ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 39
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ໂຢເຊັບ​ຢູ່​ໃນ​ເຮືອນ​ຂອງ​ໂປຕີຟາ (1-6)

      • ໂຢເຊັບ​ປະຕິເສດ​ເມຍ​ຂອງ​ໂປຕີຟາ (7-20)

      • ໂຢເຊັບ​ຖືກ​ຂັງ​ໃນ​ຄຸກ (21-23)

ປະຖົມມະການ 39:1

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:20; 37:25
  • +ພສ 105:17; ກຈກ 7:9
  • +ປຖກ 37:36

ປະຖົມມະການ 39:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:31; ຮຣ 13:6

ປະຖົມມະການ 39:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:27

ປະຖົມມະການ 39:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:24; 20:3, 6; ພສ 51:ຫົວບົດ; 51:4; ມຣກ 10:7, 8; ຮຣ 13:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2022, ໜ້າ 26

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 41

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 30

    ຫໍສັງເກດການ (ສຶກສາ)

    9/2017, ໜ້າ 5

    ຫໍສັງເກດການ

    1/12/2003

ປະຖົມມະການ 39:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/6/2015, ໜ້າ 17

ປະຖົມມະການ 39:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 41

ປະຖົມມະການ 39:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 105:17, 18

ປະຖົມມະການ 39:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 40:2, 3; ພສ 105:19; ກຈກ 7:9

ປະຖົມມະການ 39:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 39:6

ປະຖົມມະການ 39:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:22, 25; ກຈກ 7:9, 10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2023, ໜ້າ 16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 39:1ປຖກ 17:20; 37:25
ປຖກ. 39:1ພສ 105:17; ກຈກ 7:9
ປຖກ. 39:1ປຖກ 37:36
ປຖກ. 39:2ຣມ 8:31; ຮຣ 13:6
ປຖກ. 39:5ປຖກ 30:27
ປຖກ. 39:9ປຖກ 2:24; 20:3, 6; ພສ 51:ຫົວບົດ; 51:4; ມຣກ 10:7, 8; ຮຣ 13:4
ປຖກ. 39:20ພສ 105:17, 18
ປຖກ. 39:21ປຖກ 40:2, 3; ພສ 105:19; ກຈກ 7:9
ປຖກ. 39:22ປຖກ 39:6
ປຖກ. 39:23ປຖກ 49:22, 25; ກຈກ 7:9, 10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 39:1-23

ປະຖົມມະການ

39 ພວກ​ອິດຊະມາເອນ+ທີ່​ຊື້​ໂຢເຊັບ​ໄດ້​ພາ​ລາວ​ໄປ​ເອຢິບ.+ ແລ້ວ​ຄົນ​ເອຢິບ​ຄົນ​ໜຶ່ງ​ທີ່​ຊື່​ໂປຕີຟາ+ກໍ​ຊື້​ໂຢເຊັບ​ຕໍ່​ຈາກ​ພວກ​ນັ້ນ. ລາວ​ເປັນ​ຂ້າລາຊະການ​ຂອງ​ຟາໂຣ* ແລະ​ເປັນຫົວ​ໜ້າ​ທະຫານປ້ອງກັນໂຕ​ກະສັດ. 2 ແຕ່​ພະ​ເຢໂຫວາ​ຢູ່​ນຳ​ໂຢເຊັບ+ ລາວ​ເລີຍ​ປະສົບ​ຜົນ​ສຳເລັດ​ໃນ​ວຽກ​ງານ ແລະ​ໄດ້​ເຮັດ​ໜ້າ​ທີ່​ເບິ່ງ​ແຍງ​ເຮືອນ​ຂອງ​ເຈົ້ານາຍ​ຄົນ​ເອຢິບ. 3 ນາຍ​ເຫັນ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ໂຢເຊັບ ແລະ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ລາວ​ໃຫ້​ເຮັດ​ວຽກ​ທຸກ​ຢ່າງ​ປະສົບ​ຜົນ​ສຳເລັດ.

4 ນາຍ​ມັກ​ໂຢເຊັບ​ຫຼາຍ ແລະ​ໃຫ້​ໂຢເຊັບ​ເປັນ​ຄົນ​ຮັບໃຊ້​ທີ່​ໃກ້​ຊິດ​ທີ່​ສຸດ​ຂອງ​ລາວ. ລາວ​ແຕ່ງ​ຕັ້ງ​ໂຢເຊັບ​ໃຫ້​ເບິ່ງ​ແຍງ​ເຮືອນ​ແລະ​ຊັບ​ສົມບັດ​ທັງ​ໝົດ​ຂອງ​ລາວ. 5 ຕັ້ງ​ແຕ່​ນາຍ​ແຕ່ງ​ຕັ້ງ​ໂຢເຊັບ​ໃຫ້​ເບິ່ງ​ແຍງ​ເຮືອນ​ແລະ​ຊັບ​ສົມບັດ​ທັງ​ໝົດ​ຂອງ​ລາວ ພະ​ເຢໂຫວາ​ໄດ້​ອວຍ​ພອນ​ທຸກ​ສິ່ງ​ໃນ​ເຮືອນ​ຂອງ​ນາຍ​ຄົນ​ເອຢິບ​ຍ້ອນ​ໂຢເຊັບ. ພະ​ເຢໂຫວາ​ໄດ້​ອວຍ​ພອນ​ທຸກ​ສິ່ງ ທັງ​ທີ່​ຢູ່​ໃນ​ເຮືອນ​ແລະ​ທົ່ງ​ນາ​ຂອງ​ລາວ.+ 6 ໃນ​ທີ່​ສຸດ ນາຍ​ໃຫ້​ໂຢເຊັບ​ເບິ່ງ​ແຍງ​ທຸກ​ຢ່າງ​ໃນ​ເຮືອນ ແລະ​ນາຍ​ບໍ່​ຕ້ອງ​ຫ່ວງ​ເລື່ອງ​ຫຍັງ​ເລີຍ ມີ​ແຕ່​ຄິດ​ວ່າ​ແຕ່​ລະ​ມື້​ຢາກ​ຊິ​ກິນ​ຫຍັງ. ສ່ວນ​ໂຢເຊັບ​ກໍ​ໃຫຍ່​ຂຶ້ນ​ແລະ​ໜ້າ​ຕາ​ດີ.

7 ຕໍ່ມາ ເມຍ​ຂອງ​ນາຍ​ເລີ່ມສົນ​ໃຈໂຢເຊັບ​ແລະ​ຊວນ​ລາວ​ວ່າ: “ມາ​ແມ້ ມາ​ນອນ​ນຳ​ຂ້ອຍ.” 8 ໂຢເຊັບ​ປະຕິເສດ​ເມຍ​ຂອງ​ນາຍ​ແລະ​ເວົ້າ​ວ່າ: “ນາຍ​ໄວ້​ວາງໃຈ​ຂ້ອຍ ແລະ​ໃຫ້​ຂ້ອຍ​ເບິ່ງ​ແຍງ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ເຮືອນ. 9 ນາຍ​ມອບ​ອຳ​ນາດ​ໃຫ້​ຂ້ອຍ​ເໜືອ​ທຸກ​ຢ່າງ​ໃນ​ເຮືອນ​ນີ້ ມີ​ແຕ່​ທ່ານ​ເທົ່າ​ນັ້ນ​ທີ່​ນາຍ​ບໍ່​ໄດ້​ມອບ​ໃຫ້ ເພາະ​ທ່ານ​ເປັນ​ເມຍ​ຂອງ​ນາຍ. ຂ້ອຍ​ຈະ​ເຮັດ​ຊົ່ວ​ແບບ​ນີ້​ແລະ​ເຮັດ​ບາບ​ຕໍ່​ພະເຈົ້າ​ບໍ່​ໄດ້.”+

10 ເມຍ​ຂອງ​ໂປຕີຟາ​ຊວນ​ໂຢເຊັບ​ທຸກ​ມື້​ໆ​ໃຫ້​ມາ​ນອນ​ນຳ. ແຕ່​ໂຢເຊັບ​ກໍ​ບໍ່​ຍອມ​ນອນ​ນຳ​ລາວ​ຫຼື​ຢູ່​ກັບ​ລາວ​ແຕ່​ສອງ​ຄົນ. 11 ມີ​ມື້​ໜຶ່ງ ໂຢເຊັບ​ເຂົ້າ​ໄປ​ເຮັດ​ວຽກ​ຢູ່​ໃນ​ເຮືອນ ແຕ່​ຕອນ​ນັ້ນ​ບໍ່​ມີ​ຄົນ​ຮັບ​ໃຊ້​ຈັກ​ຄົນ​ຢູ່​ຫັ້ນ. 12 ເມຍ​ຂອງ​ນາຍ​ດຶງ​ເສື້ອ​ຂອງ​ໂຢເຊັບ​ແລະ​ເວົ້າ​ວ່າ: “ມາ​ແມ້! ມາ​ນອນ​ນຳ​ຂ້ອຍ.” ໂຢເຊັບ​ກໍ​ແກ້​ເສື້ອຖິ້ມ​ໄວ້​ຄາ​ມື​ຂອງເມຍ​ນາຍ​ແລ້ວ​ໜີ​ໄປ. 13 ເມື່ອ​ເມຍ​ຂອງ​ນາຍ​ເຫັນ​ວ່າ​ໂຢເຊັບ​ຖິ້ມ​ເສື້ອ​ໄວ້​ແລະ​ແລ່ນ​ໜີ 14 ລາວ​ກໍ​ຮ້ອງ​ສຽງ​ດັງ​ໃຫ້​ຄົນ​ໃນ​ເຮືອນ​ໄດ້​ຍິນ​ວ່າ: “ຊ່ວຍ​ແດ່! ຄົນ​ເຮັບເຣີ​ທີ່​ຜົວ​ຂ້ອຍ​ຊື້​ມາ ມັນ​ຢາກ​ເຮັດ​ໃຫ້​ຂ້ອຍ​ອັບອາຍ. ມັນ​ຊິ​ເຂົ້າ​ມາ​ນອນ​ນຳ​ຂ້ອຍ ຂ້ອຍ​ເລີຍ​ຮ້ອງ​ຂຶ້ນ​ສຸດ​ສຽງ. 15 ເມື່ອ​ໄດ້​ຍິນ​ຂ້ອຍ​ຮ້ອງ ມັນ​ກໍ​ປະ​ເສື້ອ​ໄວ້​ແລ້ວ​ແລ່ນ​ໜີ​ໄປ.” 16 ລາວ​ເອົາ​ເສື້ອ​ຂອງ​ໂຢເຊັບ​ໄວ້ທາງ​ຂ້າງລາວ ຈົນໂປຕີຟາ​ນາຍ​ຂອງ​ໂຢເຊັບກັບ​ມາ​ຮອດ​ເຮືອນ.

17 ລາວ​ເລົ່າ​ຄືນ​ແບບ​ເກົ່າ​ໃຫ້​ຜົວ​ຟັງ​ວ່າ: “ຄົນ​ຮັບໃຊ້​ເຮັບເຣີທີ່​ອ້າຍ​ຊື້​ມາ ມັນ​ເຂົ້າ​ມາ​ຫາ​ນ້ອງ. ມັນ​ຢາກເຮັດໃຫ້ນ້ອງອັບອາຍ. 18 ແຕ່​ນ້ອງຮ້ອງ​ຂຶ້ນ​ດັງ​ໆ​ ມັນ​ເລີຍ​ຖິ້ມ​ເສື້ອ​ໄວ້​ແລ້ວ​ໜີ​ໄປ.” 19 ເມື່ອ​ນາຍ​ຂອງ​ໂຢເຊັບ​ໄດ້​ຍິນ​ເມຍ​ເລົ່າ​ໃຫ້​ຟັງ​ວ່າ: “ຄົນ​ຮັບໃຊ້​ຂອງ​ອ້າຍ​ເຮັດ​ແນວ​ນີ້​ໃຫ້​ນ້ອງ” ນາຍ​ຂອງ​ໂຢເຊັບ​ກໍ​ໃຈ​ຮ້າຍ​ຫຼາຍ. 20 ລາວ​ຈັບ​ໂຢເຊັບ​ເຂົ້າ​ຄຸກ​ທີ່​ຂັງ​ນັກ​ໂທດ​ຂອງ​ກະສັດ. ແລ້ວ​ໂຢເຊັບ​ກໍ​ຖືກ​ຂັງ​ໄວ້​ຢູ່​ຫັ້ນ.+

21 ພະ​ເຢໂຫວາ​ຍັງຊ່ວຍ​ໂຢເຊັບ​ສະເໝີ​ແລະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ລາວ. ເພິ່ນ​ເຮັດ​ໃຫ້​ຫົວ​ໜ້າ​ຜູ້​ຄຸມ​ຄຸກ​ຮັກ​ແພງ​ໂຢເຊັບ.+ 22 ຫົວ​ໜ້າ​ຜູ້​ຄຸມ​ຄຸກ​ຈຶ່ງ​ແຕ່ງ​ຕັ້ງ​ໂຢເຊັບ​ໃຫ້​ເບິ່ງ​ແຍງ​ນັກ​ໂທດ​ທຸກ​ຄົນ​ໃນ​ຄຸກ. ໂຢເຊັບ​ເປັນ​ຜູ້​ເບິ່ງ​ແຍງ​ໃຫ້​ນັກ​ໂທດ​ເຮັດ​ວຽກ​ທຸກ​ຢ່າງ​ໃຫ້​ແລ້ວ.+ 23 ເມື່ອ​ມອບ​ວຽກ​ໃຫ້​ໂຢເຊັບ​ເຮັດ ຫົວ​ໜ້າ​ຜູ້​ຄຸມ​ຄຸກ​ກໍບໍ່​ຕ້ອງ​ກັງວົນ​ເລື່ອງ​ຫຍັງ​ເລີຍ ເພາະ​ພະ​ເຢໂຫວາ​ຢູ່​ນຳ​ໂຢເຊັບ ແລະ​ພະ​ເຢໂຫວາ​ໄດ້​ຊ່ວຍ​ໂຢເຊັບ​ໃຫ້​ເຮັດ​ວຽກ​ທຸກ​ສິ່ງ​ທຸກ​ຢ່າງ​ສຳເລັດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌