ໂຢບ
21 ໂຢບຕອບວ່າ:
2 “ຕັ້ງໃຈຟັງຂ້ອຍດີໆເດີ້!
ຖ້າພວກເຈົ້າເຮັດແນວນີ້ກໍສ່ຳກັບໃຫ້ກຳລັງໃຈຂ້ອຍແລ້ວ.
3 ອົດທົນຟັງຂ້ອຍເວົ້າກ່ອນ
ຫຼັງຈາກນັ້ນຈຶ່ງຄ່ອຍເຍາະເຍີ້ຍຂ້ອຍກໍໄດ້.+
4 ຂ້ອຍບໍ່ໄດ້ຈົ່ມໃຫ້ມະນຸດເດີ້!
ຖ້າຂ້ອຍຈົ່ມໃຫ້ມະນຸດ ຂ້ອຍຄືຊິບໍ່ອົດທົນດົນປານນີ້.
5 ເບິ່ງຂ້ອຍແມ້ ພວກເຈົ້າຊິຕົກໃຈ
ແລະເວົ້າຫຍັງບໍ່ອອກ.
6 ເມື່ອຂ້ອຍຄິດເຖິງເລື່ອງທີ່ເກີດຂຶ້ນກັບຂ້ອຍ
ຂົນຄີງຂ້ອຍກໍລຸກ.
8 ພວກລູກກໍຍັງຢູ່ນຳເຂົາເຈົ້າ.
ເຂົາເຈົ້າອາຍຸຍືນຍາວຈົນໄດ້ເຫັນຫຼານເຫັນເຫຼນ.
9 ເຮືອນຂອງເຂົາເຈົ້າກໍໝັ້ນຄົງ ແລະເຮັດໃຫ້ເຂົາເຈົ້າບໍ່ຢ້ານ+
ແລະພະເຈົ້າກໍບໍ່ໄດ້ລົງໂທດເຂົາເຈົ້າ.
10 ງົວໂຕຜູ້ຂອງເຂົາເຈົ້າບໍ່ເປັນໝັນ
ແລະງົວໂຕແມ່ຂອງເຂົາເຈົ້າກໍບໍ່ຫຼຸລູກ.
11 ພວກເດັກນ້ອຍຂອງເຂົາເຈົ້າແລ່ນຫຼິ້ນຢູ່ທາງນອກເຮືອນຄືກັບຝູງສັດ
ແລະເຕັ້ນໄປເຕັ້ນມາຢ່າງມ່ວນຊື່ນ.
13 ເຂົາເຈົ້າມີຄວາມສຸກຕະຫຼອດຊີວິດ.
ເຂົາເຈົ້າຕາຍຢ່າງສະຫງົບແລະຖືກຝັງ.*
14 ແຕ່ເຂົາເຈົ້າເວົ້າກັບພະເຈົ້າທ່ຽງແທ້ວ່າ ‘ຢ່າມາຫຍຸ້ງກັບພວກເຮົາ!
ພວກເຮົາບໍ່ຢາກຮູ້ຈັກຄຳສອນຂອງພະອົງດອກ.+
15 ຜູ້ມີລິດເດດສູງສຸດແມ່ນໃຜທີ່ພວກເຮົາຕ້ອງຮັບໃຊ້ເພິ່ນ?+
ຄັນພວກເຮົາຮູ້ຈັກເພິ່ນແລ້ວ ພວກເຮົາຊິໄດ້ຫຍັງ?’+
16 ແຕ່ຂ້ອຍຮູ້ວ່າຊີວິດຂອງເຂົາເຈົ້າຊິບໍ່ໄດ້ຈະເລີນຕະຫຼອດໄປ.+
ຂ້ອຍບໍ່ເຄີຍຄິດ*ຄືກັບຄົນຊົ່ວເລີຍ.+
17 ມີຈັກເທື່ອທີ່ຕະກຽງຂອງຄົນຊົ່ວມອດໄປ?+
ມີຈັກເທື່ອທີ່ເຂົາເຈົ້າເຈິຄວາມຈິບຫາຍ?
ມີຈັກເທື່ອທີ່ພະເຈົ້າໃຈຮ້າຍແລະທຳລາຍເຂົາເຈົ້າ?
18 ເຂົາເຈົ້າເຄີຍເປັນຄືກັບເຟືອງທີ່ຖືກລົມພັດໄປບໍ?
ຫຼືເຄີຍເປັນຄືກັບຂີ້ແກບທີ່ຖືກພາຍຸພັດໄປບໍ?
19 ຖ້າຄົນໜຶ່ງເຮັດຊົ່ວ ພະເຈົ້າຊິລົງໂທດລູກຂອງລາວ.
ແຕ່ຂໍໃຫ້ພະເຈົ້າລົງໂທດຄົນນັ້ນຄືກັນ ເພື່ອລາວຊິຮູ້ວ່າລາວໄດ້ເຮັດຜິດ.+
20 ຂໍໃຫ້ລາວເຫັນຄວາມຈິບຫາຍດ້ວຍຕາຂອງໂຕເອງ
ແລະຂໍໃຫ້ລາວເຈິຄວາມໃຈຮ້າຍຂອງຜູ້ມີລິດເດດສູງສຸດ.+
21 ເພາະຖ້າລາວຕາຍກ່ອນໄວ
ລາວຊິບໍ່ສົນໃຈວ່າລູກຫຼານຂອງລາວຊິເປັນແນວໃດ?+
23 ມີຄົນໜຶ່ງຕາຍໄປຕອນທີ່ຍັງມີເຫື່ອມີແຮງຢູ່*+
ແລະຕອນທີ່ຊີວິດຂອງລາວສຸກສະບາຍ+
24 ຕອນທີ່ຂາໂຕ້ຂອງລາວໃຫຍ່ໆຕຸ້ຍໆ
ແລະກະດູກຂອງລາວກໍຍັງແຂງແຮງ.
25 ແຕ່ມີອີກຄົນໜຶ່ງທີ່ມີຊີວິດທຸກທໍລະມານຈົນຮອດມື້ຕາຍ
ແລະບໍ່ເຄີຍໄດ້ກິນແນວແຊບໆເລີຍ.
27 ຂ້ອຍຮູ້ດີວ່າພວກເຈົ້າຄິດຫຍັງຢູ່
ແລະຂ້ອຍຮູ້ເດີ້ວ່າພວກເຈົ້າກຳລັງວາງແຜນຊົ່ວໃສ່ຂ້ອຍ.*+
28 ເພາະພວກເຈົ້າເວົ້າວ່າ ‘ເຮືອນຂອງຄົນສຳຄັນຢູ່ໃສ
ແລະເຕັ້ນຂອງຄົນຊົ່ວໄປໃສແລ້ວ?’+
29 ພວກເຈົ້າບໍ່ເຄີຍຖາມພວກຄົນເດີນທາງບໍ?
ພວກເຈົ້າບໍ່ເຄີຍຕັ້ງໃຈຟັງເລື່ອງທີ່ເຂົາເຈົ້າເລົ່າບໍວ່າ
30 ເມື່ອຮອດມື້ຊິຖືກທຳລາຍ ຄົນຊົ່ວກໍລອດ
ແລະເມື່ອຮອດມື້ຊິຈິບຫາຍ ເຂົາເຈົ້າກໍບໍ່ເປັນຫຍັງ?
31 ໃຜຊິບອກລາວວ່າລາວເຮັດບໍ່ຖືກ
ແລະໃຜຊິລົງໂທດລາວຍ້ອນສິ່ງທີ່ລາວເຮັດ?
32 ເມື່ອສົບຂອງລາວຖືກຝັງແລ້ວ
ກໍຍັງມີຄົນໄປເຝົ້າບ່ອນນັ້ນ
33 ແລະດິນທີ່ຖົມລາວກໍເບົາສະບາຍ.*+
ຄົນທີ່ຕາຍກ່ອນລາວກໍເປັນຄືກັບລາວ+
ແລະຄົນທີ່ຕາຍນຳຫຼັງລາວກໍຊິເປັນຄືກັນ.*
34 ເປັນຫຍັງພວກເຈົ້າໃຫ້ກຳລັງໃຈຂ້ອຍແບບນີ້?
ມັນບໍ່ມີປະໂຫຍດຫຍັງເລີຍ.+ ພວກເຈົ້າເວົ້າແຕ່ເລື່ອງຂີ້ຕົວະ!”