ຂ່າວດີທີ່ຂຽນໂດຍມາຣະໂກ
4 ພະເຢຊູໄດ້ສອນຢູ່ແຄມທະເລອີກ ແລະມີຄົນຫຼາຍແທ້ຫຼາຍວ່າຫຸ້ມເພິ່ນຢູ່. ດັ່ງນັ້ນ ເພິ່ນຈຶ່ງລົງໄປນັ່ງຢູ່ເຮືອທີ່ຢູ່ໃກ້ໆຝັ່ງ ສ່ວນຄົນທີ່ມານັ້ນກໍຢູ່ແຄມຝັ່ງ.+ 2 ພະເຢຊູໄດ້ສອນເຂົາເຈົ້າໂດຍໃຊ້ຕົວຢ່າງປຽບທຽບຫຼາຍເລື່ອງ.+ ເພິ່ນເລົ່າວ່າ:+ 3 “ໃຫ້ຕັ້ງໃຈຟັງເດີ້. ມີຜູ້ໜຶ່ງອອກໄປຫວ່ານເມັດພືດ.+ 4 ຕອນທີ່ລາວຫວ່ານນັ້ນ ເມັດພືດບາງສ່ວນຕົກໃສ່ຫົນທາງແລະມີນົກມາກິນຈົນໝົດ. 5 ບາງສ່ວນຕົກໃສ່ພື້ນທີ່ເປັນຫີນທີ່ມີດິນຕື້ນໆ ແລະເຮັດໃຫ້ຕົ້ນອ່ອນປົ່ງຂຶ້ນໄວ.+ 6 ແຕ່ເມື່ອຖືກແດດເຜົາ ຕົ້ນອ່ອນນັ້ນກໍຫ່ຽວຕາຍຍ້ອນຮາກມັນຢູ່ຕື້ນໆ. 7 ເມັດພືດບາງສ່ວນຕົກໃສ່ຟຸ່ມໄມ້ທີ່ມີໜາມ. ຟຸ່ມໄມ້ນັ້ນກໍປົ່ງຂຶ້ນຫຸ້ມຕົ້ນອ່ອນຈົນໝົດ ມັນເລີຍບໍ່ເກີດໝາກ.+ 8 ແຕ່ກໍມີບາງສ່ວນຕົກໃສ່ດິນດີ ມັນຈຶ່ງໃຫຍ່ຂຶ້ນແລະເປັນໝາກ. ບາງຕົ້ນໄດ້ 30 ເທົ່າ ບາງຕົ້ນໄດ້ 60 ເທົ່າ ແລະບາງຕົ້ນໄດ້ 100 ເທົ່າ.”+ 9 ແລ້ວພະເຢຊູກໍເວົ້າວ່າ: “ໃຫ້ທຸກຄົນທີ່ໄດ້ຍິນຕັ້ງໃຈຟັງດີໆ.”+
10 ເມື່ອພະເຢຊູຢູ່ຄົນດຽວ ລູກສິດບາງຄົນລວມທັງອັກຄະສາວົກ* 12 ຄົນໄດ້ມາຖາມເພິ່ນວ່າຕົວຢ່າງປຽບທຽບນັ້ນໝາຍເຖິງຫຍັງ.+ 11 ພະເຢຊູບອກເຂົາເຈົ້າວ່າ: “ພະເຈົ້າໃຫ້ພວກເຈົ້າເຂົ້າໃຈຄວາມລັບສັກສິດ+ເລື່ອງການປົກຄອງຂອງພະເຈົ້າ ສ່ວນຄົນອື່ນໆໄດ້ຍິນແຕ່ຕົວຢ່າງປຽບທຽບເທົ່ານັ້ນ.+ 12 ດັ່ງນັ້ນ ເຂົາເຈົ້າຈະເບິ່ງແຕ່ບໍ່ເຫັນ ເຂົາເຈົ້າຈະໄດ້ຍິນແຕ່ບໍ່ເຂົ້າໃຈ ແລະຈະບໍ່ມີວັນກັບມາຫາພະເຈົ້າເພື່ອເພິ່ນຈະຍົກໂທດໃຫ້.”+ 13 ພະເຢຊູຖາມເຂົາເຈົ້າຕື່ມອີກວ່າ: “ຖ້າພວກເຈົ້າບໍ່ເຂົ້າໃຈຕົວຢ່າງປຽບທຽບນີ້ ແລ້ວພວກເຈົ້າຈະເຂົ້າໃຈຕົວຢ່າງປຽບທຽບເລື່ອງອື່ນໄດ້ແນວໃດ?
14 ຜູ້ທີ່ຫວ່ານນັ້ນກໍຫວ່ານເລື່ອງການປົກຄອງຂອງພະເຈົ້າ.+ 15 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ຫົນທາງ. ທັນທີທີ່ເຂົາເຈົ້າໄດ້ຍິນ ຊາຕານກໍມາ+ເອົາສິ່ງທີ່ຫວ່ານໄວ້ໃນໃຈເຂົາເຈົ້າໄປ.+ 16 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ພື້ນທີ່ເປັນຫີນທີ່ມີດິນຕື້ນໆ ເມື່ອເຂົາເຈົ້າໄດ້ຍິນເລື່ອງນັ້ນແລ້ວກໍມັກແລະຈຶ່ງຮັບເອົາທັນທີ.+ 17 ແຕ່ເລື່ອງການປົກຄອງຂອງພະເຈົ້າບໍ່ໄດ້ຝັງເລິກເຂົ້າໄປໃນໃຈ ເຂົາເຈົ້າຈຶ່ງເຊື່ອໄດ້ບໍ່ດົນ. ເມື່ອເຈິຄວາມທຸກລຳບາກຫຼືການຂົ່ມເຫງຍ້ອນເລື່ອງນັ້ນ ເຂົາເຈົ້າກໍເຊົາເຊື່ອ. 18 ສ່ວນບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ຟຸ່ມໄມ້ທີ່ມີໜາມ. ເຂົາເຈົ້າໄດ້ຍິນເລື່ອງນັ້ນ+ 19 ແຕ່ປ່ອຍໃຫ້ຄວາມອຸກໃຈ+ກັບຊີວິດໃນໂລກນີ້* ຄວາມຫຼົງໄຫຼໃນຊັບສົມບັດ+ ແລະຄວາມຢາກ+ໄດ້ສິ່ງຕ່າງໆມາຄອບງຳຫົວໃຈແລະປົກຫຸ້ມສິ່ງທີ່ເຂົາເຈົ້າໄດ້ຍິນຈຶ່ງເຮັດໃຫ້ເລື່ອງນັ້ນບໍ່ເກີດຜົນໃນຊີວິດ. 20 ສຳລັບບາງຄົນ ເລື່ອງການປົກຄອງຂອງພະເຈົ້າປຽບຄືກັບເມັດພືດທີ່ຕົກໃສ່ດິນດີ. ເຂົາເຈົ້າໄດ້ຍິນເລື່ອງນັ້ນແລະມັກຫຼາຍ ບາງຄົນຈຶ່ງເກີດໝາກໄດ້ 30 ເທົ່າ ບາງຄົນໄດ້ 60 ເທົ່າ ແລະບາງຄົນໄດ້ 100 ເທົ່າ.”+
21 ພະເຢຊູເວົ້າກັບເຂົາເຈົ້າຕໍ່ໄປວ່າ: “ມີໃຜບໍທີ່ໄຕ້ຕະກຽງແລ້ວຈະເອົາກະຕ່າມາງວມໄວ້ຫຼືເອົາໄປວາງໄວ້ກ້ອງຕຽງ? ລາວຈະເອົາໄປຕັ້ງໄວ້ເທິງຂາຕະກຽງແມ່ນບໍ?+ 22 ທຸກສິ່ງທີ່ເຊື່ອງໄວ້ຈະຕ້ອງຖືກເປີດໂປງ ແລະທຸກສິ່ງທີ່ປົກປິດໄວ້ຢ່າງດີຈະຕ້ອງຖືກເປີດເຜີຍແນ່ນອນ.+ 23 ໃຫ້ທຸກຄົນທີ່ໄດ້ຍິນຕັ້ງໃຈຟັງດີໆ.”+
24 ພະເຢຊູເວົ້າກັບເຂົາເຈົ້າຕໍ່ໄປວ່າ: “ເມື່ອຟັງຫຍັງ ກໍໃຫ້ຕັ້ງໃຈຟັງດີໆ+ ເພາະຖ້າຕັ້ງໃຈຟັງຫຼາຍ ພວກເຈົ້າກໍຈະເຂົ້າໃຈຫຼາຍ ແລະຄວາມເຂົ້າໃຈຂອງພວກເຈົ້າແຮ່ງຈະມີຫຼາຍຂຶ້ນ. 25 ຍ້ອນຄົນທີ່ມີຄວາມເຂົ້າໃຈຈະເຂົ້າໃຈຫຼາຍຂຶ້ນ+ ແຕ່ຄົນທີ່ບໍ່ມີຄວາມເຂົ້າໃຈ ແມ່ນແຕ່ຄວາມເຂົ້າໃຈເລັກນ້ອຍທີ່ລາວມີກໍຈະເສຍໄປ.”+
26 ແລ້ວພະເຢຊູກໍເວົ້າກັບຄົນທີ່ຢູ່ຫັ້ນຕໍ່ອີກວ່າ: “ການປົກຄອງຂອງພະເຈົ້າປຽບຄືກັບຄົນທີ່ຫວ່ານເມັດເຂົ້າໃສ່ດິນ. 27 ກາງຄືນລາວນອນຫຼັບແລະເມື່ອແຈ້ງລາວກໍຕື່ນ ແຕ່ເມັດເຫຼົ່ານັ້ນປົ່ງແລະໃຫຍ່ຂຶ້ນແນວໃດລາວບໍ່ຮູ້. 28 ຕົ້ນເຂົ້ານັ້ນຄ່ອຍໆໃຫຍ່ຂຶ້ນເອງ ເລີ່ມເປັນຕົ້ນອ່ອນກ່ອນ ແລ້ວກໍຖອກຮວງ ແລະໃນທີ່ສຸດກໍມີເມັດເຕັມຮວງ. 29 ທັນທີທີ່ເຂົ້າເຫຼືອງ ລາວກໍກ່ຽວ ຍ້ອນຮອດຍາມກ່ຽວແລ້ວ.”
30 ຈາກນັ້ນ ພະເຢຊູເວົ້າຕໍ່ອີກວ່າ: “ຈະປຽບທຽບການປົກຄອງຂອງພະເຈົ້າກັບຫຍັງ? ຫຼືຈະຍົກຕົວຢ່າງປຽບທຽບເລື່ອງໃດມາອະທິບາຍກ່ຽວກັບການປົກຄອງນັ້ນ? 31 ການປົກຄອງນັ້ນປຽບຄືກັບເມັດມັດສະຕາດ.* ຕອນທີ່ເອົາມາປູກໄວ້ໃນດິນມັນເປັນເມັດພືດທີ່ນ້ອຍທີ່ສຸດໃນໂລກ.+ 32 ແຕ່ເມື່ອປູກແລ້ວ ມັນກໍໃຫຍ່ຂຶ້ນແລະຕົ້ນຂອງມັນກໍສູງໃຫຍ່ກວ່າພືດຜັກທັງໝົດ ແລະມັນແຕກງ່າໃຫຍ່ຈົນນົກມາອາໄສຢູ່ກ້ອງຮົ່ມຂອງມັນໄດ້.”
33 ພະເຢຊູຍົກຕົວຢ່າງປຽບທຽບແບບນີ້ຫຼາຍເລື່ອງ+ເພື່ອສອນປະຊາຊົນໃຫ້ຮູ້ເລື່ອງພະເຈົ້າເທົ່າທີ່ເຂົາເຈົ້າຈະເຂົ້າໃຈໄດ້. 34 ທີ່ຈິງ ເພິ່ນສອນເຂົາເຈົ້າໂດຍໃຊ້ຕົວຢ່າງປຽບທຽບເລື້ອຍໆ ແຕ່ເພິ່ນຈະອະທິບາຍຄວາມໝາຍທຸກຢ່າງໃຫ້ພວກລູກສິດຮູ້ຕອນທີ່ບໍ່ມີປະຊາຊົນຢູ່ນຳ.+
35 ເມື່ອຮອດຕອນແລງມື້ນັ້ນ ພະເຢຊູບອກພວກລູກສິດວ່າ: “ໄປ໋ ພວກເຮົາພາກັນຂ້າມໄປອີກຟາກໜຶ່ງ.”+ 36 ຫຼັງຈາກພວກລູກສິດບອກປະຊາຊົນໃຫ້ເມືອ ເຂົາເຈົ້າກໍພາພະເຢຊູຂຶ້ນເຮືອໄປ ແຕ່ກໍມີເຮືອລຳອື່ນໆນຳຫຼັງເພິ່ນໄປ.+ 37 ແລ້ວກໍມີພາຍຸໃຫຍ່ ແລະຄື້ນໄດ້ຊັດນ້ຳເຂົ້າມາຈົນເກືອບເຕັມເຮືອ.+ 38 ແຕ່ພະເຢຊູນອນໝູນໝອນຫຼັບຢູ່ທ້າຍເຮືອ ເຂົາເຈົ້າຈຶ່ງປຸກເພິ່ນແລ້ວເວົ້າວ່າ: “ອາຈານ ພວກເຮົາກຳລັງຊິຕາຍແລ້ວ ທ່ານບໍ່ເປັນຫ່ວງເລີຍບໍ?” 39 ພະເຢຊູກໍລຸກຂຶ້ນແລ້ວສັ່ງຄື້ນກັບລົມວ່າ: “ສະຫງົບດຽວນີ້!”+ ລົມພາຍຸກໍເຊົາແລະທຸກຢ່າງກໍສະຫງົບເປັນປົກກະຕິ. 40 ແລ້ວເພິ່ນເວົ້າກັບເຂົາເຈົ້າວ່າ: “ເປັນຫຍັງພວກເຈົ້າຈຶ່ງຢ້ານ ພວກເຈົ້າຄືມີຄວາມເຊື່ອໜ້ອຍແທ້?” 41 ແຕ່ເຂົາເຈົ້າຢ້ານຫຼາຍແລະເວົ້າວ່າ: “ເພິ່ນແມ່ນໃຜ? ຂະໜາດລົມກັບທະເລກໍຍັງເຊື່ອຟັງເພິ່ນ.”+