ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 37
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ນິມິດ​ກ່ຽວ​ກັບ​ກະດູກ​ແຫ້ງ​ຢູ່​ທົ່ງພຽງ (1-​14)

      • ໄມ້ 2 ອັນ​ລວມ​ໃສ່​ກັນ (15-​28)

        • ຊາດ​ດຽວ​ພາຍ​ໃຕ້​ກະສັດ​ອົງ​ດຽວ (22)

        • ສັນຍາ​ທີ່​ຢູ່​ຕະຫຼອດ​ໄປ (26)

ເອເຊກຽນ 37:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ມື”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 21:10

ເອເຊກຽນ 37:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 37:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2016, ໜ້າ 29-30

ເອເຊກຽນ 37:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:39; 1ຊມ 2:6

ເອເຊກຽນ 37:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:7; ອຊກ 37:14

ເອເຊກຽນ 37:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2016, ໜ້າ 29-31

ເອເຊກຽນ 37:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2016, ໜ້າ 29-31

ເອເຊກຽນ 37:9

ໄຂເງື່ອນ

  • *

    ຫຼື “ລົມ​ຫາຍໃຈ; ພະລັງ​ຊີວິດ”

ເອເຊກຽນ 37:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 11:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2016, ໜ້າ 29-31

ເອເຊກຽນ 37:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 36:10
  • +ອຊຢ 49:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2016, ໜ້າ 29-30

ເອເຊກຽນ 37:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 66:14
  • +ອຊກ 11:17; ອມ 9:14

ເອເຊກຽນ 37:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 126:2

ເອເຊກຽນ 37:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 32:14, 15; ອຊກ 36:27

ເອເຊກຽນ 37:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 15:9; 30:11
  • +1ກສ 11:31; 12:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2022, ໜ້າ 22

    ຫໍສັງເກດການ (ສຶກສາ)

    1/2018, ໜ້າ 11-12

    ຫໍສັງເກດການ (ສຶກສາ)

    7/2016, ໜ້າ 31-32

ເອເຊກຽນ 37:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 11:13; ຢຣມ 3:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2022, ໜ້າ 22

    ຫໍສັງເກດການ (ສຶກສາ)

    1/2018, ໜ້າ 11-12

    ຫໍສັງເກດການ (ສຶກສາ)

    7/2016, ໜ້າ 31-32

ເອເຊກຽນ 37:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:4; ຊຄຢ 10:6

ເອເຊກຽນ 37:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:3; ອຊຢ 11:12; ຢຣມ 16:14, 15; ອມ 9:14

ເອເຊກຽນ 37:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 3:18; ຮຊອ 1:11
  • +ປຖກ 49:10; ພສ 2:6; ອຊຢ 9:6; ຢຣມ 23:5; ລກ 1:32
  • +ອຊກ 37:19; ຊຄຢ 10:6

ເອເຊກຽນ 37:23

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

  • *

    ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 2:18; ອຊກ 11:18; ຮຊອ 14:8; ຊຄຢ 13:2
  • +ຢຣມ 31:33; ອຊກ 36:28

ເອເຊກຽນ 37:24

ໄຂເງື່ອນ

  • *

    ໝາຍເຖິງ​ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ດາວິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 23:5; 30:9; ຮຊອ 3:5; ລກ 1:32
  • +ຢຮ 10:16; 1ປຕ 5:4
  • +ພບຍ 30:8-10; ຢຣມ 32:39; ອຊກ 36:27

ເອເຊກຽນ 37:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 30:3
  • +ອຊຢ 60:21; ອມ 9:15
  • +ຢອ 3:20
  • +ອຊກ 34:24; ລກ 1:32

ເອເຊກຽນ 37:26

ໄຂເງື່ອນ

  • *

    ຫຼື “ເຕັ້ນ​ຂອງ​ເຮົາ​ຈະ​ຢູ່​ກັບ​ເຂົາເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 34:25
  • +ຢຣມ 30:19; ຊຄຢ 8:5

ເອເຊກຽນ 37:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:12; ອຊກ 11:19, 20; 43:7; ຮຊອ 2:23; ພນມ 21:3

ເອເຊກຽນ 37:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 36:23

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 37:1ພນມ 21:10
ອຊກ. 37:2ອຊກ 37:11
ອຊກ. 37:3ພບຍ 32:39; 1ຊມ 2:6
ອຊກ. 37:5ປຖກ 2:7; ອຊກ 37:14
ອຊກ. 37:10ພນມ 11:11
ອຊກ. 37:11ອຊກ 36:10
ອຊກ. 37:11ອຊຢ 49:14
ອຊກ. 37:12ອຊຢ 66:14
ອຊກ. 37:12ອຊກ 11:17; ອມ 9:14
ອຊກ. 37:13ພສ 126:2
ອຊກ. 37:14ອຊຢ 32:14, 15; ອຊກ 36:27
ອຊກ. 37:162ຂຄ 15:9; 30:11
ອຊກ. 37:161ກສ 11:31; 12:20
ອຊກ. 37:17ອຊຢ 11:13; ຢຣມ 3:18
ອຊກ. 37:19ຢຣມ 50:4; ຊຄຢ 10:6
ອຊກ. 37:21ພບຍ 30:3; ອຊຢ 11:12; ຢຣມ 16:14, 15; ອມ 9:14
ອຊກ. 37:22ຢຣມ 3:18; ຮຊອ 1:11
ອຊກ. 37:22ປຖກ 49:10; ພສ 2:6; ອຊຢ 9:6; ຢຣມ 23:5; ລກ 1:32
ອຊກ. 37:22ອຊກ 37:19; ຊຄຢ 10:6
ອຊກ. 37:23ອຊຢ 2:18; ອຊກ 11:18; ຮຊອ 14:8; ຊຄຢ 13:2
ອຊກ. 37:23ຢຣມ 31:33; ອຊກ 36:28
ອຊກ. 37:24ຢຣມ 23:5; 30:9; ຮຊອ 3:5; ລກ 1:32
ອຊກ. 37:24ຢຮ 10:16; 1ປຕ 5:4
ອຊກ. 37:24ພບຍ 30:8-10; ຢຣມ 32:39; ອຊກ 36:27
ອຊກ. 37:25ຢຣມ 30:3
ອຊກ. 37:25ອຊຢ 60:21; ອມ 9:15
ອຊກ. 37:25ຢອ 3:20
ອຊກ. 37:25ອຊກ 34:24; ລກ 1:32
ອຊກ. 37:26ອຊກ 34:25
ອຊກ. 37:26ຢຣມ 30:19; ຊຄຢ 8:5
ອຊກ. 37:27ລລວ 26:12; ອຊກ 11:19, 20; 43:7; ຮຊອ 2:23; ພນມ 21:3
ອຊກ. 37:28ອຊກ 36:23
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 37:1-28

ເອເຊກຽນ

37 ພະລັງ*​ຂອງ​ພະ​ເຢໂຫວາ​ມາ​ຢູ່​ນຳ​ຂ້ອຍ. ພະ​ເຢໂຫວາ​ໃຊ້​ພະລັງ​ຂອງ​ເພິ່ນ​ພາ​ຂ້ອຍ​ໄປ​ກາງ​ທົ່ງພຽງ.+ ຂ້ອຍ​ເຫັນ​ຢູ່​ຫັ້ນ​ເຕັມ​ແຕ່​ກະດູກ. 2 ເພິ່ນ​ໃຫ້​ຂ້ອຍ​ຍ່າງ​ເລາະ​ເບິ່ງ​ກະດູກ​ຢູ່​ທົ່ງພຽງ​ນັ້ນ. ຂ້ອຍ​ເຫັນ​ກະດູກ​ເຫຼົ່າ​ນັ້ນ​ແຫ້ງ​ແທ້​ແຫ້ງ​ວ່າ.+ 3 ເພິ່ນ​ຖາມ​ຂ້ອຍ​ວ່າ: “ລູກ​ມະນຸດ ກະດູກ​ເຫຼົ່າ​ນັ້ນ​ຈະ​ກັບ​ຄືນ​ມາ​ມີ​ຊີວິດ​ອີກ​ໄດ້​ບໍ?” ຂ້ອຍ​ຕອບ​ວ່າ. “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ ມີ​ແຕ່​ພະອົງ​ຜູ້​ດຽວ​ທີ່​ຮູ້.”+ 4 ເພິ່ນ​ບອກ​ຂ້ອຍ​ວ່າ: “ໃຫ້​ເຈົ້າ​ພະຍາກອນ​ແລະ​ສັ່ງ​ກະດູກ​ວ່າ ‘ກະດູກ​ທີ່​ແຫ້ງ​ໆ​ເອີ້ຍ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ.

5 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ເອົາ​ລົມ​ຫາຍໃຈ​ໃສ່​ໃຫ້​ພວກ​ເຈົ້າ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຊີວິດ​ອີກ.+ 6 ເຮົາ​ຈະ​ເອົາ​ເສັ້ນ​ເອັນ​ກັບ​ຊີ້ນ​ໃສ່​ໃຫ້​ພວກ​ເຈົ້າ​ແລະ​ເອົາ​ໜັງ​ມາ​ຫຸ້ມ​ພວກ​ເຈົ້າ. ເຮົາ​ຈະ​ເອົາ​ລົມ​ຫາຍໃຈ​ໃສ່​ໃຫ້​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ມີ​ຊີວິດ​ອີກ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.”’”

7 ຂ້ອຍ​ຈຶ່ງ​ພະຍາກອນ​ຕາມ​ທີ່​ເພິ່ນ​ສັ່ງ. ຕອນ​ທີ່​ພະຍາກອນ​ຢູ່​ນັ້ນ ຂ້ອຍ​ໄດ້​ຍິນ​ສຽງ​ກະດູກ​ຕຳ​ກັນ​ດັງ​ກ໋ອງ​ໆ​ ແລະ​ກະດູກ​ແຕ່​ລະ​ອັນ​ກໍ​ມາ​ຕໍ່​ກັນ. 8 ແລ້ວ​ຂ້ອຍ​ກໍ​ເຫັນ​ເສັ້ນ​ເອັນ​ກັບ​ຊີ້ນ​ມາ​ຕິດ​ຢູ່​ກັບ​ກະດູກ​ແລະ​ມີ​ໜັງ​ມາ​ຫຸ້ມ​ໄວ້ ແຕ່​ມັນ​ຍັງ​ບໍ່​ມີ​ລົມ​ຫາຍໃຈ.

9 ຈາກ​ນັ້ນ ເພິ່ນ​ບອກ​ຂ້ອຍ​ວ່າ: “ລູກ​ມະນຸດ ໃຫ້​ເຈົ້າ​ພະຍາກອນ​ແລະ​ສັ່ງ​ລົມ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ລົມ*​ເອີ້ຍ ໃຫ້​ພັດ​ມາ​ຈາກ​ທັງ​ສີ່​ທິດ​ແລະ​ພັດ​ມາ​ໃສ່​ຄົນ​ເຫຼົ່າ​ນີ້​ທີ່​ຖືກ​ຂ້າ​ແລ້ວ​ເພື່ອ​ເຂົາເຈົ້າ​ຈະ​ມີ​ຊີວິດ​ອີກ.”’”

10 ຂ້ອຍ​ຈຶ່ງ​ພະຍາກອນ​ຕາມ​ທີ່​ເພິ່ນ​ສັ່ງ. ຄົນ​ເຫຼົ່າ​ນັ້ນ​ກໍ​ເລີ່ມ​ຫາຍໃຈ​ໄດ້ ເຂົາເຈົ້າ​ຈຶ່ງ​ມີ​ຊີວິດ​ແລະ​ລຸກ​ຂຶ້ນ​ຢືນ​ໄດ້.+ ເຂົາເຈົ້າ​ມີ​ບັກ​ຫຼາຍ​ໆ​ເປັນ​ກອງທັບ​ໃຫຍ່.

11 ແລ້ວ​ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ກະດູກ​ເຫຼົ່ານີ້​ແມ່ນ​ພວກ​ອິດສະຣາເອນ​ທັງໝົດ.+ ເຂົາເຈົ້າ​ເວົ້າ​ວ່າ ‘ກະດູກ​ຂອງ​ພວກ​ເຮົາ​ແຫ້ງ​ແລ້ວ ແລະ​ພວກ​ເຮົາ​ກໍ​ບໍ່​ມີ​ຄວາມຫວັງ​ຫຍັງ​ເລີຍ.+ ພວກ​ເຮົາ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ​ຫຍັງ.’ 12 ໃຫ້​ເຈົ້າ​ພະຍາກອນ​ແບບ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ປະຊາຊົນ​ຂອງ​ເຮົາ​ເອີ້ຍ ເຮົາ​ຈະ​ເປີດ​ບ່ອນ​ຝັງ​ສົບ​ຂອງ​ພວກ​ເຈົ້າ+​ແລະ​ປຸກ​ພວກ​ເຈົ້າ​ຂຶ້ນ​ມາ​ຈາກ​ບ່ອນ​ນັ້ນ. ແລ້ວ​ເຮົາ​ຈະ​ພາ​ພວກ​ເຈົ້າ​ໄປ​ແຜ່ນດິນ​ອິດສະຣາເອນ.+ 13 ປະຊາຊົນ​ຂອງ​ເຮົາ ເມື່ອ​ເຮົາ​ເປີດ​ບ່ອນ​ຝັງ​ສົບ​ຂອງ​ພວກເຈົ້າ​ແລະ​ປຸກ​ພວກ​ເຈົ້າ​ຂຶ້ນ​ມາ​ຈາກ​ບ່ອນ​ນັ້ນ ພວກ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+ 14 ເຮົາ​ຈະ​ເອົາ​ພະລັງ​ຂອງ​ເຮົາ​ໃສ່​ໃຫ້​ພວກ​ເຈົ້າ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຊີວິດ​ອີກ​ເທື່ອ​ໜຶ່ງ.+ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຢູ່​ໃນ​ແຜ່ນດິນ​ຂອງ​ໂຕເອງ. ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແບບ​ນີ້ ແລະ​ເຮົາ​ໄດ້​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ໄວ້​ແລ້ວ.’ ພະ​ເຢໂຫວາ​ໄດ້​ເວົ້າ​ຈັ່ງ​ຊີ້.”

15 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 16 “ລູກ​ມະນຸດ ໃຫ້​ເຈົ້າ​ເອົາ​ໄມ້​ອັນ​ໜຶ່ງ​ມາ​ແລະ​ຂຽນ​ວ່າ ‘ສຳລັບ​ຢູດາ​ກັບ​ພວກ​ອິດສະຣາເອນ​ທີ່​ຢູ່​ນຳ​ລາວ.’+ ແລ້ວ​ໃຫ້​ເຈົ້າ​ເອົາ​ໄມ້​ອີກ​ອັນ​ໜຶ່ງ​ມາ​ແລະ​ຂຽນ​ວ່າ ‘ໄມ້​ຂອງ​ເອຟຣາຢິມ ສຳລັບ​ໂຢເຊັບ​ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ທີ່​ຢູ່​ນຳ​ລາວ.’+ 17 ແລ້ວ​ໃຫ້​ເຈົ້າ​ເອົາ​ໄມ້ 2 ອັນ​ນັ້ນ​ມາ​ກຳ​ໄວ້​ຄື​ກັບ​ກຳ​ໄມ້​ອັນ​ດຽວ.+ 18 ເມື່ອ​ຄົນ​ຊາດ​ດຽວ​ກັນ​ກັບ​ເຈົ້າ​ຖາມ​ວ່າ ‘ເຈົ້າ​ຊິ​ບໍ່​ບອກ​ພວກ​ເຮົາ​ບໍ​ວ່າ​ເລື່ອງ​ນີ້​ໝາຍ​ຄວາມ​ວ່າ​ແນວໃດ?’ 19 ໃຫ້​ບອກ​ເຂົາເຈົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ເອົາ​ໄມ້​ທີ່​ຢູ່​ໃນ​ມື​ຂອງ​ເອຟຣາຢິມ​ເຊິ່ງ​ແມ່ນ​ໄມ້​ຂອງ​ໂຢເຊັບ​ແລະ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ​ມາ​ຢູ່​ກັບ​ໄມ້​ຂອງ​ຢູດາ.+ ເຮົາ​ຈະ​ກຳ​ໄມ້ 2 ອັນ​ນີ້​ໄວ້​ນຳ​ກັນ​ຄື​ກັບ​ກຳ​ໄມ້​ອັນ​ດຽວ.”’ 20 ໄມ້ 2 ອັນ​ນີ້​ທີ່​ເຈົ້າ​ຂຽນ​ໃສ່ ເຈົ້າ​ຕ້ອງ​ກຳ​ໄວ້​ໃນ​ມື​ເພື່ອ​ໃຫ້​ເຂົາເຈົ້າ​ເຫັນ.

21 ຈາກ​ນັ້ນ ໃຫ້​ເຈົ້າ​ບອກ​ເຂົາເຈົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ເຮົາ​ຈະ​ພາ​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​ທີ່​ເຂົາເຈົ້າ​ໄປ​ຢູ່​ນຳ ແລະ​ເຮົາ​ຈະ​ລວບລວມ​ເຂົາເຈົ້າ​ຈາກ​ທຸກ​ບ່ອນ ແລ້ວ​ພາ​ເຂົາເຈົ້າ​ໄປ​ຢູ່​ແຜ່ນດິນ​ຂອງ​ໂຕເອງ.+ 22 ເຮົາ​ຈະ​ໃຫ້​ເຂົາເຈົ້າ​ເປັນ​ຊາດ​ດຽວກັນ​ໃນ​ແຜ່ນດິນ​ນັ້ນ+ ແລະ​ເຂົາເຈົ້າ​ຈະ​ອາໄສ​ຢູ່​ຕາມ​ພູ​ຂອງ​ອິດສະຣາເອນ. ເຂົາເຈົ້າ​ຈະ​ບໍ່​ເປັນ 2 ຊາດ ແຕ່​ຈະ​ມີ​ກະສັດ​ອົງ​ດຽວ​ປົກຄອງ​ເຂົາເຈົ້າ.+ ເຂົາເຈົ້າ​ຈະ​ບໍ່​ຖືກ​ແບ່ງ​ແຍກ​ເປັນ 2 ປະເທດ​ອີກ​ຕໍ່ໄປ.+ 23 ເຂົາເຈົ້າ​ຈະ​ບໍ່​ເຮັດ​ໃຫ້​ໂຕເອງ​ເປື້ອນ​ໂດຍ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ ເຮັດ​ຜິດ​ແນວ​ອື່ນ ຫຼື​ນະມັດສະການ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ*​ອີກ​ຕໍ່ໄປ.+ ເຮົາ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່​ແລະ​ເຊົາ​ເຮັດ​ຜິດ. ເຮົາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ສະອາດ.* ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ.+

24 ດາວິດ*​ຜູ້​ຮັບໃຊ້​ຂອງ​ເຮົາ​ຈະ​ເປັນ​ກະສັດ​ຂອງ​ເຂົາເຈົ້າ+ ແລະ​ເຂົາເຈົ້າ​ຈະ​ມີ​ຜູ້​ລ້ຽງ​ຜູ້​ດຽວ.+ ເຂົາເຈົ້າ​ຈະ​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ​ແລະ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ​ຢ່າງ​ເຄັ່ງ​ຄັດ.+ 25 ເຂົາເຈົ້າ​ຈະ​ອາໄສ​ຢູ່​ແຜ່ນດິນ​ທີ່​ເຮົາ​ເອົາ​ໃຫ້​ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາ ເຊິ່ງ​ເປັນ​ບ່ອນ​ທີ່​ປູ່ຍ່າ​ຕານາຍ​ຂອງ​ເຂົາເຈົ້າ​ເຄີຍ​ຢູ່.+ ເຂົາເຈົ້າ​ກັບ​ພວກ​ລູກ​ຫຼານ+​ຈະ​ຢູ່​ຫັ້ນ​ຕະຫຼອດໄປ+ ແລະ​ດາວິດ​ຜູ້​ຮັບໃຊ້​ຂອງ​ເຮົາ​ຈະ​ເປັນ​ຫົວໜ້າ​ຂອງ​ເຂົາເຈົ້າ​ຕະຫຼອດ​ໄປ.+

26 ເຮົາ​ຈະ​ເຮັດ​ສັນຍາ​ກັບ​ເຂົາເຈົ້າ​ເພື່ອ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ສະຫງົບສຸກ.+ ສັນຍາ​ນັ້ນ​ຈະ​ຢູ່​ຕະຫຼອດໄປ. ເຮົາ​ຈະ​ໃຫ້​ເຂົາເຈົ້າ​ມີ​ບ່ອນ​ຢູ່​ແລະ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຈຳນວນ​ຫຼາຍ​ຂຶ້ນ.+ ເຮົາ​ຈະ​ໃຫ້​ວິຫານ​ຂອງ​ເຮົາ​ຢູ່​ກັບ​ເຂົາເຈົ້າ*​ຕະຫຼອດໄປ. 27 ເຮົາ​ຈະ​ຢູ່​ກັບ​ເຂົາເຈົ້າ ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ ແລະ​ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.+ 28 ເມື່ອ​ວິຫານ​ຂອງ​ເຮົາ​ຢູ່​ກັບ​ເຂົາເຈົ້າ​ຕະຫຼອດ​ໄປ ຊາດ​ຕ່າງ​ໆ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ເປັນ​ຜູ້​ແຍກ​ຊາດ​ອິດສະຣາເອນ​ໄວ້​ຕ່າງ​ຫາກ​ໃຫ້​ເປັນ​ຊາດ​ທີ່​ບໍລິສຸດ.”’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌