ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 54
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ຊີໂອນ​ທີ່​ເປັນ​ໝັນ​ໄດ້​ລູກ​ຊາຍ​ຫຼາຍ​ຄົນ (1-​17)

        • ພະ​ເຢໂຫວາ​ເປັນ​ຄື​ກັບ​ຜົວ​ຂອງ​ຊີໂອນ (5)

        • ພວກ​ລູກ​ຊາຍ​ຂອງ​ຊີໂອນ​ຈະ​ໄດ້​ຮັບ​ການ​ສອນ​ຈາກ​ພະ​ເຢໂຫວາ (13)

        • ອາວຸດ​ໃດ​ກໍ​ຕາມ​ທີ່​ສ້າງ​ຂຶ້ນ​ມາ​ເພື່ອ​ທຳ​ຮ້າຍ​ຊີໂອນ​ຈະ​ເຮັດ​ຫຍັງ​ບໍ່​ໄດ້ (17)

ເອຊາຢາ 54:1

ໄຂເງື່ອນ

  • *

    ຫຼື “ນາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 62:4
  • +ອຊຢ 66:7, 8
  • +ອຊຢ 44:23; 49:13
  • +ຄລຕ 4:26, 27

ເອຊາຢາ 54:2

ໄຂເງື່ອນ

  • *

    ເປັນ​ແນວ​ຕອກ​ໃສ່​ພື້ນ​ຄ້າຍຄື​ກັບ​ເຫຼັກ​ປັກ​ເຕັ້ນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 49:20
  • +ອຊຢ 33:20

ເອຊາຢາ 54:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 49:8; ອຊກ 36:35

ເອຊາຢາ 54:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 41:10
  • +ອຊຢ 61:7

ເອຊາຢາ 54:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 44:2
  • +ອຊກ 16:8; ຮຊອ 2:16
  • +ອຊຢ 44:6
  • +ຊຄຢ 14:9; ຣມ 3:29

ເອຊາຢາ 54:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 49:14; 62:4

ເອຊາຢາ 54:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:1, 3; ພສ 30:5; 106:47; ອຊຢ 27:12; ຢຣມ 29:10

ເອຊາຢາ 54:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 47:6; ອຊກ 39:23
  • +ອຊຢ 55:3
  • +ອຊຢ 48:17; 49:26

ເອຊາຢາ 54:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 7:23
  • +ປຖກ 8:21
  • +ຢຣມ 31:35, 36; ອຊກ 39:29

ເອຊາຢາ 54:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 51:6
  • +ອຊຢ 55:3
  • +ອຊຢ 14:1

ເອຊາຢາ 54:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 52:2
  • +ສສ 1:2, 17
  • +ພນມ 21:19

ເອຊາຢາ 54:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 31:34; ຢຮ 6:45
  • +ພສ 119:165; ອຊຢ 66:12; ຢຣມ 33:6

ເອຊາຢາ 54:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:26; 60:21
  • +ອຊຢ 52:1
  • +ຢຣມ 23:4; ຊຟຢ 3:13

ເອຊາຢາ 54:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 38:16, 22; ຊຄຢ 2:8; 12:3

ເອຊາຢາ 54:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 10:5

ເອຊາຢາ 54:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 2:2, 4; ອຊຢ 41:12
  • +ຢຣມ 23:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2019, ໜ້າ 6-7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 54:1ອຊຢ 62:4
ອຊຢ. 54:1ອຊຢ 66:7, 8
ອຊຢ. 54:1ອຊຢ 44:23; 49:13
ອຊຢ. 54:1ຄລຕ 4:26, 27
ອຊຢ. 54:2ອຊຢ 49:20
ອຊຢ. 54:2ອຊຢ 33:20
ອຊຢ. 54:3ອຊຢ 49:8; ອຊກ 36:35
ອຊຢ. 54:4ອຊຢ 41:10
ອຊຢ. 54:4ອຊຢ 61:7
ອຊຢ. 54:5ອຊຢ 44:2
ອຊຢ. 54:5ອຊກ 16:8; ຮຊອ 2:16
ອຊຢ. 54:5ອຊຢ 44:6
ອຊຢ. 54:5ຊຄຢ 14:9; ຣມ 3:29
ອຊຢ. 54:6ອຊຢ 49:14; 62:4
ອຊຢ. 54:7ພບຍ 30:1, 3; ພສ 30:5; 106:47; ອຊຢ 27:12; ຢຣມ 29:10
ອຊຢ. 54:8ອຊຢ 47:6; ອຊກ 39:23
ອຊຢ. 54:8ອຊຢ 55:3
ອຊຢ. 54:8ອຊຢ 48:17; 49:26
ອຊຢ. 54:9ປຖກ 7:23
ອຊຢ. 54:9ປຖກ 8:21
ອຊຢ. 54:9ຢຣມ 31:35, 36; ອຊກ 39:29
ອຊຢ. 54:10ອຊຢ 51:6
ອຊຢ. 54:10ອຊຢ 55:3
ອຊຢ. 54:10ອຊຢ 14:1
ອຊຢ. 54:11ອຊຢ 52:2
ອຊຢ. 54:11ສສ 1:2, 17
ອຊຢ. 54:11ພນມ 21:19
ອຊຢ. 54:13ຢຣມ 31:34; ຢຮ 6:45
ອຊຢ. 54:13ພສ 119:165; ອຊຢ 66:12; ຢຣມ 33:6
ອຊຢ. 54:14ອຊຢ 1:26; 60:21
ອຊຢ. 54:14ອຊຢ 52:1
ອຊຢ. 54:14ຢຣມ 23:4; ຊຟຢ 3:13
ອຊຢ. 54:15ອຊກ 38:16, 22; ຊຄຢ 2:8; 12:3
ອຊຢ. 54:16ອຊຢ 10:5
ອຊຢ. 54:17ພສ 2:2, 4; ອຊຢ 41:12
ອຊຢ. 54:17ຢຣມ 23:6
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 54:1-17

ເອຊາຢາ

54 ພະ​ເຢໂຫວາ​ເວົ້າ​ວ່າ: “ເຈົ້າ​ເຊິ່ງ​ເປັນ​ຜູ້ຍິງ​ທີ່​ເປັນ​ໝັນ​ແລະ​ບໍ່​ເຄີຍ​ເກີດ​ລູກ+ ໃຫ້​ຮ້ອງ​ດ້ວຍ​ຄວາມ​ຍິນດີ.

ເຈົ້າ​ທີ່​ບໍ່​ເຄີຍ​ເຈັບ​ທ້ອງ​ເກີດ​ລູກ+ ໃຫ້​ເບີກບານ​ມ່ວນ​ຊື່ນ​ແລະ​ຮ້ອງ​ດ້ວຍ​ຄວາມ​ດີໃຈ+

ເພາະ​ວ່າ​ຜູ້ຍິງ​ທີ່​ຖືກ​ຜົວ​ຖິ້ມ

ກໍ​ມີ​ລູກ​ຫຼາຍ​ກວ່າ​ຜູ້ຍິງ​ທີ່​ຢູ່​ນຳ​ຜົວ.*+

 2 ໃຫ້​ເຮັດ​ເຕັ້ນ​ຂອງ​ເຈົ້າ​ໃຫ້​ໃຫຍ່​ຂຶ້ນ+

ແລະ​ພື​ຜ້າ​ເຕັ້ນ​ຂອງ​ເຈົ້າ​ໃຫ້​ກວ້າງ​ອອກ.

ຕໍ່​ເຊືອກ​ຄຶງ​ເຕັ້ນ​ໃຫ້​ຍາວ​ໆ​ໂລດ ຍາວ​ສ່ຳ​ໃດ​ກໍ​ໄດ້

ແລະ​ຕອກ​ຫຼິ້ມ*​ຍຶດ​ເຕັ້ນ​ໃຫ້​ແໜ້ນ​ໆ​.+

 3 ເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ​ທາງ​ເບື້ອງ​ຂວາ​ແລະ​ເບື້ອງ​ຊ້າຍ.

ລູກ​ຫຼານ​ຂອງ​ເຈົ້າ​ຈະ​ປົກຄອງ​ຊາດ​ຕ່າງ​ໆ​

ແລະ​ເຂົາເຈົ້າ​ຈະ​ໄປ​ຢູ່​ໃນ​ເມືອງ​ຕ່າງ​ໆ​ທີ່​ຮ້າງ.+

 4 ບໍ່​ຕ້ອງ​ຢ້ານ+ ຍ້ອນ​ວ່າ​ຈະ​ບໍ່​ມີ​ໃຜ​ເຍາະເຍີ້ຍ​ເຈົ້າ.+

ບໍ່​ຕ້ອງ​ຮູ້ສຶກ​ອັບອາຍ ຍ້ອນ​ວ່າ​ສິ່ງ​ທີ່​ເຈົ້າ​ຫວັງ​ໄວ້​ຈະ​ເປັນ​ຈິງ.

ເຈົ້າ​ຈະ​ລືມ​ຄວາມ​ອັບອາຍ​ຕອນ​ທີ່​ເປັນ​ສາວ

ແລະ​ຈະ​ບໍ່​ຈື່​ຄວາມ​ອັບອາຍ​ຕອນ​ທີ່​ເປັນ​ແມ່​ໝ້າຍ.

 5 ຜູ້​ສ້າງ​ທີ່​ຍິ່ງໃຫຍ່+​ເປັນ​ຄື​ກັບ​ຜົວ​ຂອງ​ເຈົ້າ.+

ພະ​ເຢໂຫວາ​ຜູ້​ບັນຊາ​ການ​ກອງທັບ​ແມ່ນ​ຊື່​ຂອງ​ເພິ່ນ

ແລະ​ເພິ່ນ​ເປັນ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ທີ່​ໄຖ່​ເຈົ້າ​ຄືນ​ມາ.+

ເພິ່ນ​ຈະ​ຖືກ​ເອີ້ນ​ວ່າ​ພະເຈົ້າ​ຂອງ​ຄົນ​ທົ່ວ​ໂລກ.+

 6 ຕອນ​ທີ່​ພະ​ເຢໂຫວາ​ເອີ້ນ​ເຈົ້າ ເຈົ້າ​ເປັນ​ຄື​ກັບ​ຜູ້ຍິງ​ທີ່​ຖືກ​ຖິ້ມ​ແລະ​ເສຍໃຈ​ຫຼາຍ.+

ເຈົ້າ​ເປັນ​ຄື​ກັບ​ຜູ້ຍິງ​ທີ່​ແຕ່ງດອງ​ຕັ້ງແຕ່​ຕອນ​ເປັນ​ສາວ​ແລ້ວ​ກໍ​ຖືກ​ຖິ້ມ.” ພະເຈົ້າເວົ້າ​ຈັ່ງ​ຊີ້.

 7 “ເຮົາ​ຖິ້ມ​ເຈົ້າ​ໄດ້​ບຶດ​ດຽວ

ແຕ່​ຍ້ອນ​ເຮົາ​ອີ່ຕົນ​ເຈົ້າ​ຫຼາຍ ເຮົາ​ຈຶ່ງ​ພາ​ເຈົ້າ​ກັບຄືນມາ.+

 8 ເຮົາ​ໃຈຮ້າຍ​ໃຫ້​ເຈົ້າ​ຫຼາຍ ເຮົາ​ຈຶ່ງ​ປິ່ນ​ໜ້າ​ໜີ​ຈາກ​ເຈົ້າ​ໄລຍະ​ໜຶ່ງ.+

ແຕ່​ຍ້ອນ​ເຮົາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດໄປ ເຮົາ​ຈຶ່ງ​ອີ່ຕົນ​ເຈົ້າ.”+

ພະ​ເຢໂຫວາ​ຜູ້​ໄຖ່​ເຈົ້າ​ຄືນ​ມາ​ເວົ້າ​ຈັ່ງ​ຊີ້.+

 9 “ມັນ​ຈະ​ເປັນ​ຄື​ກັບ​ສະໄໝ​ຂອງ​ໂນອາ.+

ຕອນ​ນັ້ນ ເຮົາ​ໄດ້​ສັນຍາ​ວ່າ​ຈະ​ບໍ່​ໃຫ້​ມີ​ນ້ຳຖ້ວມ​ໂລກ​ອີກ+

ແລະ​ຕອນນີ້ ເຮົາ​ກໍ​ຈະ​ສັນຍາ​ຄື​ກັນ​ວ່າ​ເຮົາ​ຈະ​ບໍ່​ໃຈຮ້າຍ​ຫຼື​ລົງໂທດ​ເຈົ້າ​ອີກ.+

10 ເຖິງ​ວ່າ​ພູ​ຈະ​ສູນ​ຫາຍ​ໄປ

ແລະ​ໂນນ​ພູ​ຈະ​ຖືກ​ທຳລາຍ.

ແຕ່​ເຮົາ​ຈະ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເຈົ້າ​ຕະຫຼອດໄປ+

ແລະ​ຄຳ​ສັນຍາ​ທີ່​ວ່າ​ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສະຫງົບສຸກ​ນັ້ນ​ຈະ​ໝັ້ນຄົງ.”+ ພະ​ເຢໂຫວາ​ຜູ້​ທີ່​ອີ່ຕົນ​ເຈົ້າ​ເວົ້າ​ແບບ​ນີ້.+

11 “ຜູ້ຍິງ​ທີ່​ທຸກໃຈ+​ທີ່​ຖືກ​ພາຍຸ​ຊັດ​ໃສ່​ແລະ​ບໍ່​ມີ​ໃຜ​ປອບ​ໂຍນ+

ເຮົາ​ຈະ​ເອົາ​ຫີນ​ກັບ​ປູນ​ມາ​ກໍ່​ເປັນ​ກຳແພງໃຫ້ເຈົ້າ

ແລະ​ເຮົາ​ຈະ​ເອົາ​ແກ້ວ​ໄພລິນ​ມາ​ສ້າງ​ເປັນ​ຮາກ​ຖານໃຫ້ເຈົ້າ.+

12 ເຮົາ​ຈະ​ເອົາ​ແກ້ວ​ພິລາ​ມາ​ສ້າງ​ປ້ອມ​ທີ່​ຢູ່​ກຳແພງ​ເມືອງໃຫ້ເຈົ້າ

ເອົາ​ແກ້ວ​ທີ່​ມີຄ່າ​ມາ​ເຮັດ​ປະຕູ​ເມືອງ

ແລະ​ຈະ​ເອົາ​ເພັດນິນຈິນດາ​ມາ​ເຮັດ​ເຂດ​ແດນໃຫ້ເຈົ້າ.

13 ພວກ​ລູກ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ການສອນ​ຈາກ​ພະ​ເຢໂຫວາ+

ແລະ​ຊີວິດ​ຂອງ​ເຂົາເຈົ້າ​ຈະ​ມີ​ແຕ່​ຄວາມ​ສະຫງົບສຸກ.+

14 ເຈົ້າ​ຈະ​ຕັ້ງ​ຢູ່​ຢ່າງ​ໝັ້ນຄົງ​ຍ້ອນ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.+

ເຈົ້າ​ຈະ​ບໍ່​ຖືກ​ຂົ່ມເຫງ.+

ເຈົ້າ​ຈະ​ບໍ່​ຢ້ານ​ຫຍັງ​ແລະ​ຈະ​ບໍ່​ມີ​ສິ່ງ​ໃດ​ເຮັດ​ໃຫ້​ເຈົ້າ​ຢ້ານ.

ສິ່ງ​ທີ່​ເປັນ​ຕາ​ຢ້ານ​ຈະ​ບໍ່​ມາ​ໃກ້​ເຈົ້າ​ເລີຍ.+

15 ຖ້າ​ມີ​ຄົນ​ມາ​ໂຈມຕີ​ເຈົ້າ

ເຮົາ​ບໍ່​ໄດ້​ເປັນ​ຜູ້​ສົ່ງ​ລາວ​ມາ.

ຜູ້​ໃດ​ກໍ​ຕາມ​ທີ່​ມາ​ໂຈມຕີ​ເຈົ້າ​ຈະ​ບໍ່​ຊະນະ.+

16 ເຮົາ​ນິ​ແຫຼະ​ເປັນ​ຜູ້​ສ້າງ​ຊ່າງ​ຕີ​ເຫຼັກ

ທີ່​ເປົ່າ​ຖ່ານ​ມີ​ໄຟ​ໃຫ້​ລຸກ

ແລະ​ທີ່​ເຮັດ​ອາວຸດ.

ເຮົາ​ນິ​ແຫຼະ​ເປັນ​ຜູ້​ສ້າງຄົນ​ທີ່​ມັກ​ໃຊ້​ອາວຸດນັ້ນ​ເພື່ອ​ທຳລາຍ.+

17 ອາວຸດ​ໃດ​ກໍ​ຕາມ​ທີ່​ສ້າງ​ຂຶ້ນ​ມາ​ເພື່ອ​ທຳ​ຮ້າຍ​ເຈົ້າ​ຈະ​ເຮັດ​ຫຍັງ​ເຈົ້າ​ບໍ່​ໄດ້+

ຄຳເວົ້າ​ໃດ​ກໍ​ຕາມ​ທີ່​ເວົ້າ​ໃສ່​ຮ້າຍ​ເຈົ້າ ເຈົ້າ​ຈະ​ພິສູດ​ໃຫ້​ເຫັນ​ວ່າ​ຄຳເວົ້າ​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ.

ການ​ປົກປ້ອງ​ແບບ​ນີ້​ເປັນ​ມໍລະດົກ​ທີ່​ເຮົາ​ເຢໂຫວາ​ເອົາ​ໃຫ້​ຜູ້​ຮັບໃຊ້​ຂອງ​ເຮົາ

ແລະ​ເຮົາ​ຖື​ວ່າ​ເຂົາເຈົ້າ​ເປັນ​ຄົນ​ດີ​ສຳລັບ​ເຮົາ.” ພະ​ເຢໂຫວາ​ເວົ້າຈັ່ງ​ຊີ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌