ເພງສັນລະເສີນ
ເພງຂອງດາວິດ.
103 ຂ້ອຍຂໍສັນລະເສີນພະເຢໂຫວາ.
ຂ້ອຍຂໍສັນລະເສີນຊື່ທີ່ບໍລິສຸດຂອງເພິ່ນສຸດຫົວໃຈ.
2 ຂ້ອຍຂໍສັນລະເສີນພະເຢໂຫວາ.
ຂໍໃຫ້ຂ້ອຍບໍ່ລືມທຸກສິ່ງທີ່ເພິ່ນໄດ້ເຮັດ.+
3 ເພິ່ນຍົກໂທດຄວາມຜິດທັງໝົດໃຫ້ເຈົ້າ+
ແລະປິ່ນປົວຄວາມເຈັບປ່ວຍທັງໝົດຂອງເຈົ້າ.+
4 ເພິ່ນໄຖ່ຊີວິດເຈົ້າຈາກຂຸມຝັງສົບ+
ແລະເພິ່ນເອົາຄວາມຮັກທີ່ໝັ້ນຄົງແລະຄວາມເມດຕາຂອງເພິ່ນມາສຸບໃສ່ຫົວເຈົ້າຄືກັບມົງກຸດ.+
5 ເພິ່ນໃຫ້ສິ່ງທີ່ດີຕ່າງໆກັບເຈົ້າ+ຕະຫຼອດຊີວິດຂອງເຈົ້າ
ເພື່ອທີ່ເຈົ້າຈະມີເຫື່ອແຮງ*ອີກເທື່ອໜຶ່ງຄືກັບນົກອິນຊີ.+
7 ເພິ່ນໃຫ້ໂມເຊຮູ້ຈັກແນວທາງຂອງເພິ່ນ+
ແລະໃຫ້ລູກຫຼານຂອງອິດສະຣາເອນໄດ້ຮູ້ຈັກສິ່ງທີ່ເພິ່ນເຮັດ.+
8 ພະເຢໂຫວາເປັນພະເຈົ້າທີ່ມີຄວາມເມດຕາແລະໃຈດີ*+
ເພິ່ນບໍ່ໃຈຮ້າຍງ່າຍແລະມີຄວາມຮັກທີ່ໝັ້ນຄົງຫຼາຍທີ່ສຸດ.+
10 ເພິ່ນບໍ່ໄດ້ຈັດການພວກເຮົາໃຫ້ສົມກັບບາບຂອງພວກເຮົາ+
ແລະບໍ່ໄດ້ລົງໂທດພວກເຮົາຕາມຄວາມຜິດຂອງພວກເຮົາ.+
11 ຟ້າສູງກວ່າດິນຫຼາຍສ່ຳໃດ
ຄວາມຮັກທີ່ໝັ້ນຄົງຂອງເພິ່ນທີ່ມີຕໍ່ຄົນທີ່ຢ້ານຢຳເພິ່ນກໍຫຼາຍສ່ຳນັ້ນ.+
12 ທິດຕາເວັນອອກໄກຈາກທິດຕາເວັນຕົກຫຼາຍສ່ຳໃດ
ເພິ່ນກໍເອົາຄວາມຜິດຂອງພວກເຮົາໄປໄກຫຼາຍສ່ຳນັ້ນ.+
16 ເມື່ອມີລົມພັດມາ ມັນກໍຫາຍໄປ
ຄືກັບວ່າມັນບໍ່ເຄີຍມີຢູ່ຫັ້ນເລີຍ.
17 ແຕ່ຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາຕໍ່ຄົນທີ່ຢ້ານຢຳເພິ່ນ+
ແລະຄວາມຍຸຕິທຳຂອງເພິ່ນຕໍ່ລູກຫຼານຂອງເຂົາເຈົ້າ+
ຈະມີຢູ່ຕະຫຼອດໄປ.
18 ລວມທັງຄົນທີ່ເຮັດຕາມສັນຍາທີ່ໃຫ້ໄວ້ກັບເພິ່ນ+
ແລະຄົນທີ່ຕັ້ງໃຈເຮັດຕາມຄຳສັ່ງຂອງເພິ່ນ.
19 ພະເຢໂຫວາໄດ້ຕັ້ງບັນລັງຂອງເພິ່ນຢ່າງໝັ້ນຄົງໃນສະຫວັນ+
ແລະເພິ່ນເປັນກະສັດປົກຄອງທຸກສິ່ງທຸກຢ່າງ.+
20 ທູດສະຫວັນທັງໝົດ+ທີ່ມີລິດເດດຫຼາຍ ທີ່ເຊື່ອຟັງ ແລະເຮັດຕາມຄຳສັ່ງຂອງເພິ່ນ+
ຂໍໃຫ້ສັນລະເສີນພະເຢໂຫວາ.
21 ກອງທັບທູດສະຫວັນທັງໝົດ+ທີ່ເປັນຜູ້ຮັບໃຊ້ແລະເຮັດຕາມຄວາມຕ້ອງການຂອງເພິ່ນ+
ຂໍໃຫ້ສັນລະເສີນພະເຢໂຫວາ.
22 ທຸກສິ່ງທີ່ເພິ່ນສ້າງແລະທຸກບ່ອນທີ່ເພິ່ນປົກຄອງ*
ຂໍໃຫ້ສັນລະເສີນພະເຢໂຫວາ.
ຂ້ອຍຂໍສັນລະເສີນພະເຢໂຫວາສຸດຫົວໃຈ.