ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ເທຊະໂລນິກ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ເທຊະໂລນິກ

      • ຄຳ​ທັກທາຍ (1)

      • ຂອບໃຈ​ພະເຈົ້າ​ທີ່​ພີ່ນ້ອງ​ຄົນ​ເທຊະໂລນິກ​ມີ​ຄວາມ​ເຊື່ອ (2-10)

1 ເທຊະໂລນິກ 1:1

ໄຂເງື່ອນ

  • *

    ນີ້​ແມ່ນ​ອີກ​ຊື່​ໜຶ່ງ​ຂອງ​ຊີລາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 15:22; 1ປຕ 5:12
  • +ກຈກ 16:1, 2

1 ເທຊະໂລນິກ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ທຊ 1:11, 12

1 ເທຊະໂລນິກ 1:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ປຕ 1:3, 4

1 ເທຊະໂລນິກ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 11:1; ຟລປ 3:17; 2ທຊ 3:9
  • +1ປຕ 2:21
  • +1ທຊ 2:14

1 ເທຊະໂລນິກ 1:8

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ທຊ 1:4

1 ເທຊະໂລນິກ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 10:14; 12:2; ຄລຕ 4:8; 1ຢຮ 5:21

1 ເທຊະໂລນິກ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 1:10, 11; ຕຕ 2:13
  • +1ທຊ 5:2; 2ປຕ 3:12

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ທຊ. 1:1ກຈກ 15:22; 1ປຕ 5:12
1ທຊ. 1:1ກຈກ 16:1, 2
1ທຊ. 1:22ທຊ 1:11, 12
1ທຊ. 1:31ປຕ 1:3, 4
1ທຊ. 1:61ກຣ 11:1; ຟລປ 3:17; 2ທຊ 3:9
1ທຊ. 1:61ປຕ 2:21
1ທຊ. 1:61ທຊ 2:14
1ທຊ. 1:82ທຊ 1:4
1ທຊ. 1:91ກຣ 10:14; 12:2; ຄລຕ 4:8; 1ຢຮ 5:21
1ທຊ. 1:101ທຊ 5:2; 2ປຕ 3:12
1ທຊ. 1:10ກຈກ 1:10, 11; ຕຕ 2:13
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
ຄຳພີໄບເບິນສະບັບແປໂລກໃໝ່
1 ເທຊະໂລນິກ 1:1-10

ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງເທຊະໂລນິກ

1 ຂ້ອຍ​ໂປໂລ​ກັບ​ຊີລາວານ*+​ແລະ​ຕີໂມທຽວ+​ຂຽນ​ຫາ​ປະຊາຄົມ​ຢູ່​ເມືອງ​ເທຊະໂລນິກ​ເຊິ່ງ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພະເຈົ້າ​ຜູ້​ເປັນ​ພໍ່​ແລະ​ກັບ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ.

ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແລະ​ສັນຕິສຸກ.

2 ພວກ​ເຮົາ​ຂອບໃຈ​ພະເຈົ້າ​ສະເໝີ​ເມື່ອ​ເວົ້າ​ເຖິງ​ພວກ​ເຈົ້າ​ໃນ​ຄຳ​ອະທິດຖານ.+ 3 ພວກ​ເຮົາ​ຄິດ​ເຖິງ​ວຽກ​ທີ່​ພວກ​ເຈົ້າ​ເຮັດ​ຢ່າງ​ສັດຊື່​ເພື່ອ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ ລວມ​ທັງ​ວຽກ​ໜັກ​ທີ່​ພວກ​ເຈົ້າ​ເຮັດ​ດ້ວຍ​ຄວາມ​ຮັກ ແລະ​ທີ່​ພວກ​ເຈົ້າ​ອົດທົນ​ຍ້ອນ​ມີ​ຄວາມ​ຫວັງ+​ໃນ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ. 4 ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ຮູ້​ວ່າ​ພະເຈົ້າ​ຮັກ​ພວກ​ເຈົ້າ​ແລະ​ໄດ້​ເລືອກ​ພວກ​ເຈົ້າ​ແລ້ວ. 5 ຂ່າວ​ດີ​ທີ່​ພວກ​ເຮົາ​ປະກາດ​ນັ້ນ​ບໍ່​ໄດ້ມາ​ເຖິງ​ພວກ​ເຈົ້າ​ແຕ່​ຄຳ​ເວົ້າ​ເທົ່າ​ນັ້ນ ແຕ່​ມາ​ພ້ອມ​ກັບ​ລິດເດດ​ແລະ​ພະລັງ​ບໍລິສຸດ​ແລະ​ພ້ອມ​ກັບ​ຄວາມ​ໝັ້ນໃຈ​ຢ່າງ​ເຕັມທີ. ພວກ​ເຈົ້າ​ກໍ​ຮູ້​ວ່າ​ພວກ​ເຮົາ​ເປັນ​ຄົນ​ແບບ​ໃດ​ຕອນ​ທີ່​ເຮັດ​ວຽກ​ເພື່ອ​ພວກ​ເຈົ້າ. 6 ພວກ​ເຈົ້າ​ຮຽນ​ແບບ​ພວກ​ເຮົາ+​ແລະ​ຜູ້​ເປັນ​ນາຍ+ ຍ້ອນ​ພວກ​ເຈົ້າ​ຍອມຮັບ​ຄຳ​ສອນ​ຂອງ​ພະເຈົ້າ​ທັງ​ໆ​ທີ່​ຕ້ອງ​ອົດທົນ​ກັບ​ຄວາມ​ທຸກ​ລຳບາກ​ຫຼາຍ+ ແຕ່​ກໍ​ມີ​ຄວາມ​ຍິນດີ​ຈາກ​ພະລັງ​ບໍລິສຸດ. 7 ພວກ​ເຈົ້າ​ເປັນ​ຕົວຢ່າງ​ໃຫ້​ພວກ​ລູກສິດ​ໃນ​ແຂວງ​ມາເກໂດເນຍ​ກັບ​ແຂວງ​ອະຂາຢາ.

8 ພວກ​ເຈົ້າ​ເຮັດ​ໃຫ້​ຄຳ​ສອນ​ຂອງ​ພະ​ເຢໂຫວາ*​ແພ່​ໄປ​ທົ່ວ​ແຂວງ​ມາເກໂດເນຍ​ກັບ​ແຂວງ​ອະຂາຢາ. ບໍ່​ແມ່ນ​ແຕ່​ເທົ່າ​ນັ້ນ ຄົນ​ຢູ່​ທຸກ​ບ່ອນ​ຍັງ​ໄດ້​ຍິນເລື່ອງ​ທີ່​ພວກ​ເຈົ້າ​ເຊື່ອ​ໃນ​ພະເຈົ້າ​ນຳ+ ພວກ​ເຮົາ​ຈຶ່ງ​ບໍ່​ຕ້ອງ​ເວົ້າ​ຫຍັງ​ອີກ. 9 ຄົນ​ພາກັນ​ເວົ້າ​ເຖິງ​ເລື່ອງ​ທີ່​ພວກ​ເຮົາ​ມາ​ຫາ​ພວກ​ເຈົ້າ​ເທື່ອ​ທຳອິດ ແລະ​ເລື່ອງ​ທີ່​ພວກ​ເຈົ້າ​ຖິ້ມ​ຮູບ​ບູຊາ​ແລ້ວ​ມາ​ເຊື່ອ​ພະເຈົ້າ+ ເພື່ອ​ຈະ​ໄດ້ເປັນ​ທາດຂອງ​ພະເຈົ້າທ່ຽງແທ້ຜູ້​ມີ​ຊີວິດ​ຢູ່. 10 ພວກ​ເຈົ້າ​ມາ​ເຊື່ອ​ພະເຈົ້າ​ເພື່ອ​ລໍ​ຖ້າ​ລູກ​ຊາຍ​ຂອງ​ເພິ່ນ​ທີ່​ຈະ​ມາ​ຈາກ​ສະຫວັນ.+ ເພິ່ນ​ປຸກ​ລູກ​ຜູ້​ນີ້​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ ເຊິ່ງ​ກໍ​ແມ່ນ​ພະ​ເຢຊູ​ຜູ້​ທີ່​ຊ່ວຍ​ພວກ​ເຮົາ​ໃຫ້ພົ້ນ​ຈາກການ​ລົງໂທດ​ຂອງ​ພະເຈົ້າ​ທີ່​ກຳລັງ​ຈະ​ມາ​ຮອດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌