ຊາມູເອນສະບັບທີໜຶ່ງ
8 ເມື່ອຊາມູເອນເຖົ້າແລ້ວ ລາວໄດ້ຕັ້ງພວກລູກຊາຍຂອງລາວໃຫ້ເປັນຜູ້ຕັດສິນຂອງອິດສະຣາເອນ. 2 ລູກກົກຂອງລາວຊື່ໂຢເອນ ແລະຜູ້ທີ 2 ຊື່ອາບີຢາ.+ ທັງສອງຄົນເປັນຜູ້ຕັດສິນຢູ່ເມືອງເບເອເຊບາ. 3 ແຕ່ພວກລູກຊາຍຂອງຊາມູເອນບໍ່ໄດ້ເຮັດຕາມແບບຢ່າງຂອງພໍ່. ເຂົາເຈົ້າໂລບມາກໂລພາ+ ມັກຮັບເອົາເງິນແບບບໍ່ສັດຊື່+ ແລະຕັດສິນແບບບໍ່ຍຸຕິທຳ.+
4 ພວກຜູ້ນຳຂອງອິດສະຣາເອນໄປຫາຊາມູເອນຢູ່ເມືອງຣາມາ. 5 ເຂົາເຈົ້າເວົ້າກັບຊາມູເອນວ່າ: “ຕອນນີ້ເຈົ້າກໍເຖົ້າຫຼາຍແລ້ວ ແລະລູກຂອງເຈົ້າກໍບໍ່ໄດ້ເຮັດຕາມແບບຢ່າງຂອງເຈົ້າ. ຂໍໃຫ້ເຈົ້າຕັ້ງກະສັດປົກຄອງພວກເຮົາຄືກັບຊາດອື່ນໆ.”+ 6 ແຕ່ຊາມູເອນບໍ່ພໍໃຈຫຼາຍທີ່ເຂົາເຈົ້າບອກວ່າ: “ຂໍໃຫ້ຕັ້ງກະສັດປົກຄອງພວກເຮົາ.” ລາວຈຶ່ງອະທິດຖານຫາພະເຢໂຫວາ. 7 ພະເຢໂຫວາບອກຊາມູເອນວ່າ: “ໃຫ້ຟັງທຸກສິ່ງທີ່ປະຊາຊົນບອກເຈົ້າ. ເຂົາເຈົ້າບໍ່ໄດ້ຖິ້ມເຈົ້າ ແຕ່ຖິ້ມເຮົາທີ່ເປັນກະສັດຂອງເຂົາເຈົ້າ+. 8 ເຂົາເຈົ້າເປັນແບບນີ້ຕັ້ງແຕ່ມື້ທີ່ເຮົາເອົາເຂົາເຈົ້າອອກມາຈາກເອຢິບ. ຫຼາຍເທື່ອແລ້ວທີ່ເຂົາເຈົ້າຖິ້ມເຮົາ+ແລະໄປນະມັດສະການພະເຈົ້າອື່ນ+ ຕອນນີ້ເຂົາເຈົ້າກຳລັງເຮັດແບບນີ້ກັບເຈົ້າ. 9 ໃຫ້ເຮັດຕາມທີ່ເຂົາເຈົ້າຂໍ ແຕ່ເຈົ້າຕ້ອງເຕືອນຢ່າງໜັກແໜ້ນວ່າກະສັດທີ່ປົກຄອງເຂົາເຈົ້າຈະຮຽກຮ້ອງຫຍັງຈາກເຂົາເຈົ້າແດ່.”
10 ຊາມູເອນຈຶ່ງບອກທຸກສິ່ງກັບປະຊາຊົນທີ່ຢາກມີກະສັດຕາມທີ່ພະເຢໂຫວາບອກລາວ. 11 ຊາມູເອນບອກວ່າ: “ກະສັດທີ່ປົກຄອງພວກເຈົ້າຈະຮຽກຮ້ອງສິ່ງເຫຼົ່ານີ້ຈາກພວກເຈົ້າ.+ ລາວຈະເອົາລູກຊາຍຂອງພວກເຈົ້າໄປ+ຂັບລົດມ້າ+ ໄປເປັນທະຫານມ້າ.+ ບາງຄົນຈະຕ້ອງແລ່ນນຳໜ້າລົດມ້າຂອງລາວ. 12 ລາວຈະແຕ່ງຕັ້ງບາງຄົນໃຫ້ເປັນນາຍພັນ+ກັບນາຍຫ້າສິບ.+ ບາງຄົນຈະຕ້ອງໄຖນາ+ແລະກ່ຽວເຂົ້າໃຫ້ລາວ+ ແລະເຮັດອາວຸດກັບເຄື່ອງມືຕ່າງໆສຳລັບລົດມ້າຂອງລາວ.+ 13 ລາວຈະໃຫ້ລູກສາວຂອງພວກເຈົ້າໄປປຸງນ້ຳມັນຫອມ ແຕ່ງກິນ ແລະເຮັດເຂົ້າຈີ່.+ 14 ລາວຈະເອົາທົ່ງນາທີ່ດີທີ່ສຸດ ສວນໝາກລະແຊັງ ແລະສວນໝາກກອກຂອງພວກເຈົ້າ+ຍົກໃຫ້ພວກຂ້າລາຊະການຂອງລາວ. 15 ລາວຈະຫັກເອົາ 1 ສ່ວນ 10 ຂອງເຂົ້າແລະໝາກລະແຊັງຂອງພວກເຈົ້າໄປໃຫ້ພວກຂ້າລາຊະການແລະຄົນຂອງລາວ. 16 ລາວຈະເອົາຄົນໃຊ້ຊາຍຍິງ ຝູງງົວທີ່ດີທີ່ສຸດ ແລະຝູງລາຂອງພວກເຈົ້າໄປເຮັດວຽກໃຫ້ລາວ.+ 17 ລາວຈະຫັກເອົາ 1 ສ່ວນ 10 ຈາກຝູງແກະ+ແລະຝູງແບ້ຂອງພວກເຈົ້າ ແລະພວກເຈົ້າຈະເປັນຄົນຮັບໃຊ້ຂອງລາວ. 18 ແລ້ວມື້ໜຶ່ງພວກເຈົ້າຈະຮ້ອງໄຫ້ຍ້ອນກະສັດທີ່ພວກເຈົ້າເລືອກເອງ+ ແຕ່ພະເຢໂຫວາຈະບໍ່ຟັງພວກເຈົ້າ.”
19 ແຕ່ປະຊາຊົນບໍ່ຟັງສິ່ງທີ່ຊາມູເອນເຕືອນ. ເຂົາເຈົ້າເວົ້າວ່າ: “ບໍ່ເປັນຫຍັງ ພວກເຮົາຢາກໄດ້ກະສັດປົກຄອງ 20 ເພື່ອພວກເຮົາຈະເປັນຄືກັບຊາດອື່ນໆ. ພວກເຮົາຈະມີກະສັດປົກຄອງແລະນຳໜ້າພວກເຮົາໃນການຕໍ່ສູ້ກັບສັດຕູ.” 21 ເມື່ອຊາມູເອນໄດ້ຍິນປະຊາຊົນເວົ້າແບບນັ້ນ ລາວກໍໄປບອກພະເຢໂຫວາ. 22 ພະເຢໂຫວາບອກຊາມູເອນວ່າ: “ເຮັດຕາມທີ່ເຂົາເຈົ້າຂໍ ແລະຕັ້ງກະສັດປົກຄອງເຂົາເຈົ້າໂລດ.”+ ຊາມູເອນຈຶ່ງບອກພວກອິດສະຣາເອນວ່າ: “ໃຫ້ທຸກຄົນກັບເມືອເມືອງຂອງໂຕເອງໄດ້ແລ້ວ.”