ປະຖົມມະການ
20 ອັບຣາຮາມຍ້າຍບ່ອນພັກ+ໄປຢູ່ເນເກັບ* ແລະຕັ້ງເຕັ້ນຢູ່ລະຫວ່າງກາເດັດ+ກັບຊູເຣ.+ ຕໍ່ມາ ລາວກໍຍ້າຍໄປຢູ່ເກລາ.+ 2 ອັບຣາຮາມມັກຈະບອກຄົນອື່ນວ່າ ຊາຣາເປັນນ້ອງສາວຂອງລາວ.+ ອາບີເມເລັກກະສັດຂອງເກລາກໍເລີຍສັ່ງຄົນໃຫ້ໄປເອົາຊາຣາມາ.+ 3 ຕໍ່ມາໃນຄືນໜຶ່ງ ພະເຈົ້າມາເວົ້າກັບອາບີເມເລັກໃນຄວາມຝັນວ່າ: “ເຈົ້າຈະຕ້ອງຕາຍ ຍ້ອນຜູ້ຍິງທີ່ເຈົ້າເອົາມານັ້ນ.+ ລາວມີຜົວແລ້ວ.”*+ 4 ແຕ່ອາບີເມເລັກຍັງບໍ່ໄດ້ນອນນຳຊາຣາເທື່ອ. ລາວຈຶ່ງເວົ້າວ່າ: “ພະເຢໂຫວາ ພະອົງຈະຂ້າຄົນໝົດຊາດທີ່ບໍ່ໄດ້ເຮັດຫຍັງຜິດບໍ? 5 ອັບຣາຮາມບອກຂ້ອຍເອງວ່າ ‘ຊາຣາເປັນນ້ອງສາວ’ ແລະຊາຣາກໍບອກຂ້ອຍຄືກັນວ່າ ‘ອັບຣາຮາມເປັນອ້າຍ.’ ຂ້ອຍບໍ່ຮູ້ຫຍັງເລີຍ. ແລ້ວຂ້ອຍກໍບໍ່ໄດ້ຕັ້ງໃຈເຮັດຜິດ.” 6 ພະເຈົ້າທ່ຽງແທ້ເວົ້າກັບລາວໃນຄວາມຝັນອີກວ່າ: “ເຮົາຮູ້ວ່າເຈົ້າບໍ່ໄດ້ຕັ້ງໃຈເຮັດຜິດ ເຮົາຈຶ່ງມາຫ້າມບໍ່ໃຫ້ເຈົ້າເຮັດຜິດຕໍ່ເຮົາແລະບໍ່ໃຫ້ເຈົ້ານອນນຳລາວ. 7 ໃຫ້ສົ່ງລາວຄືນໄປໃຫ້ຜົວ ເພາະຜົວລາວເປັນຜູ້ພະຍາກອນ.+ ລາວຈະອະທິດຖານໃຫ້ເຈົ້າ+ແລະເຈົ້າຈະບໍ່ຕາຍ. ແຕ່ຖ້າເຈົ້າບໍ່ສົ່ງເມຍຂອງລາວກັບໄປ ເຈົ້າກັບຄົນຂອງເຈົ້າທຸກຄົນຈະຕາຍແນ່ນອນ.”
8 ອາບີເມເລັກຕື່ນຕັ້ງແຕ່ເຊົ້າແລະເອີ້ນຂ້າລາຊະການທັງໝົດມາ ແລ້ວເລົ່າຄວາມຝັນໃຫ້ຟັງ. ເຂົາເຈົ້າກໍຢ້ານຫຼາຍ. 9 ຈາກນັ້ນ ອາບີເມເລັກເອີ້ນອັບຣາຮາມມາຫາແລະເວົ້າວ່າ: “ເຈົ້າເຮັດອີ່ຫຍັງຂອງເຈົ້າ? ຂ້ອຍບໍ່ໄດ້ເຮັດຫຍັງໃຫ້ເຈົ້າ. ເຈົ້າຄືເຮັດໃຫ້ຂ້ອຍແລະຄົນຂອງຂ້ອຍເຈິກັບເລື່ອງຮ້າຍໆແບບນີ້? ເຈົ້າເຮັດແນວນີ້ມັນບໍ່ຖືກໄດ໋.” 10 ອາບີເມເລັກຖາມອັບຣາຮາມອີກວ່າ: “ເປັນຫຍັງເຈົ້າຄືເຮັດແບບນີ້?”+ 11 ອັບຣາຮາມຕອບວ່າ: “ຂ້ອຍຄິດວ່າຄົນຢູ່ນີ້ບໍ່ຢ້ານຢຳພະເຈົ້າ ແລ້ວເຂົາເຈົ້າຈະຂ້າຂ້ອຍຍ້ອນຢາກໄດ້ເມຍຂອງຂ້ອຍ.+ 12 ແທ້ໆແລ້ວລາວກໍເປັນນ້ອງສາວຂອງຂ້ອຍ ເພາະລາວເປັນນ້ອງຄົນລະແມ່ກັບຂ້ອຍ ແລ້ວຂ້ອຍກໍເອົາລາວມາເປັນເມຍ.+ 13 ຕອນທີ່ພະເຈົ້າບອກໃຫ້ຂ້ອຍອອກຈາກບ້ານເກີດ+ ຂ້ອຍກໍເລີຍບອກເມຍວ່າ ‘ເຈົ້າມີຄວາມຮັກທີ່ໝັ້ນຄົງຕໍ່ຂ້ອຍແມ່ນບໍ? ຄັນຊັ້ນ ບໍ່ວ່າເຮົາຊິໄປບ່ອນໃດກໍຂໍໃຫ້ເຈົ້າບອກຄົນອື່ນວ່າຂ້ອຍເປັນອ້າຍຂອງເຈົ້າເດີ້.’”+
14 ຈາກນັ້ນ ອາບີເມເລັກໄດ້ເອົາແກະ ເອົາງົວ ກັບຄົນຮັບໃຊ້ທັງຊາຍທັງຍິງ ໃຫ້ອັບຣາຮາມ ແລະສົ່ງຊາຣາຄືນໃຫ້ລາວ. 15 ອາບີເມເລັກເວົ້າອີກວ່າ: “ເຈົ້າຢາກຢູ່ບ່ອນໃດກໍໄດ້ໃນແຜ່ນດິນຂອງຂ້ອຍ.” 16 ແລ້ວລາວກໍເວົ້າກັບຊາຣາວ່າ: “ຂ້ອຍເອົາເງິນ 1.000 ເຊເກນ*ໃຫ້ອ້າຍເຈົ້າແລ້ວ+ ເພື່ອເຮັດໃຫ້ຄົນອື່ນຮູ້ວ່າເຈົ້າບໍ່ໄດ້ເຮັດຫຍັງຜິດ ແລະບໍ່ໃຫ້ເຂົາເຈົ້າເວົ້າແນວບໍ່ດີໃຫ້ເຈົ້າ.” 17 ແລ້ວອັບຣາຮາມກໍອະທິດຖານອ້ອນວອນເຖິງພະເຈົ້າທ່ຽງແທ້ເພື່ອອາບີເມເລັກ. ແລ້ວພະເຈົ້າກໍເຮັດໃຫ້ອາບີເມເລັກກັບເມຍ ແລະທາດຍິງຂອງລາວມີລູກໄດ້ຄືເກົ່າ. 18 ເພາະວ່າພະເຢໂຫວາໄດ້ເຮັດໃຫ້ຜູ້ຍິງທຸກຄົນໃນເຮືອນຂອງອາບີເມເລັກເປັນໝັນ ຍ້ອນຊາຣາເມຍຂອງອັບຣາຮາມ.+