ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 22
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ພະເຈົ້າ​ບອກ​ອັບຣາຮາມ​ໃຫ້​ເອົາ​ອີຊາກ​ເປັນ​ເຄື່ອງ​ບູຊາ (1-19)

        • ໄດ້​ຮັບ​ພອນ​ໂດຍ​ທາງ​ລູກຫຼານ​ຂອງ​ອັບຣາຮາມ (15-18)

      • ຄອບຄົວ​ຂອງ​ເຣເບກາ (20-24)

ປະຖົມມະການ 22:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:17

ປະຖົມມະການ 22:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:19; ຢຊ 24:3; ຣມ 9:7
  • +ຢຮ 3:16
  • +2ຂຄ 3:1

ປະຖົມມະການ 22:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2016, ໜ້າ 7

ປະຖົມມະການ 22:6

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ຖ່ານ​ທີ່​ຕິດ​ໄຟ​ຢູ່

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2017, ໜ້າ 32

ປະຖົມມະການ 22:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 1:29; 1ປຕ 1:18, 19

ປະຖົມມະການ 22:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 10:17, 18

ປະຖົມມະການ 22:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:17

ປະຖົມມະການ 22:12

ໄຂເງື່ອນ

  • *

    ໃນ​ນີ້​ທູດສະຫວັນ​ເວົ້າ​ແທນ​ພະ​ເຢໂຫວາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:17-19; ຢກບ 2:21

ປະຖົມມະການ 22:14

ໄຂເງື່ອນ

  • *

    ແປ​ວ່າ “ພະ​ເຢໂຫວາ​ຈະ​ກຽມ​ໃຫ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 22:2; 2ຂຄ 3:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 125

ປະຖົມມະການ 22:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 6:13, 14
  • +ຢຮ 3:16; ຣມ 8:32; ຮຣ 11:17

ປະຖົມມະການ 22:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 13:14, 16; 15:1, 5; ກຈກ 3:25
  • +ພສ 2:8; ດນອ 2:44

ປະຖົມມະການ 22:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 3:8
  • +ປຖກ 3:15; ຣມ 9:7; ຄລຕ 3:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2018, ໜ້າ 4

    ຊີວິດຕະຫຼອດໄປ ໜ້າ 117-118

ປະຖົມມະການ 22:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:31

ປະຖົມມະການ 22:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 11:26, 29

ປະຖົມມະການ 22:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:20

ປະຖົມມະການ 22:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 24:15; ຣມ 9:10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 22:1ຮຣ 11:17
ປຖກ. 22:2ປຖກ 17:19; ຢຊ 24:3; ຣມ 9:7
ປຖກ. 22:2ຢຮ 3:16
ປຖກ. 22:22ຂຄ 3:1
ປຖກ. 22:8ຢຮ 1:29; 1ປຕ 1:18, 19
ປຖກ. 22:9ຢຮ 10:17, 18
ປຖກ. 22:10ຮຣ 11:17
ປຖກ. 22:12ຮຣ 11:17-19; ຢກບ 2:21
ປຖກ. 22:14ປຖກ 22:2; 2ຂຄ 3:1
ປຖກ. 22:16ຮຣ 6:13, 14
ປຖກ. 22:16ຢຮ 3:16; ຣມ 8:32; ຮຣ 11:17
ປຖກ. 22:17ປຖກ 13:14, 16; 15:1, 5; ກຈກ 3:25
ປຖກ. 22:17ພສ 2:8; ດນອ 2:44
ປຖກ. 22:18ຄລຕ 3:8
ປຖກ. 22:18ປຖກ 3:15; ຣມ 9:7; ຄລຕ 3:16
ປຖກ. 22:19ປຖກ 21:31
ປຖກ. 22:20ປຖກ 11:26, 29
ປຖກ. 22:22ປຖກ 25:20
ປຖກ. 22:23ປຖກ 24:15; ຣມ 9:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 22:1-24

ປະຖົມມະການ

22 ຈາກ​ນັ້ນ ພະເຈົ້າ​ທ່ຽງ​ແທ້​ໄດ້​ທົດ​ສອບ​ອັບຣາຮາມ.+ ເພິ່ນ​ເວົ້າ​ວ່າ: “ອັບຣາຮາມ​ເອີ້ຍ.” ອັບຣາຮາມ​ຕອບ​ວ່າ: “ໂດຍ ພະອົງ.” 2 ເພິ່ນ​ບອກ​ວ່າ: “ຂໍ​ໃຫ້​ພາ​ອີຊາກ+​ລູກ​ຊາຍ​ຄົນ​ດຽວ​ທີ່​ເຈົ້າ​ຮັກ​ຫຼາຍ+​ໄປ​ແຜ່ນດິນ​ໂມຣີຢາ+ ແລ້ວ​ເອົາ​ລາວ​ເປັນ​ເຄື່ອງ​ບູຊາ​ຢູ່​ເທິງພູທີ່​ເຮົາ​ຊິ​ບອກ​ເຈົ້າ.”

3 ອັບຣາຮາມ​ຕື່ນ​ແຕ່​ເຊົ້າ​ໆ​ແລະ​ກຽມ​ອານ​ໃສ່​ຫຼັງ​ລາ ແລ້ວ​ພາ​ອີຊາກ​ກັບ​ຄົນ​ຮັບໃຊ້ 2 ຄົນ​ໄປ​ນຳ. ອັບຣາຮາມ​ຜ່າ​ຟືນ​ເພື່ອ​ຈະ​ເອົາ​ໄປ​ເຜົາ​ເຄື່ອງ​ບູຊາ. ແລ້ວ​ລາວ​ກໍ​ເດີນ​ທາງ​ໄປ​ບ່ອນ​ທີ່​ພະເຈົ້າ​ທ່ຽງ​ແທ້​ບອກ​ໃຫ້​ລາວ​ໄປ. 4 ເມື່ອ​ຮອດ​ມື້​ທີ 3 ອັບຣາຮາມ​ກໍ​ແນມ​ເຫັນ​ບ່ອນ​ທີ່​ເຂົາ​ເຈົ້າ​ຈະ​ໄປ​ນັ້ນ​ແຕ່​ໄກ​ໆ​. 5 ອັບຣາຮາມ​ບອກ​ຄົນ​ຮັບ​ໃຊ້​ວ່າ: “ພວກ​ເຈົ້າ​ຖ້າ​ຢູ່​ນີ້​ກັບ​ລາ ຂ້ອຍ​ກັບ​ລູກ​ຈະ​ຂຶ້ນ​ໄປ​ພຸ້ນ. ເມື່ອ​ນະ​ມັດສະການ​ພະເຈົ້າ​ແລ້ວ​ໆ​ກໍ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ.”

6 ອັບຣາຮາມ​ໃຫ້​ອີຊາກ​ແບກ​ຟືນ​ທີ່​ຈະ​ໃຊ້​ເຜົາ​ເຄື່ອງ​ບູຊາ. ສ່ວນ​ລາວກໍ​ເອົາໄຟ​*ກັບ​ມີດ​ໄປ. ແລ້ວ​ທັງ​ສອງ​ພໍ່​ລູກ​ກໍ​ຍ່າງ​ໄປ​ນຳ​ກັນ. 7 ແລ້ວ​ອີຊາກ​ກໍ​ເອີ້ນ​ອັບຣາຮາມ​ວ່າ: “ພໍ່​ເອີ້ຍ!” ອັບຣາຮາມ​ກໍ​ຕອບ​ວ່າ: “ມີ​ຫຍັງ​ລູກ?” ອີຊາກ​ຖາມ​ວ່າ: “ໄຟ​ກໍ​ມີ​ແລ້ວ ຟືນ​ກໍ​ມີ​ແລ້ວ ແຕ່​ແກະ​ທີ່​ຈະ​ເຜົາ​ເປັນ​ເຄື່ອງ​ບູຊາ​ຢູ່​ໃສ​ພໍ່?” 8 ອັບຣາຮາມ​ຕອບ​ວ່າ: “ບໍ່​ຕ້ອງ​ຫ່ວງ​ເດີ້​ລູກ. ພະເຈົ້າ​ຈະກຽມ​ແກະທີ່​ເປັນ​ເຄື່ອງ​ບູຊາ+​ໄວ້​ໃຫ້.” ແລ້ວສອງ​ພໍ່​ລູກກໍ​ຍ່າງ​ໄປ​ນຳ​ກັນ.

9 ໃນ​ທີ່​ສຸດ ເຂົາ​ເຈົ້າ​ກໍ​ໄປ​ຮອດ​ບ່ອນ​ທີ່​ພະເຈົ້າ​ທ່ຽງ​ແທ້​ບອກ​ໃຫ້​ໄປ. ອັບຣາຮາມ​ສ້າງ​ແທ່ນ​ບູຊາ​ຢູ່​ຫັ້ນ​ແລະ​ກອງ​ຟືນ​ໃສ່​ເທິງ​ແທ່ນ. ຈາກ​ນັ້ນ ລາວ​ກໍ​ມັດ​ມື​ມັດ​ຕີນ​ອີຊາກ​ແລ້ວ​ວາງ​ອີຊາກ​ໄວ້​ເທິງ​ກອງ​ຟືນ.+ 10 ອັບຣາຮາມ​ຈັບ​ເອົາ​ມີດ​ມາ​ເພື່ອ​ຈະ​ຂ້າ​ລູກ.+ 11 ແຕ່​ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ເອີ້ນ​ລາວ​ຈາກ​ສະຫວັນ​ວ່າ: “ອັບຣາຮາມ ອັບຣາຮາມ​ເອີ້ຍ!” ລາວ​ຕອບ​ວ່າ: “ໂດຍ ຂ້ອຍໄດ້​ຍິນ​ແລ້ວ.” 12 ທູດ​ສະຫວັນ*​ຈຶ່ງ​ເວົ້າ​ວ່າ: “ຢ່າ​ຂ້າ​ລູກຂອງ​ເຈົ້າ​ແລະ​ຢ່າ​ເຮັດ​ຫຍັງ​ໃຫ້​ລາວ​ເລີຍ. ເຮົາ​ຮູ້​ແລ້ວ​ວ່າ​ເຈົ້າຢ້ານຢຳ​ພະເຈົ້າ ເພາະ​ເຈົ້າເຕັມ​ໃຈ​ເອົາ​ລູກ​ຊາຍຄົນ​ດຽວ​ຂອງ​ເຈົ້າ​ໃຫ້​ເຮົາ.”+ 13 ຕອນ​ນັ້ນ ອັບຣາຮາມ​ຫຼຽວ​ໄປ​ເຫັນ​ແກະ​ຜູ້​ໂຕ​ໜຶ່ງ​ທີ່​ເຂົາ​ຂອງ​ມັນ​ຄາ​ຢູ່​ຟຸ່ມ​ໄມ້ ອັບຣາຮາມ​ກໍ​ເລີຍ​ໄປ​ເອົາ​ແກະ​ໂຕ​ນັ້ນ​ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ແທນ​ລູກ​ຊາຍ. 14 ອັບຣາຮາມ​ຕັ້ງ​ຊື່​ໃຫ້​ບ່ອນ​ນັ້ນ​ວ່າ​ເຢໂຫວາ​ຢິເຣ.* ດັ່ງນັ້ນ ໃນ​ທຸກ​ມື້​ນີ້​ກໍ​ຍັງ​ມີ​ຄົນ​ເວົ້າ​ກັນ​ວ່າ: “ພະ​ເຢໂຫວາ​ຈະ​ກຽມ​ສິ່ງ​ຈຳເປັນ​ໃຫ້ຢູ່​ເທິງ​ພູ​ຂອງ​ເພິ່ນ.”+

15 ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ເອີ້ນ​ອັບຣາຮາມ​ຈາກ​ຟ້າ​ເປັນ​ເທື່ອ​ທີ​ສອງ 16 ແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ບອກ​ກັບ​ເຈົ້າ​ແບບ​ນີ້.+ ‘ຍ້ອນ​ເຈົ້າ​ໄດ້​ເຮັດ​ທັງ​ໝົດ​ນີ້​ແລະ​ເຕັມ​ໃຈ​ເອົາ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໃຫ້​ເຮົາ.+ ເຮົາ​ຈະ​ເຮັດ​ສັນຍາ​ກັບ​ເຈົ້າ. 17 ເຮົາ​ຈະ​ອວຍ​ພອນ​ໃຫ້​ເຈົ້າ​ແນ່ນອນ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ຄື​ກັບ​ດາວ​ເທິງ​ຟ້າ ແລະ​ຫຼາຍ​ຄື​ກັບ​ເມັດ​ດິນ​ຊາຍ​ຢູ່​ຫາດ​ຊາຍ.+ ລູກ​ຫຼານ​ຂອງ​ເຈົ້າ​ຈະ​ຍຶດ​ເມືອງ​ຕ່າງ​ໆ​ຂອງ​ສັດຕູ​ໄດ້.+ 18 ຍ້ອນ​ເຈົ້າ​ເຊື່ອ​ຟັງ​ເຮົາ+ ຄົນ​ຈາກ​ທຸກ​ຊາດ​ຈະ​ໄດ້​ຮັບ​ພອນ​ໂດຍ​ທາງ​ລູກ​ຫຼານ​ຂອງ​ເຈົ້າ.’”+

19 ຈາກ​ນັ້ນ ອັບຣາຮາມ​ກັບ​ມາ​ຫາ​ພວກ​ຄົນ​ຮັບໃຊ້​ຂອງ​ລາວ ແລະ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ກັບ​ມາ​ເບເອເຊບາ.+ ແລ້ວ​ອັບຣາຮາມ​ກໍ​ຢູ່​ທີ່​ເບເອເຊບາ​ຕໍ່​ໄປ.

20 ຫຼັງ​ຈາກ​ນັ້ນ ອັບຣາຮາມ​ກໍ​ໄດ້​ຍິນ​ຂ່າວ​ວ່າ​ມີລະກາ​ມີ​ລູກ​ຫຼາຍ​ຄົນ​ໃຫ້​ນາໂຮ ອ້າຍ​ຂອງ​ອັບຣາຮາມ.+ 21 ລູກ​ກົກ​ຊື່​ອູເຊ ຜູ້​ຕໍ່ມາ​ຊື່​ບູເຊ ແລະ​ຄົນ​ອື່ນ​ໆ​ແມ່ນ​ເກມູເອນ (ພໍ່​ຂອງ​ອາຣາມ) 22 ເກເຊັດ ຮາໂຊ ປິນດາດ ຢິດລາບ ແລະ​ເບທູເອນ.+ 23 ເບທູເອນ​ເປັນ​ພໍ່​ຂອງ​ເຣເບກາ.+ ລູກ​ຊາຍ​ທັງ 8 ຄົນ​ນີ້​ແມ່ນ​ລູກ​ຂອງ​ມີລະກາ​ທີ່​ມີ​ກັບ​ນາໂຮ ອ້າຍ​ຂອງ​ອັບຣາຮາມ. 24 ນາໂຮ​ມີ​ເມຍ​ອີ​ກ​ຄົນ​ໜຶ່ງ​ຊື່​ເຣອູມາ. ເຂົາ​ເຈົ້າ​ມີ​ລູກ​ຊາຍ​ນຳ​ກັນ​ຊື່​ເຕບາ ກາຮາມ ຕາຮາດ ແລະ​ມາອາກາ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌