ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 21
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມັດທາຍ

      • ພະ​ເຢຊູ​ເຂົ້າ​ເມືອງ​ແບບ​ຜູ້​ມີ​ໄຊ (1-11)

      • ພະ​ເຢຊູ​ເຮັດ​ໃຫ້​ວິຫານ​ສະອາດ (12-17)

      • ຕົ້ນ​ໝາກເດື່ອ​ຖືກ​ສາບແຊ່ງ (18-22)

      • ຜູ້​ນຳ​ຄົນ​ຢິວ​ຄັດຄ້ານ​ເລື່ອງ​ສິດ​ຂອງ​ພະ​ເຢຊູ (23-27)

      • ຕົວຢ່າງ​ປຽບທຽບ​ເລື່ອງ​ລູກ 2 ຄົນ (28-32)

      • ຕົວຢ່າງ​ປຽບທຽບ​ເລື່ອງ​ຄົນ​ເຊົ່າ​ສວນ​ທີ່​ຊົ່ວ (33-46)

        • ຫີນ​ຫົວແຈ​ຫຼັກ​ຖືກ​ປະຕິເສດ (42)

ມັດທາຍ 21:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 11:1-3; ລກ 19:28-31

ມັດທາຍ 21:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 62:11; ຢຮ 12:15
  • +ມທ 11:29
  • +ຊຄຢ 9:9

ມັດທາຍ 21:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 11:4-6; ລກ 19:32-35

ມັດທາຍ 21:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 1:38, 40; ມຣກ 11:7-11; ຢຮ 12:14, 15

ມັດທາຍ 21:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 19:36-38

ມັດທາຍ 21:9

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:27; 21:15
  • +ພສ 118:25, 26; ຢຮ 12:13
  • +ມຣກ 11:9, 10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2017, ໜ້າ 10

ມັດທາຍ 21:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 21:46; ລກ 7:16; 24:19

ມັດທາຍ 21:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 11:15, 16; ລກ 19:45; ຢຮ 2:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 100

ມັດທາຍ 21:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 56:7
  • +ຢຣມ 7:11; ມຣກ 11:17; ລກ 19:46; ຢຮ 2:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 101-102

    ຫໍສັງເກດການ (ສຶກສາ)

    6/2017, ໜ້າ 27

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 100

ມັດທາຍ 21:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 21:9
  • +ມຣກ 11:18; ລກ 19:39, 40

ມັດທາຍ 21:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 8:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 101-102

ມັດທາຍ 21:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 11:11; ລກ 21:37; ຢຮ 11:1

ມັດທາຍ 21:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 11:12

ມັດທາຍ 21:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 13:6
  • +ມທ 3:10; ມຣກ 11:13, 14

ມັດທາຍ 21:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 11:20, 21

ມັດທາຍ 21:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 17:20; ມຣກ 11:22, 23; ລກ 17:6

ມັດທາຍ 21:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 11:24; ລກ 11:9; ຢຮ 14:13; ຢກບ 1:5; 1ຢຮ 3:22

ມັດທາຍ 21:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 11:27-33; ລກ 20:1-8

ມັດທາຍ 21:25

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ສະຫວັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 21:32; ມຣກ 11:30, 31; ລກ 7:29, 30

ມັດທາຍ 21:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 3:12; 7:29, 30

ມັດທາຍ 21:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 5:7
  • +ອຊຢ 5:2
  • +ມຣກ 12:1-9; ລກ 20:9-16

ມັດທາຍ 21:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 9:26

ມັດທາຍ 21:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:15; ກຈກ 7:52; ຮຣ 11:32, 37

ມັດທາຍ 21:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 1:2

ມັດທາຍ 21:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 2:23; 3:15

ມັດທາຍ 21:42

ໄຂເງື່ອນ

  • *

    ເບິ່ງ​ຄຳ​ວ່າ “ຫີນ​ຫົວ​ແຈ” ໃນ​ສ່ວນ​ອະທິບາຍ​ຄຳສັບ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 28:16; ລກ 20:17; ກຈກ 4:11; ຣມ 9:33; ອຟຊ 2:20; 1ປຕ 2:7
  • +ພສ 118:22, 23; ມຣກ 12:10, 11

ມັດທາຍ 21:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 8:14; 1ປຕ 2:7, 8
  • +ລກ 20:18

ມັດທາຍ 21:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 12:12; ລກ 20:19

ມັດທາຍ 21:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 21:11; ຢຮ 7:40

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມທ. 21:1ມຣກ 11:1-3; ລກ 19:28-31
ມທ. 21:5ອຊຢ 62:11; ຢຮ 12:15
ມທ. 21:5ມທ 11:29
ມທ. 21:5ຊຄຢ 9:9
ມທ. 21:6ມຣກ 11:4-6; ລກ 19:32-35
ມທ. 21:71ກສ 1:38, 40; ມຣກ 11:7-11; ຢຮ 12:14, 15
ມທ. 21:8ລກ 19:36-38
ມທ. 21:9ມທ 9:27; 21:15
ມທ. 21:9ພສ 118:25, 26; ຢຮ 12:13
ມທ. 21:9ມຣກ 11:9, 10
ມທ. 21:11ມທ 21:46; ລກ 7:16; 24:19
ມທ. 21:12ມຣກ 11:15, 16; ລກ 19:45; ຢຮ 2:15
ມທ. 21:13ອຊຢ 56:7
ມທ. 21:13ຢຣມ 7:11; ມຣກ 11:17; ລກ 19:46; ຢຮ 2:16
ມທ. 21:15ມທ 21:9
ມທ. 21:15ມຣກ 11:18; ລກ 19:39, 40
ມທ. 21:16ພສ 8:2
ມທ. 21:17ມຣກ 11:11; ລກ 21:37; ຢຮ 11:1
ມທ. 21:18ມຣກ 11:12
ມທ. 21:19ລກ 13:6
ມທ. 21:19ມທ 3:10; ມຣກ 11:13, 14
ມທ. 21:20ມຣກ 11:20, 21
ມທ. 21:21ມທ 17:20; ມຣກ 11:22, 23; ລກ 17:6
ມທ. 21:22ມຣກ 11:24; ລກ 11:9; ຢຮ 14:13; ຢກບ 1:5; 1ຢຮ 3:22
ມທ. 21:23ມຣກ 11:27-33; ລກ 20:1-8
ມທ. 21:25ມທ 21:32; ມຣກ 11:30, 31; ລກ 7:29, 30
ມທ. 21:32ລກ 3:12; 7:29, 30
ມທ. 21:33ອຊຢ 5:7
ມທ. 21:33ອຊຢ 5:2
ມທ. 21:33ມຣກ 12:1-9; ລກ 20:9-16
ມທ. 21:35ນຮຢ 9:26
ມທ. 21:362ຂຄ 36:15; ກຈກ 7:52; ຮຣ 11:32, 37
ມທ. 21:38ຮຣ 1:2
ມທ. 21:39ກຈກ 2:23; 3:15
ມທ. 21:42ອຊຢ 28:16; ລກ 20:17; ກຈກ 4:11; ຣມ 9:33; ອຟຊ 2:20; 1ປຕ 2:7
ມທ. 21:42ພສ 118:22, 23; ມຣກ 12:10, 11
ມທ. 21:44ອຊຢ 8:14; 1ປຕ 2:7, 8
ມທ. 21:44ລກ 20:18
ມທ. 21:45ມຣກ 12:12; ລກ 20:19
ມທ. 21:46ມທ 21:11; ຢຮ 7:40
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
ຄຳພີໄບເບິນສະບັບແປໂລກໃໝ່
ມັດທາຍ 21:1-46

ຂ່າວດີທີ່ຂຽນໂດຍມັດທາຍ

21 ເມື່ອ​ພະ​ເຢຊູ​ກັບ​ພວກ​ລູກສິດ​ເດີນທາງ​ມາ​ໃກ້​ເມືອງ​ເຢຣູຊາເລັມ ແລະ​ເກືອບ​ຈະ​ຮອດ​ບ້ານ​ເບັດຟາເຄ​ທີ່​ຢູ່​ເທິງ​ພູ​ໝາກກອກ ພະ​ເຢຊູ​ກໍ​ໃຫ້​ລູກສິດ 2 ຄົນ​ເດີນທາງ​ໄປ​ກ່ອນ.+ 2 ເພິ່ນ​ສັ່ງ​ເຂົາເຈົ້າ​ວ່າ: “ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ທາງ​ໜ້າ​ນີ້ ແລ້ວ​ພວກ​ເຈົ້າ​ຈະ​ເຫັນ​ລາ​ໂຕ​ໜຶ່ງ​ກັບ​ລູກ​ຂອງ​ມັນ​ຖືກ​ລ່າມ​ໄວ້. ໃຫ້​ແກ້​ເຊືອກ​ພວກ​ມັນ​ແລ້ວ​ຈູງ​ມາ​ໃຫ້​ຂ້ອຍ. 3 ຖ້າ​ມີ​ຄົນ​ຖາມ​ກໍ​ໃຫ້​ຕອບ​ວ່າ ‘ຜູ້​ເປັນ​ນາຍ​ຕ້ອງການ​ໃຊ້​ມັນ’ ແລ້ວ​ລາວ​ຈະ​ໃຫ້​ພວກ​ເຈົ້າ​ທັນທີ.”

4 ສິ່ງ​ນີ້​ເກີດ​ຂຶ້ນ​ຕາມ​ທີ່​ພະເຈົ້າ​ບອກ​ໄວ້​ຜ່ານ​ທາງ​ຜູ້​ພະຍາກອນ​ທີ່​ວ່າ: 5 “ໄປ​ບອກ​ຄົນ​ໃນ​ເມືອງ​ຊີໂອນ​ວ່າ ‘ເບິ່ງ​ແມ້! ກະສັດ​ຂອງ​ພວກ​ເຈົ້າ​ກຳລັງ​ມາ+ ເພິ່ນ​ເປັນ​ຄົນ​ອ່ອນໂຍນ+​ແລະ​ນັ່ງ​ເທິງ​ຫຼັງ​ລາ. ເພິ່ນ​ນັ່ງ​ເທິງ​ຫຼັງ​ລາ​ນ້ອຍ​ທີ່​ເປັນ​ສັດ​ແກ່​ເຄື່ອງ.’”+

6 ລູກສິດ 2 ຄົນ​ນັ້ນ​ກໍ​ໄປ​ເຮັດ​ຕາມ​ທີ່​ພະ​ເຢຊູ​ສັ່ງ.+ 7 ເຂົາເຈົ້າ​ຈູງ​ລາ​ກັບ​ລູກ​ຂອງ​ມັນ​ມາ ແລະ​ເອົາ​ເສື້ອ​ຄຸມ​ຂອງ​ເຂົາເຈົ້າ​ປູ​ເທິງ​ຫຼັງ​ລາ ແລ້ວ​ໃຫ້​ພະ​ເຢຊູ​ຂຶ້ນ​ນັ່ງ.+ 8 ມີ​ຄົນ​ບັກ​ຫຼາຍ​ໆ​ເອົາ​ເສື້ອ​ຄຸມ​ຂອງ​ເຂົາເຈົ້າ​ມາ​ປູ​ຕາມ​ທາງ+ ແລະ​ບາງ​ຄົນ​ກໍ​ຕັດໃບ​ປາມ​ມາ​ປູ. 9 ຜູ້​ທີ່​ຍ່າງ​ອອກ​ໜ້າ​ແລະ​ຜູ້​ທີ່​ຍ່າງ​ນຳ​ຫຼັງ​ກໍ​ຮ້ອງ​ວ່າ: “ທ່ານ​ທີ່​ເປັນ​ລູກ​ຫຼານ​ຂອງ​ດາວິດ ຂໍ​ໃຫ້​ທ່ານ​ໝັ້ນຍືນ!+ ຂໍ​ໃຫ້​ທ່ານ​ທີ່​ມາ​ໃນ​ນາມ​ພະ​ເຢໂຫວາ*​ໄດ້​ຮັບ​ພອນ!+ ຂໍ​ໃຫ້​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ເຮັດ​ໃຫ້​ທ່ານ​ໝັ້ນຍືນ!”+

10 ເມື່ອ​ພະ​ເຢຊູ​ເຂົ້າ​ໄປ​ໃນ​ເມືອງ​ເຢຣູຊາເລັມ ຄົນ​ໝົດ​ເມືອງ​ກໍ​ພາກັນ​ຕື່ນ​ແລະ​ຖາມ​ວ່າ: “ຜູ້​ນີ້​ແມ່ນ​ໃຜ?” 11 ຄົນ​ທີ່​ຢູ່​ນຳ​ເພິ່ນ​ເວົ້າ​ວ່າ: “ຜູ້​ນີ້​ແມ່ນ​ເຢຊູ. ລາວ​ແມ່ນ​ຜູ້​ພະຍາກອນ+​ຈາກ​ເມືອງ​ນາຊາເຣັດ​ແຂວງ​ຄາລີເລ.”

12 ແລ້ວ​ພະ​ເຢຊູ​ກໍ​ເຂົ້າ​ໄປ​ໃນ​ວິຫານ ເພິ່ນ​ໄລ່​ຄົນ​ທີ່​ກຳລັງ​ຊື້​ຂາຍ​ກັນ​ຢູ່​ຫັ້ນ​ໃຫ້​ອອກ​ໄປ. ເພິ່ນ​ຂວ້ຳ​ໂຕະ​ຂອງ​ຄົນ​ແລກ​ປ່ຽນ​ເງິນ​ແລະ​ຂວ້ຳ​ຕັ່ງ​ຂອງ​ຄົນ​ທີ່​ຂາຍ​ນົກ​ເຂົາ.+ 13 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ພະຄຳພີ​ບອກ​ໄວ້​ວ່າ ‘ວິຫານ​ຂອງ​ເຮົາ​ຈະ​ຖືກ​ເອີ້ນ​ວ່າ​ວິຫານ​ສຳລັບ​ການ​ອະທິດຖານ’+ ແຕ່​ພວກ​ເຈົ້າ​ພັດ​ເຮັດ​ໃຫ້​ເປັນ​ຖ້ຳ​ໂຈນ.”+ 14 ແລ້ວ​ກໍ​ມີ​ຄົນ​ຕາບອດ​ກັບ​ຄົນ​ເປັນ​ລ່ອຍ​ເຂົ້າ​ມາ​ຫາ​ພະ​ເຢຊູ​ໃນ​ວິຫານ ແລະ​ເພິ່ນ​ໄດ້​ປົວ​ເຂົາເຈົ້າ​ໃຫ້​ດີ​ເປັນ​ປົກກະຕິ.

15 ເມື່ອ​ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຄູ​ສອນ​ສາສະໜາ​ເຫັນ​ການ​ອັດສະຈັນ​ທີ່​ພະ​ເຢຊູ​ເຮັດ ແລະ​ເຫັນ​ພວກ​ເດັກນ້ອຍ​ຮ້ອງ​ໃນ​ວິຫານ​ວ່າ “ທ່ານ​ທີ່​ເປັນ​ລູກ​ຫຼານ​ຂອງ​ດາວິດ ຂໍ​ໃຫ້​ທ່ານ​ໝັ້ນຍືນ!”+ ພວກ​ນັ້ນ​ກໍ​ບໍ່​ພໍໃຈ​ຫຼາຍ.+ 16 ເຂົາເຈົ້າ​ເວົ້າ​ກັບ​ເພິ່ນ​ວ່າ: “ເຈົ້າ​ບໍ່​ໄດ້​ຍິນ​ທີ່​ພວກ​ເດັກນ້ອຍ​ເວົ້າ​ບໍ?” ພະ​ເຢຊູ​ຕອບ​ເຂົາເຈົ້າ​ວ່າ: “ໄດ້​ຍິນ ແຕ່​ພວກ​ເຈົ້າ​ບໍ່​ເຄີຍ​ອ່ານ​ຂໍ້​ນີ້​ບໍ​ທີ່​ວ່າ ‘ພະອົງ​ເຮັດ​ໃຫ້​ມີ​ຄຳ​ສັນລະເສີນ​ອອກ​ຈາກ​ປາກ​ຂອງ​ເດັກນ້ອຍ​ແລະ​ແອນ້ອຍ’?”+ 17 ແລ້ວ​ພະ​ເຢຊູ​ກໍ​ໄປ​ຈາກ​ເຂົາເຈົ້າ. ຈາກນັ້ນ ເພິ່ນ​ກໍ​ອອກ​ໄປ​ນອກ​ເມືອງ​ແລະ​ນອນ​ຄ້າງຄືນ​ຢູ່​ບ້ານ​ເບັດທານີ.+

18 ຕອນ​ເຊົ້າ​ໆ​ ຕອນ​ທີ່​ພະ​ເຢຊູ​ກັບ​ເຂົ້າ​ໄປ​ໃນ​ເມືອງ ເພິ່ນ​ຮູ້ສຶກ​ຫິວ​ເຂົ້າ.+ 19 ເພິ່ນ​ເຫັນ​ຕົ້ນ​ໝາກເດື່ອ​ຕົ້ນ​ໜຶ່ງ​ຢູ່​ແຄມ​ທາງ​ຈຶ່ງ​ຍ່າງ​ເຂົ້າ​ໄປ​ເບິ່ງ ແຕ່​ມັນ​ບໍ່​ມີ​ໝາກ ມີ​ແຕ່​ໃບ.+ ເພິ່ນ​ຈຶ່ງ​ເວົ້າ​ກັບ​ຕົ້ນ​ໝາກເດື່ອ​ນັ້ນ​ວ່າ: “ຢ່າ​ເປັນ​ໝາກ​ອີກ​ເດີ້.”+ ແລ້ວ​ຕົ້ນ​ໝາກເດື່ອ​ນັ້ນ​ກໍ​ຫ່ຽວ​ຕາຍ​ທັນທີ. 20 ເມື່ອ​ພວກ​ລູກສິດ​ເຫັນ​ແບບ​ນີ້​ກໍ​ງຶດ​ຫຼາຍ​ຈຶ່ງ​ຖາມ​ວ່າ: “ມັນ​ຫ່ຽວ​ຕາຍ​ໄວ​ປານ​ນີ້​ໄດ້​ແນວ​ໃດ?”+ 21 ພະ​ເຢຊູ​ຕອບ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຖ້າ​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ​ແລະ​ບໍ່​ສົງໄສ ພວກ​ເຈົ້າ​ກໍ​ຈະ​ເຮັດ​ແບບ​ນີ້​ໄດ້​ຄື​ກັນ ແລະ​ຈະ​ເຮັດ​ໄດ້​ຫຼາຍ​ກວ່າ​ນີ້​ອີກ. ເຖິງ​ຂັ້ນ​ທີ່​ວ່າ​ຖ້າ​ເຈົ້າ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ ‘ລອຍ​ຂຶ້ນ​ແລະ​ໄປ​ຕົກ​ໃນ​ທະເລ​ພຸ້ນ’ ມັນ​ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.+ 22 ຖ້າ​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ ບໍ່​ວ່າ​ພວກ​ເຈົ້າ​ອະທິດຖານ​ຂໍ​ຫຍັງ​ກໍ​ຈະ​ໄດ້​ຕາມ​ນັ້ນ.”+

23 ຕອນ​ທີ່​ພະ​ເຢຊູ​ກຳລັງ​ສອນ​ຢູ່​ວິຫານ ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຜູ້​ນຳ​ຄົນ​ຢິວ​ກໍ​ເຂົ້າ​ມາ​ຫາ​ເພິ່ນ​ແລະ​ຖາມ​ວ່າ: “ເຈົ້າ​ມີ​ສິດ​ຫຍັງ​ມາ​ເຮັດ​ແບບ​ນີ້? ໃຜ​ໃຫ້​ສິດ​ເຈົ້າ?”+ 24 ພະ​ເຢຊູ​ຕອບ​ວ່າ: “ຂ້ອຍ​ຈະ​ຖາມ​ພວກ​ເຈົ້າ​ເລື່ອງ​ໜຶ່ງ. ຕອບ​ຂ້ອຍ​ກ່ອນ ແລ້ວ​ຂ້ອຍ​ຈຶ່ງ​ຈະ​ບອກ​ພວກ​ເຈົ້າ​ວ່າ ຂ້ອຍ​ມີ​ສິດ​ຫຍັງ​ທີ່​ເຮັດ​ແບບ​ນີ້. 25 ຕອບ​ຂ້ອຍ​ມາ​ດຸ​ວ່າ ໂຢຮັນ​ໄດ້​ສິດ​ທີ່​ຈະ​ໃຫ້​ບັບເຕມາ​ຈາກ​ຜູ້​ໃດ ຈາກ​ພະເຈົ້າ*​ຫຼື​ຈາກ​ມະນຸດ?” ເຂົາເຈົ້າ​ຈຶ່ງ​ລົມ​ກັນ​ວ່າ: “ຖ້າ​ພວກ​ເຮົາ​ຕອບ​ວ່າ ‘ຈາກ​ພະເຈົ້າ’ ລາວ​ກໍ​ຈະ​ຖາມ​ວ່າ ‘ຄັນຊັ້ນ ເປັນ​ຫຍັງ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’+ 26 ແຕ່​ຖ້າ​ຈະ​ຕອບ​ວ່າ ‘ຈາກ​ມະນຸດ’ ກໍ​ຢ້ານ​ປະຊາຊົນ​ຈະ​ໃຈ​ຮ້າຍ ຍ້ອນ​ເຂົາເຈົ້າ​ຖື​ວ່າ​ໂຢຮັນ​ເປັນ​ຜູ້​ພະຍາກອນ.” 27 ເຂົາເຈົ້າ​ຈຶ່ງ​ຕອບ​ວ່າ: “ບໍ່​ຮູ້​ເດະ.” ພະ​ເຢຊູ​ຈຶ່ງ​ຕອບ​ກັບ​ຄືນ​ໄປ​ວ່າ: “ຄັນຊັ້ນ ຂ້ອຍ​ກໍ​ຈະ​ບໍ່​ບອກ​ພວກ​ເຈົ້າ​ຄື​ກັນ​ວ່າ​ຂ້ອຍ​ມີ​ສິດ​ຫຍັງ​ທີ່​ເຮັດ​ແບບ​ນີ້.

28 ພວກ​ເຈົ້າ​ຄິດ​ແນວ​ໃດ? ສົມມຸດ​ວ່າ​ຜູ້​ຊາຍ​ຄົນ​ໜຶ່ງ​ມີ​ລູກ 2 ຄົນ. ລາວ​ບອກ​ລູກກົກ​ວ່າ ‘ລູກ ມື້​ນີ້​ໄປ​ເຮັດ​ວຽກ​ຢູ່​ສວນ​ໝາກ​ລະແຊັງ​ເດີ້.’ 29 ລູກ​ຕອບ​ວ່າ ‘ບໍ່​ໄປ’ ແຕ່​ຕໍ່​ມາ​ລູກກົກ​ປ່ຽນ​ໃຈ​ແລ້ວ​ກໍ​ໄປ. 30 ຜູ້​ຊາຍ​ຄົນ​ນັ້ນ​ບອກ​ລູກ​ຜູ້​ທີ 2 ໃຫ້​ໄປ​ເຮັດ​ວຽກ​ຢູ່​ສວນ​ຄື​ກັນ. ລູກ​ຜູ້​ນີ້​ຕອບ​ວ່າ ‘ເຈົ້າ ລູກ​ຈະ​ໄປ’ ແຕ່​ພັດ​ບໍ່​ໄປ. 31 ລູກ 2 ຄົນ​ນີ້ ຜູ້​ໃດ​ເຮັດ​ຕາມ​ທີ່​ພໍ່​ຕ້ອງການ?” ເຂົາເຈົ້າ​ຕອບ​ວ່າ: “ລູກກົກ.” ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຄົນ​ເກັບ​ພາສີ​ແລະ​ໂສເພນີ​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ກ່ອນ​ພວກ​ເຈົ້າ​ອີກ. 32 ໂຢຮັນ​ມາ​ຊີ້​ທາງ​ທີ່​ຖືກ ພວກ​ເຈົ້າ​ກໍ​ຍັງ​ບໍ່​ເຊື່ອ​ລາວ. ແຕ່​ຄົນ​ເກັບ​ພາສີ​ແລະ​ໂສເພນີ​ພັດ​ເຊື່ອ+ ແລະ​ເຖິງ​ວ່າ​ພວກ​ເຈົ້າ​ເຫັນ​ແບບ​ນີ້​ແລ້ວ ພວກ​ເຈົ້າ​ກໍ​ຍັງ​ບໍ່​ຍອມ​ປ່ຽນ​ໃຈ​ມາ​ເຊື່ອ​ໂຢຮັນ.

33 ໃຫ້​ຟັງ​ຕົວຢ່າງ​ປຽບທຽບ​ອີກ​ເລື່ອງ​ໜຶ່ງ​ໃຫ້​ດີ. ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ເປັນ​ເຈົ້າ​ຂອງ​ດິນ ລາວ​ປູກໝາກ​ລະແຊັງ+​ແລະ​ເຮັດ​ຮົ້ວ​ອ້ອມ​ສວນ. ລາວ​ຂຸດ​ອ່າງ​ຢຽບ​ໝາກ​ລະແຊັງ​ໃນ​ສວນ​ນັ້ນ ແລະ​ຍັງ​ສ້າງ​ຫໍ​ຄອຍ​ໄວ້​ນຳ​ອີກ.+ ເມື່ອ​ສ້າງ​ແລ້ວ​ໆ​ ລາວ​ກໍ​ໃຫ້​ຄົນ​ມາ​ເຊົ່າ​ສວນ​ໝາກ​ລະແຊັງ ຈາກນັ້ນ​ລາວ​ກໍ​ໄປ​ຕ່າງ​ປະເທດ.+ 34 ເມື່ອ​ຮອດ​ຍາມ​ເກັບ​ໝາກ​ລະແຊັງ ເຈົ້າ​ຂອງ​ສວນ​ໄດ້​ສົ່ງ​ພວກ​ທາດ​ໄປ​ເອົາ​ສ່ວນ​ແບ່ງ​ໝາກ​ລະແຊັງ​ຈາກ​ຄົນ​ເຊົ່າ​ສວນ. 35 ແຕ່​ຄົນ​ເຊົ່າ​ສວນ​ຈັບ​ທາດ​ຂອງ​ລາວ​ໄວ້. ທາດ​ຜູ້​ໜຶ່ງ​ຖືກ​ເຂົາເຈົ້າ​ຕີ ທາດ​ຜູ້​ໜຶ່ງ​ຖືກ​ເຂົາເຈົ້າ​ຂ້າ​ຕາຍ ແລະ​ທາດ​ອີກ​ຜູ້​ໜຶ່ງ​ຖືກ​ເຂົາເຈົ້າ​ດຶກ​ກ້ອນ​ຫີນ​ໃສ່.+ 36 ເຈົ້າ​ຂອງ​ສວນ​ຈຶ່ງ​ສົ່ງ​ທາດ​ອີກ​ກຸ່ມ​ໜຶ່ງ​ໄປ​ເຊິ່ງ​ມີ​ຄົນ​ຫຼາຍ​ກວ່າ​ເທື່ອ​ທຳອິດ ແຕ່​ເຂົາເຈົ້າ​ກໍ​ເຮັດ​ກັບ​ທາດ​ກຸ່ມ​ນີ້​ແບບ​ດຽວ​ກັນ.+ 37 ສຸດທ້າຍ ເຈົ້າ​ຂອງ​ສວນ​ໄດ້​ສົ່ງ​ລູກ​ຊາຍ​ຂອງ​ໂຕ​ເອງ​ໄປ​ຍ້ອນ​ຄິດ​ວ່າ ‘ພວກ​ນັ້ນ​ຄື​ຊິ​ນັບຖື​ລູກ​ຂອງ​ຂ້ອຍ.’ 38 ເມື່ອ​ຄົນ​ເຊົ່າ​ສວນ​ເຫັນ​ລູກ​ຊາຍ​ເຈົ້າ​ຂອງ​ສວນ​ກໍ​ພາກັນ​ເວົ້າ​ວ່າ ‘ນິ​ເດະ ຜູ້​ທີ່​ຈະ​ໄດ້​ຮັບ​ມໍລະດົກ!+ ຂ້າ​ມັນ​ໂລດ ແລ້ວ​ສວນ​ນີ້​ຈະ​ເປັນ​ຂອງ​ພວກ​ເຮົາ.’ 39 ພວກ​ນັ້ນ​ຈຶ່ງ​ຈັບ​ລູກ​ຊາຍ​ເຈົ້າ​ຂອງ​ສວນ​ໂຍນ​ອອກ​ໄປ​ນອກ​ສວນ​ໝາກ​ລະແຊັງ ແລ້ວ​ຂ້າ​ລາວ.+ 40 ພວກ​ເຈົ້າ​ຄິດ​ວ່າ​ເມື່ອ​ເຈົ້າ​ຂອງ​ສວນ​ມາ ລາວ​ຈະ​ເຮັດ​ແນວ​ໃດ​ກັບ​ຄົນ​ເຊົ່າ​ສວນ?” 41 ພວກ​ຫົວໜ້າ​ປະໂລຫິດ​ແລະ​ພວກ​ຜູ້​ນຳ​ຄົນ​ຢິວ​ຕອບ​ວ່າ: “ເຈົ້າ​ຂອງ​ສວນ​ຈະ​ກຳຈັດ​ພວກ​ຄົນ​ຊົ່ວ​ບໍ່​ໃຫ້​ເຫຼືອ​ເລີຍ ແລ້ວ​ລາວ​ຈະ​ໃຫ້​ຄົນ​ອື່ນ​ມາ​ເຊົ່າ​ສວນ​ໝາກ​ລະແຊັງ​ແທນ ແລະ​ເມື່ອ​ຮອດ​ຍາມ​ເກັບ​ໝາກ​ລະແຊັງ ຜູ້​ນັ້ນ​ກໍ​ຈະ​ເອົາ​ສ່ວນ​ແບ່ງ​ໝາກ​ລະແຊັງ​ໃຫ້​ລາວ.”

42 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ບໍ່​ເຄີຍ​ອ່ານ​ບໍ​ທີ່​ພະຄຳພີ​ບອກ​ວ່າ ‘ຫີນ​ທີ່​ຊ່າງ​ກໍ່ສ້າງ​ຖິ້ມ​ແລ້ວ​ໄດ້​ກາຍ​ມາ​ເປັນ​ຫີນ​ຫົວແຈ​ຫຼັກ.*+ ຫີນ​ນີ້​ມາ​ຈາກ​ພະ​ເຢໂຫວາ*​ແລະ​ພວກ​ເຮົາ​ເຫັນ​ວ່າ​ມັນ​ດີ​ຫຼາຍ​ແທ້​ໆ​.’?+ 43 ຍ້ອນ​ແນວ​ນີ້ ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ພວກ​ເຈົ້າ​ຈະ​ໝົດ​ໂອກາດ​ທີ່​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. ແລ້ວ​ອີກ​ຊາດ​ໜຶ່ງ​ຈະ​ໄດ້​ຮັບ​ໂອກາດ​ນັ້ນ​ແທນ​ຍ້ອນ​ເຂົາເຈົ້າເກີດ​ຜົນ​ສົມ​ກັບ​ການ​ປົກຄອງ​ນັ້ນ. 44 ຖ້າ​ຜູ້​ໃດ​ລົ້ມ​ໃສ່​ຫີນ​ກ້ອນ​ນັ້ນ ລາວ​ກໍ​ຈະມຸ່ນ+ ແລະ​ຖ້າ​ຫີນ​ກ້ອນ​ນັ້ນ​ຕົກ​ໃສ່​ຜູ້​ໃດ ຜູ້​ນັ້ນ​ກໍ​ຈະ​ມຸ່ນ​ຄື​ກັນ.”+

45 ເມື່ອ​ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຟາຣີຊາຍ​ໄດ້​ຍິນ​ຕົວຢ່າງ​ປຽບທຽບ​ທັງໝົດ ເຂົາເຈົ້າ​ກໍ​ຮູ້​ວ່າ​ພະ​ເຢຊູ​ກຳລັງ​ໝາຍເຖິງ​ເຂົາເຈົ້າ.+ 46 ເຂົາເຈົ້າ​ຈຶ່ງ​ຫາ​ທາງ​ຈັບ​ເພິ່ນ ແຕ່​ກໍ​ຢ້ານ​ປະຊາຊົນ ຍ້ອນ​ຄົນ​ສ່ວນ​ຫຼາຍ​ເຊື່ອ​ວ່າ​ເພິ່ນ​ເປັນ​ຜູ້​ພະຍາກອນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌