ຂ່າວດີທີ່ຂຽນໂດຍລູກາ
10 ຕໍ່ມາ ພະເຢຊູເລືອກລູກສິດອີກ 70 ຄົນ ແລ້ວສົ່ງອອກໄປເປັນຄູ່ໆ.+ ເພິ່ນໃຫ້ເຂົາເຈົ້າເດີນທາງໄປກ່ອນໃນທຸກເມືອງແລະທຸກບ່ອນທີ່ເພິ່ນກຳລັງຈະໄປ. 2 ເພິ່ນບອກເຂົາເຈົ້າວ່າ: “ຢູ່ທົ່ງນາມີເຂົ້າໃຫ້ກ່ຽວຫຼາຍ ແຕ່ຄົນເຮັດວຽກຍັງມີໜ້ອຍ. ດັ່ງນັ້ນ ໃຫ້ຂໍກັບເຈົ້າຂອງນາໃຫ້ສົ່ງຄົນເຮັດວຽກມາຕື່ມເພື່ອເຮັດວຽກເກັບກ່ຽວຂອງເພິ່ນ.”+ 3 ໄປໂລດ! ແຕ່ຂໍໃຫ້ຈື່ໄວ້ວ່າ ເມື່ອຂ້ອຍໃຊ້ພວກເຈົ້າໄປ ພວກເຈົ້າຈະເປັນຄືກັບແກະໃນຝູງໝາປ່າ.+ 4 ບໍ່ຕ້ອງເອົາຖົງເງິນ ຖົງໃສ່ຂອງກິນ ຫຼືເກີບອີກຄູ່ໜຶ່ງໄປນຳ+ ແລະຢ່າຢຸດທັກທາຍຜູ້ໃດດົນໆໃນລະຫວ່າງທາງ. 5 ເມື່ອພວກເຈົ້າເຂົ້າໄປເຮືອນຫຼັງໃດ ໃຫ້ອວຍພອນເຂົາເຈົ້າກ່ອນວ່າ ‘ຂໍໃຫ້ເຮືອນນີ້ມີຄວາມສະຫງົບສຸກ.’+ 6 ຖ້າເຮືອນຫຼັງນັ້ນມີຄົນທີ່ມັກຄວາມສະຫງົບສຸກ ເຂົາເຈົ້າກໍຈະໄດ້ຮັບຄວາມສະຫງົບສຸກນັ້ນ ແຕ່ຖ້າບໍ່ມີ ພວກເຈົ້າເອງກໍຍັງມີຄວາມສະຫງົບສຸກຢູ່. 7 ໃຫ້ພວກເຈົ້າພັກຢູ່ເຮືອນຂອງຄົນທີ່ຕ້ອນຮັບພວກເຈົ້າ+ ກິນແລະດື່ມຕາມທີ່ເຂົາເຈົ້າຈັດໃຫ້+ ຍ້ອນຄົນທີ່ເຮັດວຽກຄວນຈະໄດ້ຄ່າຈ້າງ.+ ຢ່າຍ້າຍຈາກເຮືອນນັ້ນເຂົ້າໄປຢູ່ເຮືອນອື່ນ.
8 ເມື່ອພວກເຈົ້າເຂົ້າໄປເມືອງໃດ ແລ້ວເຂົາເຈົ້າຕ້ອນຮັບ ກໍໃຫ້ກິນຕາມທີ່ເຂົາເຈົ້າຈັດໃຫ້ 9 ປົວຄົນເຈັບປ່ວຍໃນເມືອງນັ້ນ ແລະບອກເຂົາເຈົ້າວ່າ ‘ການປົກຄອງຂອງພະເຈົ້າມາໃກ້ພວກເຈົ້າແລ້ວ.’+ 10 ແຕ່ເມື່ອພວກເຈົ້າເຂົ້າໄປໃນເມືອງໃດ ແລ້ວເຂົາເຈົ້າບໍ່ຕ້ອນຮັບ ກໍໃຫ້ອອກໄປຕາມທາງໃຫຍ່ແລະເວົ້າວ່າ 11 ‘ພວກເຮົາປັດຂີ້ຝຸ່ນຂອງເມືອງນີ້ທີ່ຕິດຕີນເຮົາອອກ ເພື່ອສະແດງວ່າພວກເຮົາເຕືອນພວກເຈົ້າແລ້ວ+ ແລະຂໍໃຫ້ຮູ້ວ່າການປົກຄອງຂອງພະເຈົ້າມາໃກ້ແລ້ວ.’ 12 ຂ້ອຍຈະບອກໃຫ້ຮູ້ວ່າ ໃນມື້ທີ່ພະເຈົ້າຕັດສິນ ເມືອງນັ້ນຈະຖືກໂທດໜັກກວ່າເມືອງໂຊໂດມອີກ.+
13 ເມືອງໂຂຣາຊິນ ເມືອງເບັດຊາອີດາ ພວກເຈົ້າຕ້ອງຈິບຫາຍແທ້ໆ! ຖ້າຂ້ອຍໄປເຮັດການອັດສະຈັນໃນເມືອງຕີເຣແລະເມືອງຊີໂດນຄືກັບທີ່ຂ້ອຍເຮັດໃນເມືອງຂອງພວກເຈົ້າ ປານນີ້ເຂົາເຈົ້າຄືຊິກັບໃຈແຕ່ດົນແລ້ວໂດຍນຸ່ງຜ້າເນື້ອຫຍາບແລະນັ່ງເທິງກອງຂີ້ເທົ່າ.+ 14 ດັ່ງນັ້ນ ເມື່ອຮອດມື້ທີ່ພະເຈົ້າຕັດສິນ ພວກເຈົ້າຈະຖືກໂທດໜັກກວ່າເມືອງຕີເຣກັບເມືອງຊີໂດນອີກ. 15 ສ່ວນເມືອງກາເປນາອູມ ພວກເຈົ້າຄິດວ່າຈະຖືກຍົກຂຶ້ນໃຫ້ສູງຈຳຟ້າພຸ້ນບໍ? ພວກເຈົ້າຈະຕ້ອງລົງໄປໃນບ່ອນຝັງສົບ*ແທນ.
16 ຄົນທີ່ຟັງພວກເຈົ້າກໍສ່ຳກັບຟັງຂ້ອຍ+ ຄົນທີ່ປະຕິເສດພວກເຈົ້າກໍສ່ຳກັບປະຕິເສດຂ້ອຍ ແລະຄົນທີ່ປະຕິເສດຂ້ອຍກໍສ່ຳກັບປະຕິເສດຜູ້ທີ່ໃຊ້ຂ້ອຍມາ.”+
17 ຕໍ່ມາ ລູກສິດ 70 ຄົນນັ້ນກັບມາດ້ວຍຄວາມດີໃຈແລະເວົ້າວ່າ: “ອາຈານ ເມື່ອພວກເຮົາອ້າງຊື່ທ່ານ ແມ່ນແຕ່ພວກປີສາດກໍຍັງຢູ່ໃຕ້ອຳນາດເຮົາ.”+ 18 ພະເຢຊູຈຶ່ງບອກເຂົາເຈົ້າວ່າ: “ຂ້ອຍເຫັນຊາຕານຕົກຈາກຟ້າແລ້ວ+ຄືກັບຟ້າແມບ. 19 ຂ້ອຍໃຫ້ພວກເຈົ້າມີອຳນາດຢຽບງູພິດກັບແມງງອດ ແລະມີອຳນາດເໜືອສັດຕູທັງໝົດ+ ແລະຈະບໍ່ມີສິ່ງໃດມາທຳຮ້າຍພວກເຈົ້າໄດ້ເລີຍ. 20 ຢ່າດີໃຈທີ່ພວກປີສາດຢູ່ໃຕ້ອຳນາດພວກເຈົ້າ ແຕ່ໃຫ້ດີໃຈທີ່ຊື່ຂອງພວກເຈົ້າຖືກຈົດໄວ້ແລ້ວໃນສະຫວັນ.”+ 21 ໃນຕອນນັ້ນ ພະລັງບໍລິສຸດເຮັດໃຫ້ພະເຢຊູມີຄວາມສຸກຫຼາຍ ເພິ່ນຈຶ່ງເວົ້າວ່າ: “ພໍ່ເອີ້ຍ ພໍ່ມີອຳນາດເໜືອສະຫວັນແລະໂລກນີ້. ລູກຂໍສັນລະເສີນພໍ່ຕໍ່ໜ້າທຸກຄົນ ຍ້ອນພໍ່ເຊື່ອງສິ່ງເຫຼົ່ານີ້ໄວ້ຢ່າງດີຈາກຄົນມີຄວາມຮູ້ແລະຄົນສະຫຼາດ+ ແຕ່ເປີດເຜີຍໃຫ້ພວກເດັກນ້ອຍໄດ້ຮູ້. ພໍ່ເອີ້ຍ ນີ້ແມ່ນສິ່ງທີ່ພໍ່ພໍໃຈຢາກໃຫ້ເປັນ.”+ 22 ແລ້ວພະເຢຊູກໍປິ່ນມາເວົ້າວ່າ: “ຕອນນີ້ພໍ່ຂອງຂ້ອຍເອົາທຸກສິ່ງທຸກຢ່າງໃຫ້ຂ້ອຍແລ້ວ. ບໍ່ມີຜູ້ໃດຮູ້ຈັກລູກຂອງພະເຈົ້າ ນອກຈາກພະເຈົ້າຜູ້ເປັນພໍ່ ແລະບໍ່ມີຜູ້ໃດຮູ້ຈັກພະເຈົ້າຜູ້ເປັນພໍ່ ນອກຈາກລູກຂອງເພິ່ນ+ແລະຜູ້ທີ່ລູກຂອງເພິ່ນຢາກບອກໃຫ້ຮູ້.”+
23 ຕອນທີ່ບໍ່ມີຄົນອື່ນຢູ່ນຳ ພະເຢຊູເວົ້າກັບພວກລູກສິດວ່າ: “ຄົນທີ່ເຫັນສິ່ງທີ່ພວກເຈົ້າເຫັນຢູ່ນີ້ກໍມີຄວາມສຸກ.+ 24 ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ພະຍາກອນຫຼາຍຄົນແລະກະສັດຫຼາຍອົງຢາກເຫັນສິ່ງທີ່ພວກເຈົ້າເຫັນຢູ່ຕອນນີ້ ແຕ່ເຂົາເຈົ້າບໍ່ໄດ້ເຫັນ+ ແລະເຂົາເຈົ້າຢາກໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນຢູ່ຕອນນີ້ ແຕ່ເຂົາເຈົ້າກໍບໍ່ໄດ້ຍິນ.”
25 ຜູ້ຊາຍຄົນໜຶ່ງທີ່ຊ່ຽວຊານກົດໝາຍຂອງໂມເຊໄດ້ລຸກຂຶ້ນທົດສອບພະເຢຊູແລະຖາມວ່າ: “ອາຈານ ຂ້ອຍຕ້ອງເຮັດຫຍັງຈຶ່ງຈະໄດ້ຊີວິດຕະຫຼອດໄປ?”*+ 26 ເພິ່ນຕອບລາວວ່າ: “ກົດໝາຍຂອງໂມເຊຂຽນໄວ້ແນວໃດ? ເຈົ້າອ່ານແລ້ວເຂົ້າໃຈຈັ່ງໃດ?” 27 ລາວຕອບວ່າ: “‘ເຈົ້າຕ້ອງຮັກພະເຢໂຫວາ*ພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ ສຸດກຳລັງ ແລະສຸດຄວາມຄິດ’+ ແລະ ‘ເຈົ້າຕ້ອງຮັກເພື່ອນບ້ານຄືກັບຮັກໂຕເອງ.’”+ 28 ພະເຢຊູບອກລາວວ່າ: “ເຈົ້າຕອບຖືກແລ້ວ. ໃຫ້ເຮັດຕາມກົດໝາຍ 2 ຂໍ້ນີ້ ແລ້ວເຈົ້າຈະໄດ້ຊີວິດຕະຫຼອດໄປ.”+
29 ແຕ່ຜູ້ຊາຍຄົນນັ້ນຢາກສະແດງວ່າໂຕເອງເຮັດຕາມກົດໝາຍຂອງພະເຈົ້າຢູ່ແລ້ວ+ ລາວຈຶ່ງຖາມພະເຢຊູວ່າ: “ໃຜແມ່ນເພື່ອນບ້ານທີ່ຂ້ອຍຕ້ອງຮັກ?” 30 ພະເຢຊູຕອບໂດຍເລົ່າເລື່ອງວ່າ: “ຜູ້ຊາຍຄົນໜຶ່ງເດີນທາງຈາກເມືອງເຢຣູຊາເລັມລົງໄປເມືອງເຢຣິໂກແລະລາວຖືກໂຈນປຸ້ນກາງທາງ. ພວກໂຈນເອົາທຸກສິ່ງທຸກຢ່າງໄປໝົດ ແລະຍັງຕີລາວຈົນເກືອບຕາຍ ແລ້ວເຂົາເຈົ້າກໍໜີໄປ. 31 ມີປະໂລຫິດຜູ້ໜຶ່ງບັງເອີນຍ່າງລົງມາທາງນັ້ນ ແຕ່ເມື່ອເຫັນຄົນທີ່ຖືກປຸ້ນ ລາວກໍຂ້າມໄປຍ່າງອີກຟາກໜຶ່ງ. 32 ຄົນເລວີຜູ້ໜຶ່ງກໍເຮັດແບບດຽວກັນ. ເມື່ອລາວມາຮອດບ່ອນນັ້ນແລະເຫັນຄົນທີ່ຖືກປຸ້ນ ລາວກໍຂ້າມໄປຍ່າງອີກຟາກໜຶ່ງ. 33 ແຕ່ເມື່ອຄົນຊາມາເຣຍຜູ້ໜຶ່ງ+ຍ່າງກາຍມາເຫັນຜູ້ຊາຍຄົນນັ້ນ ລາວກໍຮູ້ສຶກອີ່ຕົນ. 34 ລາວເຂົ້າໄປຫາ ເທນ້ຳມັນກັບເຫຼົ້າແວງໃສ່ບາດແລະເອົາຜ້າພັນໄວ້ ແລ້ວຍົກຄົນທີ່ຖືກປຸ້ນຂຶ້ນຂີ່ເທິງຫຼັງສັດຂອງໂຕເອງ ພາໄປໂຮງແຮມ ແລະເບິ່ງແຍງລາວ. 35 ມື້ຕໍ່ມາ ລາວເອົາເງິນ 2 ເດນາຣິອົນ*ໃຫ້ເຈົ້າຂອງໂຮງແຮມແລ້ວເວົ້າວ່າ ‘ເບິ່ງແຍງລາວໃຫ້ແດ່. ຖ້າມີຄ່າໃຊ້ຈ່າຍຫຼາຍກວ່ານີ້ ຕອນທີ່ກັບມາຂ້ອຍຈະຈ່າຍຄືນໃຫ້.’ 36 ໃນ 3 ຄົນນີ້ ເຈົ້າຄິດວ່າຜູ້ໃດເປັນເພື່ອນບ້ານທີ່ຮັກ+ຄົນທີ່ຖືກປຸ້ນ?” 37 ລາວຕອບວ່າ: “ຄົນທີ່ຊ່ວຍເຫຼືອຜູ້ຊາຍຄົນນັ້ນ.”+ ພະເຢຊູຈຶ່ງບອກລາວວ່າ: “ໃຫ້ເຈົ້າໄປເຮັດແບບນັ້ນຄືກັນ.”+
38 ພະເຢຊູກັບພວກລູກສິດເດີນທາງເຂົ້າໄປໃນບ້ານໜຶ່ງ ແລະຜູ້ຍິງຄົນໜຶ່ງຊື່ມາທາ+ໄດ້ຕ້ອນຮັບເພິ່ນຢູ່ເຮືອນຂອງລາວ. 39 ມາທາມີນ້ອງສາວຊື່ມາຣິອາ. ມາຣິອານັ່ງຢູ່ໃກ້ຕີນພະເຢຊູແລະຕັ້ງໃຈຟັງສິ່ງທີ່ເພິ່ນເວົ້າ. 40 ສ່ວນມາທາຫຍຸ້ງຢູ່ກັບວຽກຫຼາຍຢ່າງ. ລາວເຂົ້າມາເວົ້າກັບພະເຢຊູວ່າ: “ອາຈານ ທ່ານບໍ່ເຫັນບໍວ່ານ້ອງສາວປ່ອຍໃຫ້ຂ້ອຍເຮັດວຽກຄົນດຽວ? ບອກລາວໃຫ້ມາຊ່ວຍຂ້ອຍແດ່.” 41 ເພິ່ນຕອບລາວວ່າ: “ມາທາ ມາທາ ເຈົ້າອຸກໃຈແລະວຸ່ນວາຍກັບຫຼາຍຢ່າງໂພດ. 42 ສິ່ງທີ່ຈຳເປັນມີພຽງບໍ່ເທົ່າໃດຢ່າງຫຼືພຽງຢ່າງດຽວກໍພໍແລ້ວ. ມາຣິອາເລືອກສິ່ງທີ່ດີ*+ແລະຈະບໍ່ມີຜູ້ໃດຍາດເອົາສິ່ງນັ້ນໄປຈາກລາວໄດ້.”