ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງດາວິດ.
64 ພະເຈົ້າເອີ້ຍ ຂໍພະອົງຟັງຄຳອ້ອນວອນຂອງລູກ.+
ຂໍພະອົງຊ່ວຍລູກບໍ່ໃຫ້ຢ້ານສັດຕູ.
2 ຂໍພະອົງປົກປ້ອງລູກຈາກແຜນລັບຂອງຄົນຊົ່ວ+
ແລະຈາກກຸ່ມຄົນທີ່ບໍ່ດີ.
3 ເຂົາເຈົ້າຝົນລີ້ນຂອງເຂົາເຈົ້າຄືກັບຝົນດາບ.
ເຂົາເຈົ້າແນຄຳເວົ້າທີ່ໂຫດຮ້າຍຄືກັບແນລູກທະນູ
4 ເພື່ອຈະຍິງໃສ່ຄົນທີ່ບໍ່ມີຄວາມຜິດຈາກບ່ອນທີ່ເຂົາເຈົ້າຊຸ້ມຢູ່.
ເຂົາເຈົ້າຍິງໃສ່ຄົນນັ້ນທັນທີໂດຍບໍ່ຢ້ານຫຍັງ.
5 ເຂົາເຈົ້າສະໜັບສະໜູນກັນເຮັດຊົ່ວ.
ເຂົາເຈົ້າປຶກສາກັນວ່າຈະເຊື່ອງກັບດັກແນວໃດ
ແລະເວົ້າວ່າ: “ບໍ່ມີຜູ້ໃດເຫັນດອກ!”+
6 ເຂົາເຈົ້າຫາວິທີໃໝ່ໆທີ່ຈະເຮັດຊົ່ວ.
ເຂົາເຈົ້າລັກວາງແຜນການທີ່ມີເລ່ລ່ຽມແບບລັບໆ.+
ຄວາມຄິດຂອງເຂົາເຈົ້າແຕ່ລະຄົນບໍ່ມີໃຜເຂົ້າໃຈໄດ້ເລີຍ.
7 ແຕ່ພະເຈົ້າຈະຍິງທະນູໃສ່ເຂົາເຈົ້າ+
ແລະເຂົາເຈົ້າຈະບາດເຈັບ.
8 ຄຳເວົ້າຂອງເຂົາເຈົ້າຈະທຳລາຍໂຕເຂົາເຈົ້າເອງ+
ແລະຄົນທີ່ເຫັນກໍຈະແກວ່ງຫົວໃສ່ເຂົາເຈົ້າ
9 ແລ້ວທຸກຄົນຈະຢ້ານ.
ເຂົາເຈົ້າຈະປະກາດສິ່ງທີ່ພະເຈົ້າໄດ້ເຮັດ
ແລະຈະເຂົ້າໃຈວ່າເປັນຫຍັງເພິ່ນຈຶ່ງເຮັດແນວນັ້ນ.+