ເຢເຣມີຢາ
13 ພະເຢໂຫວາບອກຂ້ອຍວ່າ: “ໃຫ້ເຈົ້າໄປຊື້ຜ້າລີນິນມາຜືນໜຶ່ງແລະເອົາມາມັດແອວໄວ້ ແຕ່ຢ່າໃຫ້ມັນປຽກນ້ຳ.” 2 ຂ້ອຍຈຶ່ງໄປຊື້ຜ້າມັດແອວມາມັດແອວໄວ້ຕາມທີ່ພະເຢໂຫວາສັ່ງ. 3 ພະເຢໂຫວາໄດ້ມາເວົ້າກັບຂ້ອຍເປັນເທື່ອທີ 2 ວ່າ: 4 “ໃຫ້ເຈົ້າເອົາຜ້າທີ່ເຈົ້າຊື້ແລະມັດແອວຢູ່ນັ້ນໄປແມ່ນ້ຳເອິຟາຣາດແລະເອົາມັນໄປເຊື່ອງໄວ້ຢູ່ຫຼືບຫີນ.” 5 ຂ້ອຍຈຶ່ງເອົາຜ້າມັດແອວນັ້ນໄປເຊື່ອງໄວ້ຢູ່ແຄມແມ່ນ້ຳເອິຟາຣາດຕາມທີ່ພະເຢໂຫວາໄດ້ສັ່ງຂ້ອຍ.
6 ຫຼາຍມື້ຕໍ່ມາ ພະເຢໂຫວາໄດ້ສັ່ງຂ້ອຍວ່າ: “ໃຫ້ເຈົ້າລຸກຂຶ້ນແລະໄປແມ່ນ້ຳເອິຟາຣາດ ໄປເອົາຜ້າມັດແອວທີ່ເຮົາໄດ້ສັ່ງເຈົ້າໃຫ້ເຊື່ອງໄວ້ຫັ້ນ.” 7 ຂ້ອຍຈຶ່ງໄປແມ່ນ້ຳເອິຟາຣາດແລະຂຸດເອົາຜ້າມັດແອວທີ່ຂ້ອຍເຊື່ອງໄວ້ ແລະຂ້ອຍກໍເຫັນວ່າຜ້າມັດແອວນັ້ນໂດກແລະໃຊ້ບໍ່ໄດ້ແລ້ວ.
8 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍວ່າ: 9 “ພະເຢໂຫວາບອກວ່າ ‘ຄວາມຍິ່ງຂອງຢູດາ ແລະຄວາມຈອງຫອງຂອງເຢຣູຊາເລັມກໍຈະເປັນຄືກັບຜ້າມັດແອວຜືນນີ້ແຫຼະ.+ 10 ຄົນຊົ່ວພວກນີ້ທີ່ບໍ່ຍອມເຊື່ອຟັງເຮົາ+ ທີ່ເປັນຄົນຫົວແຂງເຮັດຕາມໃຈໂຕເອງ+ ທີ່ໄປຕິດຕາມ ຮັບໃຊ້ ແລະກົ້ມກາບພະເຈົ້າອື່ນໆກໍຈະເປັນຄືກັບຜ້າມັດແອວຜືນນີ້ທີ່ບໍ່ມີປະໂຫຍດຫຍັງ. 11 ຄືກັບຜ້າມັດແອວທີ່ມັດຕິດຢູ່ກັບແອວຄົນ ເຮົາກໍໄດ້ມັດພວກອິດສະຣາເອນກັບພວກຢູດາຕິດກັບເຮົາ ເພື່ອເຂົາເຈົ້າຈະເປັນປະຊາຊົນຂອງເຮົາ+ແລະເພື່ອເຂົາເຈົ້າຈະເປັນຄົນທີ່ເຮັດໃຫ້ເຮົາມີຊື່ສຽງ+ ໄດ້ຮັບການສັນລະເສີນ ແລະໄດ້ຮັບກຽດ ແຕ່ເຂົາເຈົ້າພັດບໍ່ເຊື່ອຟັງເຮົາ.’+ ພະເຢໂຫວາເວົ້າໄວ້ແນວນີ້.
12 ເຈົ້າຕ້ອງບອກເຂົາເຈົ້າຕື່ມອີກວ່າ ‘ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກວ່າ “ໄຫໃຫຍ່ທຸກໜ່ວຍຈະຕ້ອງມີເຫຼົ້າແວງເຕັມ”’ ແລະເຂົາເຈົ້າຈະຕອບເຈົ້າວ່າ ‘ພວກເຮົາກໍຮູ້ຢູ່ແລ້ວນາວ່າໄຫໃຫຍ່ທຸກໜ່ວຍຄວນມີເຫຼົ້າແວງເຕັມ.’ 13 ແລ້ວໃຫ້ບອກເຂົາເຈົ້າອີກວ່າ ‘ພະເຢໂຫວາເວົ້າວ່າ “ເຮົາຈະໃຫ້ທຸກຄົນໃນແຜ່ນດິນນີ້ກິນຈົນເມົາ+ ທັງພວກກະສັດທີ່ນັ່ງຢູ່ເທິງບັນລັງຂອງດາວິດ ທັງພວກປະໂລຫິດ ພວກຜູ້ພະຍາກອນ ແລະທຸກຄົນທີ່ຢູ່ໃນເມືອງເຢຣູຊາເລັມ. 14 ເຮົາຈະຈັບເຂົາເຈົ້າຟາດໃສ່ກັນທັງພໍ່ແລະລູກ.+ ເຮົາຈະບໍ່ຮູ້ສຶກເສຍໃຈ ບໍ່ອີ່ຕົນແລະບໍ່ເມດຕາເຂົາເຈົ້າເລີຍ ແລະຈະບໍ່ມີຫຍັງມາຢຸດເຮົາບໍ່ໃຫ້ທຳລາຍເຂົາເຈົ້າໄດ້.”+ ພະເຢໂຫວາເວົ້າໄວ້ແນວນີ້.’
15 ໃຫ້ຕັ້ງໃຈຟັງດີໆ.
ຢ່າເປັນຄົນຍິ່ງ ຍ້ອນນີ້ແມ່ນຄຳເວົ້າຂອງພະເຢໂຫວາ.
16 ໃຫ້ພວກເຈົ້າໃຫ້ກຽດພະເຢໂຫວາພະເຈົ້າຂອງພວກເຈົ້າ
ກ່ອນທີ່ເພິ່ນຈະເອົາຄວາມມືດມາ
ແລະກ່ອນທີ່ພວກເຈົ້າຈະສະດຸດລົ້ມຢູ່ເທິງພູຕອນໃກ້ຊິຄ່ຳ.
ເຖິງວ່າພວກເຈົ້າຢາກຈະໃຫ້ມີແສງສະຫວ່າງ
ແຕ່ເພິ່ນຈະເອົາເງົາດຳມາ.
ເພິ່ນຈະເຮັດໃຫ້ມັນມືດທຶບ.+
17 ຖ້າພວກເຈົ້າບໍ່ຍອມຟັງ
ຂ້ອຍກໍຈະໄປລີ້ໄຫ້ ຍ້ອນພວກເຈົ້າເປັນຄົນຍິ່ງ.
ຂ້ອຍຈະໄຫ້ແທ້ໄຫ້ວ່າແລະນ້ຳຕາຂອງຂ້ອຍຈະໄຫຼອອກມາຫຼາຍ+
ຍ້ອນຝູງແກະຂອງພະເຢໂຫວາ+ຖືກຈັບໄປເປັນຊະເລີຍແລ້ວ.
18 ໃຫ້ໄປບອກກະສັດແລະແມ່ຂອງກະສັດວ່າ+ ‘ໃຫ້ລົງມາຈາກບ່ອນນັ່ງທີ່ມີກຽດຂອງເຈົ້າ
ຍ້ອນຈະມີຄົນເອົາມົງກຸດທີ່ງາມໆໄປຈາກເຈົ້າ.’
19 ປະຕູຂອງເມືອງຕ່າງໆທີ່ຢູ່ທາງໃຕ້ໄດ້ຖືກປິດໄວ້* ແລະບໍ່ມີໃຜເປີດເລີຍ.
ຄົນຢູດາທຸກຄົນຖືກຈັບໄປເປັນຊະເລີຍ. ເຂົາເຈົ້າຖືກຈັບໄປຈົນບໍ່ເຫຼືອຈັກຄົນ.+
20 ໃຫ້ເງີຍໜ້າເບິ່ງພວກສັດຕູທີ່ມາຈາກທາງເໜືອແມ້.+
ຝູງແກະງາມໆທີ່ພວກເຈົ້າໄດ້ຮັບມາຢູ່ໃສແລ້ວ?+
21 ພວກເຈົ້າຈະວ່າແນວໃດ ຖ້າການລົງໂທດພວກເຈົ້າ
ມາຈາກຄົນທີ່ພວກເຈົ້າຖືວ່າເປັນໝູ່ສະໜິດ?+
ພວກເຈົ້າກໍຄືຊິເຈັບປວດຫຼາຍຄືກັບຜູ້ຍິງທີ່ກຳລັງເກີດລູກບໍ່ແມ່ນບໍ?+
22 ເມື່ອພວກເຈົ້າຄິດໃນໃຈວ່າ ‘ເປັນຫຍັງເລື່ອງເຫຼົ່ານີ້ຈຶ່ງເກີດຂຶ້ນກັບຂ້ອຍ?’+
ມັນກໍເປັນຍ້ອນຄວາມຜິດຫຼາຍຢ່າງທີ່ພວກເຈົ້າໄດ້ເຮັດ ເຊິ່ງເຮັດໃຫ້ກະໂປ່ງຂອງພວກເຈົ້າຖືກແກ້ອອກ+
ແລະສົ້ນຕີນຂອງພວກເຈົ້າກໍເຈັບຫຼາຍ.
23 ຖ້າຄົນກູເຊ*ປ່ຽນສີຜິວຂອງໂຕເອງໄດ້ ຫຼືຖ້າເສືອດາວປ່ຽນລາຍຂອງມັນໄດ້+
ມື້ນັ້ນແຫຼະ ພວກເຈົ້າທີ່ເຮັດຊົ່ວຈົນລຶ້ງ
ກໍຈະເຮັດດີໄດ້.
24 ດັ່ງນັ້ນ ເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍໄປຄືກັບເຟືອງທີ່ຖືກລົມຈາກທະເລຊາຍພັດໄປ.+
25 ນີ້ແມ່ນສິ່ງທີ່ຈະເກີດຂຶ້ນກັບພວກເຈົ້າ. ນີ້ເປັນສ່ວນທີ່ເຮົາແບ່ງໄວ້ໃຫ້ພວກເຈົ້າແລ້ວ.” ພະເຢໂຫວາເວົ້າໄວ້ແນວນີ້.
26 ເຮົາຈະເປີດກະໂປ່ງຂອງເຈົ້າປົກໜ້າເຈົ້າ
ແລະຄົນອື່ນຈະເຫັນເຈົ້າປະໂປ້.+
27 ເຈົ້າຫຼິ້ນຊູ້+ແລະຮ້ອງຄືກັບມ້າທີ່ຢາກປະສົມພັນ.
ເຈົ້າຂາຍໂຕແບບໜ້າບໍ່ອາຍ
ຢູ່ໂນນພູຕ່າງໆແລະຢູ່ຕາມທົ່ງຫຍ້າ.
ເຮົາເຫັນທຸກສິ່ງທີ່ເປັນຕາຂີ້ດຽດທີ່ເຈົ້າໄດ້ເຮັດ.+
ເຢຣູຊາເລັມເອີ້ຍ ເຈົ້າຈະຕ້ອງຈິບຫາຍແທ້!
ເຈົ້າຈະເຮັດໂຕບໍ່ສະອາດໄປອີກດົນປານໃດ?”+