ຈົດໝາຍເຖິງຄລິດສະຕຽນໃນເມືອງເອເຟໂຊ
4 ຂ້ອຍໂປໂລທີ່ເປັນນັກໂທດ+ຍ້ອນເປັນລູກສິດຂອງພະຄລິດ ຂໍຮ້ອງພວກເຈົ້າໃຫ້ໃຊ້ຊີວິດສົມກັບເປັນຄົນທີ່ພະເຈົ້າເອີ້ນ+ 2 ເປັນຄົນຖ່ອມ+ແລະອ່ອນໂຍນ ມີຄວາມອົດທົນ+ ອົດທົນຕໍ່ກັນແລະກັນດ້ວຍຄວາມຮັກ+ 3 ພະຍາຍາມແທ້ໆທີ່ຈະເປັນນ້ຳໜຶ່ງໃຈດຽວກັນດ້ວຍພະລັງຂອງພະເຈົ້າ ແລະມີສັນຕິສຸກທີ່ຜູກພັນຄົນເຮົາໃຫ້ເປັນອັນໜຶ່ງອັນດຽວກັນ.+ 4 ມີປະຊາຄົມດຽວ*+ແລະມີພະລັງຂອງພະເຈົ້າພະລັງດຽວ+ ຄືກັບທີ່ພະເຈົ້າເລືອກພວກເຈົ້າໃຫ້ມີຄວາມຫວັງແບບດຽວກັນ+ 5 ມີຜູ້ເປັນນາຍຜູ້ດຽວ+ ຄວາມເຊື່ອອັນດຽວ ບັບເຕມາແບບດຽວ 6 ແລະມີພະເຈົ້າອົງດຽວຜູ້ເປັນພໍ່ຂອງທຸກຄົນ. ເພິ່ນຢູ່ເໜືອທຸກຄົນ ເຮັດວຽກຜ່ານທາງທຸກຄົນ ແລະພະລັງຂອງເພິ່ນເຮັດວຽກໃນໂຕທຸກຄົນ.
7 ພວກເຮົາແຕ່ລະຄົນໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ເປັນຂອງຂວັນຕາມທີ່ພະຄລິດຈັດໃຫ້.+ 8 ພະຄຳພີບອກວ່າ: “ເມື່ອເພິ່ນຂຶ້ນໄປບ່ອນສູງໆ ເພິ່ນພາຊະເລີຍໄປນຳ. ເພິ່ນໃຫ້ຂອງຂວັນທີ່ເປັນມະນຸດ.”+ 9 ຄຳວ່າ “ເພິ່ນຂຶ້ນໄປ” ໝາຍຄວາມວ່າແນວໃດ? ກໍໝາຍຄວາມວ່າເພິ່ນເຄີຍລົງມາໂລກນີ້. 10 ຜູ້ນັ້ນທີ່ເຄີຍລົງມາກໍແມ່ນຜູ້ທີ່ຂຶ້ນໄປ+ບ່ອນສູງໆທີ່ສູງກວ່າຟ້າ+ເພື່ອຈະເຮັດໃຫ້ທຸກຢ່າງສຳເລັດ.
11 ພະຄລິດມອບໝາຍບາງຄົນໃຫ້ເປັນອັກຄະສາວົກ*+ ເປັນຜູ້ພະຍາກອນ+ ເປັນຜູ້ປະກາດຂ່າວດີ+ ເປັນຜູ້ເບິ່ງແຍງຄົນຂອງພະເຈົ້າ* ແລະເປັນຜູ້ສອນ+ 12 ເພື່ອເຂົາເຈົ້າຈະຝຶກອົບຮົມພວກຜູ້ບໍລິສຸດ*ແລະເຮັດວຽກຮັບໃຊ້ ແລະຊ່ວຍໃຫ້ຮ່າງກາຍ*ຂອງພະຄລິດເຂັ້ມແຂງຂຶ້ນ+ 13 ຈົນກວ່າພວກເຮົາທຸກຄົນຈະມີຄວາມເຊື່ອແບບດຽວກັນ ແລະມີຄວາມຮູ້ທີ່ຖືກຕ້ອງກ່ຽວກັບຜູ້ເປັນລູກຂອງພະເຈົ້າ ແລະໃຫຍ່ຂຶ້ນຈົນເປັນຜູ້ໃຫຍ່+ຄືກັບພະຄລິດ. 14 ພວກເຮົາຈຶ່ງບໍ່ຄວນເປັນເດັກນ້ອຍອີກຕໍ່ໄປທີ່ຫຼົງເຊື່ອຜູ້ນັ້ນແດ່ຜູ້ນີ້ແດ່ ແລະຄ້ອຍໄປນຳຄຳສອນຜິດໆ+ແລະອຸບາຍຫຼອກລວງຂອງມະນຸດຄືກັບເຮືອທີ່ຖືກຄື້ນແລະລົມຊັດໄປຊັດມາ. 15 ແຕ່ໃຫ້ເວົ້າຄວາມຈິງແລະສະແດງຄວາມຮັກ ແລ້ວພວກເຮົາກໍຈະເປັນຜູ້ໃຫຍ່ໃນທຸກດ້ານ ແລະໃຊ້ຊີວິດແບບພະຄລິດຜູ້ນຳ*ຂອງພວກເຮົາ.+ 16 ເພິ່ນເປັນຄືກັບຫົວທີ່ເຮັດໃຫ້ທຸກສ່ວນຂອງຮ່າງກາຍ+ເຊື່ອມຕໍ່ກັນແລະເຮັດວຽກນຳກັນຢ່າງດີໂດຍທີ່ຂໍ້ຕໍ່ແຕ່ລະອັນເຮັດໜ້າທີ່ຂອງໂຕເອງ. ເມື່ອອະໄວຍະວະແຕ່ລະສ່ວນເຮັດວຽກຢ່າງດີ ຮ່າງກາຍທຸກສ່ວນກໍເຕີບໃຫຍ່ແລະແຂງແຮງຂຶ້ນດ້ວຍຄວາມຮັກ.+
17 ດັ່ງນັ້ນ ຂ້ອຍຂໍເຕືອນໃນນາມຂອງຜູ້ເປັນນາຍວ່າ ພວກເຈົ້າຄວນເຊົາໃຊ້ຊີວິດແບບຄົນທີ່ບໍ່ຮູ້ຈັກພະເຈົ້າ+ ຍ້ອນເຂົາເຈົ້າໃຊ້ຊີວິດຕາມຄວາມຄິດທີ່ບໍ່ມີປະໂຫຍດຂອງໂຕເອງ.+ 18 ມັນເປັນຄືກັບວ່າເຂົາເຈົ້າຢູ່ໃນຄວາມມືດ. ເຂົາເຈົ້າບໍ່ໄດ້ຮັບຊີວິດແບບທີ່ພະເຈົ້າສະເໜີໃຫ້ ຍ້ອນເຂົາເຈົ້າບໍ່ຢາກຮູ້ຈັກເພິ່ນແລະມີໃຈແຂງກະດ້າງ. 19 ເຂົາເຈົ້າບໍ່ຮູ້ສຶກອາຍຕໍ່ບາບ ເຂົາເຈົ້າຈຶ່ງປ່ອຍໂຕໃຫ້ເຮັດຊົ່ວແບບບໍ່ອາຍ*+ ແລະເຮັດສິ່ງທີ່ບໍ່ສະອາດທຸກຮູບແບບດ້ວຍຄວາມໂລບ.
20 ແຕ່ພວກເຈົ້າກໍຮູ້ວ່າພະຄລິດບໍ່ແມ່ນຄົນແບບນັ້ນ 21 ຍ້ອນພວກເຈົ້າໄດ້ຍິນແລະຮຽນຄວາມຈິງແບບທີ່ພະເຢຊູສອນ. 22 ພວກເຈົ້າຖືກສອນໃຫ້ຖິ້ມ*ນິດໄສເກົ່າ+ແບບທີ່ເຄີຍໃຊ້ຊີວິດແຕ່ກີ້. ນິດໄສແບບນີ້ມີແຕ່ຊິແຮ່ງຮ້າຍກວ່າເກົ່າຍ້ອນຄວາມຕ້ອງການຜິດໆທີ່ຫຼອກລວງພວກເຈົ້າ.+ 23 ໃຫ້ພວກເຈົ້າປ່ຽນແປງຄວາມຄິດຈິດໃຈໃໝ່ຕໍ່ໆໄປ+ 24 ແລະປູກຝັງ*ນິດໄສໃໝ່+ທີ່ຖືກສ້າງຂຶ້ນຕາມທີ່ພະເຈົ້າຕ້ອງການເຊິ່ງເປັນໄປຕາມຄວາມຖືກຕ້ອງແລະຄວາມພັກດີແທ້.
25 ດັ່ງນັ້ນ ໃນເມື່ອພວກເຈົ້າເຊົາເປັນຄົນຫຼອກລວງແລ້ວ ກໍໃຫ້ທຸກຄົນເວົ້າຄວາມຈິງກັບຄົນອື່ນ+ ຍ້ອນພວກເຮົາເປັນອະໄວຍະວະໃນຮ່າງກາຍດຽວກັນ.+ 26 ຖ້າໃຈຮ້າຍ ກໍຢ່າເຮັດຜິດ.+ ຢ່າໃຈຮ້າຍຈົນຮອດຕາເວັນຕົກດິນ.+ 27 ຢ່າໃຫ້ມານຮ້າຍມີໂອກາດ.+ 28 ຄົນທີ່ລັກກໍໃຫ້ເຊົາລັກ ແລະໃຫ້ປ່ຽນມາເຮັດວຽກທີ່ສັດຊື່ຢ່າງດຸໝັ່ນ+ ເພື່ອຈະມີບາງສິ່ງໃຫ້ຄົນທີ່ຂາດເຂີນ.+ 29 ຢ່າໃຫ້ຄຳຫຍາບຄາຍ*ອອກມາຈາກປາກຂອງພວກເຈົ້າ.+ ໃຫ້ເວົ້າແຕ່ສິ່ງດີໆທີ່ໃຫ້ກຳລັງໃຈຄົນທີ່ຕ້ອງການກຳລັງໃຈ ເພື່ອຜູ້ທີ່ຟັງຈະໄດ້ຮັບປະໂຫຍດ.+ 30 ຢ່າເຮັດໃຫ້ພະລັງບໍລິສຸດຂອງພະເຈົ້າເສຍໃຈ+ ຍ້ອນພະເຈົ້າໃຊ້ພະລັງນັ້ນຈ້ຳກາໃສ່ພວກເຈົ້າໄວ້+ຈົນຮອດມື້ທີ່ພວກເຈົ້າຈະໄດ້ຮັບການປົດປ່ອຍດ້ວຍຄ່າໄຖ່.+
31 ພວກເຈົ້າຕ້ອງກຳຈັດຄວາມຄຽດແຄ້ນ+ ຄວາມໃຈຮ້າຍ ການຮ້າຍໃສ່ຄົນອື່ນ ການຮ້ອງທັ່ງໃສ່ ການເວົ້າດູຖູກ+ ແລະທຸກສິ່ງທີ່ສ້າງຄວາມເສຍຫາຍອອກໄປໃຫ້ໝົດ.+ 32 ໃຫ້ເມດຕາກັນ ເຫັນອົກເຫັນໃຈກັນ+ ໃຫ້ອະໄພກັນຢ່າງໃຈກວ້າງຄືກັບທີ່ພະເຈົ້າໃຫ້ອະໄພພວກເຈົ້າຢ່າງໃຈກວ້າງໂດຍທາງພະຄລິດ.+