ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ກີເດໂອນ​ກັບ​ທະຫານ 300 ຄົນ (1-​8)

      • ທະຫານ​ຂອງ​ກີເດໂອນ​ເອົາ​ຊະນະ​ພວກ​ມີດີອານ (9-​25)

        • “ການ​ຕໍ່ສູ້​ເປັນ​ຂອງ​ພະ​ເຢໂຫວາ​ແລະ​ຂອງ​ກີເດໂອນ!” (20)

        • ທະຫານ​ຢູ່​ໃນ​ຄ້າຍ​ຂອງ​ພວກ​ມີດີອານ​ວຸ່ນວາຍ (21, 22)

ພວກຜູ້ຕັດສິນ 7:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:11, 32

ພວກຜູ້ຕັດສິນ 7:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:6; 2ຂຄ 14:11
  • +1ຊມ 17:47

ພວກຜູ້ຕັດສິນ 7:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 20:8

ພວກຜູ້ຕັດສິນ 7:5

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ທຸກ​ຄົນ​ທີ່​ໃຊ້​ລີ້ນ​ເລຍ​ກິນ​ນ້ຳ​ຄື​ກັບ​ໂຕ​ໝາ​ກິນ​ນ້ຳ”

ພວກຜູ້ຕັດສິນ 7:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 7:2

ພວກຜູ້ຕັດສິນ 7:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:33

ພວກຜູ້ຕັດສິນ 7:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:9, 10; 4:14

ພວກຜູ້ຕັດສິນ 7:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:33
  • +ຜຕສ 6:3, 5

ພວກຜູ້ຕັດສິນ 7:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:16

ພວກຜູ້ຕັດສິນ 7:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:14
  • +ຜຕສ 7:7

ພວກຜູ້ຕັດສິນ 7:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 7:11

ພວກຜູ້ຕັດສິນ 7:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 7:8

ພວກຜູ້ຕັດສິນ 7:19

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຕອນ​ເລີ່ມ​ຕົ້ນ​ຂອງ​ການ​ເຝົ້າ​ຍາມ​ໃນ​ຕອນ​ກາງຄືນ.” ເຊິ່ງ​ເລີ່ມ​ຕັ້ງແຕ່ 10 ໂມງ​ແລງ​ຈົນ​ຮອດ 2 ໂມງ​ເຊົ້າ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 7:8
  • +ຜຕສ 7:16

ພວກຜູ້ຕັດສິນ 7:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:25; 2ກສ 7:6, 7

ພວກຜູ້ຕັດສິນ 7:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 20:23
  • +1ກສ 19:16

ພວກຜູ້ຕັດສິນ 7:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:35

ພວກຜູ້ຕັດສິນ 7:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 83:11; ອຊຢ 10:26
  • +ຜຕສ 8:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 7:1ຜຕສ 6:11, 32
ຜຕສ. 7:21ຊມ 14:6; 2ຂຄ 14:11
ຜຕສ. 7:21ຊມ 17:47
ຜຕສ. 7:3ພບຍ 20:8
ຜຕສ. 7:7ຜຕສ 7:2
ຜຕສ. 7:8ຜຕສ 6:33
ຜຕສ. 7:9ຜຕສ 3:9, 10; 4:14
ຜຕສ. 7:12ຜຕສ 6:33
ຜຕສ. 7:12ຜຕສ 6:3, 5
ຜຕສ. 7:13ຜຕສ 6:16
ຜຕສ. 7:14ຜຕສ 6:14
ຜຕສ. 7:14ຜຕສ 7:7
ຜຕສ. 7:15ຜຕສ 7:11
ຜຕສ. 7:16ຜຕສ 7:8
ຜຕສ. 7:19ຜຕສ 7:8
ຜຕສ. 7:19ຜຕສ 7:16
ຜຕສ. 7:21ອພຍ 14:25; 2ກສ 7:6, 7
ຜຕສ. 7:222ຂຄ 20:23
ຜຕສ. 7:221ກສ 19:16
ຜຕສ. 7:23ຜຕສ 6:35
ຜຕສ. 7:25ພສ 83:11; ອຊຢ 10:26
ຜຕສ. 7:25ຜຕສ 8:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 7:1-25

ພວກ​ຜູ້ຕັດສິນ

7 ຈາກ​ນັ້ນ ເຢຣຸບບາອານ​ຫຼື​ກີເດໂອນ+ກັບ​ພວກ​ທະຫານ​ຂອງ​ລາວ​ກໍ​ລຸກ​ແຕ່​ເຊົ້າ​ໆ​ ແລະ​ໄປ​ຕັ້ງ​ຄ້າຍ​ຢູ່​ໃກ້​ໆ​ນ້ຳ​ອອກ​ບໍ່​ຫາໂຣດ. ຕອນ​ນັ້ນ ພວກ​ມີດີອານ​ຕັ້ງ​ຄ້າຍ​ຢູ່​ໂນນ​ພູ​ໂມເຣ​ໃນ​ທົ່ງພຽງ ເຊິ່ງ​ຢູ່​ທາງ​ທິດເໜືອ​ຂອງ​ຄ້າຍ​ກີເດໂອນ. 2 ພະ​ເຢໂຫວາ​ເວົ້າ​ກັບ​ກີເດໂອນ​ວ່າ: “ເຈົ້າ​ມີ​ທະຫານ​ຫຼາຍ​ໂພດ. ຄັນ​ເຮົາ​ມອບ​ພວກ​ມີດີອານ​ໄວ້​ໃນ​ມື​ຂອງ​ພວກ​ເຈົ້າ+ ພວກ​ອິດສະຣາເອນ​ກໍ​ຈະ​ຄິດ​ແລະ​ເວົ້າ​ວ່າເຂົາ​ເຈົ້າ​ເອົາ​ຊະນະພວກ​ສັດຕູ​ດ້ວຍ​ກຳລັງ​ຂອງ​ເຂົາ​ເຈົ້າ​ເອງ.+ 3 ຕອນ​ນີ້ ໃຫ້​ເຈົ້າ​ປະກາດ​ກັບ​ເຂົາ​ເຈົ້າ​ວ່າ ‘ຖ້າ​ຜູ້​ໃດ​ຢ້ານ​ກໍ​ໃຫ້​ຜູ້​ນັ້ນ​ກັບ​ເມືອ​ໄດ້.’”+ ແລ້ວ​ກີເດໂອນ​ກໍ​ທົດສອບ​ເຂົາ​ເຈົ້າ​ຕາມ​ຄຳເວົ້າ​ນັ້ນ. ມີ​ທະຫານ 22.000 ຄົນ​ກັບ​ເມືອ​ເຮືອນ ຍັງ​ເຫຼືອ​ແຕ່ 10.000 ຄົນ.

4 ພະ​ເຢໂຫວາ​ເວົ້າ​ກັບ​ກີເດໂອນ​ອີກ​ວ່າ: “ເຈົ້າ​ຍັງ​ມີ​ທະຫານ​ຫຼາຍ​ໂພດ. ໃຫ້​ເຈົ້າ​ພາ​ເຂົາ​ເຈົ້າ​ລົງ​ໄປ​ຫ້ວຍ ແລ້ວ​ເຮົາ​ຈະ​ທົດສອບ​ເຂົາ​ເຈົ້າ​ຢູ່​ຫັ້ນ. ຖ້າ​ເຮົາ​ບອກ​ເຂົາ​ເຈົ້າ​ວ່າ ‘ຜູ້​ນີ້​ຈະ​ໄປ​ກັບ​ເຈົ້າ’ ລາວ​ກໍ​ຈະ​ໄປ. ແຕ່​ຖ້າ​ເຮົາ​ບອກ​ເຈົ້າ​ວ່າ ‘ຜູ້​ນີ້​ຈະ​ບໍ່​ໄດ້​ໄປ​ກັບ​ເຈົ້າ’ ລາວ​ກໍ​ຈະ​ບໍ່​ໄດ້​ໄປ.” 5 ແລ້ວ​ກີເດໂອນ​ກໍ​ພາ​ພວກ​ທະຫານ​ລົງ​ໄປ​ຫ້ວຍ.

ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ວ່າ: “ໃຫ້​ເຈົ້າ​ແຍກ​ທຸກ​ຄົນ​ທີ່​ກອບ​ນ້ຳ​ຂຶ້ນ​ມາ​ກິນ*ອອກ​ຈາກ​ຄົນ​ທີ່​ຄູ້​ເຂົ່າ​ແລະ​ກົ້ມ​ກິນ​ນ້ຳ.” 6 ຄົນ​ທີ່​ກອບ​ນ້ຳ​ຂຶ້ນ​ມາ​ກິນ​ມີ 300 ຄົນ. ເຫຼືອ​ນັ້ນ​ແມ່ນ​ຄົນ​ທີ່​ຄູ້​ເຂົ່າ​ແລະ​ກົ້ມ​ກິນ​ນ້ຳ.

7 ພະ​ເຢໂຫວາ​ເວົ້າ​ກັບ​ກີເດໂອນ​ວ່າ: “ເຮົາ​ຈະ​ມອບ​ພວກ​ມີດີອານ​ໄວ້​ໃນ​ມື​ຂອງ​ເຈົ້າ​ດ້ວຍ​ທະຫານ 300 ຄົນ​ທີ່​ກອບ​ນ້ຳ​ຂຶ້ນ​ມາ​ກິນ​ນີ້.+ ສ່ວນ​ຄົນ​ອື່ນ​ໆ​ໃຫ້​ເຂົາ​ເຈົ້າ​ກັບ​ເມືອ​ເຮືອນ.” 8 ຈາກ​ນັ້ນ ທະຫານ 300 ຄົນ​ນັ້ນ​ກໍ​ເອົາ​ອາຫານ​ກັບ​ແກ​ຈາກ​ທະຫານ​ຄົນ​ອື່ນ​ໆ​ ແລ້ວກີເດໂອນ​ກໍ​ໃຫ້​ທະຫານ​ຄົນ​ອື່ນ​ໆ​ກັບ​ເມືອ ເຫຼືອ​ແຕ່ 300 ຄົນ​ທີ່​ຢູ່​ນຳ​ລາວ. ຄ້າຍ​ຂອງ​ພວກ​ມີດີອານ​ຢູ່​ທົ່ງພຽງ ແລະ​ຢູ່​ຕ່ຳ​ກວ່າ​ຄ້າຍ​ຂອງ​ກີເດໂອນ.+

9 ຄືນ​ນັ້ນ ພະ​ເຢໂຫວາ​ເວົ້າ​ກັບ​ກີເດໂອນ​ວ່າ: “ໃຫ້​ໄປ​ໂຈມຕີ​ພວກ​ມີດີອານ ເພາະ​ເຮົາ​ໄດ້​ມອບ​ພວກ​ເຂົາ​ໄວ້​ໃນ​ມື​ຂອງ​ເຈົ້າ​ແລ້ວ.+ 10 ແຕ່​ຖ້າ​ເຈົ້າ​ຍັງ​ບໍ່​ກ້າ​ໄປ​ໂຈມຕີ​ກໍ​ໃຫ້​ເຈົ້າ​ລົງ​ໄປ​ຄ້າຍ​ນັ້ນ​ກັບ​ປູຣາ​ຄົນ​ຮັບ​ໃຊ້​ຂອງ​ເຈົ້າ. 11 ໄປ​ຟັງ​ວ່າ​ເຂົາ​ເຈົ້າ​ລົມ​ຫຍັງ​ກັນ ແລ້ວ​ເຈົ້າ​ກໍ​ຈະ​ກ້າ​ໄປ​ໂຈມຕີ​ຄ້າຍ​ນັ້ນ.” ກີເດໂອນ​ກັບ​ປູຣາ​ຄົນ​ຮັບ​ໃຊ້​ຂອງ​ລາວ​ຈຶ່ງ​ລົງ​ໄປ​ໃກ້​ໆ​ຄ້າຍ​ຂອງພວກ​ສັດຕູ.

12 ພວກ​ມີດີອານ ພວກ​ອາມາເລັກ ແລະ​ພວກ​ທີ່​ມາ​ຈາກ​ທາງ​ທິດ​ຕາເວັນ​ອອກ​+ໄດ້​ຕັ້ງ​ຄ້າຍ​ຢູ່​ທົ່ງພຽງ​ຄື​ກັບ​ຝູງ​ຕັກກະແຕນ. ອູດ​ຂອງ​ພວກ​ເຂົາ​ມີ​ບັກ​ຫຼາຍ​ໆ​+​ຄື​ກັບ​ເມັດ​ດິນ​ຊາຍ​ຢູ່​ຫາດ​ຊາຍ. 13 ເມື່ອ​ກີເດໂອນ​ໄປ​ຮອດ​ຫັ້ນ ລາວ​ກໍ​ໄດ້​ຍິນ​ທະຫານ​ຄົນ​ໜຶ່ງ​ເລົ່າ​ຄວາມ​ຝັນ​ໃຫ້​ໝູ່​ຟັງ​ວ່າ: “ຂ້ອຍ​ຝັນ​ວ່າ​ມີ​ເຂົ້າຈີ່​ກ້ອນ​ໜຶ່ງ​ທີ່​ເຮັດ​ຈາກ​ເຂົ້າ​ບາເລ​ກິ້ງ​ມາ​ໃສ່​ຄ້າຍ​ຂອງ​ພວກ​ມີດີອານ.+ ມັນ​ກິ້ງ​ມາ​ຖືກ​ເຕັ້ນ​ບັກ​ແຮງ​ໆ​ຈົນ​ວ່າ​ເຕັ້ນ​ປີ້ນ​ແລະ​ພັງ​ລົງ.” 14 ໝູ່​ຂອງ​ທະຫານ​ຄົນ​ນັ້ນ​ກໍ​ເວົ້າ​ວ່າ: “ຕ້ອງ​ແມ່ນ​ດາບ​ຂອງ​ກີເດໂອນ+ລູກ​ຊາຍ​ຂອງ​ໂຢອາດ​ຄົນ​ອິດສະຣາເອນ​ແນ່ນອນ. ພະເຈົ້າ​ໄດ້​ມອບ​ພວກ​ມີດີອານ​ແລະທະຫານ​ທັງ​ໝົດໄວ້​ໃນ​ມື​ຂອງ​ລາວ​ແລ້ວ.”+

15 ເມື່ອ​ກີເດໂອນ​ໄດ້​ຍິນ​ທະຫານ​ເລົ່າ​ຄວາມ​ຝັນ​ແລະ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ແລ້ວ+ ລາວ​ກໍ​ກົ້ມ​ລົງ​ນະມັດສະການ​ພະເຈົ້າ. ຫຼັງ​ຈາກ​ນັ້ນ ລາວ​ກັບ​ໄປ​ຄ້າຍ​ຂອງ​ພວກ​ອິດສະຣາເອນ​ແລະ​ເວົ້າ​ວ່າ: “ໄປ໋​ພວກ​ເຮົາ ພະ​ເຢໂຫວາ​ໄດ້​ມອບ​ທະຫານ​ມີດີອານ​ໄວ້​ໃນ​ມື​ຂອງ​ພວກ​ເຮົາ​ແລ້ວ.” 16 ແລ້ວ​ລາວ​ກໍ​ແບ່ງ​ທະຫານ 300 ຄົນ​ອອກ​ເປັນ 3 ກອງ. ລາວ​ເອົາ​ແກ​ເຂົາ​ສັດ+ກັບ​ໝໍ້​ໃຫຍ່​ທີ່​ມີ​ກະບອງ​ໄຟ​ຢູ່​ທາງ​ໃນ​ໃຫ້​ເຂົາ​ເຈົ້າ​ຄົນ​ລະ​ຊຸດ. 17 ກີເດໂອນ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ເບິ່ງ​ຂ້ອຍ​ເດີ້ ຖ້າ​ຂ້ອຍ​ເຮັດ​ຫຍັງ​ກໍ​ໃຫ້​ເຮັດ​ຄື​ກັບ​ຂ້ອຍ. ເມື່ອ​ຂ້ອຍ​ໄປ​ຮອດ​ໃກ້​ໆ​ຄ້າຍ ພວກ​ເຈົ້າ​ເຫັນ​ຂ້ອຍ​ເຮັດ​ຫຍັງ​ກໍ​ໃຫ້​ເຮັດ​ຄື​ກັບ​ຂ້ອຍ​ໂລດ. 18 ເມື່ອ​ຂ້ອຍ​ກັບ​ຄົນ​ທີ່​ໄປ​ນຳ​ຂ້ອຍ​ເປົ່າ​ແກ ພວກ​ເຈົ້າ​ກໍ​ຕ້ອງ​ເປົ່າ​ແກ​ຈາກ​ບ່ອນ​ທີ່​ພວກ​ເຈົ້າ​ຢືນ​ຢູ່​ອ້ອມ​ຮອບ​ຄ້າຍ​ນັ້ນ ແລະ​ໃຫ້​ຮ້ອງ​ດັງ​ໆ​ວ່າ ‘ການ​ຕໍ່ສູ້​ເປັນ​ຂອງ​ພະ​ເຢໂຫວາ​ແລະ​ຂອງ​ກີເດໂອນ!’”

19 ກີເດໂອນ​ກັບ​ທະຫານ 100 ຄົນ​ໄປ​ຮອດ​ແຄມ​ຄ້າຍ​ຂອງ​ສັດຕູ​ກ່ອນ​ທ່ຽງ​ຄືນ* ເຊິ່ງ​ເປັນ​ເວລາ​ທີ່​ທະຫານ​ຂອງ​ສັດຕູ​ປ່ຽນ​ເວນຍາມ​ກັນ. ແລ້ວ​ພວກ​ຂອງ​ກີເດໂອນ​ກໍ​ເປົ່າ​ແກ​ເຂົາ​ສັດ+ແລະ​ທຸບ​ໝໍ້​ໃຫຍ່​ທີ່​ຖື​ຢູ່.+ 20 ທະຫານ​ທັງ 3 ກອງ​ເປົ່າ​ແກ​ແລະ​ທຸບ​ໝໍ້​ໃຫຍ່. ມື​ຊ້າຍ​ຂອງ​ເຂົາ​ເຈົ້າ​ຖື​ກະບອງ​ໄຟ​ແລະ​ເປົ່າ​ແກ​ທີ່​ຢູ່​ມື​ຂວາ​ໄປ​ນຳ. ເຂົາ​ເຈົ້າ​ຮ້ອງ​ສຽງ​ດັງ​ວ່າ: “ການ​ຕໍ່ສູ້​ເປັນ​ຂອງ​ພະ​ເຢໂຫວາ​ແລະ​ຂອງ​ກີເດໂອນ!” 21 ພວກ​ທະຫານ​ຂອງ​ກີເດໂອນ​ຢືນ​ຢູ່​ຊື່​ໆ​ຢູ່​ນອກ​ຄ້າຍ ແຕ່​ທະຫານ​ທັງ​ໝົດ​ຂອງ​ພວກ​ມີດີອານ​ທີ່​ຢູ່​ໃນ​ຄ້າຍ​ກໍ​ພາກັນ​ທັງ​ຮ້ອງ​ທັງ​ແລ່ນ​ໜີ.+ 22 ພວກ​ທະຫານ 300 ຄົນ​ກໍ​ເປົ່າ​ແກ​ຕໍ່​ໄປ ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ທະຫານ​ທີ່​ຢູ່​ໃນ​ຄ້າຍ​ຂ້າ​ກັນ​ເອງ.+ ທະຫານ​ຂອງ​ພວກ​ສັດຕູ​ແຕກ​ໜີ​ໄປ​ຮອດ​ເມືອງ​ເບັດຊີດຕາ ໄປ​ຮອດ​ເຊເຣຣາ ແລະ​ໄປ​ຈົນ​ຮອດ​ເຂດ​ຂອງ​ອາເບັນເມໂຮລາ+ທີ່​ຢູ່​ໃກ້​ກັບ​ຕັບບັດ.

23 ທະຫານ​ອິດສະຣາເອນ​ຈາກ​ຕະກູນ​ນັບທາລີ ຕະກູນ​ອາເຊ ແລະ​ທະຫານ​ທຸກ​ຄົນ​ຈາກ​ຕະກູນ​ມານາເຊ​+ກໍ​ຖືກ​ເອີ້ນ​ໃຫ້​ມາ​ລວມ​ໂຕ​ກັນ​ເພື່ອ​ໄລ່​ນຳ​ຫຼັງ​ທະຫານ​ຂອງ​ພວກ​ມີດີອານ. 24 ກີເດໂອນ​ໄດ້​ສົ່ງ​ຄົນ​ໄປ​ບອກ​ທຸກ​ຄົນ​ທີ່​ຢູ່​ໃນ​ເຂດ​ພູ​ຂອງ​ເອຟຣາຢິມ​ວ່າ: “ໃຫ້​ລົງ​ມາ​ຕໍ່ສູ້​ພວກ​ມີດີອານ ແລະ​ຍຶດ​ບ່ອນ​ຂ້າມ​ແມ່​ນ້ຳ​ຈໍແດນ​ກັບ​ບ່ອນ​ຂ້າມ​ແມ່​ນ້ຳ​ຕ່າງ​ໆ​ທີ່​ຢູ່​ໃນ​ເຂດ​ເບັດບາຣາ​ເພື່ອ​ບໍ່​ໃຫ້​ພວກ​ສັດຕູ​ຂ້າມ​ໄດ້.” ທະຫານ​ຈາກ​ຕະກູນ​ເອຟຣາຢິມ​ກໍ​ມາ​ລວມ​ໂຕ​ກັນ​ແລະ​ໄດ້​ຍຶດ​ບ່ອນ​ຂ້າມ​ແມ່​ນ້ຳ​ຈໍແດນ​ກັບ​ບ່ອນ​ຂ້າມ​ແມ່​ນ້ຳ​ຕ່າງ​ໆ​ທີ່​ຢູ່​ໃນ​ເຂດ​ເບັດບາຣາ. 25 ເຂົາ​ເຈົ້າ​ຈັບ​ເຈົ້າ​ນາຍ​ຂອງ​ພວກ​ມີດີອານ​ໄດ້ 2 ຄົນ​ຄື​ໂອເຣັບ​ກັບ​ເຊເອບ. ເຂົາ​ເຈົ້າ​ຂ້າ​ໂອເຣັບ​ຢູ່ຫີນ​ໃຫຍ່ກ້ອນ​ໜຶ່ງ ເຊິ່ງ​ຕໍ່ມາ​ເຂົາ​ເຈົ້າ​ເອີ້ນ​ຫີນ​ນັ້ນ​ວ່າ​ໂອເຣັບ+ ແລະ​ຂ້າ​ເຊເອບ​ຢູ່​ບ່ອນ​ເຮັດ​ເຫຼົ້າແວງ ເຊິ່ງ​ຕໍ່ມາ​ເຂົາ​ເຈົ້າ​ເອີ້ນ​ບ່ອນ​ນັ້ນ​ວ່າ​ເຊເອບ. ແລ້ວ​ເຂົາ​ເຈົ້າ​ກໍ​ໄລ່​ນຳ​ຫຼັງ​ພວກ​ມີດີອານ​ຕໍ່​ໄປ.+ ເຂົາ​ເຈົ້າ​ໄດ້​ຕັດ​ຫົວ​ຂອງ​ໂອເຣັບ​ກັບ​ເຊເອບ​ໄປ​ໃຫ້​ກີເດໂອນ​ຢູ່​ເຂດ​ແມ່​ນ້ຳ​ຈໍແດນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌