ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ໂຊໂລ​ເດີນ​ທາງ​ໄປ​ເມືອງ​ດາມາເຊ (1-9)

      • ອານາເນຍ​ໄປ​ຊ່ວຍ​ໂຊໂລ (10-19​ກ)

      • ໂຊໂລ​ປະກາດ​ເລື່ອງ​ພະ​ເຢຊູ​ໃນ​ເມືອງ​ດາມາເຊ (19​ຂ-25)

      • ໂຊໂລ​ເດີນ​ທາງ​ໄປ​ເມືອງ​ເຢຣູຊາເລັມ (26-31)

      • ເປໂຕ​ປົວ​ໄອເນ (32-35)

      • ໂດຣະກາ​ທີ່​ໃຈກວ້າງ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ (36-43)

ກິດຈະການ 9:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 8:3; 22:4; 26:10, 11; ຄລຕ 1:13; 1ຕມ 1:12, 13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 60-61

ກິດຈະການ 9:2

ໄຂເງື່ອນ

  • *

    ໝາຍເຖິງ​ແນວ​ທາງ​ຊີວິດ​ແລະ​ຄຳສອນ​ຂອງ​ຄລິດສະຕຽນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 11:26; 22:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 60-61

ກິດຈະການ 9:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 22:6-11; 26:13-18

ກິດຈະການ 9:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 60-61

ກິດຈະການ 9:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 15:8
  • +ມທ 25:45

ກິດຈະການ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 22:9

ກິດຈະການ 9:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:11

ກິດຈະການ 9:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 22:12

ກິດຈະການ 9:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 21:39; 22:3

ກິດຈະການ 9:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:17

ກິດຈະການ 9:13

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພວກ​ຜູ້​ບໍລິສຸດ”

ກິດຈະການ 9:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:1, 2

ກິດຈະການ 9:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:2; ຣມ 1:1; 1ຕມ 1:12
  • +ຣມ 1:5; ຄລຕ 2:7; 1ຕມ 2:7
  • +ກຈກ 26:1; 27:24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    6/2016, ໜ້າ 4

ກິດຈະການ 9:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:22, 23; 21:11; 2ກຣ 11:23-28; ກລຊ 1:24; 2ຕມ 1:12

ກິດຈະການ 9:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 22:12, 13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 63

ກິດຈະການ 9:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 26:19, 20

ກິດຈະການ 9:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 63-64

ກິດຈະການ 9:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 8:3; ຄລຕ 1:13, 23
  • +ກຈກ 9:1, 2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 64

ກິດຈະການ 9:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:2, 3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 64

ກິດຈະການ 9:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:2, 3; 23:12; 2ກຣ 11:23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 64

ກິດຈະການ 9:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 11:32, 33

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 64

ກິດຈະການ 9:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 1:18

ກິດຈະການ 9:27

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 4:36, 37
  • +ກຈກ 9:3, 4; 1ກຣ 9:1
  • +ກຈກ 9:19, 20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 65

ກິດຈະການ 9:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 11:23, 26

ກິດຈະການ 9:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 11:25; ຄລຕ 1:21

ກິດຈະການ 9:31

ໄຂເງື່ອນ

  • *

    ຫຼື “ໃຊ້​ຊີວິດ​ດ້ວຍ​ຄວາມ​ຢ້ານຢຳ”

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 8:1
  • +ຢຮ 14:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 65-66

    ຫໍສັງເກດການ (ສຶກສາ)

    7/2017, ໜ້າ 10

ກິດຈະການ 9:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:38

ກິດຈະການ 9:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:8; ກຈກ 4:9, 10
  • +ກຈກ 3:6

ກິດຈະການ 9:36

ໄຂເງື່ອນ

  • *

    ຄຳ​ພາສາ​ກຣີກ​ແມ່ນ​ໂດຣະກາ ແລະ​ຄຳ​ພາສາ​ອາຣາເມອິກ​ແມ່ນ​ຕາບີທາ ທັງ​ສອງ​ຄຳ​ນີ້​ແປ​ວ່າ “ກວາງ”

  • *

    ເບິ່ງ​ຄຳ​ວ່າ “ຊ່ວຍ​ເຫຼືອ​ຄົນ​ທຸກ” ໃນ​ສ່ວນ​ອະທິບາຍ​ຄຳສັບ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 67

ກິດຈະການ 9:37

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 67

ກິດຈະການ 9:38

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 67

ກິດຈະການ 9:39

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 67

ກິດຈະການ 9:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 8:51
  • +ມທ 9:24, 25; ລກ 7:14, 15; ຢຮ 11:43, 44

ກິດຈະການ 9:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 17:23

ກິດຈະການ 9:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 11:44, 45

ກິດຈະການ 9:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 10:6, 32

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 9:1ກຈກ 8:3; 22:4; 26:10, 11; ຄລຕ 1:13; 1ຕມ 1:12, 13
ກຈກ. 9:2ກຈກ 11:26; 22:4
ກຈກ. 9:3ກຈກ 22:6-11; 26:13-18
ກຈກ. 9:51ກຣ 15:8
ກຈກ. 9:5ມທ 25:45
ກຈກ. 9:7ກຈກ 22:9
ກຈກ. 9:9ກຈກ 13:11
ກຈກ. 9:10ກຈກ 22:12
ກຈກ. 9:11ກຈກ 21:39; 22:3
ກຈກ. 9:12ກຈກ 9:17
ກຈກ. 9:14ກຈກ 9:1, 2
ກຈກ. 9:15ກຈກ 13:2; ຣມ 1:1; 1ຕມ 1:12
ກຈກ. 9:15ຣມ 1:5; ຄລຕ 2:7; 1ຕມ 2:7
ກຈກ. 9:15ກຈກ 26:1; 27:24
ກຈກ. 9:16ກຈກ 20:22, 23; 21:11; 2ກຣ 11:23-28; ກລຊ 1:24; 2ຕມ 1:12
ກຈກ. 9:17ກຈກ 22:12, 13
ກຈກ. 9:19ກຈກ 26:19, 20
ກຈກ. 9:21ກຈກ 8:3; ຄລຕ 1:13, 23
ກຈກ. 9:21ກຈກ 9:1, 2
ກຈກ. 9:22ກຈກ 17:2, 3
ກຈກ. 9:23ກຈກ 20:2, 3; 23:12; 2ກຣ 11:23
ກຈກ. 9:252ກຣ 11:32, 33
ກຈກ. 9:26ຄລຕ 1:18
ກຈກ. 9:27ກຈກ 4:36, 37
ກຈກ. 9:27ກຈກ 9:3, 4; 1ກຣ 9:1
ກຈກ. 9:27ກຈກ 9:19, 20
ກຈກ. 9:292ກຣ 11:23, 26
ກຈກ. 9:30ກຈກ 11:25; ຄລຕ 1:21
ກຈກ. 9:31ກຈກ 8:1
ກຈກ. 9:31ຢຮ 14:16
ກຈກ. 9:32ກຈກ 9:38
ກຈກ. 9:34ມທ 10:8; ກຈກ 4:9, 10
ກຈກ. 9:34ກຈກ 3:6
ກຈກ. 9:40ລກ 8:51
ກຈກ. 9:40ມທ 9:24, 25; ລກ 7:14, 15; ຢຮ 11:43, 44
ກຈກ. 9:411ກສ 17:23
ກຈກ. 9:42ຢຮ 11:44, 45
ກຈກ. 9:43ກຈກ 10:6, 32
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 9:1-43

ກິດຈະການຂອງອັກຄະສາວົກ

9 ໃນ​ໄລຍະ​ນັ້ນ ໂຊໂລ​ຍັງ​ຊັງ​ພວກ​ລູກສິດ​ຂອງຜູ້​ເປັນ​ນາຍແລະ​ຂູ່​ວ່າ​ຈະ​ຂ້າ​ເຂົາເຈົ້າ.+ ລາວ​ໄປ​ຫາ​ປະໂລຫິດ​ໃຫຍ່ 2 ແລະ​ຂໍ​ໃຫ້​ປະໂລຫິດ​ໃຫຍ່​ຂຽນ​ຈົດໝາຍ​ໃຫ້​ລາວ​ເອົາ​ໄປ​ຍື່ນ​ຕາມ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ໃນ​ເມືອງ​ດາມາເຊ ເພື່ອ​ລາວ​ຈະ​ໄດ້​ຈັບ​ຜູ້​ໃດ​ກໍ​ຕາມ​ທີ່​ຖື​ທາງ​ນັ້ນ*+​ທັງ​ຜູ້​ຊາຍ​ແລະ​ຜູ້ຍິງ ແລ້ວ​ເອົາ​ໄປ​ເມືອງ​ເຢຣູຊາເລັມ.

3 ຕອນ​ທີ່​ໂຊໂລ​ເດີນທາງ​ໃກ້​ຊິ​ຮອດ​ເມືອງ​ດາມາເຊ ທັນໃດ​ນັ້ນ​ກໍ​ມີ​ແສງ​ຈາກ​ຟ້າ​ສ່ອງ​ລົງ​ມາ​ໃສ່​ລາວ.+ 4 ແລ້ວ​ລາວ​ກໍລົ້ມ​ລົງ​ພື້ນແລະ​ໄດ້​ຍິນສຽງ​ເວົ້າວ່າ: “ໂຊໂລ ໂຊໂລ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫງ​ຂ້ອຍ?” 5 ໂຊໂລ​ຖາມ​ວ່າ: “ທ່ານ​ເອີ້ຍ ທ່ານ​ແມ່ນ​ໃຜ?” ເພິ່ນ​ຕອບ​ວ່າ: “ຂ້ອຍ​ແມ່ນ​ເຢຊູ+​ຜູ້​ທີ່​ເຈົ້າ​ຂົ່ມເຫງ.+ 6 ລຸກ​ຂຶ້ນ ແລ້ວ​ເຂົ້າ​ໄປ​ໃນ​ເມືອງ ແລະ​ຈະ​ມີ​ຄົນ​ບອກ​ເຈົ້າ​ວ່າ​ເຈົ້າ​ຕ້ອງ​ເຮັດ​ຫຍັງ.” 7 ພວກ​ທີ່​ໄປ​ນຳ​ໂຊໂລ​ກໍ​ຢືນ​ງົງ​ແລະ​ເວົ້າ​ຫຍັງ​ບໍ່​ອອກ. ເຂົາເຈົ້າ​ໄດ້​ຍິນ​ສຽງ​ເວົ້າ​ນັ້ນ ແຕ່​ບໍ່​ເຫັນ​ໃຜ.+ 8 ໂຊໂລ​ລຸກ​ຂຶ້ນ ແຕ່ລາວ​ບໍ່​ເຫັນ​ຮຸ່ງ​ທັງ​ໆ​ທີ່​ມືນ​ຕາ​ຢູ່. ພວກ​ທີ່​ໄປ​ນຳ​ຈຶ່ງ​ຈູງ​ມື​ລາວ​ແລະ​ພາ​ເຂົ້າ​ໄປ​ໃນ​ເມືອງ​ດາມາເຊ. 9 ໂຊໂລ​ບໍ່​ເຫັນ​ຮຸ່ງ+​ແລະ​ບໍ່​ກິນ​ເຂົ້າ​ບໍ່​ກິນ​ນ້ຳ 3 ມື້.

10 ໃນ​ເມືອງ​ດາມາເຊ​ມີ​ລູກສິດ​ຜູ້​ໜຶ່ງ​ຊື່​ອານາເນຍ.+ ຜູ້​ເປັນ​ນາຍໄດ້​ມາ​ໃຫ້​ລາວ​ເຫັນ​ໃນ​ນິມິດ​ແລະ​ເວົ້າ​ວ່າ: “ອານາເນຍ!” ລາວ​ຕອບ​ວ່າ: “ໂດຍ ນາຍ.” 11 ຜູ້​ເປັນ​ນາຍ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ໄປ​ຫົນ​ທາງ​ທີ່ເອີ້ນ​ວ່າ​ຫົນ​ທາງ​ຊື່ ແລະ​ໄປ​ເຮືອນ​ຂອງ​ຢູດາ ແລ້ວ​ຖາມ​ຫາ​ຜູ້​ຊາຍ​ຊື່​ໂຊໂລ​ທີ່ມາ​ຈາກ​ເມືອງ​ຕາໂຊ.+ ໂຊໂລ​ກຳລັງ​ອະທິດຖານ​ຢູ່ 12 ໃນ​ນິມິດ​ລາວ​ເຫັນຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ມາ​ຫາ​ລາວ ແລະ​ເອົາ​ມື​ວາງ​ເທິງ​ລາວເພື່ອ​ເຮັດ​ໃຫ້​ລາວ​ເຫັນ​ຮຸ່ງ​ອີກ.”+ 13 ແຕ່​ອານາເນຍເວົ້າ​ວ່າ: “ນາຍ​ເອີ້ຍ ຂ້ອຍ​ໄດ້​ຍິນ​ຫຼາຍ​ຄົນ​ເວົ້າ​ເຖິງ​ຜູ້​ຊາຍ​ຄົນ​ນີ້​ວ່າ​ລາວ​ໄດ້ທຳຮ້າຍພວກ​ລູກສິດ*​ຂອງ​ທ່ານ​ໃນ​ເມືອງ​ເຢຣູຊາເລັມ. 14 ຕອນນີ້ ລາວ​ໄດ້​ຮັບ​ອຳນາດ​ຈາກ​ພວກ​ຫົວໜ້າ​ປະໂລຫິດ​ໃຫ້​ມາຈັບທຸກ​ຄົນ​ທີ່​ເວົ້າ​ເຖິງ​ຊື່​ຂອງ​ທ່ານ.”+ 15 ແຕ່​ຜູ້​ເປັນ​ນາຍ​ບອກ​ອານາເນຍ​ວ່າ: “ໄປ​ໂລດ ຍ້ອນຜູ້​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ຂ້ອຍ​ເລືອກ​ໄວ້+​ເພື່ອ​ປະກາດ​ຊື່​ຂອງ​ຂ້ອຍ​ໃຫ້​ຄົນ​ຕ່າງຊາດ+​ກັບ​ພວກ​ກະສັດ+ ແລະຄົນ​ອິດສະຣາເອນ​ນຳ. 16 ຂ້ອຍ​ຈະ​ເຮັດ​ໃຫ້​ລາວ​ຮູ້​ວ່າ​ລາວ​ຈະ​ຕ້ອງ​ທຸກ​ລຳບາກ​ຫຼາຍ​ສ່ຳ​ໃດ​ເພື່ອ​ຊື່​ຂອງ​ຂ້ອຍ.”+

17 ອານາເນຍ​ກໍ​ໄປ​ເຮືອນ​ຫຼັງ​ນັ້ນ​ແລ້ວ​ວາງ​ມື​ເທິງ​ໂຊໂລແລະ​ເວົ້າວ່າ: “ໂຊໂລ ພີ່ນ້ອງ​ຂອງ​ຂ້ອຍ ພະ​ເຢຊູ​ຜູ້​ເປັນ​ນາຍ​ທີ່​ມາ​ໃຫ້​ເຈົ້າ​ເຫັນ​ຕອນ​ເດີນທາງ​ມາ​ໄດ້​ໃຊ້​ຂ້ອຍ​ໃຫ້​ມາ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ຮຸ່ງ​ອີກ​ແລະ​ຊ່ວຍ​ເຈົ້າ​ໃຫ້​ໄດ້​ຮັບພະລັງ​ບໍລິສຸດ.”+ 18 ທັນໃດ​ນັ້ນກໍ​ມີ​ແນວ​ທີ່​ເປັນ​ຄື​ກັບ​ເກັດ​ຕົກ​ລົງ​ມາ​ຈາກ​ຕາ​ຂອງ​ໂຊໂລ ລາວ​ຈຶ່ງ​ເຫັນ​ຮຸ່ງ​ອີກ ແລ້ວ​ກໍ​ຮັບ​ບັບເຕມາ. 19 ຫຼັງ​ຈາກ​ກິນ​ເຂົ້າ​ແລ້ວ ລາວ​ກໍ​ມີ​ແຮງ​ຂຶ້ນ.

ໂຊໂລ​ພັກ​ຢູ່​ນຳ​ພວກ​ລູກສິດ​ໃນ​ເມືອງ​ດາມາເຊ​ຫຼາຍ​ມື້+ 20 ແລະ​ໃນ​ຕອນ​ນັ້ນ​ລາວ​ກໍ​ໄປ​ຕາມ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ແລ້ວ​ປະກາດ​ວ່າ​ພະ​ເຢຊູ​ເປັນ​ລູກ​ຂອງ​ພະເຈົ້າ. 21 ທຸກ​ຄົນ​ທີ່​ໄດ້​ຍິນ​ກໍ​ແປກໃຈ​ແລະ​ເວົ້າ​ວ່າ: “ບໍ່​ແມ່ນ​ຜູ້​ນີ້​ບໍທີ່​ທຳຮ້າຍ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ທີ່​ເຊື່ອ​ໃນ​ຊື່​ຂອງ​ຄົນ​ນັ້ນ?+ ລາວ​ມາ​ນີ້​ເພື່ອ​ຈັບ​ພວກ​ນັ້ນ​ໄປ​ໃຫ້​ພວກ​ຫົວໜ້າ​ປະໂລຫິດ​ຕົ໋ວ?”+ 22 ແຕ່​ໂຊໂລ​ປະກາດ​ແລະ​ໂນ້ມນ້າວ​ໃຈ​ເກັ່ງ​ຂຶ້ນ. ລາວ​ພິສູດ​ໃຫ້​ເຫັນ​ແຈ້ງ​ວ່າພະ​ເຢຊູ​ແມ່ນ​ພະຄລິດ ຈົນ​ເຮັດ​ໃຫ້​ຄົນ​ຢິວ​ທີ່​ຢູ່​ໃນ​ເມືອງ​ດາມາເຊ​ຖຽງ​ບໍ່​ໄດ້.+

23 ຫຼາຍ​ມື້​ຕໍ່​ມາ ພວກ​ຢິວ​ໄດ້​ປຶກສາ​ກັນ​ເພື່ອ​ຫາ​ທາງຂ້າ​ໂຊໂລ+ 24 ແຕ່​ໂຊໂລ​ຮູ້​ແຜນ​ຂອງ​ເຂົາເຈົ້າ. ພວກ​ຢິວເຖິງຂັ້ນວ່າ​ເຝົ້າ​ຢູ່​ປະຕູ​ເມືອງ​ທັງ​ເວັນ​ທັງ​ຄືນ​ເພື່ອ​ຈະ​ຂ້າ​ລາວ​ໃຫ້​ໄດ້. 25 ຕອນ​ກາງຄືນ ພວກ​ລູກສິດ​ຂອງ​ໂຊໂລ​ຈຶ່ງ​ໃຫ້​ລາວ​ນັ່ງ​ໃນ​ກະຕ່າ​ໃຫຍ່​ແລ້ວ​ຢ່ອນ​ລົງ​ທາງ​ປ່ອງຢ້ຽມ​ຂອງ​ກຳແພງ​ເມືອງ.+

26 ເມື່ອ​ເດີນທາງ​ມາ​ຮອດ​ເມືອງ​ເຢຣູຊາເລັມ+ ໂຊໂລ​ພະຍາຍາມ​ເຂົ້າຮ່ວມ​ກັບ​ພວກ​ລູກສິດ ແຕ່​ເຂົາເຈົ້າ​ຍັງ​ຢ້ານ​ລາວ​ຢູ່​ຍ້ອນບໍ່​ເຊື່ອ​ວ່າ​ລາວ​ເຂົ້າ​ມາ​ເປັນ​ລູກສິດ​ແທ້​ໆ​. 27 ບາຣະນາບາ+​ຈຶ່ງ​ມາ​ຊ່ວຍ​ໂຊໂລ​ແລະ​ພາ​ລາວ​ໄປ​ຫາ​ພວກ​ອັກຄະ​ສາວົກ* ແລ້ວ​ເລົ່າ​ໃຫ້​ເຂົາເຈົ້າ​ຟັງ​ຢ່າງ​ລະອຽດ​ເລື່ອງ​ທີ່​ໂຊໂລ​ເຫັນ​ຜູ້​ເປັນ​ນາຍ​ຕອນ​ທີ່​ເດີນທາງ+ ແລະ​ຜູ້​ເປັນ​ນາຍ​ໄດ້​ເວົ້າ​ກັບ​ລາວ. ບາຣະນາບາ​ຍັງ​ເລົ່າ​ອີກ​ວ່າ​ໂຊໂລ​ໄດ້​ປະກາດ​ຊື່​ຂອງ​ພະ​ເຢຊູ​ດ້ວຍ​ຄວາມ​ກ້າຫານ​ໃນ​ເມືອງ​ດາມາເຊ.+ 28 ແລ້ວ​ໂຊໂລ​ກໍ​ຢູ່​ນຳ​ພວກ​ອັກຄະ​ສາວົກ ໃຊ້​ຊີວິດ​ຕາມ​ປົກກະຕິ​ໃນ​ເມືອງ​ເຢຣູຊາເລັມ ແລະ​ເວົ້າ​ໃນ​ນາມ​ຂອງ​ຜູ້​ເປັນ​ນາຍ​ຢ່າງ​ກ້າຫານ. 29 ລາວ​ພະຍາຍາມ​ຫາ​ເຫດຜົນກັບ​ຄົນ​ຢິວ​ທີ່​ເວົ້າ​ພາສາ​ກຣີກ ແຕ່​ພວກ​ນັ້ນ​ຊອກຫາ​ວິທີ​ທີ່​ຈະ​ຂ້າ​ລາວ.+ 30 ເມື່ອ​ພວກ​ພີ່ນ້ອງ​ຮູ້​ເລື່ອງ​ນີ້​ກໍ​ພາ​ໂຊໂລ​ໄປ​ເມືອງ​ກາຍຊາເຣຍ ແລ້ວ​ສົ່ງ​ລາວ​ໄປ​ເມືອງ​ຕາໂຊ.+

31 ປະຊາຄົມ​ທົ່ວ​ແຂວງ​ຢູດາຍ ຄາລີເລ ແລະ​ຊາມາເຣຍ+​ຈຶ່ງ​ມີ​ຄວາມ​ສະຫງົບ​ສຸກ​ໄລຍະ​ໜຶ່ງ ແລະ​ປະຊາຄົມ​ກໍ​ເຂັ້ມແຂງ​ຂຶ້ນ. ເຂົາເຈົ້າ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ*​ພະ​ເຢໂຫວາ*​ແລະ​ໄດ້​ຮັບ​ກຳລັງໃຈ​ຈາກ​ພະລັງບໍລິສຸດ.+ ປະຊາຄົມ​ຈຶ່ງ​ມີ​ຄົນ​ເພີ່ມ​ຂຶ້ນ​ເລື້ອຍ​ໆ​.

32 ຕອນ​ນັ້ນ ເປໂຕ​ເດີນທາງ​ໄປທົ່ວ​ເຂດ​ນັ້ນ ແລະ​ມາ​ຫາ​ພວກ​ລູກສິດ​ທີ່​ຢູ່​ໃນ​ເມືອງ​ລິດດາ​ນຳ​ອີກ.+ 33 ຢູ່ຫັ້ນ​ລາວ​ເຈິ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ໄອເນ​ທີ່ນອນ​ຢູ່​ກັບ​ບ່ອນ​ໄດ້ 8 ປີ​ແລ້ວ​ຍ້ອນ​ເປັນ​ອຳມະພາດ. 34 ເປໂຕ​ເວົ້າ​ກັບ​ລາວ​ວ່າ: “ໄອເນ ພະ​ເຢຊູ​ຄລິດ​ປົວ​ເຈົ້າ​ແລ້ວ.+ ໃຫ້​ລຸກ​ຂຶ້ນ​ແລະ​ມ້ຽນ​ບ່ອນ​ນອນ.”+ ໄອເນ​ກໍ​ລຸກ​ຂຶ້ນ​ທັນທີ. 35 ເມື່ອ​ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ລິດດາ​ແລະ​ຢູ່​ທົ່ງພຽງ​ຊາໂຣນ​ເຫັນ​ໄອເນ ເຂົາເຈົ້າ​ກໍ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ຜູ້​ເປັນ​ນາຍ.

36 ໃນ​ເມືອງ​ຢົບປາ​ມີ​ລູກສິດ​ຜູ້​ໜຶ່ງ​ຊື່​ຕາບີທາ ໃນ​ພາສາ​ກຣີກ​ເອີ້ນ​ວ່າ “ໂດຣະກາ.”* ລາວ​ເຮັດ​ສິ່ງ​ດີ​ໆ​ຫຼາຍ​ຢ່າງ​ແລະ​ຊ່ວຍເຫຼືອ​ຄົນ​ທຸກ.* 37 ແຕ່​ໃນ​ໄລຍະ​ນັ້ນ ລາວ​ບໍ່​ສະບາຍ​ແຮງ​ແລ້ວ​ກໍ​ຕາຍ. ພວກ​ລູກສິດ​ໃນ​ເມືອງ​ນັ້ນ​ຈຶ່ງ​ລ້າງ​ສົບ​ລາວ ແລ້ວ​ເອົາ​ໄປ​ວາງ​ໄວ້​ໃນ​ຫ້ອງ​ຊັ້ນ​ເທິງ. 38 ເມືອງ​ຢົບປາ​ຢູ່​ໃກ້​ເມືອງ​ລິດດາ. ເມື່ອ​ພວກ​ລູກສິດ​ໄດ້​ຍິນ​ວ່າ​ເປໂຕ​ຢູ່​ເມືອງ​ລິດດາ​ຈຶ່ງ​ໃຊ້ 2 ຄົນ​ໄປ​ຂໍຮ້ອງ​ວ່າ: “ໃຫ້​ຟ້າວ​ມາ​ຫາ​ພວກເຮົາ​ແດ່.” 39 ເປໂຕ​ຈຶ່ງ​ຟ້າວ​ໄປ​ກັບ 2 ຄົນ​ນັ້ນ. ເມື່ອ​ໄປ​ຮອດ ເຂົາເຈົ້າ​ກໍ​ພາ​ເປໂຕ​ຂຶ້ນ​ໄປ​ໃນ​ຫ້ອງ​ຊັ້ນ​ເທິງ. ພວກ​ແມ່​ໝ້າຍ​ເຂົ້າ​ມາ​ຫາ​ລາວ​ແລະຮ້ອງໄຫ້ ແລ້ວ​ໃຫ້​ລາວ​ເບິ່ງ​ເສື້ອ​ຄຸມ​ແລະເຄື່ອງນຸ່ງ​ຕ່າງ​ໆ​ທີ່​ໂດຣະກາ​ໄດ້​ເຮັດ​ໃຫ້​ເຂົາເຈົ້າ​ຕອນ​ທີ່​ຍັງ​ມີ​ຊີວິດ​ຢູ່. 40 ເປໂຕ​ໃຫ້​ທຸກ​ຄົນ​ອອກ​ໄປ​ກ່ອນ+​ແລ້ວ​ລາວ​ຄູ້ເຂົ່າ​ລົງ​ອະທິດຖານ ແລະ​ເມື່ອ​ປິ່ນ​ໜ້າ​ມາ​ທາງ​ສົບນັ້ນ ເປໂຕ​ເວົ້າ​ວ່າ: “ຕາບີທາ​ເອີ້ຍ ລຸກ​ຂຶ້ນ​ແມ້!” ແລ້ວ​ລາວ​ກໍ​ມືນ​ຕາ ແລະ​ເມື່ອ​ເຫັນ​ເປໂຕ​ລາວ​ກໍ​ລຸກ​ຂຶ້ນ​ນັ່ງ.+ 41 ເປໂຕ​ຈັບ​ມື​ລາວ ແລ້ວ​ໂຈມ​ລາວ​ລຸກ​ຂຶ້ນ. ຈາກ​ນັ້ນ​ເປໂຕ​ໄດ້​ເອີ້ນ​ພວກ​ລູກສິດ​ກັບ​ພວກ​ແມ່​ໝ້າຍ​ເຂົ້າ​ມາ​ແລະ​ໃຫ້​ເຂົາເຈົ້າ​ເຫັນ​ວ່າ​ລາວ​ຟື້ນ​ຄືນ​ມາມີ​ຊີວິດ​ແລ້ວ.+ 42 ເລື່ອງ​ນີ້​ຈຶ່ງ​ຮູ້​ກັນ​ໄປ​ທົ່ວ​ເມືອງ​ຢົບປາ ແລະຫຼາຍ​ຄົນ​ກໍ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ຜູ້​ເປັນ​ນາຍ.+ 43 ເປໂຕ​ພັກ​ຢູ່ເມືອງ​ຢົບປາ​ຫຼາຍ​ມື້​ຢູ່​ເຮືອນ​ຂອງ​ຊີໂມນ​ທີ່​ເປັນ​ຊ່າງ​ຟອກ​ໜັງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌