ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 11
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ຕັດສິນ​ພວກ​ຜູ້​ນຳ​ທີ່​ຊົ່ວ (1-​13)

        • ປຽບ​ທຽບ​ເມືອງ​ກັບ​ໝໍ້​ແກງ (3-​12)

      • ສັນຍາ​ເລື່ອງ​ການ​ຟື້ນຟູ (14-​21)

        • ໄດ້​ຮັບ “ຄວາມ​ຄິດ​ໃໝ່” (19)

      • ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ​ລອຍ​ຂຶ້ນ​ຈາກ​ເມືອງ​ເຢຣູຊາເລັມ (22, 23)

      • ເອເຊກຽນ​ກັບ​ໄປ​ການເດອາ​ໃນ​ນິມິດ (24, 25)

ເອເຊກຽນ 11:1

ໄຂເງື່ອນ

  • *

    ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ອາດ​ໝາຍເຖິງ​ພະລັງ​ຂອງ​ພະເຈົ້າ​ຫຼື​ທູດສະຫວັນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 10:19
  • +ອຊຢ 1:23; ອຊກ 22:27

ເອເຊກຽນ 11:3

ໄຂເງື່ອນ

  • *

    ໝາຍເຖິງ​ເມືອງ​ເຢຣູຊາເລັມ​ທີ່​ຄົນ​ຢິວ​ຄິດ​ວ່າ​ຈະ​ເປັນ​ບ່ອນ​ທີ່​ປົກປ້ອງ​ເຂົາເຈົ້າ​ໄດ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 12:27
  • +ອຊກ 24:3

ເອເຊກຽນ 11:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 3:17; 20:46; 21:2

ເອເຊກຽນ 11:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ປຕ 1:21

ເອເຊກຽນ 11:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 7:23; 22:3, 4

ເອເຊກຽນ 11:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 24:6

ເອເຊກຽນ 11:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 38:19

ເອເຊກຽນ 11:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 39:6, 7; 52:24-27

ເອເຊກຽນ 11:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:18-21; 2ຂຄ 36:17
  • +2ກສ 14:25; ຢຣມ 52:27
  • +ອຊກ 6:13

ເອເຊກຽນ 11:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 9:7; ນຮຢ 9:34
  • +ພບຍ 12:29-31; 2ຂຄ 28:1, 3; ພສ 106:34-36

ເອເຊກຽນ 11:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 9:8

ເອເຊກຽນ 11:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:14, 15; ຢຣມ 24:5
  • +ລລວ 26:44

ເອເຊກຽນ 11:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 11:11, 12; ຢຣມ 30:10, 11; ອຊກ 34:13, 14; ອມ 9:14, 15

ເອເຊກຽນ 11:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 37:23

ເອເຊກຽນ 11:19

ໄຂເງື່ອນ

  • *

    ໝາຍເຖິງ​ຫົວໃຈ​ທີ່​ຍອມຮັບ​ຄຳ​ແນະນຳ​ຈາກ​ພະເຈົ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 24:7; 31:33; 32:39
  • +ພສ 51:10; ອຊກ 36:31
  • +ຊຄຢ 7:12
  • +ອຊກ 36:26

ເອເຊກຽນ 11:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 1:19
  • +ອຊກ 10:18, 19

ເອເຊກຽນ 11:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 9:3; 10:4
  • +ຊຄຢ 14:4

ເອເຊກຽນ 11:24

ໄຂເງື່ອນ

  • *

    ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ອາດ​ໝາຍເຖິງ​ພະລັງ​ຂອງ​ພະເຈົ້າ​ຫຼື​ທູດສະຫວັນ

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 11:1ອຊກ 10:19
ອຊກ. 11:1ອຊຢ 1:23; ອຊກ 22:27
ອຊກ. 11:3ອຊກ 12:27
ອຊກ. 11:3ອຊກ 24:3
ອຊກ. 11:4ອຊກ 3:17; 20:46; 21:2
ອຊກ. 11:52ປຕ 1:21
ອຊກ. 11:6ອຊກ 7:23; 22:3, 4
ອຊກ. 11:7ອຊກ 24:6
ອຊກ. 11:8ຢຣມ 38:19
ອຊກ. 11:9ຢຣມ 39:6, 7; 52:24-27
ອຊກ. 11:102ກສ 25:18-21; 2ຂຄ 36:17
ອຊກ. 11:102ກສ 14:25; ຢຣມ 52:27
ອຊກ. 11:10ອຊກ 6:13
ອຊກ. 11:12ອຊຣ 9:7; ນຮຢ 9:34
ອຊກ. 11:12ພບຍ 12:29-31; 2ຂຄ 28:1, 3; ພສ 106:34-36
ອຊກ. 11:13ອຊກ 9:8
ອຊກ. 11:162ກສ 24:14, 15; ຢຣມ 24:5
ອຊກ. 11:16ລລວ 26:44
ອຊກ. 11:17ອຊຢ 11:11, 12; ຢຣມ 30:10, 11; ອຊກ 34:13, 14; ອມ 9:14, 15
ອຊກ. 11:18ອຊກ 37:23
ອຊກ. 11:19ຢຣມ 24:7; 31:33; 32:39
ອຊກ. 11:19ພສ 51:10; ອຊກ 36:31
ອຊກ. 11:19ຊຄຢ 7:12
ອຊກ. 11:19ອຊກ 36:26
ອຊກ. 11:22ອຊກ 1:19
ອຊກ. 11:22ອຊກ 10:18, 19
ອຊກ. 11:23ອຊກ 9:3; 10:4
ອຊກ. 11:23ຊຄຢ 14:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 11:1-25

ເອເຊກຽນ

11 ພະລັງ​ຂອງ​ພະເຈົ້າ*​ພາ​ຂ້ອຍ​ໄປ​ປະຕູ​ທິດ​ຕາເວັນ​ອອກ​ຂອງ​ວິຫານ​ຂອງ​ພະ​ເຢໂຫວາ.+ ຢູ່​ທາງ​ເຂົ້າ​ປະຕູ ຂ້ອຍ​ເຫັນ​ພວກ​ຜູ້​ນຳ 25 ຄົນ. ໃນ​ກຸ່ມ​ນັ້ນ​ມີ​ຢາອາຊານີຢາ​ລູກ​ຊາຍ​ຂອງ​ອັດຊູເຣ​ກັບ​ເປລາຕີຢາ​ລູກ​ຊາຍ​ຂອງ​ເບນາຢາ​ຢູ່​ນຳ.+ 2 ພະເຈົ້າ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ພວກ​ນີ້​ກຳລັງ​ວາງ​ແຜນ​ຊົ່ວ​ແລະ​ແນະນຳ​ແນວ​ຊົ່ວ​ໆ​ໃຫ້​ເມືອງ​ນີ້. 3 ເຂົາເຈົ້າ​ເວົ້າ​ວ່າ ‘ຕອນ​ນີ້​ເປັນ​ເວລາ​ປຸກ​ເຮືອນ​ປຸກ​ຊານ​ຕົ໋ວ.+ ເມືອງ​ນີ້*​ເປັນ​ໝໍ້​ແກງ+​ແລະ​ພວກ​ເຮົາ​ເປັນ​ຊີ້ນ​ທີ່​ຢູ່​ໃນ​ໝໍ້.’

4 ລູກ​ມະນຸດ ເຈົ້າ​ຕ້ອງ​ພະຍາກອນ​ກ່ຽວກັບ​ເຂົາເຈົ້າ.”+

5 ຈາກ​ນັ້ນ ພະລັງ​ຂອງ​ພະ​ເຢໂຫວາ​ກໍ​ມາ​ຢູ່​ນຳ​ຂ້ອຍ.+ ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ໃຫ້​ເຈົ້າ​ເວົ້າ​ແນວ​ນີ້ ‘ພະ​ເຢໂຫວາ​ເວົ້າ​ວ່າ “ພວກ​ອິດສະຣາເອນ ພວກ​ເຈົ້າ​ເວົ້າ​ຖືກ​ແລ້ວ​ແລະ​ເຮົາ​ກໍ​ຮູ້​ວ່າ​ພວກ​ເຈົ້າ​ຄິດ​ຫຍັງ​ຢູ່. 6 ພວກ​ເຈົ້າ​ເຮັດ​ໃຫ້​ຫຼາຍ​ຄົນ​ຕາຍ​ໃນ​ເມືອງ ແລະ​ເຮັດ​ໃຫ້​ຫົນ​ທາງ​ໃນ​ເມືອງເຕັມ​ແຕ່​ສົບ​ຄົນ​ຕາຍ.”’”+ 7 “ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ຈຶ່ງ​ເວົ້າ​ວ່າ ‘ສົບ​ທີ່​ພວກ​ເຈົ້າ​ຖິ້ມ​ຕາມ​ຫົນ​ທາງ​ໃນ​ເມືອງ​ແມ່ນ​ຊີ້ນ​ແລະ​ເມືອງ​ນີ້​ແມ່ນ​ໝໍ້​ແກງ.+ ແຕ່​ພວກ​ເຈົ້າ​ຈະ​ຖືກ​ພາ​ອອກ​ໄປ​ຈາກ​ເມືອງ​ນີ້.’”

8 “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ພວກ​ເຈົ້າ​ຢ້ານ​ວ່າ​ຈະ​ຖືກ​ຂ້າ​ດ້ວຍ​ດາບ+ ເຮົາ​ກໍ​ຈະ​ໃຫ້​ພວກ​ເຈົ້າ​ເຈິ​ແບບ​ນັ້ນ​ແຫຼະ. 9 ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຕ້ອງ​ອອກ​ຈາກ​ເມືອງ​ນີ້. ເຮົາ​ຈະ​ໃຫ້​ຄົນ​ຕ່າງ​ຊາດ​ຕໍ່ສູ້​ຊະນະ​ພວກ​ເຈົ້າ​ແລະ​ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ.+ 10 ພວກ​ເຈົ້າ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+ ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຢູ່​ຊາຍ​ແດນ​ຂອງ​ອິດສະຣາເອນ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+ 11 ເມືອງ​ນີ້​ຈະ​ບໍ່​ເປັນ​ໝໍ້​ແກງ​ສຳລັບ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ກໍ​ຈະ​ບໍ່​ໄດ້​ເປັນ​ຊີ້ນ​ຢູ່​ໃນ​ໝໍ້. ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຢູ່​ຊາຍ​ແດນ​ຂອງ​ອິດສະຣາເອນ 12 ແລ້ວ​ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ. ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ກົດໝາຍ​ແລະ​ການ​ຕັດສິນ​ຂອງ​ເຮົາ+ ແຕ່​ພວກ​ເຈົ້າ​ພັດ​ເຮັດ​ຕາມ​ກົດໝາຍ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ.’”+

13 ເມື່ອ​ຂ້ອຍ​ພະຍາກອນ​ແລ້ວ​ໆ​ ເປລາຕີຢາ​ລູກ​ຊາຍ​ຂອງ​ເບນາຢາ​ກໍ​ຕາຍ. ຂ້ອຍ​ຈຶ່ງ​ໝູບ​ໜ້າ​ລົງ​ພື້ນ​ແລ້ວ​ຮ້ອງ​ດັງ​ໆ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ ພະອົງ​ຈະ​ຂ້າ​ພວກ​ອິດສະຣາເອນ​ທີ່​ຍັງ​ເຫຼືອ​ຈົນ​ໝົດ​ເລີຍ​ບໍ?”+

14 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 15 “ລູກ​ມະນຸດ ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ເວົ້າ​ກັບ​ພວກ​ພີ່ນ້ອງ​ຂອງ​ເຈົ້າ​ທີ່​ມີ​ສິດ​ໄຖ່​ຄືນ​ແລະ​ກັບ​ພວກ​ອິດສະຣາເອນ​ໝົດ​ທຸກ​ຄົນ​ວ່າ ‘ຢ່າ​ໄປ​ໃກ້​ພະ​ເຢໂຫວາ. ແຜ່ນ​ດິນ​ເປັນ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ຮັບ​ແຜ່ນດິນ​ນີ້​ເປັນ​ມໍລະດົກ.’ 16 ໃຫ້​ເຈົ້າ​ເວົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ເຖິງ​ວ່າ​ເຮົາ​ໄດ້​ໃຫ້​ເຂົາເຈົ້າ​ໄປ​ຢູ່​ນຳ​ຫຼາຍ​ໆ​ຊາດ​ທີ່​ຢູ່​ໄກ​ໆ​ ແລະ​ໃຫ້​ເຂົາເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ແຜ່ນ​ດິນ​ຕ່າງ​ໆ​+ ເຮົາ​ຈະ​ເປັນ​ບ່ອນ​ທີ່​ປອດໄພ​ໃຫ້​ເຂົາເຈົ້າ​ໄລຍະ​ໜຶ່ງ​ໃນ​ແຜ່ນດິນ​ຕ່າງ​ໆ​ທີ່​ເຂົາເຈົ້າ​ໄປ​ຢູ່​ນັ້ນ.”’+

17 “ໃຫ້​ເຈົ້າ​ເວົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ເຮົາ​ຈະ​ລວບລວມ​ເຂົາເຈົ້າ​ມາ​ຈາກ​ຫຼາຍ​ໆ​ຊາດ​ແລະ​ຈາກ​ແຜ່ນ​ດິນ​ຕ່າງ​ໆ​ທີ່​ເຂົາເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່ ແລ້ວ​ເຮົາ​ຈະ​ເອົາ​ແຜ່ນດິນ​ອິດສະຣາເອນ​ໃຫ້​ເຂົາເຈົ້າ.+ 18 ເຂົາເຈົ້າ​ຈະ​ກັບ​ໄປ​ບ່ອນ​ນັ້ນ​ແລ້ວ​ຈັດການ​ກັບ​ການ​ນະມັດສະການ​ທີ່​ເປັນ​ຕາ​ຂີ້​ດຽດ​ທຸກ​ຢ່າງ.+ 19 ເຮົາ​ຈະ​ເຮັດ​ໃຫ້​ຫົວໃຈ​ຂອງ​ເຂົາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ+ ແລະ​ເຮົາ​ຈະ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ຄິດ​ໃໝ່.+ ເຮົາ​ຈະ​ເອົາ​ຫົວໃຈ​ທີ່​ແຂງ​ຄື​ຫີນ​ອອກ​ໄປ​ຈາກ​ໂຕ​ເຂົາເຈົ້າ+ ແລະ​ເອົາ​ຫົວໃຈ​ທີ່​ອ່ອນໂຍນ*​ມາ​ໃສ່​ແທນ.+ 20 ແລ້ວ​ເຂົາເຈົ້າ​ຈະ​ເຊື່ອຟັງ​ກົດໝາຍ​ຂອງ​ເຮົາ​ແລະ​ເຮັດ​ຕາມ​ການ​ຕັດສິນ​ຂອງ​ເຮົາ. ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ.”’

21 ‘“ແຕ່​ສຳລັບ​ຄົນ​ທີ່​ຈັ່ງ​ໃດ​ກະ​ຍັງ​ຊິ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຕໍ່​ໄປ ເຮົາ​ຈະ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ໂຕ​ເອງ.” ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ໄວ້​ແນວ​ນີ້.’”

22 ຈາກ​ນັ້ນ ເຄຣູບ​ກໍ​ຍົກ​ປີກ​ຂຶ້ນ ກົງ​ລໍ້​ກໍ​ຢູ່​ທາງ​ຂ້າງ​ເຂົາເຈົ້າ+ ແລະ​ແສງ​ລັດສະໝີ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ​ກໍ​ຢູ່​ເທິງ​ເຂົາເຈົ້າ.+ 23 ແລ້ວ​ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ+​ໄດ້​ລອຍ​ຂຶ້ນ​ຈາກ​ເມືອງ ແລະ​ໄປ​ຢຸດ​ຢູ່​ເທິງ​ພູ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ເມືອງ.+ 24 ໂດຍ​ທາງ​ນິມິດ ພະລັງ​ຂອງ​ພະເຈົ້າ*​ໄດ້​ພາ​ຂ້ອຍ​ໄປ​ຫາ​ປະຊາຊົນ​ທີ່​ເປັນ​ຊະເລີຍ​ຢູ່​ການເດອາ ແລ້ວ​ນິມິດ​ກໍ​ຈົບ. 25 ຈາກ​ນັ້ນ ຂ້ອຍ​ກໍ​ເລົ່າ​ໃຫ້​ປະຊາຊົນ​ທີ່​ເປັນ​ຊະເລີຍ​ຟັງ​ກ່ຽວກັບ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ໃຫ້​ຂ້ອຍ​ເຫັນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌