ປະຖົມມະການ
13 ຈາກນັ້ນ ອັບຣາມກໍອອກຈາກເອຢິບແລ້ວໄປເນເກັບ*+ກັບເມຍຂອງລາວ ພ້ອມກັບທຸກສິ່ງທຸກຢ່າງທີ່ລາວມີ ແລະໂລດກໍໄປຄືກັນ. 2 ອັບຣາມເປັນຄົນຮັ່ງຫຼາຍ. ລາວມີຝູງສັດໃຫຍ່ ມີເງິນແລະຄຳຫຼາຍ.+ 3 ລາວອອກຈາກເນເກັບແລະຍ້າຍໄປເລື້ອຍໆຈົນຮອດເມືອງເບເທນ. ແລ້ວລາວກໍກັບມາຮອດບ່ອນທີ່ລາວເຄີຍຕັ້ງເຕັ້ນເຊິ່ງຢູ່ລະຫວ່າງເມືອງເບເທນກັບເມືອງອາອີ.+ 4 ຢູ່ບ່ອນນັ້ນລາວເຄີຍສ້າງແທ່ນບູຊາ. ແລ້ວອັບຣາມໄດ້ສັນລະເສີນຊື່ພະເຢໂຫວາຢູ່ຫັ້ນ.
5 ໂລດທີ່ເດີນທາງມານຳອັບຣາມກໍມີແກະ ງົວ ແລະເຕັ້ນເປັນຂອງໂຕເອງ. 6 ທັງອັບຣາມແລະໂລດມີຝູງສັດຫຼາຍຂຶ້ນຈົນບໍ່ມີດິນພໍທີ່ຈະຢູ່ນຳກັນໄດ້. 7 ຍ້ອນແນວນັ້ນ ຄົນລ້ຽງສັດຂອງອັບຣາມກັບຄົນລ້ຽງສັດຂອງໂລດຈຶ່ງຜິດຖຽງກັນ. (ຕອນນັ້ນພວກການາອານແລະພວກເປຣິຊີກໍຢູ່ຫັ້ນ.)+ 8 ອັບຣາມຈຶ່ງເວົ້າກັບໂລດ+ວ່າ: “ຫຼານເອີ້ຍ ເຮົາເປັນພີ່ນ້ອງກັນ ເຮົາບໍ່ຄວນຜິດຖຽງກັນ. ຄົນລ້ຽງສັດຂອງເຮົາກໍບໍ່ຄວນຜິດຖຽງກັນ. 9 ໃຫ້ຫຼານເລືອກເອົາກ່ອນໂລດວ່າຈະຢູ່ບ່ອນໃດ. ໃຫ້ເຮົາແຍກກັນຢູ່ຄົນລະບ່ອນເດີ້. ຖ້າຫຼານໄປທາງຊ້າຍ ອາວຊິໄປທາງຂວາ. ແຕ່ຖ້າຫຼານໄປທາງຂວາ ອາວຊິໄປທາງຊ້າຍ.” 10 ໂລດແນມເບິ່ງທົ່ວແຜ່ນດິນແລະເຫັນວ່າ ຕັ້ງແຕ່ແຜ່ນດິນຈໍແດນ+ຈົນຮອດໂຊອາ+ອຸດົມສົມບູນແລະມີນ້ຳຫຼາຍຄືກັບສວນ*ຂອງພະເຢໂຫວາ+ແລະແຜ່ນດິນເອຢິບ. (ຕອນນັ້ນພະເຢໂຫວາຍັງບໍ່ໄດ້ທຳລາຍເມືອງໂຊໂດມແລະເມືອງໂກໂມຣາເທື່ອ.) 11 ແລ້ວໂລດກໍເລືອກເອົາແຜ່ນດິນຈໍແດນທັງໝົດແລະຍ້າຍໄປຢູ່ທາງທິດຕາເວັນອອກ. ແລ້ວເຂົາເຈົ້າກໍແຍກກັນໄປຄົນລະທາງ. 12 ອັບຣາມຢູ່ແຜ່ນດິນການາອານຕໍ່ ແຕ່ໂລດໄປຢູ່ໃກ້ໆເມືອງຕ່າງໆຂອງແຜ່ນດິນຈໍແດນ.+ ໃນທີ່ສຸດ ລາວກໍໄປຕັ້ງເຕັ້ນຢູ່ໃກ້ເມືອງໂຊໂດມ. 13 ຄົນໂຊໂດມເປັນຄົນຊົ່ວຫຼາຍ. ເຂົາເຈົ້າເຮັດບາບຮ້າຍແຮງຕໍ່ພະເຢໂຫວາ.+
14 ຫຼັງຈາກໂລດອອກໄປແລ້ວ ພະເຢໂຫວາກໍເວົ້າກັບອັບຣາມວ່າ: “ອັບຣາມເອີ້ຍ ໃຫ້ເຈົ້າແນມເບິ່ງອ້ອມໆໂຕເຈົ້າ. ເບິ່ງໄປທາງທິດເໜືອກັບທິດໃຕ້ ທິດຕາເວັນອອກກັບທິດຕາເວັນຕົກ. 15 ທຸກສິ່ງທີ່ເຈົ້າເຫັນ ເຮົາຈະເອົາໃຫ້ເຈົ້າແລະລູກຫຼານຂອງເຈົ້າຕະຫຼອດໄປ.+ 16 ເຮົາຈະໃຫ້ລູກຫຼານຂອງເຈົ້າມີຫຼາຍຄືກັບດິນຊາຍຢູ່ໃນໂລກນີ້. ຄືກັບທີ່ບໍ່ມີໃຜນັບດິນຊາຍໄດ້ ກໍຈະບໍ່ມີໃຜນັບລູກຫຼານຂອງເຈົ້າໄດ້.+ 17 ລຸກຂຶ້ນແລະເດີນທາງໄປທົ່ວແຜ່ນດິນທີ່ເຮົາຈະເອົາໃຫ້ເຈົ້າ.” 18 ອັບຣາມກໍຍ້າຍເຕັ້ນໄປເລື້ອຍໆ.* ເມື່ອມາຮອດຕົ້ນໄມ້ໃຫຍ່ທີ່ມາມເຣ+ໃນແຜ່ນດິນເຮັບໂຣນ+ ລາວກໍສ້າງແທ່ນບູຊາໃຫ້ພະເຢໂຫວາ.+