ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ
13 ຖ້າຂ້ອຍເວົ້າພາສາຕ່າງໆຂອງມະນຸດຫຼືພາສາຂອງທູດສະຫວັນໄດ້ ແຕ່ບໍ່ມີຄວາມຮັກ ຂ້ອຍກໍເປັນຄືກັບສຽງຄ້ອງຫຼືສຽງແສ່ງ. 2 ຖ້າຂ້ອຍມີຄວາມສາມາດ*ທີ່ຈະພະຍາກອນ ເຂົ້າໃຈຄວາມລັບສັກສິດທຸກເລື່ອງຂອງພະເຈົ້າ ຮູ້ທຸກຢ່າງ+ ແລະມີຄວາມເຊື່ອຫຼາຍເຖິງຂັ້ນວ່າຍ້າຍພູໄດ້ ແຕ່ບໍ່ມີຄວາມຮັກ ຂ້ອຍກໍບໍ່ມີຄ່າຫຍັງເລີຍ.*+ 3 ຖ້າຂ້ອຍເອົາທຸກສິ່ງທີ່ຂ້ອຍມີໄປໃຫ້ຄົນທຸກ+ ແລະຍອມສະລະໂຕເອງເພື່ອຈະໄດ້ອວດຄົນອື່ນ ແຕ່ບໍ່ມີຄວາມຮັກ+ ຂ້ອຍກໍບໍ່ມີປະໂຫຍດຫຍັງເລີຍ.
4 ຄວາມຮັກ+ອົດທົນ+ແລະເມດຕາ.+ ຄວາມຮັກບໍ່ອິດສາ+ ບໍ່ມັກອວດ ບໍ່ຄິດວ່າໂຕເອງເໜືອກວ່າຄົນອື່ນ+ 5 ບໍ່ຫຍາບຄາຍ+ ບໍ່ເຫັນແກ່ໂຕ+ ບໍ່ໃຈຮ້າຍງ່າຍ+ ບໍ່ຈື່ເລື່ອງທີ່ເຮັດໃຫ້ເຈັບໃຈ.*+ 6 ຄວາມຮັກບໍ່ມັກຄວາມຊົ່ວ+ ແຕ່ມັກຄວາມຈິງ. 7 ຄວາມຮັກຍອມທົນທຸກສິ່ງ+ ເຊື່ອໃນທຸກສິ່ງ+ ຫວັງໃນທຸກສິ່ງ+ ແລະອົດທົນໄດ້ທຸກສິ່ງ.+
8 ຄວາມຮັກຈະຢູ່ຕະຫຼອດໄປ* ແຕ່ຄວາມສາມາດທີ່ໄດ້ຈາກພະເຈົ້າໃນການພະຍາກອນ ການເວົ້າພາສາຕ່າງໆ* ແລະການຮັບຄວາມຮູ້ຢ່າງອັດສະຈັນນັ້ນຈະມີມື້ໝົດໄປ. 9 ຕອນນີ້ ພວກເຮົາຮູ້ແຕ່ບາງຢ່າງ+ແລະພະຍາກອນໄດ້ແຕ່ບາງເລື່ອງ 10 ແຕ່ເມື່ອພວກເຮົາໄດ້ທຸກຢ່າງຄົບຖ້ວນແລ້ວ ພວກເຮົາກໍຈະບໍ່ຮູ້ແຕ່ສ່ຳໃດສ່ຳໜຶ່ງ ແລະຈະບໍ່ໄດ້ພະຍາກອນແຕ່ເລື່ອງໃດເລື່ອງໜຶ່ງອີກຕໍ່ໄປ. 11 ຕອນທີ່ເປັນເດັກນ້ອຍ ຂ້ອຍເວົ້າຄືເດັກນ້ອຍ ຄິດຄືເດັກນ້ອຍ ຫາເຫດຜົນຄືເດັກນ້ອຍ ແຕ່ເມື່ອເປັນຜູ້ໃຫຍ່ແລ້ວ ຂ້ອຍກໍບໍ່ເຮັດຄືເດັກນ້ອຍອີກຕໍ່ໄປ. 12 ສິ່ງທີ່ພວກເຮົາເຫັນໃນຕອນນີ້ເປັນພາບສະທ້ອນມົວໆຂອງແວ່ນທີ່ເຮັດຈາກໂລຫະ ແຕ່ເມື່ອຮອດເວລາ ພວກເຮົາຈະໄດ້ເຫັນທຸກຢ່າງແຈ້ງຂຶ້ນຄືກັບວ່າມັນຢູ່ຕໍ່ໜ້າພວກເຮົາ. ຕອນນີ້ ຂ້ອຍຮູ້ແຕ່ບາງຢ່າງກ່ຽວກັບພະເຈົ້າ ແຕ່ເມື່ອຮອດເວລາ ຂ້ອຍກໍຈະຮູ້ຈັກເພິ່ນແທ້ໆຄືກັບທີ່ເພິ່ນຮູ້ຈັກຂ້ອຍ. 13 ມີ 3 ສິ່ງທີ່ຈະຢູ່ຕໍ່ໄປຄື: ຄວາມເຊື່ອ ຄວາມຫວັງ ແລະຄວາມຮັກ. ແຕ່ໃນ 3 ສິ່ງນີ້ ຄວາມຮັກສຳຄັນທີ່ສຸດ.+