກິດຈະການ 7:58

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 24:14, 16; ມທ 23:37; ຢຮ 16:2
  • +ພບຍ 17:7
  • +ກຈກ 8:1; 22:20

ກິດຈະການ 7:60

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:44

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 7:2ປຖກ 11:31
ກຈກ. 7:3ປຖກ 12:1
ກຈກ. 7:4ປຖກ 11:32
ກຈກ. 7:4ປຖກ 12:4, 5; ຮຣ 11:8
ກຈກ. 7:5ປຖກ 12:7; 13:14, 15; 17:1, 8
ກຈກ. 7:6ປຖກ 15:13; ອພຍ 12:40
ກຈກ. 7:7ປຖກ 15:14
ກຈກ. 7:7ອພຍ 3:12
ກຈກ. 7:8ປຖກ 17:9, 10
ກຈກ. 7:8ປຖກ 21:1-3
ກຈກ. 7:8ປຖກ 21:4
ກຈກ. 7:9ປຖກ 37:9-11
ກຈກ. 7:9ປຖກ 37:28; 45:4
ກຈກ. 7:9ປຖກ 39:2, 3
ກຈກ. 7:10ປຖກ 41:40-46
ກຈກ. 7:11ປຖກ 41:54; 42:5
ກຈກ. 7:12ປຖກ 42:2, 6
ກຈກ. 7:13ປຖກ 45:1, 16
ກຈກ. 7:14ປຖກ 45:9-11
ກຈກ. 7:14ປຖກ 46:27; ພບຍ 10:22
ກຈກ. 7:15ປຖກ 46:29; ພບຍ 26:5
ກຈກ. 7:15ປຖກ 49:33
ກຈກ. 7:15ອພຍ 1:6
ກຈກ. 7:16ປຖກ 23:16; ອພຍ 13:19; ຢຊ 24:32
ກຈກ. 7:18ອພຍ 1:7, 8
ກຈກ. 7:19ອພຍ 1:10, 22
ກຈກ. 7:20ອພຍ 2:2; ຮຣ 11:23
ກຈກ. 7:21ອພຍ 2:3
ກຈກ. 7:21ອພຍ 2:5, 10
ກຈກ. 7:22ອພຍ 11:3
ກຈກ. 7:23ອພຍ 2:11-15
ກຈກ. 7:29ອພຍ 2:21, 22; 18:2-4
ກຈກ. 7:30ອພຍ 3:2-10
ກຈກ. 7:32ອພຍ 3:6; ມຣກ 12:26; ລກ 20:37
ກຈກ. 7:34ອພຍ 2:23, 24
ກຈກ. 7:35ອພຍ 2:14; ກຈກ 7:27
ກຈກ. 7:35ອພຍ 4:19
ກຈກ. 7:36ອພຍ 12:41
ກຈກ. 7:36ອພຍ 7:3
ກຈກ. 7:36ອພຍ 14:21, 22; 15:4, 5
ກຈກ. 7:36ອພຍ 16:35; ຈຊບ 14:33, 34
ກຈກ. 7:37ພບຍ 18:15; ກຈກ 3:22
ກຈກ. 7:38ກຈກ 7:53; ຄລຕ 3:19
ກຈກ. 7:38ອພຍ 19:3; ພບຍ 5:27
ກຈກ. 7:38ອພຍ 21:1; ພບຍ 9:10
ກຈກ. 7:39ຈຊບ 14:3, 4
ກຈກ. 7:39ອພຍ 16:3
ກຈກ. 7:40ອພຍ 32:1, 23
ກຈກ. 7:41ອພຍ 32:4, 6
ກຈກ. 7:422ກສ 17:16
ກຈກ. 7:431ກສ 11:7
ກຈກ. 7:43ຢຣມ 25:11; ອມ 5:25-27
ກຈກ. 7:44ອພຍ 25:40
ກຈກ. 7:45ພບຍ 3:28; 31:3; ຢຊ 3:14
ກຈກ. 7:45ປຖກ 17:1, 8; ຢຊ 23:9; 24:18
ກຈກ. 7:462ຊມ 7:2; 1ຂຄ 22:7; ພສ 132:1-5
ກຈກ. 7:471ກສ 6:1
ກຈກ. 7:48ກຈກ 17:24
ກຈກ. 7:49ພສ 11:4
ກຈກ. 7:49ມທ 5:34, 35
ກຈກ. 7:50ອຊຢ 66:1, 2; ຮຣ 3:4
ກຈກ. 7:51ອຊຢ 63:10
ກຈກ. 7:522ຂຄ 36:16
ກຈກ. 7:52ມທ 23:31
ກຈກ. 7:52ອຊຢ 53:8; ກຈກ 3:13, 14
ກຈກ. 7:53ກຈກ 7:38; ຄລຕ 3:19
ກຈກ. 7:55ພສ 110:1; ມທ 26:64
ກຈກ. 7:56ດນອ 7:13
ກຈກ. 7:56ຣມ 8:34
ກຈກ. 7:58ລລວ 24:14, 16; ມທ 23:37; ຢຮ 16:2
ກຈກ. 7:58ພບຍ 17:7
ກຈກ. 7:58ກຈກ 8:1; 22:20
ກຈກ. 7:60ມທ 5:44
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
  • 53
  • 54
  • 55
  • 56
  • 57
  • 58
  • 59
  • 60
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 7:1-60

ກິດຈະການຂອງອັກຄະສາວົກ

7 ປະໂລຫິດ​ໃຫຍ່​ຖາມ​ວ່າ: “ເລື່ອງ​ທັງໝົດ​ນີ້​ເປັນ​ຄວາມຈິງ​ບໍ?” 2 ຊະເຕຟາໂນ​ກໍ​ເວົ້າ​ວ່າ: “ພີ່ນ້ອງ​ຂອງ​ຂ້ອຍ​ແລະພໍ່*​ເອີ້ຍ ຂໍ​ຟັງ​ຂ້ອຍ​ກ່ອນ. ພະເຈົ້າ​ຜູ້​ຍິ່ງໃຫຍ່​ໄດ້​ມາ​ຫາ​ອັບຣາຮາມ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ຕອນ​ທີ່​ລາວ​ຢູ່​ເມໂຊໂປຕາເມຍ​ກ່ອນ​ທີ່​ຈະ​ຍ້າຍ​ໄປ​ຢູ່​ເມືອງ​ຮາຣານ.+ 3 ເພິ່ນ​ບອກ​ອັບຣາຮາມ​ວ່າ ‘ໃຫ້​ເຈົ້າອອກ​ໄປ​ຈາກແຜ່ນດິນ​ນີ້ ໄປ​ຈາກ​ຍາດ​ຕິ​ພີ່ນ້ອງ​ຂອງ​ເຈົ້າ ແລະ​ໄປ​ອີກ​ແຜ່ນດິນ​ໜຶ່ງ​ທີ່​ເຮົາ​ຈະ​ໃຫ້​ເຈົ້າ​ເຫັນ.’+ 4 ອັບຣາຮາມ​ຈຶ່ງ​ອອກ​ຈາກ​ແຜ່ນດິນ​ຂອງ​ຄົນ​ການເດອາ​ແລ້ວ​ໄປ​ຢູ່​ເມືອງ​ຮາຣານ. ຫຼັງ​ຈາກ​ທີ່​ພໍ່​ຂອງ​ລາວ​ຕາຍ+ ພະເຈົ້າ​ກໍ​ໃຫ້​ອັບຣາຮາມ​ອອກ​ຈາກ​ບ່ອນ​ນັ້ນ​ແລ້ວ​ມາ​ຢູ່​ແຜ່ນດິນ​ທີ່​ພວກ​ເຈົ້າ​ອາໄສ​ຢູ່​ຕອນ​ນີ້.+ 5 ຕອນ​ນັ້ນ ເພິ່ນ​ຍັງ​ບໍ່​ໄດ້​ໃຫ້​ອັບຣາຮາມມີ​ດິນໃນ​ແຜ່ນດິນ​ນັ້ນ​ເປັນ​ມໍລະດົກ​ແມ່ນ​ແຕ່​ສ່ຳ​ຝາ​ຕີນ​ດຽວ ແຕ່​ເພິ່ນ​ສັນຍາ​ວ່າ​ຈະ​ເອົາ​ແຜ່ນດິນ​ນີ້​ໃຫ້ລາວ​ແລະ​ລູກ​ຫຼານ​ຂອງ​ລາວ+​ທັງ​ໆ​ທີ່​ລາວ​ຍັງ​ບໍ່​ມີ​ລູກ. 6 ພະເຈົ້າ​ໄດ້​ບອກ​ອີກ​ວ່າ​ລູກ​ຫຼານ​ຂອງ​ລາວ​ຈະ​ໄປ​ຢູ່​ໃນ​ແຜ່ນດິນ​ຂອງ​ຄົນ​ອື່ນ. ເຂົາເຈົ້າ​ຈະ​ເປັນ​ທາດ​ຂອງ​ພວກ​ນັ້ນ​ແລະ​ຖືກ​ກົດຂີ່​ເປັນ​ເວລາ 400 ປີ.+ 7 ພະເຈົ້າ​ບອກ​ອີກ​ວ່າ ‘ເຮົາ​ຈະ​ຕັດສິນ​ລົງໂທດ​ຊາດ​ທີ່​ບັງຄັບ​ເຂົາເຈົ້າ​ໃຫ້​ເປັນ​ທາດ.+ ຫຼັງ​ຈາກ​ນັ້ນ ເຂົາເຈົ້າ​ຈະ​ອອກ​ມາ​ແລະ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ເຮົາ​ຢູ່​ນີ້.’+

8 ເພິ່ນ​ຍັງ​ເຮັດ​ສັນຍາ​ກັບ​ອັບຣາຮາມ​ເລື່ອງ​ການ​ຮັບ​ສິນຕັດ*​ນຳ​ອີກ.+ ລາວ​ມີ​ລູກ​ຊາຍ​ຊື່​ອີຊາກ+​ທີ່ລາວ​ໃຫ້​ຮັບ​ສິນຕັດ​ໃນ​ມື້​ທີ 8.+ ອີຊາກ​ມີ​ລູກ​ຊາຍ​ຊື່​ຢາໂຄບ* ແລະ​ຢາໂຄບ​ມີ​ລູກ​ຊາຍ 12 ຄົນ​ທີ່ເປັນ​ຕົ້ນ​ຕະກູນຂອງ 12 ຕະກູນ. 9 ພວກ​ອ້າຍ​ຂອງ​ໂຢເຊັບ​ອິດສາ​ລາວ+​ແລະ​ຂາຍ​ລາວ​ໄປ​ເປັນ​ທາດ​ໃນ​ປະເທດ​ເອຢິບ+ ແຕ່​ພະເຈົ້າ​ກໍ​ຢູ່​ກັບ​ໂຢເຊັບ+ 10 ແລະ​ຊ່ວຍ​ລາວ​ໃຫ້​ພົ້ນ​ຈາກ​ຄວາມທຸກ​ລຳບາກ​ທັງໝົດ. ເພິ່ນ​ໃຫ້​ລາວ​ມີ​ສະຕິປັນຍາ​ແລະ​ເຮັດ​ໃຫ້​ກະສັດ​ເອຢິບ*​ພໍໃຈ​ລາວ. ກະສັດ​ເອຢິບ​ໄດ້​ແຕ່ງຕັ້ງ​ໂຢເຊັບ​ໃຫ້​ປົກຄອງ​ປະເທດ​ເອຢິບ​ແລະ​ເບິ່ງແຍງ​ວັງ.+ 11 ຕໍ່​ມາ​ມີ​ຄວາມ​ອຶດ​ຢາກ​ຢູ່ທົ່ວ​ເອຢິບ​ແລະ​ການາອານ ເຊິ່ງ​ເປັນ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່​ແລະ​ເຮັດ​ໃຫ້​ປູ່ຍ່າ​ຕານາຍຂອງ​ພວກ​ເຮົາ​ບໍ່​ມີ​ຂອງກິນ.+ 12 ຢາໂຄບ​ໄດ້​ຍິນ​ວ່າໃນ​ເອຢິບ​ມີ​ຂອງກິນ* ລາວ​ຈຶ່ງ​ສົ່ງ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ໄປ​ເປັນ​ເທື່ອ​ທຳອິດ.+ 13 ເມື່ອ​ເຂົາເຈົ້າ​ໄປ​ເທື່ອ​ທີ 2 ໂຢເຊັບ​ກໍ​ເປີດເຜີຍ​ໂຕເອງ​ຕໍ່​ອ້າຍນ້ອງ​ຂອງ​ລາວ ແລະ​ກະສັດ​ເອຢິບ​ກໍ​ໄດ້​ຮູ້ຈັກ​ຄອບຄົວ​ຂອງ​ໂຢເຊັບ.+ 14 ແລ້ວ​ໂຢເຊັບ​ກໍ​ໃຊ້​ຄົນ​ໄປ​ເຊີນ​ຢາໂຄບ​ພໍ່​ຂອງ​ລາວ​ກັບ​ຍາດ​ຕິ​ພີ່ນ້ອງ​ມາ​ຈາກ​ການາອານ+ ລວມ​ທັງໝົດ 75 ຄົນ.+ 15 ຢາໂຄບ​ຈຶ່ງ​ໄປ​ຢູ່​ເອຢິບ+​ແລະ​ຕາຍ​ຢູ່​ຫັ້ນ.+ ປູ່ຍ່າ​ຕານາຍ​ຄົນ​ອື່ນ​ໆ​ຂອງ​ພວກ​ເຮົາ​ກໍ​ຕາຍ​ຢູ່​ຫັ້ນ​ຄື​ກັນ.+ 16 ສົບ​ຂອງ​ເຂົາເຈົ້າ​ຖືກ​ພາ​ກັບ​ໄປ​ເມືອງ​ເຊເຄັມ ແລ້ວ​ເອົາ​ໄປ​ໄວ້​ໃນ​ບ່ອນ​ຝັງ​ສົບ​ທີ່​ອັບຣາຮາມ​ຊື້​ຈາກ​ພວກ​ລູກ​ຊາຍ​ຂອງ​ຮາໂມ​ໃນ​ເມືອງ​ເຊເຄັມ.+

17 ເມື່ອ​ໃກ້​ຈະ​ຮອດ​ຕອນ​ທີ່​ຄຳ​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ອັບຣາຮາມ​ຈະ​ເກີດ​ຂຶ້ນ​ແທ້ ລູກ​ຫຼານ​ຂອງ​ຢາໂຄບ​ກໍ​ມີ​ຫຼາຍ​ຂຶ້ນ​ໃນ​ເອຢິບ. 18 ແລ້ວ​ກະສັດ​ອີກ​ອົງ​ໜຶ່ງ​ກໍ​ຂຶ້ນ​ມາ​ປົກຄອງ​ເອຢິບ. ລາວ​ບໍ່​ເຄີຍ​ຮູ້ຈັກ​ໂຢເຊັບ​ເລີຍ.+ 19 ລາວ​ວາງແຜນ​ທຳລາຍ​ຊົນ​ຊາດ​ຂອງ​ພວກ​ເຮົາ ແລະ​ບັງຄັບ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ໃຫ້​ຖິ້ມ​ລູກ​ນ້ອຍໆ​ຂອງ​ໂຕເອງ​ໃຫ້​ຕາຍ.+ 20 ໂມເຊ​ເກີດ​ໃນ​ໄລຍະ​ນັ້ນ ພະເຈົ້າ​ຖື​ວ່າ​ລາວ​ເປັນ​ເດັກນ້ອຍ​ທີ່​ໜ້າ​ຮັກ​ຫຼາຍ.* ລາວ​ຖືກ​ລ້ຽງ​ໃນ​ເຮືອນ​ພໍ່​ຂອງ​ລາວ 3 ເດືອນ.+ 21 ເມື່ອ​ລາວ​ຖືກ​ເອົາ​ໄປ​ຖິ້ມ+ ລູກສາວ​ຂອງ​ກະສັດ​ເອຢິບ​ໄດ້​ເອົາ​ລາວ​ໄປ​ລ້ຽງ​ເປັນ​ລູກ.+ 22 ໂມເຊ​ຈຶ່ງ​ໄດ້​ຮັບ​ການ​ສອນ​ວິຊາ​ຄວາມ​ຮູ້​ທຸກ​ຢ່າງ​ຂອງ​ຄົນ​ເອຢິບ. ລາວ​ເກັ່ງ​ຫຼາຍ​ທັງ​ໃນ​ການ​ເວົ້າ​ແລະ​ການ​ເຮັດ​ວຽກ​ຕ່າງ​ໆ​.+

23 ຕອນ​ໂມເຊ​ອາຍຸ 40 ປີ ລາວ​ຢາກ*​ໄປ​ເບິ່ງ​ຄວາມ​ເປັນ​ຢູ່​ຂອງ​ຄົນ​ອິດສະຣາເອນ​ທີ່​ເປັນ​ຄົນ​ຊາດ​ດຽວ​ກັນ​ກັບ​ລາວ.+ 24 ເມື່ອ​ໂມເຊ​ເຫັນ​ຄົນ​ອິດສະຣາເອນ​ຜູ້​ໜຶ່ງ​ຖືກ​ຂົ່ມເຫງ ລາວ​ກໍ​ເຂົ້າ​ໄປ​ຊ່ວຍ​ແລະ​ຂ້າ​ຄົນ​ເອຢິບ​ທີ່​ທຳຮ້າຍ​ຜູ້​ນັ້ນ​ເພື່ອ​ແກ້ແຄ້ນ​ໃຫ້. 25 ໂມເຊ​ຄິດ​ວ່າ​ຄົນ​ຊາດ​ດຽວ​ກັນ​ກັບ​ລາວ​ຄື​ຊິ​ເຂົ້າໃຈ​ວ່າ​ພະເຈົ້າ​ໄດ້​ໃຊ້​ລາວ​ໃຫ້​ມາ​ຊ່ວຍ​ປົດປ່ອຍ​ເຂົາເຈົ້າ ແຕ່​ເຂົາເຈົ້າ​ບໍ່​ໄດ້​ຄິດ​ແບບ​ນັ້ນ. 26 ມື້​ຕໍ່​ມາ ໂມເຊ​ໄປ​ຫາ​ຄົນ​ອິດສະຣາເອນ​ແລະເຫັນ 2 ຄົນ​ກຳລັງ​ຕີ​ກັນ ລາວ​ຈຶ່ງ​ພະຍາຍາມ​ຊ່ວຍ​ເຂົາເຈົ້າ​ໃຫ້​ຄືນດີ​ກັນ​ໂດຍ​ບອກ​ວ່າ ‘ພວກ​ເຈົ້າ​ເປັນ​ພີ່ນ້ອງ​ກັນ ເປັນຫຍັງ​ຈຶ່ງ​ຕີ​ກັນ?’ 27 ແຕ່​ຄົນ​ທີ່​ກຳລັງ​ຕີ​ໝູ່​ຢູ່​ນັ້ນ​ໄດ້​ຊຸກ​ໂມເຊ​ອອກ ແລະ​ເວົ້າ​ວ່າ ‘ແມ່ນ​ໃຜ​ແຕ່ງຕັ້ງ​ໃຫ້​ເຈົ້າ​ເປັນ​ຜູ້​ນຳ​ແລະ​ຜູ້​ຕັດສິນ​ພວກ​ເຮົາ? 28 ເຈົ້າ​ຊິ​ຂ້າ​ຂ້ອຍ​ຄື​ກັບ​ທີ່​ຂ້າ​ຄົນ​ເອຢິບ​ຜູ້​ນັ້ນ​ມື້​ວານ​ນີ້​ຫວະ?’ 29 ເມື່ອ​ໂມເຊ​ໄດ້​ຍິນ​ແບບ​ນັ້ນ ລາວ​ກໍ​ໜີ​ໄປ​ຢູ່​ແຜ່ນດິນ​ມີດີອານ​ຄື​ຄົນ​ຕ່າງ​ຊາດ​ແລະ​ໄດ້​ລູກ​ຊາຍ 2 ຄົນ​ຢູ່​ຫັ້ນ.+

30 ຫຼັງ​ຈາກ 40 ປີ​ຜ່ານ​ໄປ ທູດສະຫວັນ​ໄດ້​ມາ​ຫາ​ໂມເຊ​ຢູ່​ຟຸ່ມ​ໄມ້​ຟຸ່ມ​ໜຶ່ງ​ທີ່​ມີ​ໄຟ​ລຸກ​ຢູ່​ໃນ​ບ່ອນ​ກັນດານ​ແຖວ​ພູ​ຊີນາຍ.+ 31 ເມື່ອ​ໂມເຊ​ເຫັນ​ກໍ​ແປກໃຈ ລາວ​ຈຶ່ງ​ເຂົ້າ​ໄປ​ເບິ່ງ​ແລະ​ໄດ້​ຍິນ​ສຽງ​ຂອງ​ພະ​ເຢໂຫວາ*​ເວົ້າ​ວ່າ 32 ‘ເຮົາ​ເປັນ​ພະເຈົ້າ​ຂອງ​ປູ່ຍ່າ​ຕານາຍ​ຂອງ​ເຈົ້າ ເປັນ​ພະເຈົ້າ​ຂອງ​ອັບຣາຮາມ ອີຊາກ ແລະ​ຢາໂຄບ.’+ ແລ້ວ​ໂມເຊ​ກໍ​ຢ້ານ​ຈົນ​ໂຕ​ສັ່ນ​ແລະບໍ່​ກ້າ​ແນມ​ເບິ່ງ​ຟຸ່ມ​ໄມ້. 33 ພະ​ເຢໂຫວາ*​ບອກ​ລາວ​ວ່າ ‘ປົດ​ເກີບ​ອອກ ເພາະ​ວ່າ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່ນີ້​ເປັນ​ບ່ອນ​ບໍລິສຸດ. 34 ເຮົາ​ເຫັນ​ແລ້ວ​ວ່າ​ຄົນ​ຂອງ​ເຮົາ​ທີ່​ຢູ່​ໃນ​ເອຢິບ​ຖືກ​ກົດຂີ່​ຂົ່ມເຫງ. ເຮົາ​ໄດ້​ຍິນ​ສຽງ​ຮ້ອງ​ຄາງຂອງ​ເຂົາເຈົ້າ.+ ເຮົາ​ຈະ​ລົງ​ມາ​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ. ຕອນ​ນີ້ ເຮົາ​ຈະ​ໃຫ້​ເຈົ້າ​ໄປ​ເອຢິບ.’ 35 ເຂົາເຈົ້າ​ປະຕິເສດ​ໂມເຊ​ຄົນ​ນີ້​ແລະ​ເວົ້າ​ວ່າ ‘ແມ່ນ​ໃຜ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ນຳ​ແລະ​ຜູ້​ຕັດສິນ?’+ ແຕ່​ພະເຈົ້າ​ໃຊ້​ທູດສະຫວັນ​ໄປ​ຫາ​ໂມເຊ​ຢູ່​ຟຸ່ມ​ໄມ້​ນັ້ນ​ແລະ​ສົ່ງ​ລາວ+​ໃຫ້​ໄປ​ເປັນ​ຜູ້​ນຳ​ແລະ​ຜູ້​ຊ່ວຍ​ໃຫ້​ລອດ. 36 ໂມເຊ​ຜູ້​ນີ້​ໄດ້​ພາ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ.+ ລາວ​ເຮັດ​ການອັດສະຈັນ​ແລະ​ສະແດງ​ປາຕິຫານ​ຕ່າງ​ໆ​ຢູ່​ເອຢິບ+ ຢູ່​ທະເລ​ແດງ+ ແລະ​ຢູ່​ບ່ອນ​ກັນດານ​ເປັນ​ເວລາ 40 ປີ.+

37 ໂມເຊ​ຜູ້​ນີ້​ແຫຼະ​ທີ່​ບອກ​ຄົນ​ອິດສະຣາເອນ​ວ່າ ‘ພະເຈົ້າ​ຈະ​ແຕ່ງຕັ້ງ​ຄົນ​ໜຶ່ງ​ໃນ​ພວກ​ເຈົ້າ​ໃຫ້​ເປັນ​ຜູ້​ພະຍາກອນ​ຄື​ກັບ​ຂ້ອຍ.’+ 38 ໂມເຊ​ຜູ້​ນີ້​ຢູ່​ກັບ​ພວກ​ອິດສະຣາເອນ​ໃນ​ບ່ອນ​ກັນດານ. ລາວ​ຢູ່​ຫັ້ນ​ກັບ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ແລະ​ກັບ​ທູດສະຫວັນ+​ທີ່​ເວົ້າ​ກັບ​ລາວ+​ເທິງ​ພູ​ຊີນາຍ. ລາວ​ເປັນ​ຜູ້​ຮັບ​ເອົາ​ຄຳເວົ້າ​ສັກສິດ​ທີ່​ຈະ​ຢູ່​ຕະຫຼອດ​ໄປມາ​ໃຫ້​ພວກ​ເຮົາ.+ 39 ແຕ່​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ບໍ່​ຍອມ​ເຊື່ອຟັງ​ໂມເຊ​ແລະ​ບໍ່​ຍອມຮັບ​ລາວ.+ ເຂົາເຈົ້າ​ມີ​ແຕ່​ຄິດ​ຢາກ​ຈະ​ກັບ​ໄປ​ເອຢິບ.+ 40 ເຂົາເຈົ້າ​ບອກ​ອາໂຣນ​ວ່າ ‘ໃຫ້​ສ້າງ​ພະເຈົ້າ​ເພື່ອ​ຊີ້ນຳ​ພວກ​ເຮົາ​ແດ່ ຍ້ອນ​ພວກ​ເຮົາ​ບໍ່​ຮູ້​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ໂມເຊ​ຜູ້​ທີ່​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ.’+ 41 ແລ້ວ​ເຂົາເຈົ້າ​ກໍ​ຫຼໍ່​ຮູບ​ງົວ​ນ້ອຍ ເອົາ​ເຄື່ອງ​ມາ​ບູຊາ​ຮູບ​ນັ້ນ ແລະ​ພາກັນ​ກິນ​ລ້ຽງ​ເພື່ອ​ສະຫຼອງ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ຂຶ້ນ​ມາ.+ 42 ພະເຈົ້າ​ຈຶ່ງ​ຖິ້ມເຂົາເຈົ້າ​ແລະ​ປ່ອຍ​ໃຫ້​ເຂົາເຈົ້າ​ຂາບ​ໄຫວ້​ດວງ​ດາວ​ຕ່າງ​ໆ​ໃນ​ທ້ອງຟ້າ+ ຕາມ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພວກ​ຜູ້​ພະຍາກອນ​ທີ່​ວ່າ ‘ພວກ​ອິດສະຣາເອນ​ເອີ້ຍ ຕະຫຼອດ 40 ປີ​ທີ່​ຢູ່​ບ່ອນ​ກັນດານ ພວກ​ເຈົ້າ​ກໍ​ບໍ່​ໄດ້​ເອົາ​ເຄື່ອງ​ບູຊາ​ເຜົາ​ແລະເຄື່ອງ​ບູຊາ​ຕ່າງ​ໆ​ມາ​ໃຫ້​ເຮົາ​ຕົ໋ວ! 43 ແຕ່​ສິ່ງ​ທີ່​ພວກ​ເຈົ້າ​ຫາມ​ແມ່ນ​ເຕັ້ນ​ຂອງ​ພະ​ໂມລົກ*+​ແລະ​ຮູບ​ດາວ​ຂອງ​ພະ​ເຣຟານ. ພວກ​ເຈົ້າ​ໄດ້​ຂາບ​ໄຫວ້​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ຂຶ້ນ​ມາ. ຍ້ອນ​ແນວ​ນີ້ ເຮົາ​ຈະ​ໄລ່​ພວກ​ເຈົ້າ​ໃຫ້​ໄປ​ໄກ​ໆ​ກາຍ​ບາບີໂລນ​ໄປ​ອີກ.’+

44 ຕອນ​ທີ່​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ຢູ່​ບ່ອນ​ກັນດານ ເຂົາເຈົ້າ​ມີ​ເຕັ້ນ​ທີ່​ສະແດງ​ວ່າ​ພະເຈົ້າ​ຢູ່​ນຳ​ເຂົາເຈົ້າ. ພະເຈົ້າ​ສັ່ງ​ໂມເຊ​ໃຫ້​ສ້າງ​ເຕັ້ນ​ນັ້ນ​ຕາມ​ແບບ​ທີ່​ເພິ່ນ​ໃຫ້​ລາວ​ເຫັນ.+ 45 ລູກ​ຫຼານ​ຂອງ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ທີ່​ໄດ້​ຮັບ​ເຕັ້ນ​ນັ້ນ​ກໍ​ໄດ້​ຫາມ​ເຕັ້ນ​ໄປໂດຍ​ມີ​ໂຢຊວຍ​ເປັນ​ຜູ້​ນຳ ແລະ​ເອົາ​ເຂົ້າ​ໄປ​ໄວ້​ໃນ​ແຜ່ນດິນ​ຂອງ​ຄົນ​ຕ່າງຊາດ+​ທີ່​ພະເຈົ້າ​ໄດ້ໄລ່​ໜີ+ ແລ້ວ​ເຕັ້ນ​ກໍ​ຢູ່​ໃນ​ແຜ່ນດິນ​ນັ້ນຈົນ​ຮອດ​ສະໄໝ​ຂອງ​ດາວິດ. 46 ພະເຈົ້າ​ພໍໃຈ​ດາວິດ​ຫຼາຍ ແລະ​ລາວ​ຂໍ​ເປັນ​ຄົນ​ສ້າງ​ວິຫານ​ໃຫ້​ພະເຈົ້າ​ຂອງ​ຢາໂຄບ+ 47 ແຕ່​ຄົນ​ທີ່​ໄດ້​ສ້າງ​ວິຫານ​ສຳລັບ​ເພິ່ນ​ແມ່ນ​ໂຊໂລໂມນ.+ 48 ແນວ​ໃດ​ກໍ​ຕາມ ພະເຈົ້າ​ສູງ​ສຸດ​ກໍ​ບໍ່​ໄດ້​ຢູ່​ໃນ​ວິຫານທີ່​ສ້າງ​ດ້ວຍ​ມື​ມະນຸດ+ ຄື​ກັບ​ທີ່​ຜູ້​ພະຍາກອນ​ບອກ​ໄວ້​ທີ່​ວ່າ 49 ‘ພະ​ເຢໂຫວາ*​ເວົ້າ​ວ່າ “ສະຫວັນ​ເປັນ​ບັນລັງ​ຂອງ​ເຮົາ+​ແລະ​ໂລກ​ກໍ​ເປັນ​ບ່ອນ​ຮອງຕີນຂອງ​ເຮົາ.+ ຄັນຊັ້ນ ວິຫານ​ແບບ​ໃດ​ທີ່​ເຈົ້າ​ຈະ​ສ້າງ​ໃຫ້​ເຮົາ​ຢູ່? ຫຼື​ຈະ​ໃຫ້​ເຮົາ​ຢູ່​ບ່ອນ​ໃດ? 50 ເຮົາ​ເປັນ​ຜູ້​ສ້າງ​ສິ່ງ​ເຫຼົ່ານີ້​ທັງ​ໝົດ​ບໍ່​ແມ່ນ​ບໍ?”’+

51 ພວກ​ຄົນ​ຫົວແຂງ ໃຈແຂງ​ແລະ​ຫູ​ຕຶງ* ພວກ​ເຈົ້າ​ມີ​ແຕ່​ຕໍ່ຕ້ານ​ພະລັງ​ບໍລິສຸດ​ຄື​ກັບ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ.+ 52 ມີ​ຜູ້​ພະຍາກອນ​ຄົນ​ໃດ​ແດ່​ທີ່​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ​ບໍ່​ໄດ້​ຂົ່ມເຫງ?+ ເຂົາເຈົ້າ​ຂ້າ​ຄົນ​ທີ່​ບອກ​ລ່ວງ​ໜ້າ​ເລື່ອງ​ການ​ມາ​ຂອງ​ຜູ້​ນັ້ນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ+ ແລະ​ຕອນນີ້​ພວກ​ເຈົ້າ​ກໍ​ທໍລະຍົດ​ແລະ​ຂ້າ​ເພິ່ນ.+ 53 ພວກ​ເຈົ້າ​ເປັນ​ຄົນ​ທີ່​ໄດ້​ຮັບ​ກົດໝາຍ​ທີ່​ທູດສະຫວັນ​ເອົາ​ໃຫ້+ ແຕ່​ພັດ​ບໍ່​ເຮັດ​ຕາມ.”

54 ເມື່ອ​ໄດ້​ຍິນ​ແບບ​ນັ້ນ ເຂົາເຈົ້າ​ກໍ​ໃຈຮ້າຍ​ເປັນ​ຟືນ​ເປັນ​ໄຟແລະ​ຢາກ​ຈະ​ທຳຮ້າຍ​ຊະເຕຟາໂນ. 55 ແຕ່​ຊະເຕຟາໂນ​ທີ່​ໄດ້​ຮັບພະລັງ​ບໍລິສຸດໄດ້​ແນມ​ເບິ່ງ​ຟ້າ​ແລະ​ເຫັນ​ສະຫງ່າ​ລາສີ​ຂອງ​ພະເຈົ້າ​ແລະ​ເຫັນ​ພະ​ເຢຊູ​ຢືນ​ຢູ່​ເບື້ອງ​ຂວາ​ມື​ຂອງ​ເພິ່ນ.+ 56 ແລ້ວ​ລາວ​ກໍ​ເວົ້າ​ວ່າ: “ເບິ່ງ​ແມ້! ຂ້ອຍ​ເຫັນ​ທ້ອງ​ຟ້າ​ເປີດ​ອອກ ແລະ​ລູກ​ມະນຸດ+​ຢືນ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ.”+ 57 ເມື່ອ​ພວກ​ນັ້ນ​ໄດ້​ຍິນ​ກໍ​ຮ້ອງ​ສຸດ​ສຽງ​ພ້ອມ​ທັງ​ເອົາ​ມື​ອັດ​ຫູ​ແລະ​ແລ່ນ​ຫຸ້ມໄປ​ໃສ່​ຊະເຕຟາໂນ. 58 ເຂົາເຈົ້າ​ລາກ​ຊະເຕຟາໂນ​ອອກ​ໄປ​ນອກ​ເມືອງ ແລ້ວ​ດຶກ​ກ້ອນ​ຫີນ​ໃສ່​ລາວ+​. ພະຍານ​ທີ່​ກ່າວຫາ​ຊະເຕຟາໂນ+​ກໍ​ເອົາ​ເສື້ອ​ຄຸມ​ຂອງ​ເຂົາເຈົ້າ​ຝາກ​ໄວ້​ນຳ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່​ໂຊໂລ.+ 59 ຕອນ​ທີ່​ເຂົາເຈົ້າ​ດຶກ​ກ້ອນ​ຫີນ​ໃສ່​ຊະເຕຟາໂນ ລາວ​ໄດ້​ອ້ອນວອນ​ວ່າ: “ພະ​ເຢຊູ​ຜູ້​ເປັນ​ນາຍ ຂ້ອຍ​ຂໍ​ຝາກ​ຊີວິດ​ໄວ້​ນຳ​ທ່ານ.” 60 ແລ້ວ​ຊະເຕຟາໂນ​ກໍ​ຄູ້ເຂົ່າ​ລົງ​ແລະ​ຮ້ອງ​ສຽງ​ດັງ​ວ່າ: “ພະ​ເຢໂຫວາ* ຂໍຢ່າ​ລົງໂທດ​ເຂົາເຈົ້າ​ທີ່​ເຮັດ​ຜິດ​ເທື່ອ​ນີ້.”+ ເມື່ອ​ເວົ້າ​ແບບ​ນັ້ນ​ແລ້ວ ລາວ​ກໍ​ຕາຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌