ຂ່າວຄາວສະບັບທີສອງ
31 ຫຼັງຈາກເຂົາເຈົ້າສະຫຼອງເທດສະການແລ້ວໆ ພວກອິດສະຣາເອນທຸກຄົນທີ່ຢູ່ຫັ້ນກໍໄປຕາມເມືອງຕ່າງໆຂອງຢູດາ. ເຂົາເຈົ້າທຳລາຍເສົາຫີນສັກສິດ+ ເສົາໄມ້ສັກສິດ*+ ບ່ອນນະມັດສະການ+ແລະແທ່ນບູຊາ+ທຸກບ່ອນທົ່ວເຂດຢູດາແລະເບັນຢາມິນ. ເຂົາເຈົ້າຍັງເຮັດແບບດຽວກັນນີ້ຢູ່ເຂດເອຟຣາຢິມແລະມານາເຊ.+ ຈາກນັ້ນ ເຂົາເຈົ້າກໍກັບເມືອເຮືອນໃຜເຮືອນລາວ.
2 ເຮເຊກີຢາໃຫ້ພວກປະໂລຫິດແລະພວກເລວີເຮັດວຽກຂອງໂຕເອງ+ຕາມທີ່ໄດ້ແບ່ງກຸ່ມໄວ້+ເພື່ອໃຫ້ເຂົາເຈົ້າເຜົາເຄື່ອງບູຊາເຜົາກັບເຄື່ອງບູຊາສ້າງຄວາມສະຫງົບສຸກ ເພື່ອໃຫ້ເຮັດວຽກຮັບໃຊ້ ແລະເພື່ອຮ້ອງເພງຂອບໃຈແລະສັນລະເສີນພະເຈົ້າຢູ່ເດີ່ນວິຫານຂອງພະເຢໂຫວາ.+ 3 ເຮເຊກີຢາໄດ້ເອົາສັດສ່ວນໜຶ່ງຂອງໂຕເອງໃຫ້ ເພື່ອໃຊ້ເປັນເຄື່ອງບູຊາເຜົາ+ສຳລັບຕອນເຊົ້າກັບຕອນແລງ+ ສຳລັບວັນຊະບາໂຕ+ ສຳລັບມື້ເດືອນອອກໃໝ່+ ແລະສຳລັບເທດສະການຕ່າງໆ+ຕາມທີ່ຂຽນໄວ້ໃນກົດໝາຍຂອງພະເຢໂຫວາ.
4 ນອກຈາກນັ້ນ ເຮເຊກີຢາຍັງໄດ້ສັ່ງປະຊາຊົນທີ່ຢູ່ເມືອງເຢຣູຊາເລັມໃຫ້ເອົາສ່ວນທີ່ຄວນໃຫ້ພວກປະໂລຫິດກັບພວກເລວີມາໃຫ້ເຂົາເຈົ້າ+ ເພື່ອເຂົາເຈົ້າຈະເຮັດໜ້າທີ່ຂອງໂຕເອງໄດ້ຢ່າງເຕັມທີຕາມກົດໝາຍຂອງພະເຢໂຫວາ. 5 ທັນທີທີ່ມີຄຳປະກາດນີ້ ປະຊາຊົນກໍໄດ້ເອົາເຂົ້າທີ່ເປັນຜົນລະປູກຊຸດທຳອິດ ເຫຼົ້າແວງໃໝ່ ນ້ຳມັນໝາກກອກ+ ນ້ຳເຜີ້ງ ແລະຜົນລະປູກອື່ນໆ+ມາບໍລິຈາກໃຫ້ຫຼາຍແທ້ຫຼາຍວ່າ. ເຂົາເຈົ້າເອົາ 1 ສ່ວນ 10 ຂອງທຸກສິ່ງມາໃຫ້.+ 6 ພວກອິດສະຣາເອນແລະພວກຢູດາທີ່ຢູ່ເມືອງຕ່າງໆຂອງຢູດາຍັງໄດ້ເອົາ 1 ສ່ວນ 10 ຈາກຝູງງົວຝູງແກະ ແລະ 1 ສ່ວນ 10 ຂອງຜົນລະປູກທັງໝົດເຊິ່ງເປັນສິ່ງທີ່ບໍລິສຸດ+ທີ່ແຍກໄວ້ຕ່າງຫາກສຳລັບພະເຢໂຫວາພະເຈົ້າຂອງເຂົາເຈົ້າມາໃຫ້ນຳອີກ. ແລ້ວເຂົາເຈົ້າກໍເອົາເຄື່ອງທັງໝົດມາກອງໄວ້ເປັນຫຼາຍໆກອງ. 7 ເຂົາເຈົ້າເລີ່ມລວບລວມເຄື່ອງບໍລິຈາກໃນເດືອນທີ 3+ ແລະເຮັດແລ້ວໃນເດືອນທີ 7.+ 8 ເມື່ອເຮເຊກີຢາກັບພວກເຈົ້ານາຍເຫັນວ່າປະຊາຊົນເອົາເຄື່ອງມາບໍລິຈາກຫຼາຍແທ້ຫຼາຍວ່າ ເຂົາເຈົ້າກໍສັນລະເສີນພະເຢໂຫວາແລະອວຍພອນພວກອິດສະຣາເອນ.
9 ເຮເຊກີຢາໄດ້ຖາມພວກປະໂລຫິດແລະພວກເລວີວ່າເປັນຫຍັງຈຶ່ງມີເຄື່ອງຫຼາຍແທ້. 10 ປະໂລຫິດໃຫຍ່ອາຊາຣີຢາທີ່ເປັນລູກຫຼານຂອງຊາໂດກຕອບເຮເຊກີຢາວ່າ: “ຕັ້ງແຕ່ປະຊາຊົນເລີ່ມເອົາເຄື່ອງຂອງມາບໍລິຈາກຢູ່ວິຫານຂອງພະເຢໂຫວາ+ ທຸກຄົນກໍໄດ້ກິນຈົນອີ່ມແລະຍັງມີເຫຼືອອີກຫຼາຍ ຍ້ອນວ່າພະເຢໂຫວາໄດ້ອວຍພອນປະຊາຊົນຂອງເພິ່ນ. ເຄື່ອງຂອງຈຳນວນຫຼາຍທີ່ກອງຢູ່ນີ້ກໍແມ່ນສ່ວນທີ່ເຫຼືອ.”+
11 ເມື່ອໄດ້ຍິນແນວນັ້ນ ເຮເຊກີຢາຈຶ່ງສັ່ງໃຫ້ເຂົາເຈົ້າກຽມຫ້ອງມ້ຽນເຄື່ອງ*+ຢູ່ວິຫານຂອງພະເຢໂຫວາ. ແລ້ວເຂົາເຈົ້າກໍເຮັດຕາມທີ່ລາວບອກ. 12 ເຂົາເຈົ້າເອົາເຄື່ອງບໍລິຈາກ ເຄື່ອງຂອງທີ່ເປັນ 1 ສ່ວນ 10+ ແລະສິ່ງຂອງທີ່ບໍລິສຸດມາໃຫ້ຢ່າງສັດຊື່. ຄົນເລວີທີ່ຊື່ໂກນານີຢາເປັນຫົວໜ້າເບິ່ງແຍງເລື່ອງນີ້ ແລະຊິເມອີນ້ອງຊາຍຂອງລາວເປັນຮອງຈາກລາວ. 13 ກະສັດເຮເຊກີຢາໄດ້ສັ່ງເຢຮີເອນ ອາຊາຊີຢາ ນາຄາດ ອາສາເຮນ ເຢຣີໂມດ ໂຢຊາບັດ ເອລີເອນ ອິສະມາກີຢາ ມາຮາດ ແລະເບນາຢາໃຫ້ຊ່ວຍໂກນານີຢາແລະຊິເມອີນ້ອງຊາຍຂອງລາວ. ສ່ວນອາຊາຣີຢາເປັນຜູ້ເບິ່ງແຍງວິຫານຂອງພະເຈົ້າທ່ຽງແທ້. 14 ຄົນເລວີທີ່ຊື່ໂກເຣລູກຊາຍຂອງອິມນ້າທີ່ຍາມປະຕູທາງທິດຕາເວັນອອກ+ເປັນຜູ້ເບິ່ງແຍງເຄື່ອງບູຊາທີ່ເອົາມາໃຫ້ພະເຈົ້າທ່ຽງແທ້ດ້ວຍຄວາມສະໝັກໃຈ+ ແລະລາວຍັງເຮັດໜ້າທີ່ເອົາເຄື່ອງບໍລິຈາກທີ່ປະຊາຊົນເອົາມາໃຫ້ພະເຢໂຫວາ+ກັບສິ່ງຂອງທີ່ບໍລິສຸດທີ່ສຸດ+ໄປຢາຍໃຫ້ຄົນທີ່ເຮັດວຽກຢູ່ວິຫານ. 15 ຜູ້ທີ່ເຮັດວຽກຊ່ວຍໂກເຣມີ: ເອເດັນ ມິນຢາມິນ ເຢຊູອາ ເຊມາຢາ ອາມາຣີຢາ ແລະເຊການີອາ. ເຂົາເຈົ້າຢູ່ເມືອງຕ່າງໆຂອງພວກປະໂລຫິດ+ແລະເປັນຄົນທີ່ເຊື່ອໃຈໄດ້. ເຂົາເຈົ້າແຈກຢາຍເຄື່ອງຂອງໃຫ້ພີ່ນ້ອງຂອງເຂົາເຈົ້າຕາມກຸ່ມຕ່າງໆ+ໃຫ້ໄດ້ເທົ່າກັນທັງຜູ້ນ້ອຍແລະຜູ້ໃຫຍ່. 16 ນອກຈາກນັ້ນ ເຂົາເຈົ້າຍັງແຈກຢາຍຂອງກິນໃຫ້ຜູ້ຊາຍທີ່ມີຊື່ຢູ່ໃນປຶ້ມລາຍຊື່ຜູ້ທີ່ລົງທະບຽນເຊິ່ງເຮັດວຽກຢູ່ວິຫານຂອງພະເຢໂຫວາທຸກໆມື້ຕາມກຸ່ມຂອງເຂົາເຈົ້າແລະແຈກຢາຍໃຫ້ພວກລູກຊາຍຂອງເຂົາເຈົ້າທີ່ມີອາຍຸຕັ້ງແຕ່ 3 ປີຂຶ້ນໄປ.
17 ກະສັດໃຫ້ພວກເລວີທີ່ມີອາຍຸ 20 ປີຂຶ້ນໄປ+ກັບພວກປະໂລຫິດຈົດຊື່ຢູ່ໃນປຶ້ມລາຍຊື່ຜູ້ທີ່ລົງທະບຽນຕາມຈຸ້ມເຈື້ອ+ແລະຕາມໜ້າທີ່ຂອງເຂົາເຈົ້າ.+ 18 ໃນປຶ້ມລາຍຊື່ຜູ້ທີ່ລົງທະບຽນມີຊື່ລູກຊື່ເມຍຂອງເຂົາເຈົ້າແລະຊື່ພວກເລວີຄົນອື່ນໆ. (ເຂົາເຈົ້າເຮັດໃຫ້ໂຕເອງສະອາດ*ຢູ່ສະເໝີ ຍ້ອນເຂົາເຈົ້າຖືກມອບໝາຍໃຫ້ເຮັດວຽກທີ່ບໍລິສຸດ.) 19 ໃນປຶ້ມລາຍຊື່ຜູ້ທີ່ລົງທະບຽນກໍຍັງມີຊື່ພວກລູກຫຼານຂອງອາໂຣນນຳ. ເຂົາເຈົ້າເປັນປະໂລຫິດທີ່ອາໄສຢູ່ທົ່ງຫຍ້າອ້ອມແອ້ມເມືອງຕ່າງໆຂອງພວກເລວີ.+ ໃນເມືອງເຫຼົ່ານັ້ນຜູ້ຊາຍບາງຄົນຖືກເລືອກໃຫ້ຮັບຜິດຊອບແຈກຢາຍຂອງກິນໃຫ້ພວກປະໂລຫິດແລະທຸກຄົນ*ທີ່ມີຊື່ຢູ່ໃນປຶ້ມລາຍຊື່ຜູ້ທີ່ລົງທະບຽນຂອງພວກເລວີ.
20 ເຮເຊກີຢາເຮັດແບບນີ້ທົ່ວຢູດາ. ລາວເຮັດສິ່ງທີ່ດີ ເຮັດສິ່ງທີ່ຖືກຕ້ອງ ແລະສັດຊື່ຕໍ່ພະເຢໂຫວາພະເຈົ້າຂອງລາວຕໍ່ໆໄປ. 21 ວຽກທຸກຢ່າງທີ່ເຮເຊກີຢາເຮັດເພື່ອນະມັດສະການພະເຈົ້າ ບໍ່ວ່າຈະເປັນວຽກຮັບໃຊ້ໃນວິຫານຂອງພະເຈົ້າທ່ຽງແທ້+ ຫຼືເລື່ອງຂໍ້ກຳນົດແລະກົດໝາຍຂອງໂມເຊ ລາວໄດ້ເຮັດດ້ວຍສຸດຫົວໃຈແລະລາວກໍປະສົບຜົນສຳເລັດ.