ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ຂໍ​ໃຫ້​ເຊື່ອ​ຟັງ (1-14)

        • ຢ່າ​ລືມ​ສິ່ງ​ທີ່​ພະເຈົ້າ​ເຮັດ (9)

      • ພະ​ເຢໂຫວາ​ຮຽກ​ຮ້ອງ​ໃຫ້​ນະມັດສະການ​ເພິ່ນ​ພຽງ​ຜູ້​ດຽວ (15-31)

      • ບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ພະ​ເຢໂຫວາ (32-40)

      • ເມືອງ​ລີ້ໄພ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ (41-43)

      • ເລີ່ມ​ເວົ້າ​ເຖິງ​ເລື່ອງ​ກົດ​ໝາຍ (44-49)

ພະບັນຍັດ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:5

ພະບັນຍັດ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:32; ສພສ 30:5, 6; ພນມ 22:18, 19

ພະບັນຍັດ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 25:5, 9; ພສ 106:28; ຮຊອ 9:10; 1ກຣ 10:7, 8

ພະບັນຍັດ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:46; ຈຊບ 30:16; 36:13; ພບຍ 6:1

ພະບັນຍັດ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:3
  • +ພສ 111:10
  • +ພສ 119:98, 100
  • +1ກສ 4:34; 10:4-7; ດນອ 1:19, 20

ພະບັນຍັດ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:8; ລລວ 26:12; ພບຍ 5:26; 2ຊມ 7:23

ພະບັນຍັດ 4:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 147:19, 20

ພະບັນຍັດ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 18:19; ພບຍ 6:6, 7

ພະບັນຍັດ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:9
  • +ອພຍ 20:20; ພບຍ 5:29
  • +ສພສ 22:6; ອຟຊ 6:4

ພະບັນຍັດ 4:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:18; ຮຣ 12:18, 19

ພະບັນຍັດ 4:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:10
  • +ອພຍ 20:22
  • +ອຊຢ 40:18; ຢຮ 1:18; 4:24

ພະບັນຍັດ 4:13

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “10 ຄຳ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:5; ພບຍ 5:2; 9:9; ຮຣ 9:19, 20
  • +ອພຍ 20:1; 34:28; ພບຍ 10:4
  • +ອພຍ 24:12; 31:18; 32:19; 34:1

ພະບັນຍັດ 4:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:4; ພບຍ 27:15; ອຊຢ 40:18; ກຈກ 17:29; 1ກຣ 10:14

ພະບັນຍັດ 4:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 5:8; ຣມ 1:22, 23

ພະບັນຍັດ 4:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 5:4

ພະບັນຍັດ 4:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 17:2, 3; 2ກສ 17:16; ອຊກ 8:16

ພະບັນຍັດ 4:20

ໄຂເງື່ອນ

  • *

    ຫຼື “ມໍລະດົກ​ຂອງ​ເພິ່ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:5

ພະບັນຍັດ 4:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 106:32
  • +ຈຊບ 20:12; ພບຍ 31:1, 2

ພະບັນຍັດ 4:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:27

ພະບັນຍັດ 4:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:3
  • +ອພຍ 20:4

ພະບັນຍັດ 4:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:17; ພບຍ 9:3; ຮຣ 12:29
  • +ອພຍ 20:5; 34:14; ຈຊບ 25:11; ລກ 10:27

ພະບັນຍັດ 4:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 18:30; 2ກສ 21:1, 7
  • +2ກສ 17:16, 17

ພະບັນຍັດ 4:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:24, 28; 26:27, 32

ພະບັນຍັດ 4:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:64; ນຮຢ 1:8
  • +ພບຍ 28:62

ພະບັນຍັດ 4:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15, 36; ຢຣມ 16:13; ອຊກ 20:39

ພະບັນຍັດ 4:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:1-3, 8-10; 1ກສ 8:48, 49; ຢຣມ 29:13; ຢອ 2:12
  • +2ຂຄ 15:4, 15

ພະບັນຍັດ 4:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 33:13; ນຮຢ 1:9

ພະບັນຍັດ 4:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:6; ພບຍ 30:3; 2ຂຄ 30:9; ນຮຢ 9:31; ອຊຢ 54:7; 55:7
  • +ລລວ 26:42

ພະບັນຍັດ 4:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 44:1

ພະບັນຍັດ 4:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 5:26

ພະບັນຍັດ 4:34

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ມື​ທີ່​ແຂງແຮງ​ແລະ​ແຂນ​ທີ່​ຢຽດ​ອອກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:3
  • +ອພຍ 15:3
  • +ອພຍ 13:3
  • +ພບຍ 26:8; ພສ 78:43-51

ພະບັນຍັດ 4:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:7
  • +ອພຍ 15:11; ພບຍ 32:39; 1ຊມ 2:2; ອຊຢ 45:18; ມຣກ 12:32

ພະບັນຍັດ 4:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:18; 20:22

ພະບັນຍັດ 4:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 10:15; ພສ 105:6

ພະບັນຍັດ 4:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:28; ພບຍ 7:1; 9:1; ຢຊ 3:10

ພະບັນຍັດ 4:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 20:6
  • +ອຊຢ 44:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 4

ພະບັນຍັດ 4:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 48:3, 4

ພະບັນຍັດ 4:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 35:14

ພະບັນຍັດ 4:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 35:22-24
  • +ຈຊບ 35:11, 25; ພບຍ 19:4, 5

ພະບັນຍັດ 4:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 21:8, 36
  • +ຢຊ 21:8, 38
  • +ຢຊ 21:27
  • +ຢຊ 20:8, 9

ພະບັນຍັດ 4:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 17:18; 27:2, 3; ຄລຕ 3:24

ພະບັນຍັດ 4:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:46; ພບຍ 4:1

ພະບັນຍັດ 4:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 1:5; 3:29
  • +ຈຊບ 21:26
  • +ຈຊບ 21:23, 24

ພະບັນຍັດ 4:47

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:33; ພບຍ 3:4

ພະບັນຍັດ 4:48

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 2:36; 3:12
  • +ພບຍ 3:8, 9

ພະບັນຍັດ 4:49

ໄຂເງື່ອນ

  • *

    ໝາຍເຖິງ​ທະເລ​ເກືອ​ຫຼື​ທະເລ​ຕາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:16, 17; 34:1

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 4:1ລລວ 18:5
ພບຍ. 4:2ພບຍ 12:32; ສພສ 30:5, 6; ພນມ 22:18, 19
ພບຍ. 4:3ຈຊບ 25:5, 9; ພສ 106:28; ຮຊອ 9:10; 1ກຣ 10:7, 8
ພບຍ. 4:5ລລວ 26:46; ຈຊບ 30:16; 36:13; ພບຍ 6:1
ພບຍ. 4:61ກສ 2:3
ພບຍ. 4:6ພສ 111:10
ພບຍ. 4:6ພສ 119:98, 100
ພບຍ. 4:61ກສ 4:34; 10:4-7; ດນອ 1:19, 20
ພບຍ. 4:7ອພຍ 25:8; ລລວ 26:12; ພບຍ 5:26; 2ຊມ 7:23
ພບຍ. 4:8ພສ 147:19, 20
ພບຍ. 4:9ປຖກ 18:19; ພບຍ 6:6, 7
ພບຍ. 4:10ອພຍ 19:9
ພບຍ. 4:10ອພຍ 20:20; ພບຍ 5:29
ພບຍ. 4:10ສພສ 22:6; ອຟຊ 6:4
ພບຍ. 4:11ອພຍ 19:18; ຮຣ 12:18, 19
ພບຍ. 4:12ພບຍ 9:10
ພບຍ. 4:12ອພຍ 20:22
ພບຍ. 4:12ອຊຢ 40:18; ຢຮ 1:18; 4:24
ພບຍ. 4:13ອພຍ 19:5; ພບຍ 5:2; 9:9; ຮຣ 9:19, 20
ພບຍ. 4:13ອພຍ 20:1; 34:28; ພບຍ 10:4
ພບຍ. 4:13ອພຍ 24:12; 31:18; 32:19; 34:1
ພບຍ. 4:16ອພຍ 20:4; ພບຍ 27:15; ອຊຢ 40:18; ກຈກ 17:29; 1ກຣ 10:14
ພບຍ. 4:17ພບຍ 5:8; ຣມ 1:22, 23
ພບຍ. 4:181ຊມ 5:4
ພບຍ. 4:19ພບຍ 17:2, 3; 2ກສ 17:16; ອຊກ 8:16
ພບຍ. 4:20ອພຍ 19:5
ພບຍ. 4:21ພສ 106:32
ພບຍ. 4:21ຈຊບ 20:12; ພບຍ 31:1, 2
ພບຍ. 4:22ພບຍ 3:27
ພບຍ. 4:23ອພຍ 24:3
ພບຍ. 4:23ອພຍ 20:4
ພບຍ. 4:24ອພຍ 24:17; ພບຍ 9:3; ຮຣ 12:29
ພບຍ. 4:24ອພຍ 20:5; 34:14; ຈຊບ 25:11; ລກ 10:27
ພບຍ. 4:25ຜຕສ 18:30; 2ກສ 21:1, 7
ພບຍ. 4:252ກສ 17:16, 17
ພບຍ. 4:26ລລວ 18:24, 28; 26:27, 32
ພບຍ. 4:27ພບຍ 28:64; ນຮຢ 1:8
ພບຍ. 4:27ພບຍ 28:62
ພບຍ. 4:28ພບຍ 28:15, 36; ຢຣມ 16:13; ອຊກ 20:39
ພບຍ. 4:29ພບຍ 30:1-3, 8-10; 1ກສ 8:48, 49; ຢຣມ 29:13; ຢອ 2:12
ພບຍ. 4:292ຂຄ 15:4, 15
ພບຍ. 4:302ຂຄ 33:13; ນຮຢ 1:9
ພບຍ. 4:31ອພຍ 34:6; ພບຍ 30:3; 2ຂຄ 30:9; ນຮຢ 9:31; ອຊຢ 54:7; 55:7
ພບຍ. 4:31ລລວ 26:42
ພບຍ. 4:32ພສ 44:1
ພບຍ. 4:33ພບຍ 5:26
ພບຍ. 4:34ອພຍ 7:3
ພບຍ. 4:34ອພຍ 15:3
ພບຍ. 4:34ອພຍ 13:3
ພບຍ. 4:34ພບຍ 26:8; ພສ 78:43-51
ພບຍ. 4:35ອພຍ 6:7
ພບຍ. 4:35ອພຍ 15:11; ພບຍ 32:39; 1ຊມ 2:2; ອຊຢ 45:18; ມຣກ 12:32
ພບຍ. 4:36ອພຍ 19:18; 20:22
ພບຍ. 4:37ພບຍ 10:15; ພສ 105:6
ພບຍ. 4:38ອພຍ 23:28; ພບຍ 7:1; 9:1; ຢຊ 3:10
ພບຍ. 4:392ຂຄ 20:6
ພບຍ. 4:39ອຊຢ 44:6
ພບຍ. 4:40ປຖກ 48:3, 4
ພບຍ. 4:41ຈຊບ 35:14
ພບຍ. 4:42ຈຊບ 35:22-24
ພບຍ. 4:42ຈຊບ 35:11, 25; ພບຍ 19:4, 5
ພບຍ. 4:43ຢຊ 21:8, 36
ພບຍ. 4:43ຢຊ 21:8, 38
ພບຍ. 4:43ຢຊ 21:27
ພບຍ. 4:43ຢຊ 20:8, 9
ພບຍ. 4:44ພບຍ 17:18; 27:2, 3; ຄລຕ 3:24
ພບຍ. 4:45ລລວ 26:46; ພບຍ 4:1
ພບຍ. 4:46ພບຍ 1:5; 3:29
ພບຍ. 4:46ຈຊບ 21:26
ພບຍ. 4:46ຈຊບ 21:23, 24
ພບຍ. 4:47ຈຊບ 21:33; ພບຍ 3:4
ພບຍ. 4:48ພບຍ 2:36; 3:12
ພບຍ. 4:48ພບຍ 3:8, 9
ພບຍ. 4:49ພບຍ 3:16, 17; 34:1
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 4:1-49

ພະບັນຍັດ

4 “ພວກ​ອິດສະຣາເອນ ຂໍ​ໃຫ້​ຟັງ​ຂໍ້​ກຳນົດ​ແລະ​ກົດ​ໝາຍ​ທີ່​ຂ້ອຍ​ສອນ​ໃຫ້​ພວກ​ເຈົ້າ​ເຮັດ​ຕາມ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຕາຍ+ ແລະ​ສາມາດ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງປູ່ຍ່າຕານາຍຂອງ​ພວກ​ເຈົ້າ​ຈະ​ເອົາ​ໃຫ້. 2 ຫ້າມ​ຕັດ​ຫຼື​ຕື່ມ​ຄຳ​ສັ່ງ​ເຫຼົ່ານີ້.+ ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ທີ່​ຂ້ອຍ​ກຳລັງ​ຈະ​ບອກ.

3 ພວກ​ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ແດ່​ກັບ​ຄົນ​ທີ່ນະ​ມັດສະການພະ​ບາອານທີ່​ຢູ່​ເປໂອ. ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ທຳລາຍ​ພວກ​ເຂົາ​ທຸກ​ຄົນ.+ 4 ແຕ່​ພວກ​ເຈົ້າ​ທີ່​ຢູ່​ຝ່າຍ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ຈົນ​ຮອດ​ທຸກ​ມື້​ນີ້. 5 ຂ້ອຍ​ສອນ​ຂໍ້​ກຳນົດ​ກົດ​ໝາຍ+​ນີ້​ໃຫ້​ພວກ​ເຈົ້າ​ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ໄດ້​ສັ່ງ​ຂ້ອຍ ເພື່ອ​ພວກ​ເຈົ້າ​ຊິ​ໄດ້​ເຮັດ​ຕາມ​ຕອນ​ທີ່​ເຂົ້າ​ໄປ​ຢູ່​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ. 6 ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ຢ່າງເຄັ່ງ​ຄັດ+ ເພື່ອ​ຄົນ​ຊາດ​ອື່ນ​ໆ​ທີ່​ໄດ້​ຍິນ​ຂໍ້​ກຳນົດ​ກົດ​ໝາຍ​ຂອງ​ພວກ​ເຈົ້າ​ຊິ​ຮູ້​ວ່າ ພວກ​ເຈົ້າ​ມີ​ສະຕິ​ປັນຍາ+ແລະ​ມີ​ຄວາມ​ເຂົ້າໃຈ+ ແລະ​ພວກ​ເຂົາ​ຊິ​ເວົ້າ​ວ່າ ‘ຊາດ​ນີ້​ຈັ່ງ​ແມ່ນ​ສະຫຼາດ​ແລະ​ມີ​ຄວາມ​ເຂົ້າໃຈອີ່ຫຼີ.’+ 7 ພະ​ເຢໂຫວາ​ພະເຈົ້າ​ຢູ່​ໃກ້​ພວກ​ເຮົາ​ທຸກ​ເທື່ອ​ຕອນ​ທີ່​ພວກ​ເຮົາ​ຮ້ອງ​ຫາ​ເພິ່ນ.+ ມີ​ຊາດ​ໃດ​ບໍ​ທີ່​ມີ​ພະເຈົ້າ​ແບບ​ນີ້? 8 ມື້​ນີ້​ຂ້ອຍ​ຊິ​ສອນ​ຂໍ້​ກຳນົດ​ກົດ​ໝາຍ​ທີ່​ຖືກຕ້ອງ​ສົມບູນ​ໃຫ້​ພວກ​ເຈົ້າ.+ ມີ​ຊາດ​ໃດ​ບໍ​ທີ່​ມີ​ກົດ​ໝາຍ​ທີ່​ດີ​ແບບ​ນີ້?

9 ໃຫ້​ລະວັງ​ແລະ​ເອົາໃຈໃສ່​ດີ​ໆ​ ເພື່ອ​ພວກ​ເຈົ້າ​ຊິ​ບໍ່​ລືມ​ໃນ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຫັນ ແລະ​ເພື່ອ​ໃຫ້​ສິ່ງ​ເຫຼົ່າ​ນັ້ນ​ຢູ່​ໃນ​ໃຈ​ຂອງ​ພວກ​ເຈົ້າ​ໄປ​ຕະຫຼອດ​ຊີວິດ. ພວກ​ເຈົ້າ​ຕ້ອງ​ເລົ່າ​ສິ່ງ​ເຫຼົ່າ​ນັ້ນ​ໃຫ້​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຟັງ.+ 10 ຕອນ​ທີ່​ພວກ​ເຈົ້າ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຢູ່​ໂຮເຣັບ ພະ​ເຢໂຫວາ​ສັ່ງ​ຂ້ອຍ​ວ່າ ‘ໃຫ້​ເອີ້ນ​ປະຊາຊົນ​ມາ​ຟັງ​ສິ່ງ​ທີ່​ເຮົາ​ຊິ​ບອກ+ ເພື່ອ​ເຂົາ​ເຈົ້າ​ຊິ​ຢ້ານຢຳ​ເຮົາ+​ຕະຫຼອດ​ຊີວິດ​ຂອງ​ເຂົາ​ເຈົ້າ ແລະ​ເພື່ອ​ເຂົາ​ເຈົ້າ​ຊິ​ໄດ້​ສອນ​ລູກ​ສອນ​ຫຼານ.’+

11 ແລ້ວ​ພວກ​ເຈົ້າ​ກໍ​ພາກັນ​ມາ​ຢືນ​ຢູ່​ໃກ້​ໆ​ຕີນ​ພູ. ຢູ່​ພູ​ນັ້ນ​ມີ​ໄຟ​ລຸກ​ຂຶ້ນ​ໄປ​ເທິງ​ຟ້າ ມີ​ຄວາມ​ມືດ​ຄຶ້ມ ແລະ​ມີ​ຂີ້ເຝື້ອ​ຕຶບ​ໜາ.+ 12 ພະ​ເຢໂຫວາ​ເລີ່ມ​ເວົ້າ​ກັບ​ພວກ​ເຈົ້າ​ຈາກ​ໄຟ​ນັ້ນ.+ ພວກ​ເຈົ້າ​ໄດ້​ຍິນ​ສຽງ​ເພິ່ນ​ເວົ້າ+ ແຕ່​ບໍ່​ເຫັນ​ເພິ່ນ.+ 13 ເພິ່ນ​ໄດ້​ເຮັດ​ສັນຍາ​ກັບ​ພວກ​ເຈົ້າ+ແລະ​ສັ່ງ​ພວກ​ເຈົ້າ​ໃຫ້​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ຂອງ​ເພິ່ນ ເຊິ່ງ​ກໍ​ຄືກົດ​ໝາຍ 10 ຂໍ້*+ທີ່​ຕໍ່ມາ​ເພິ່ນ​ໄດ້​ຂຽນ​ໄວ້​ໃນ​ແຜ່ນ​ຫີນ 2 ແຜ່ນ.+ 14 ພະ​ເຢໂຫວາ​ໄດ້​ສັ່ງ​ຂ້ອຍ​ໃຫ້​ສອນ​ຂໍ້​ກຳນົດ​ກົດ​ໝາຍ​ໃຫ້​ພວກ​ເຈົ້າ ເຊິ່ງ​ເປັນ​ກົດ​ໝາຍ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຕອນ​ທີ່​ເຂົ້າ​ໄປ​ຢູ່​ໃນ​ແຜ່ນດິນ​ທີ່​ເພິ່ນ​ຊິ​ເອົາ​ໃຫ້.

15 ຍ້ອນ​ວ່າ​ໃນ​ມື້​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ພວກ​ເຈົ້າ​ຈາກ​ໄຟ​ທີ່​ຢູ່​ໂຮເຣັບ ພວກ​ເຈົ້າ​ແນມ​ບໍ່​ເຫັນ​ເພິ່ນ. ດັ່ງນັ້ນ ພວກ​ເຈົ້າ​ຕ້ອງ​ລະວັງ. 16 ຢ່າ​ເຮັດ​ໃຫ້​ໂຕເອງ​ຖືກ​ທຳລາຍໂດຍ​ເຮັດຮູບ​ຫຍັງ​ກໍ​ຕາມເພື່ອ​ນະມັດສະການ ບໍ່​ວ່າ​ຈະ​ເປັນ​ຮູບ​ຜູ້​ຊາຍ​ຫຼື​ຮູບ​ຜູ້​ຍິງ+ 17 ຮູບ​ສັດ​ທີ່​ຢູ່​ເທິງ​ດິນ​ຫຼື​ຮູບ​ນົກ​ທີ່​ຢູ່​ເທິງ​ຟ້າ+ 18 ຮູບ​ສັດ​ເລືອຄານ​ຫຼື​ຮູບ​ປາ​ທີ່​ຢູ່​ໃນ​ນ້ຳ.+ 19 ເມື່ອ​ພວກ​ເຈົ້າ​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ຟ້າ​ແລະ​ເຫັນ​ຕາເວັນ ເດືອນ ແລະ​ດາວ​ຕ່າງ​ໆ​ເຊິ່ງ​ເປັນສິ່ງ​ທີ່​ຢູ່​ເທິງ​ຟ້າ ຢ່າ​ຫຼົງ​ໄປ​ຂາບ​ໄຫວ້​ຫຼື​ນະມັດສະການ​ສິ່ງ​ເຫຼົ່າ​ນັ້ນ.+ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໃຫ້​ສິ່ງ​ເຫຼົ່າ​ນັ້ນ​ກັບ​ທຸກ​ຄົນ​ໃນ​ໂລກ. 20 ແຕ່​ພວກ​ເຈົ້າ​ເປັນ​ຄົນ​ທີ່​ພະ​ເຢໂຫວາ​ພາ​ອອກ​ມາ​ຈາກ​ເອຢິບ ເຊິ່ງ​ເປັນ​ບ່ອນ​ທີ່​ເຮັດ​ໃຫ້​ພວກ​ເຈົ້າ​ທຸກ​ລຳບາກ​ຫຼາຍຄື​ກັບຢູ່​ໃນເຕົາ​ຫຼອມ​ເຫຼັກ ເພື່ອ​ພວກ​ເຈົ້າ​ຊິ​ໄດ້​ເປັນ​ຊັບ​ສົມບັດ​ຂອງ​ເພິ່ນ*+ ຄື​ກັບ​ທີ່​ເປັນ​ຢູ່​ຕອນ​ນີ້.

21 ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ຂ້ອຍ​ຍ້ອນ​ພວກ​ເຈົ້າ+ ແລະ​ເພິ່ນ​ສາບານ​ວ່າ​ຂ້ອຍ​ຊິ​ບໍ່​ໄດ້​ຂ້າມ​ແມ່​ນ້ຳ​ຈໍແດນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ດີ​ໆ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຊິ​ເອົາ​ໃຫ້​ພວກ​ເຈົ້າ​ເປັນ​ມໍລະດົກ.+ 22 ຂ້ອຍ​ຊິ​ຕາຍ​ໃນ​ແຜ່ນດິນ​ນີ້​ແລະ​ບໍ່​ໄດ້​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ+ ແຕ່​ພວກ​ເຈົ້າ​ຊິ​ໄດ້​ຂ້າມ​ໄປ​ແລະ​ໄດ້​ຢູ່​ໃນ​ແຜ່ນດິນ​ທີ່​ດີ​ນັ້ນ. 23 ໃຫ້​ພວກ​ເຈົ້າ​ລະວັງ. ຢ່າ​ລືມ​ຄຳ​ສັນຍາ​ທີ່​ພະ​ເຢໂຫວາ​ພະເຈົ້າ​ໄດ້​ເຮັດ​ກັບ​ພວກ​ເຈົ້າ.+ ຢ່າ​ເຮັດຮູບຫຍັງ​ກໍ​ຕາມ​ເພື່ອ​ນະມັດສະການ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຫ້າມ​ບໍ່​ໃຫ້​ເຮັດ​ແນວ​ນັ້ນ.+ 24 ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ຄື​ກັບ​ໄຟ​ທີ່ເຜົາ​ຜານ.+ ເພິ່ນ​ເປັນ​ພະເຈົ້າ​ທີ່​ຮຽກ​ຮ້ອງ​ໃຫ້​ນະມັດສະການ​ເພິ່ນພຽງ​ຜູ້​ດຽວ.+

25 ຖ້າ​ພວກ​ເຈົ້າ​ຢູ່​ໃນ​ແຜ່ນດິນ​ນັ້ນ​ດົນ​ຫຼາຍ​ປີ​ຈົນ​ມີ​ລູກ​ມີ​ຫຼານ ແລ້ວ​ພວກ​ເຈົ້າ​ກໍ​ເຮັດ​ໃຫ້​ໂຕເອງ​ຖືກ​ທຳລາຍ​ໂດຍ​ເຮັດ​ຮູບ​ຫຍັງ​ກໍ​ຕາມ​ເພື່ອ​ນະມັດສະການ+ ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ບໍ່​ພໍ​ໃຈ​ໂດຍ​ເຮັດ​ສິ່ງ​ຊົ່ວ​ໃນ​ສາຍ​ຕາ​ເພິ່ນ+ 26 ໃນ​ມື້​ນີ້ ຂ້ອຍ​ຈະ​ໃຫ້​ຟ້າ​ດິນ​ເປັນ​ພະຍານ​ວ່າ ພວກ​ເຈົ້າ​ຈະ​ຖືກ​ທຳລາຍ​ຢ່າງ​ໄວ​ໃນ​ແຜ່ນດິນ​ທີ່​ພວກ​ເຈົ້າ​ຈະ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ຍຶດ​ເອົາ​ນັ້ນ. ພວກ​ເຈົ້າ​ຈະ​ຢູ່​ໃນ​ແຜ່ນດິນ​ນັ້ນ​ໄດ້​ບໍ່​ດົນ ແລະ​ຈະ​ຖືກ​ທຳລາຍ​ຢ່າງ​ແນ່ນອນ.+ 27 ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ແຕກ​ໜີ​ໄປ​ຢູ່​ປະເທດ​ອື່ນ​ໆ​+ ແລະ​ຈະ​ມີ​ຄົນ​ລອດ​ບໍ່​ເທົ່າ​ໃດ​ຄົນ+​ໃນ​ປະເທດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄລ່​ພວກ​ເຈົ້າ​ໄປ​ຢູ່​ນັ້ນ. 28 ແລ້ວ​ພວກ​ເຈົ້າ​ຈະ​ຕ້ອງ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ທີ່​ຄົນ​ເຮັດ​ຈາກ​ໄມ້​ແລະ​ຫີນ.+ ພະເຈົ້າ​ເຫຼົ່າ​ນັ້ນແນມ​ເບິ່ງ​ບໍ່​ໄດ້ ຟັງ​ບໍ່​ໄດ້ ກິນ​ດື່ມ​ບໍ່​ໄດ້ ແລະ​ດົມ​ກິ່ນ​ກໍ​ບໍ່​ໄດ້.

29 ໃນ​ບ່ອນ​ນັ້ນ ຖ້າ​ພວກ​ເຈົ້າ​ຊອກ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ+ ພວກ​ເຈົ້າ​ກໍ​ຈະ​ພົບ​ເພິ່ນ.+ 30 ໃນ​ອະນາຄົດ​ທາງ​ໜ້າ ຖ້າ​ພວກ​ເຈົ້າ​ເຈິ​ກັບ​ຄວາມທຸກ​ລຳບາກ​ຫຼາຍ​ແລະເຈິກັບ​ສິ່ງ​ທີ່​ຂ້ອຍ​ໄດ້​ເວົ້າ​ໄປ​ແລ້ວ ໃຫ້​ພວກ​ເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ແລະ​ເຊື່ອ​ຟັງ​ເພິ່ນ.+ 31 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ.+ ເພິ່ນ​ຈະ​ບໍ່​ປະຖິ້ມ​ພວກ​ເຈົ້າ ຫຼືທຳລາຍພວກ​ເຈົ້າ​ໃຫ້​ໝົດ​ໄປ ຫຼື​ລືມສັນຍາທີ່​ເພິ່ນ​ໄດ້​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ.+

32 ຕອນ​ນີ້ ຂໍ​ໃຫ້​ພວກ​ເຈົ້າ​ຄິດເຖິງ​ສະໄໝ​ກ່ອນ​ທີ່​ພວກ​ເຈົ້າ​ຊິ​ເກີດ ຕັ້ງ​ແຕ່​ຕອນ​ທີ່​ພະເຈົ້າ​ສ້າງ​ຄົນ​ຢູ່​ເທິງ​ໂລກ. ຕັ້ງ​ແຕ່​ສຸດ​ຂອບ​ໂລກ​ເບື້ອງ​ນີ້​ໄປ​ຈົນ​ຮອດ​ສຸດ​ຂອບ​ໂລກ​ເບື້ອງ​ນັ້ນ ພວກ​ເຈົ້າ​ເຄີຍ​ໄດ້​ເຫັນ​ຫຼື​ເຄີຍ​ໄດ້​ຍິນ​ສິ່ງ​ທີ່​ຍິ່ງ​ໃຫຍ່​ແບບ​ນີ້​ບໍ?+ 33 ເຄີຍ​ມີ​ຄົນ​ໄດ້​ຍິນ​ສຽງ​ພະເຈົ້າ​ເວົ້າ​ອອກ​ມາ​ຈາກ​ໄຟ ແລ້ວ​ຍັງ​ມີ​ຊີວິດ​ຢູ່​ຄື​ກັບ​ພວກ​ເຈົ້າ​ບໍ?+ 34 ພະເຈົ້າ​ໄດ້​ເລືອກ​ພວກ​ເຈົ້າ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​ໃຫ້​ເປັນ​ຄົນ​ຂອງ​ເພິ່ນ ແລ້ວ​ພວກ​ເຈົ້າ​ກໍ​ໄດ້​ເຫັນ​ກັບ​ຕາ​ວ່າ ຕອນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຊ່ວຍ​ພວກ​ເຈົ້າ​ອອກ​ຈາກ​ເອຢິບ ເພິ່ນ​ໄດ້​ໃຊ້ການ​ຕັດສິນ​ລົງໂທດ ການອັດສະຈັນ+ ສົງຄາມ+ ລິດເດດ​ທີ່​ຍິ່ງ​ໃຫຍ່*+ ແລະ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ​ຢ່າງ.+ ເພິ່ນ​ບໍ່​ເຄີຍ​ເຮັດ​ແບບ​ນີ້​ເພື່ອ​ຜູ້​ໃດ​ມາ​ກ່ອນ​ແມ່ນ​ບໍ? 35 ເພິ່ນ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ເພື່ອ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ+ ບໍ່​ມີພະເຈົ້າ​ອື່ນນອກ​ຈາກ​ເພິ່ນ.+ 36 ເພິ່ນ​ໃຫ້​ພວກ​ເຈົ້າ​ໄດ້​ຍິນ​ສຽງ​ເພິ່ນ​ຈາກ​ຟ້າ​ເພື່ອ​ສອນ​ພວກ​ເຈົ້າ​ໃຫ້ເຊື່ອ​ຟັງເພິ່ນ. ເພິ່ນ​ຍັງ​ໃຫ້​ພວກ​ເຈົ້າ​ເຫັນໄຟ​ລຸກ​ຂຶ້ນ​ໄປ​ເທິງ​ຟ້າ ແລະ​ໄດ້​ຍິນ​ສຽງ​ເພິ່ນ​ຈາກ​ໄຟ​ນັ້ນ.+

37 ເພິ່ນ​ຮັກ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ ແລະ​ເລືອກ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ໃຫ້ເປັນ​ຄົນ​ຂອງ​ເພິ່ນ.+ ເພິ່ນ​ໃຊ້​ລິດເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ​ຊ່ວຍ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ. 38 ເພິ່ນ​ໄດ້​ຂັບ​ໄລ່​ຊາດ​ຕ່າງ​ໆ​ທີ່ມີ​ຄົນ​ຫຼາຍ​ກວ່າ ແລະ​ມີ​ກຳລັງ​ຫຼາຍ​ກວ່າ​ອອກ​ໄປ​ຈາກ​ແຜ່ນດິນ​ທີ່​ຈະ​ໃຫ້​ພວກ​ເຈົ້າ​ເປັນ​ມໍລະດົກ ເພື່ອ​ຈະ​ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ຢູ່​ຄື​ກັບ​ທີ່​ເປັນ​ຢູ່​ຕອນ​ນີ້.+ 39 ໃນ​ມື້​ນີ້ ໃຫ້​ພວກ​ເຈົ້າ​ຮູ້​ແລະ​ຈື່​ໄວ້​ວ່າ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ+ ບໍ່​ມີ​ພະເຈົ້າ​ອື່ນ.+ 40 ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ຂອງ​ເພິ່ນ​ຕາມ​ທີ່​ຂ້ອຍ​ສັ່ງ​ໃນ​ມື້​ນີ້ ເພື່ອ​ພວກ​ເຈົ້າ​ກັບ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຈະ​ຢູ່​ດີ​ມີ​ແຮງ ແລະ​ມີ​ຊີວິດ​ຍືນ​ຍາວ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເອົາ​ໃຫ້​ພວກ​ເຈົ້າ.”+

41 ຕອນ​ນັ້ນ ໂມເຊ​ໄດ້​ກັນ​ເມືອງ​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ​ໄວ້ 3 ເມືອງ.+ 42 ຖ້າ​ຜູ້​ໃດ​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ແລະ​ບໍ່​ໄດ້​ຊັງ​ກັນ​ມາ​ກ່ອນ+ ຜູ້​ນັ້ນ​ຈະ​ໜີ​ໄປ​ເມືອງ​ໃດ​ເມືອງ​ໜຶ່ງ​ໃນ 3 ເມືອງ​ນີ້​ໄດ້.+ 43 ສາມ​ເມືອງນີ້ມີ: ເມືອງ​ເບເຊ+​ທີ່​ຢູ່​ພູ​ພຽງ​ໃນ​ບ່ອນ​ກັນດານ​ເຊິ່ງ​ເປັນ​ຂອງ​ຄົນ​ຕະກູນ​ຣູເບັນ ເມືອງ​ຣາໂມດ+​ທີ່​ຢູ່​ໃນ​ກິລຽດ​ເຊິ່ງ​ເປັນ​ຂອງ​ຄົນ​ຕະກູນ​ຄາດ ແລະ​ເມືອງ​ໂກ​ລານ+​ໃນ​ບາຊານ​ເຊິ່ງ​ເປັນ​ຂອງ​ຄົນ​ຕະກູນ​ມານາເຊ.+

44 ນີ້​ແມ່ນ​ກົດ​ໝາຍ+​ທີ່​ໂມເຊ​ສັ່ງ​ພວກ​ອິດສະຣາເອນ. 45 ສິ່ງ​ເຫຼົ່ານີ້​ເປັນ​ຂໍ້​ເຕືອນ​ໃຈ ຂໍ້​ກຳນົດ ແລະ​ຄຳ​ສັ່ງ​ທີ່​ໂມເຊ​ໃຫ້​ກັບ​ພວກ​ອິດສະຣາເອນ​ຫຼັງ​ຈາກ​ອອກ​ຈາກ​ເອຢິບ.+ 46 ຕອນ​ນັ້ນ ເຂົາ​ເຈົ້າ​ຢູ່​ເຂດ​ແມ່​ນ້ຳ​ຈໍແດນ​ໃນ​ຮ່ອມພູ​ທີ່​ຢູ່​ກົງ​ກັນ​ຂ້າມ​ກັບ​ເບັດເປໂອ+ ເຊິ່ງ​ເຄີຍ​ເປັນ​ແຜ່ນດິນ​ຂອງ​ສີໂຮນ​ກະສັດ​ຂອງ​ຄົນ​ອາໂມ​ທີ່​ຢູ່​ເມືອງ​ເຮັດຊະໂບນ.+ ໂມເຊ​ກັບ​ພວກ​ອິດສະຣາເອນ​ຕໍ່ສູ້​ຊະນະ​ລາວ​ຫຼັງ​ຈາກ​ອອກ​ມາ​ຈາກ​ເອຢິບ.+ 47 ເຂົາ​ເຈົ້າ​ຍຶດ​ເອົາ​ແຜ່ນດິນ​ຂອງ​ກະສັດ​ສີໂຮນ ແລະ​ແຜ່ນດິນ​ຂອງ​ກະສັດ​ໂອກ+ທີ່​ຢູ່​ບາຊານ. ກະສັດ​ທັງ​ສອງ​ອົງ​ນີ້​ຂອງ​ຄົນ​ອາໂມ​ຢູ່​ເຂດ​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ. 48 ພວກ​ອິດສະຣາເອນ​ຍຶດ​ແຜ່ນດິນ​ຕັ້ງ​ແຕ່​ເມືອງ​ອາໂຣເອ+​ທີ່​ຢູ່​ແຄມ​ຮ່ອມພູ*ອາໂນນ ໄປ​ຈົນ​ຮອດ​ພູ​ສີ​ໂອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຮີໂມນ+ 49 ແລະ​ເຂດ​ອາຣາບາ​ທັງ​ໝົດ​ທີ່​ຢູ່​ເຂດ​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ ໄປ​ຈົນ​ຮອດ​ທະເລ​ຂອງ​ເຂດ​ອາຣາບາ*ທີ່​ຢູ່​ຕີນ​ເນີນ​ພູ​ປິຊະກາ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌