ສຸພາສິດ
21 ຫົວໃຈຂອງກະສັດເປັນຄືກັບສາຍນ້ຳໃນມືຂອງພະເຢໂຫວາ.+
ເພິ່ນເຮັດໃຫ້ມັນໄຫຼໄປໃນບ່ອນທີ່ເພິ່ນຕ້ອງການ.+
2 ທຸກສິ່ງທີ່ຄົນໜຶ່ງເຮັດເບິ່ງຄືວ່າຖືກຕ້ອງໃນສາຍຕາຂອງລາວ+
3 ພະເຢໂຫວາພໍໃຈການເຮັດສິ່ງທີ່ຖືກຕ້ອງແລະຍຸຕິທຳ
ຫຼາຍກວ່າເຄື່ອງບູຊາ.+
4 ຕາທີ່ຈອງຫອງແລະໃຈທີ່ຍິ່ງເປັນບາບ.
ສິ່ງເຫຼົ່ານີ້ເປັນຄືກັບຕະກຽງສ່ອງທາງໃຫ້ຄົນຊົ່ວ.+
5 ແຜນການຂອງຄົນດຸໝັ່ນຈະເຮັດໃຫ້ປະສົບຄວາມສຳເລັດ*ແນ່ນອນ+
ແຕ່ທຸກຄົນທີ່ຟ້າວເຮັດສິ່ງຕ່າງໆແບບບໍ່ຄິດຈະຕ້ອງກາຍເປັນຄົນທຸກ.+
6 ການເວົ້າຕົວະເພື່ອໃຫ້ໄດ້ຊັບສົມບັດເປັນຄືກັບນ້ຳໝອກທີ່ລະເຫີຍໄປ
7 ສິ່ງຮຸນແຮງທີ່ຄົນຊົ່ວເຮັດຈະກວາດເຂົາເຈົ້າໄປ+
ຍ້ອນເຂົາເຈົ້າບໍ່ຍອມເຮັດສິ່ງທີ່ຍຸຕິທຳ.
8 ທາງຂອງຄົນທີ່ເຮັດຜິດເປັນທາງຄົດບ້ຽວ
ແຕ່ຄົນທີ່ມີຫົວໃຈບໍລິສຸດຈະເຮັດສິ່ງທີ່ສັດຊື່.+
11 ເມື່ອຄົນທີ່ມັກເຍາະເຍີ້ຍຖືກລົງໂທດ ຄົນທີ່ຂາດປະສົບການກໍຈະສະຫຼາດຂຶ້ນ
ແລະເມື່ອຄົນສະຫຼາດໄດ້ຮັບຄວາມເຂົ້າໃຈ ລາວກໍຮູ້ວ່າຄວນຈະເຮັດຫຍັງ.*+
12 ພະເຈົ້າທີ່ເຮັດສິ່ງທີ່ຖືກຕ້ອງຮູ້ວ່າຄອບຄົວຂອງຄົນຊົ່ວກຳລັງເຮັດຫຍັງຢູ່
ແລະເພິ່ນກໍທຳລາຍຄົນຊົ່ວ.+
13 ຖ້າຜູ້ໃດບໍ່ສົນໃຈຟັງສຽງຮ້ອງຂໍຄວາມຊ່ວຍເຫຼືອຂອງຄົນຕ່ຳຕ້ອຍ
ຕອນທີ່ລາວເອງຂໍຄວາມຊ່ວຍເຫຼືອກໍຈະບໍ່ມີຜູ້ໃດຊ່ວຍ.+
14 ຂອງຂວັນທີ່ລັກເອົາໃຫ້ເຮັດໃຫ້ເຊົາໃຈຮ້າຍ+
ແລະສິນບົນທີ່ລັກເອົາໃຫ້ກໍເຮັດໃຫ້ຄວາມໃຈຮ້າຍແຮງໝົດໄປ.
15 ຄົນທີ່ເຮັດສິ່ງທີ່ຖືກຕ້ອງມີຄວາມສຸກເມື່ອໄດ້ເຮັດສິ່ງທີ່ຍຸຕິທຳ+
ແຕ່ຄົນຊົ່ວຊັງການເຮັດສິ່ງທີ່ຍຸຕິທຳ.
16 ຄົນທີ່ອອກຈາກທາງຂອງຄວາມເຂົ້າໃຈ
ຈະຕ້ອງໄປຢູ່ກັບພວກຄົນຕາຍ.+
17 ຄົນທີ່ມັກຫຼິ້ນມັກກິນຈະຕ້ອງກາຍເປັນຄົນທຸກ.+
ຄົນທີ່ມັກເຫຼົ້າແວງແລະນ້ຳມັນຈະບໍ່ລວຍຈັກເທື່ອ.
18 ຄົນຊົ່ວເປັນຄ່າໄຖ່ສຳລັບຄົນທີ່ເຮັດສິ່ງທີ່ຖືກຕ້ອງ
ແລະຄົນທີ່ທໍລະຍົດຈະຖືກຈັບໄປແທນຄົນທີ່ສັດຊື່.+
19 ຢູ່ໃນບ່ອນກັນດານ
ກໍດີກວ່າຢູ່ກັບເມຍທີ່ມັກຫາເລື່ອງຜິດຖຽງກັນແລະໜ້າລຳຄານ.+
20 ຢູ່ໃນເຮືອນຂອງຄົນສະຫຼາດມີນ້ຳມັນແລະຊັບສົມບັດທີ່ມີຄ່າ+
ແຕ່ຄົນໂງ່ຜານສົມບັດທີ່ໂຕເອງມີຈົນໝົດ.+
21 ຄົນທີ່ພະຍາຍາມເຮັດສິ່ງທີ່ຖືກຕ້ອງແລະສະແດງຄວາມຮັກທີ່ໝັ້ນຄົງ
ຈະເຮັດສິ່ງທີ່ຖືກຕ້ອງໄດ້ແທ້ແລະໄດ້ຮັບຊີວິດກັບກຽດຕິຍົດ.+
22 ຄົນສະຫຼາດສາມາດເອົາຊະນະ*ເມືອງທີ່ມີແຕ່ຄົນແຂງແຮງ
ແລະສາມາດທຳລາຍກຳແພງເມືອງທີ່ແຂງແຮງທີ່ເຂົາເຈົ້າໄວ້ໃຈ.+
23 ຄົນທີ່ລະວັງປາກແລະລີ້ນຂອງໂຕເອງ
ກໍປົກປ້ອງໂຕເອງຈາກບັນຫາ.+
24 ຄົນທີ່ເຮັດເກີນສິດແບບບໍ່ຄິດ
ຈະຖືກເອີ້ນວ່າຄົນຍິ່ງຈອງຫອງແລະຄົນຂີ້ອວດ.+
25 ສິ່ງທີ່ຄົນຂີ້ຄ້ານຢາກໄດ້ຈະເຮັດໃຫ້ລາວຕາຍ
ຍ້ອນລາວບໍ່ຍອມເຮັດວຽກ.+
26 ລາວໂລບມາກໂລພາຢາກໄດ້ນັ້ນຢາກໄດ້ນີ້ໝົດມື້
ແຕ່ຄົນທີ່ເຮັດສິ່ງທີ່ຖືກຕ້ອງເອົາສິ່ງຕ່າງໆໃຫ້ຄົນອື່ນໂດຍບໍ່ຫວງໄວ້.+
27 ເຄື່ອງບູຊາຂອງຄົນຊົ່ວເປັນຕາຂີ້ດຽດຢູ່ແລ້ວ+
ແລະແຮ່ງລາວໃຫ້ດ້ວຍເຈຕະນາທີ່ບໍ່ດີ*ກໍແຮ່ງເຮັດໃຫ້ມັນເປັນຕາຂີ້ດຽດກວ່າເກົ່າອີກ.
28 ພະຍານທີ່ເວົ້າຕົວະຈະຕ້ອງຕາຍ+
ແຕ່ຄົນທີ່ໄປເປັນພະຍານໃນເລື່ອງທີ່ລາວໄດ້ຍິນກໍຈະປະສົບຄວາມສຳເລັດ.*
29 ຄົນຊົ່ວເຮັດໃຫ້ຄົນອື່ນຄິດວ່າລາວເປັນຄົນທີ່ມີຄວາມໝັ້ນໃຈໃນໂຕເອງສູງ+
30 ບໍ່ມີໃຜຈະມີສະຕິປັນຍາ ຄວາມເຂົ້າໃຈ ຫຼືຄຳແນະນຳທີ່ຈະຂັດຂວາງພະເຢໂຫວາໄດ້.+