ກິດຈະການຂອງອັກຄະສາວົກ
8 ໂຊໂລເຫັນດີກັບການຂ້າຊະເຕຟາໂນ.+
ຕັ້ງແຕ່ມື້ນັ້ນ ພີ່ນ້ອງໃນປະຊາຄົມຢູ່ເມືອງເຢຣູຊາເລັມກໍເລີ່ມຖືກຂົ່ມເຫງຢ່າງໜັກ. ລູກສິດທຸກຄົນຍົກເວັ້ນພວກອັກຄະສາວົກກໍກະຈັດກະຈາຍກັນໄປທົ່ວແຂວງຢູດາຍແລະຊາມາເຣຍ.+ 2 ຄົນທີ່ຢ້ານຢຳພະເຈົ້າກໍມາເອົາສົບຂອງຊະເຕຟາໂນໄປຝັງ ແລະເຂົາເຈົ້າພາກັນຮ້ອງໄຫ້ເສຍໃຈໃຫ້ລາວຫຼາຍ. 3 ໂຊໂລເລີ່ມກວາດລ້າງປະຊາຄົມ. ລາວບຸກເຂົ້າໄປຕາມບ້ານເຮືອນ ແລ້ວກໍລາກເອົາທັງຜູ້ຊາຍແລະຜູ້ຍິງໄປຂັງຄຸກ.+
4 ສ່ວນຄົນທີ່ກະຈັດກະຈາຍໄປກໍປະກາດຂ່າວດີເລື່ອງຄຳສອນຂອງພະເຈົ້າຢູ່ທຸກບ່ອນທີ່ເຂົາເຈົ້າໄປ.+ 5 ຟີລິບໄປເມືອງຊາມາເຣຍ*+ແລະປະກາດເລື່ອງພະຄລິດໃຫ້ຄົນທີ່ຢູ່ຫັ້ນຟັງ. 6 ເມື່ອໄດ້ຍິນຟີລິບເວົ້າແລະເຫັນລາວເຮັດການອັດສະຈັນ ທຸກຄົນກໍຕັ້ງໃຈຟັງລາວ. 7 ມີຫຼາຍຄົນຖືກປີສາດສິງ. ພວກປີສາດຮ້ອງສຽງດັງແລ້ວກໍອອກໄປຈາກເຂົາເຈົ້າ+ ສ່ວນຫຼາຍຄົນທີ່ເປັນອຳມະພາດແລະເປັນລ່ອຍກໍໄດ້ຮັບການປິ່ນປົວໃຫ້ເຊົາ. 8 ຄົນໃນເມືອງນັ້ນຈຶ່ງມີຄວາມສຸກຫຼາຍ.
9 ໃນເມືອງນັ້ນມີຜູ້ຊາຍຄົນໜຶ່ງຊື່ຊີໂມນ ລາວໃຊ້ຄາຖາອາຄົມຈົນເຮັດໃຫ້ຄົນຊາມາເຣຍຮູ້ສຶກງຶດ. ລາວບອກວ່າໂຕເອງເປັນຄົນພິເສດ. 10 ທຸກຄົນຕັ້ງແຕ່ຄົນຕ່ຳຕ້ອຍທີ່ສຸດຈົນຮອດຄົນສຳຄັນທີ່ສຸດກໍຟັງລາວແລະພາກັນເວົ້າວ່າ: “ຜູ້ນີ້ໄດ້ຮັບລິດເດດຍິ່ງໃຫຍ່ຈາກພະເຈົ້າ.” 11 ຄົນສົນໃຈຟັງລາວຍ້ອນລາວເຮັດໃຫ້ຄົນງຶດໃນຄາຖາອາຄົມຂອງລາວມາແຕ່ດົນແລ້ວ. 12 ແຕ່ເມື່ອຟີລິບປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ+ແລະເລື່ອງຊື່ຂອງພະເຢຊູຄລິດ ທັງຜູ້ຊາຍແລະຜູ້ຍິງກໍເຊື່ອແລະໄດ້ຮັບບັບເຕມາ.+ 13 ຊີໂມນກໍເຂົ້າມາເປັນລູກສິດຄືກັນ. ຫຼັງຈາກຮັບບັບເຕມາແລ້ວ ລາວກໍຕິດຕາມຟີລິບຕໍ່ໆໄປ.+ ລາວຮູ້ສຶກງຶດເມື່ອໄດ້ເຫັນການອັດສະຈັນແລະປາຕິຫານທີ່ຟີລິບເຮັດ.
14 ເມື່ອພວກອັກຄະສາວົກໃນເມືອງເຢຣູຊາເລັມໄດ້ຂ່າວວ່າຄົນຊາມາເຣຍຍອມຮັບຄຳສອນຂອງພະເຈົ້າ+ ເຂົາເຈົ້າຈຶ່ງສົ່ງເປໂຕກັບໂຢຮັນໄປຫັ້ນ. 15 ຕອນທີ່ 2 ຄົນນັ້ນໄປຮອດ ເຂົາເຈົ້າກໍອະທິດຖານເພື່ອຄົນທີ່ເຊື່ອຈະໄດ້ຮັບພະລັງບໍລິສຸດ+ 16 ຍ້ອນຍັງບໍ່ມີຈັກຄົນໄດ້ຮັບພະລັງບໍລິສຸດ ເຂົາເຈົ້າມີແຕ່ຮັບບັບເຕມາໃນນາມຂອງພະເຢຊູຜູ້ເປັນນາຍເທົ່ານັ້ນ.+ 17 ເມື່ອເປໂຕກັບໂຢຮັນວາງມືເທິງເຂົາເຈົ້າ+ ເຂົາເຈົ້າກໍໄດ້ຮັບພະລັງບໍລິສຸດ.
18 ເມື່ອຊີໂມນເຫັນວ່າຄົນໄດ້ຮັບພະລັງຂອງພະເຈົ້າໂດຍທີ່ອັກຄະສາວົກ 2 ຄົນນັ້ນວາງມືເທິງເຂົາເຈົ້າ ລາວຈຶ່ງສະເໜີເງິນໃຫ້ 19 ແລະເວົ້າວ່າ: “ຂໍໃຫ້ຂ້ອຍມີລິດເດດແບບນີ້ຄືກັນ ເພື່ອທຸກຄົນທີ່ຂ້ອຍວາງມືເທິງເຂົາເຈົ້າຈະໄດ້ຮັບພະລັງບໍລິສຸດ.” 20 ແຕ່ເປໂຕເວົ້າກັບລາວວ່າ: “ເງິນຂອງເຈົ້າຈະຈິບຫາຍໄປພ້ອມກັບເຈົ້າ ຍ້ອນເຈົ້າຄິດວ່າຈະໃຊ້ເງິນຊື້ສິ່ງທີ່ພະເຈົ້າໃຫ້ລ້າໆ.+ 21 ເຈົ້າບໍ່ມີທາງຈະໄດ້ສິ່ງນີ້ຍ້ອນພະເຈົ້າເຫັນວ່າໃຈເຈົ້າບໍ່ສັດຊື່. 22 ໃຫ້ກັບໃຈແລະເຊົາຄິດຊົ່ວແບບນີ້ ແລະອ້ອນວອນພະເຢໂຫວາ.* ເພິ່ນອາດຈະຍົກໂທດໃຫ້ເຈົ້າທີ່ມີຄວາມຄິດຜິດໆແບບນີ້ 23 ຍ້ອນຂ້ອຍເຫັນວ່າໃຈຂອງເຈົ້າເປັນຄືກັບຢາພິດແລະມີແຕ່ຄວາມຊົ່ວ.” 24 ຊີໂມນກໍເວົ້າວ່າ: “ຂໍໃຫ້ພວກເຈົ້າອ້ອນວອນພະເຢໂຫວາ*ເພື່ອຂ້ອຍແດ່. ຢ່າໃຫ້ສິ່ງທີ່ພວກເຈົ້າເວົ້ານັ້ນເກີດຂຶ້ນກັບຂ້ອຍເລີຍ.”
25 ເມື່ອເປໂຕກັບໂຢຮັນເວົ້າເລື່ອງຄຳສອນຂອງພະເຢໂຫວາ*ແລະປະກາດຢ່າງທົ່ວເຖິງແລ້ວ ເຂົາເຈົ້າກໍກັບໄປເມືອງເຢຣູຊາເລັມ. ຕອນທີ່ເມືອ ເຂົາເຈົ້າໄດ້ປະກາດຂ່າວດີຢູ່ຫຼາຍໆບ້ານຂອງຄົນຊາມາເຣຍ.+
26 ທູດສະຫວັນຂອງພະເຢໂຫວາ*+ບອກຟີລິບວ່າ: “ໃຫ້ຟ້າວໄປທາງທິດໃຕ້ຕາມທາງລົງຈາກເມືອງເຢຣູຊາເລັມໄປເມືອງຄາຊາ” (ເຊິ່ງເປັນທາງທີ່ຢູ່ບ່ອນກັນດານ). 27 ຟີລິບກໍຟ້າວໄປແລະເຫັນຜູ້ຊາຍຄົນໜຶ່ງ. ລາວເປັນຂ້າລາຊະການ*ຄົນເອທິໂອເປຍທີ່ມີຕຳແໜ່ງສູງຂອງລາຊີນີກັນດາເກ*ຂອງເອທິໂອເປຍ ແລະເປັນຜູ້ເບິ່ງແຍງຊັບສິນທັງໝົດຂອງລາຊີນີ. ລາວໄປນະມັດສະການພະເຈົ້າຢູ່ເມືອງເຢຣູຊາເລັມ.+ 28 ຕອນທີ່ກັບເມືອ ລາວນັ່ງຢູ່ລົດມ້າແລະກຳລັງອ່ານອອກສຽງຂໍ້ຄວາມໃນປຶ້ມຂອງຜູ້ພະຍາກອນເອຊາຢາ. 29 ພະລັງຂອງພະເຈົ້າບອກຟີລິບວ່າ: “ເຂົ້າໄປໃກ້ໆລົດມ້າຄັນນັ້ນ.” 30 ຟີລິບກໍແລ່ນໄປທາງຂ້າງລົດມ້າແລະໄດ້ຍິນຂ້າລາຊະການຄົນນັ້ນອ່ານປຶ້ມຂອງຜູ້ພະຍາກອນເອຊາຢາ. ຟີລິບຖາມລາວວ່າ: “ເຈົ້າເຂົ້າໃຈເລື່ອງທີ່ອ່ານບໍ?” 31 ລາວຕອບວ່າ: “ຄັນບໍ່ມີໃຜອະທິບາຍໃຫ້ຟັງ ຂ້ອຍຈະເຂົ້າໃຈໄດ້ແນວໃດ?” ແລ້ວລາວກໍຊວນຟີລິບໃຫ້ຂຶ້ນລົດມ້າໄປນຳກັນ. 32 ຂໍ້ຄວາມໃນພະຄຳພີທີ່ລາວອ່ານຢູ່ນັ້ນບອກວ່າ: “ລາວຖືກພາໄປຄືກັບແກະທີ່ຖືກພາໄປຂ້າ. ລາວເປັນຄືກັບແກະນ້ອຍທີ່ມິດຢູ່ຕອນທີ່ຖືກຕັດຂົນ. ລາວບໍ່ເວົ້າຫຍັງຈັກຄຳເລີຍ.+ 33 ລາວຖືກດູຖູກແລະຖືກຕັດສິນແບບບໍ່ຍຸຕິທຳ.+ ບໍ່ມີໃຜຈະເລົ່າລາຍລະອຽດເລື່ອງຄວາມເປັນມາຂອງລາວໄດ້ ຍ້ອນຊີວິດຂອງລາວດັບສູນໄປຈາກໂລກນີ້ແລ້ວ.”+
34 ຂ້າລາຊະການຄົນນັ້ນຖາມຟີລິບວ່າ: “ບອກຂ້ອຍແດ່ວ່າຜູ້ພະຍາກອນເວົ້າເຖິງໃຜ? ເວົ້າເຖິງໂຕລາວເອງຫຼືຄົນອື່ນ?” 35 ແລ້ວຟີລິບກໍບອກຂ່າວດີເລື່ອງພະເຢຊູໃຫ້ລາວຟັງ ເລີ່ມຈາກພະຄຳພີຂໍ້ນີ້. 36 ຕອນທີ່ກຳລັງນັ່ງລົດໄປຕາມທາງ ເຂົາເຈົ້າກໍມາຮອດບ່ອນໜຶ່ງທີ່ມີໜອງນ້ຳ ຂ້າລາຊະການຄົນນັ້ນຈຶ່ງເວົ້າວ່າ: “ເບິ່ງແມ້! ຢູ່ນີ້ມີນ້ຳ ມີຫຍັງທີ່ເຮັດໃຫ້ຂ້ອຍຮັບບັບເຕມາບໍ່ໄດ້?” 37*—— 38 ລາວຈຶ່ງສັ່ງໃຫ້ຈອດລົດມ້າ ແລ້ວຟີລິບກໍລົງໄປໃນນ້ຳກັບລາວ ແລະໃຫ້ບັບເຕມາລາວ. 39 ເມື່ອທັງສອງຄົນຂຶ້ນຈາກນ້ຳແລ້ວ ພະລັງຂອງພະເຢໂຫວາ*ກໍພາຟີລິບໄປທັນທີ ແລະຂ້າລາຊະການຄົນນັ້ນບໍ່ໄດ້ເຫັນຟີລິບອີກເລີຍ ແຕ່ລາວເດີນທາງຕໍ່ໄປຢ່າງມີຄວາມສຸກ. 40 ສ່ວນຟີລິບກໍໄປຢູ່ເມືອງອາຊະໂດດ. ລາວໄປປະກາດຂ່າວດີໃນທຸກເມືອງທົ່ວເຂດນັ້ນຈົນຮອດເມືອງກາຍຊາເຣຍ.+