ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ແສງ​ສະຫວ່າງ​ທີ່​ແຈ້ງ​ໆ​ສຳລັບ​ແຜ່ນດິນ​ຄາລີເລ (1-​7)

        • “ຜູ້​ປົກຄອງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ” ເກີດ (6, 7)

      • ພະເຈົ້າ​ລົງໂທດ​ອິດສະຣາເອນ (8-​21)

ເອຊາຢາ 9:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 15:29

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 146

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2016, ໜ້າ 4

ເອຊາຢາ 9:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 4:13-16; ລກ 1:78, 79; 2:30-32; ຢຮ 1:9; 8:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 146

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2016, ໜ້າ 4

ເອຊາຢາ 9:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:12, 28; ອຊຢ 10:26, 27

ເອຊາຢາ 9:6

ໄຂເງື່ອນ

  • *

    ຫຼື “ການ​ປົກຄອງ​ຈະ​ຢູ່​ເທິງ​ບ່າ​ຂອງ​ລາວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 1:35; 2:11
  • +ປຖກ 49:10; ພສ 2:6; ຊຄຢ 6:13; ລກ 22:29; ພນມ 19:16
  • +ອຊຢ 11:2; ມທ 7:28, 29; 12:42
  • +ພສ 45:3; ຢຮ 1:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 23, 189

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 146

    ໃກ້ຊິດ ໜ້າ 211-213

    ຊີວິດຕະຫຼອດໄປ ໜ້າ 112-113

ເອຊາຢາ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 1:32, 33
  • +ພສ 72:1, 7; ດນອ 2:44
  • +2ຊມ 7:16, 17; ພນມ 11:15
  • +ພສ 45:6; ອຊຢ 32:1; ຢຣມ 23:5; ຮຣ 1:8
  • +ອຊຢ 42:1; ມທ 12:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດຕະຫຼອດໄປ ໜ້າ 112-113

ເອຊາຢາ 9:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:6

ເອຊາຢາ 9:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫີນ​ທີ່​ຕັດ​ເປັນ​ກ້ອນ”

  • *

    ຕົ້ນ​ໝາກເດື່ອ​ຊະນິດ​ໜຶ່ງ

  • *

    ຕົ້ນ​ແປກ​ຊະນິດໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອມ 5:11

ເອຊາຢາ 9:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 28:18
  • +ພບຍ 31:17
  • +ອຊຢ 5:25; 10:4

ເອຊາຢາ 9:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:13, 14; ຮຊອ 7:10; ອມ 4:6; 5:6

ເອຊາຢາ 9:14

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເພິ່ນ​ຈະ​ຕັດ​ງ່າ​ຕົ້ນ​ປາມ​ແລະ​ຕົ້ນ​ອໍ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:6; ຮຊອ 10:15

ເອຊາຢາ 9:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 13:1-3

ເອຊາຢາ 9:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:25, 26
  • +ອຊຢ 5:25

ເອຊາຢາ 9:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 28:6
  • +ອຊຢ 5:25

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 9:12ກສ 15:29
ອຊຢ. 9:2ມທ 4:13-16; ລກ 1:78, 79; 2:30-32; ຢຮ 1:9; 8:12
ອຊຢ. 9:4ຜຕສ 8:12, 28; ອຊຢ 10:26, 27
ອຊຢ. 9:6ລກ 1:35; 2:11
ອຊຢ. 9:6ປຖກ 49:10; ພສ 2:6; ຊຄຢ 6:13; ລກ 22:29; ພນມ 19:16
ອຊຢ. 9:6ອຊຢ 11:2; ມທ 7:28, 29; 12:42
ອຊຢ. 9:6ພສ 45:3; ຢຮ 1:18
ອຊຢ. 9:7ລກ 1:32, 33
ອຊຢ. 9:7ພສ 72:1, 7; ດນອ 2:44
ອຊຢ. 9:72ຊມ 7:16, 17; ພນມ 11:15
ອຊຢ. 9:7ພສ 45:6; ອຊຢ 32:1; ຢຣມ 23:5; ຮຣ 1:8
ອຊຢ. 9:7ອຊຢ 42:1; ມທ 12:18
ອຊຢ. 9:82ກສ 17:6
ອຊຢ. 9:10ອມ 5:11
ອຊຢ. 9:122ຂຄ 28:18
ອຊຢ. 9:12ພບຍ 31:17
ອຊຢ. 9:12ອຊຢ 5:25; 10:4
ອຊຢ. 9:132ກສ 17:13, 14; ຮຊອ 7:10; ອມ 4:6; 5:6
ອຊຢ. 9:142ກສ 17:6; ຮຊອ 10:15
ອຊຢ. 9:15ພບຍ 13:1-3
ອຊຢ. 9:17ພບຍ 4:25, 26
ອຊຢ. 9:17ອຊຢ 5:25
ອຊຢ. 9:212ຂຄ 28:6
ອຊຢ. 9:21ອຊຢ 5:25
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 9:1-21

ເອຊາຢາ

9 ແຕ່​ຄວາມ​ມືດ​ນັ້ນ​ຈະ​ບໍ່​ຄື​ກັບ​ຄວາມ​ມືດ​ທີ່​ເຄີຍ​ເກີດ​ຂຶ້ນ​ຕອນ​ທີ່​ແຜ່ນດິນ​ເຊບູລູນ​ແລະ​ແຜ່ນດິນ​ນັບທາລີ​ຖືກດູຖູກແລະ​ມີ​ຄວາມ​ລຳບາກ+ ຍ້ອນ​ວ່າພະເຈົ້າຈະ​ເຮັດ​ໃຫ້ທາງ​ໄປ​ທະເລ ເຂດ​ແມ່​ນ້ຳ​ຈໍແດນ ແລະ​ເຂດ​ຄາລີເລ​ທີ່​ຄົນ​ຕ່າງ​ຊາດ​ອາໄສ​ຢູ່​ໄດ້​ຮັບ​ກຽດ.

 2 ປະຊາຊົນ​ທີ່​ເຄີຍ​ຍ່າງ​ຢູ່​ໃນ​ຄວາມ​ມືດ

ໄດ້​ເຫັນ​ແສງ​ສະຫວ່າງ​ທີ່​ແຈ້ງ​ໆ​.

ສ່ວນ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນທີ່​ມີ​ແຕ່​ຄວາມ​ມືດ

ແສງ​ສະຫວ່າງ​ໄດ້​ສ່ອງ​ລົງ​ມາ​ໃສ່​ເຂົາເຈົ້າ​ແລ້ວ.+

 3 ພະອົງ​ເຮັດ​ໃຫ້​ຄົນ​ໃນ​ຊາດ​ນີ້​ເພີ່ມ​ຂຶ້ນ.

ພະອົງ​ເຮັດ​ໃຫ້ເຂົາເຈົ້າມີ​ຄວາມສຸກ​ຫຼາຍ.

ພະອົງ​ເຫັນ​ເຂົາເຈົ້າ​ມີ​ຄວາມສຸກ

ຄື​ກັບ​ຄົນ​ທີ່​ມີ​ຄວາມສຸກ​ໃນ​ຍາມ​ເກັບ​ກ່ຽວ

ແລະ​ຄື​ກັບ​ຄົນ​ທີ່​ມີ​ຄວາມສຸກ​ທີ່​ໄດ້​ແບ່ງ​ປັນ​ເຄື່ອງ​ທີ່​ຍຶດ​ມາ​ໄດ້​ໃຫ້​ຄົນອື່ນ.

 4 ພະອົງ​ໄດ້​ທຳລາຍ​ແອກ​ທີ່​ເປັນ​ພາລະ​ຂອງ​ເຂົາເຈົ້າ

ທຳລາຍ​ໄມ້​ແສ້​ທີ່​ເຄີຍ​ໃຊ້ຕີ​ບ່າເຂົາເຈົ້າ​ແລະ​ທຳລາຍ​ໄມ້ຄ້ອນເທົ້າ​ຂອງ​ພວກ​ຫົວໜ້າ​ສັ່ງ​ວຽກ

ຄື​ກັບ​ໃນ​ສະໄໝ​ທີ່​ພະອົງ​ຕໍ່ສູ້ຊະນະພວກ​ມີດີອານ.+

 5 ເກີບ​ທຸກ​ຄູ່​ຂອງທະຫານທີ່​ເຮັດ​ໃຫ້​ພື້ນ​ດິນ​ສະເທືອນ​ຕອນ​ທີ່​ເຂົາເຈົ້າ​ທືບ​ຕີນ​ຍາມ​ລຽນ​ແຖວ

ແລະ​ເຄື່ອງນຸ່ງ​ທຸກ​ໂຕ​ຂອງ​ເຂົາເຈົ້າ​ທີ່​ມີ​ແຕ່​ເລືອດ

ຈະ​ເປັນ​ແນວ​ອ່ອຍ​ໄຟ.

 6 ມີ​ເດັກນ້ອຍຜູ້​ໜຶ່ງ​ເກີດ​ມາ​ເພື່ອ​ພວກ​ເຮົາ+

ເປັນ​ລູກ​ຊາຍ​ທີ່​ພະເຈົ້າ​ໃຫ້​ພວກ​ເຮົາ.

ລາວ​ຈະມີ​ສິດ​ປົກຄອງ.*+

ລາວ​ຈະ​ຖືກ​ເອີ້ນ​ວ່າທີ່​ປຶກສາ​ທີ່​ສະຫຼາດ+ ພະເຈົ້າ​ທີ່​ມີ​ລິດເດດ+ ຜູ້​ທີ່​ເປັນ​ພໍ່​ຕະຫຼອດໄປ ແລະ​ຜູ້​ປົກຄອງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສະຫງົບສຸກ.

 7 ລາວ​ຈະ​ປົກຄອງ​ຢູ່​ເທິງ​ບັນລັງ​ຂອງ​ດາວິດ.+

ລາວ​ຈະ​ປົກຄອງ​ທົ່ວ​ທຸກ​ບ່ອນ

ແລະ​ທຸກ​ສິ່ງ​ທີ່​ລາວ​ປົກຄອງ​ຈະ​ມີ​ຄວາມ​ສະຫງົບສຸກຕະຫຼອດໄປ.+

ການ​ປົກຄອງ​ນີ້​ຈະ​ໝັ້ນຄົງ+

ແລະຈະ​ມີ​ຄວາມ​ຖືກຕ້ອງ+​ແລະ​ຍຸຕິທຳ+

ຕັ້ງ​ແຕ່​ຕອນນີ້​ຈົນ​ຕະຫຼອດໄປ.

ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ຕັ້ງໃຈ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້​ໃຫ້​ສຳເລັດ.

 8 ພະ​ເຢໂຫວາ​ໄດ້ປະກາດ​ຄຳ​ຕັດສິນຕໍ່​ຢາໂຄບ

ແລະ​ມັນ​ຈະເກີດ​ຂຶ້ນ​ແທ້​ກັບ​ອິດສະຣາເອນ.+

 9 ພວກເອຟຣາຢິມ​ທຸກ​ຄົນ

ແລະ​ຄົນ​ໃນ​ເມືອງ​ຊາມາເຣຍ​ທຸກ​ຄົນ​ຈະ​ຮູ້​ເລື່ອງ​ນີ້.

ເຂົາເຈົ້າ​ຍິ່ງ​ຈອງຫອງ​ແລະເວົ້າ​ວ່າ:

10 “ເຖິງ​ວ່າເຮືອນ​ທີ່​ກໍ່​ດ້ວຍ​ດິນ​ຈີ່ຈະ​ພັງ​ລົງ

ແຕ່​ພວກ​ເຮົາ​ຈະ​ປຸກ​ໃໝ່​ດ້ວຍຫີນ.*+

ເຖິງ​ວ່າ​ຕົ້ນ​ຊີກາມົນ*​ຈະ​ຖືກ​ຕັດ

ແຕ່​ພວກ​ເຮົາ​ຈະ​ເອົາ​ຕົ້ນ​ຊີດ້າ*​ມາປູກ​ແທນ.”

11 ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ເຣຊິນ​ມາ​ຕໍ່ສູ້​ອິດສະຣາເອນ

ແລະ​ຈະ​ກະຕຸ້ນ​ພວກ​ສັດຕູ​ຂອງ​ອິດສະຣາເອນ​ໃຫ້ມາ​ໂຈມຕີ​ເຂົາເຈົ້າ​ນຳ​ອີກ.

12 ພວກ​ຊີເຣຍ​ຈະ​ມາ​ຈາກ​ທິດ​ຕາເວັນ​ອອກ ແລະ​ພວກ​ຟີລິດສະຕີນ​ຈະ​ມາ​ຈາກ​ທິດຕາເວັນຕົກ.+

ເຂົາເຈົ້າ​ຈະ​ມາ​ໂຈມຕີ​ອິດສະຣາເອນ​ຄື​ກັບ​ສັດ​ປ່າ​ທີ່ກັດ​ກິນ​ເຫຍື່ອ+

ແຕ່ເພິ່ນ​ກໍ​ຈະ​ບໍ່​ເຊົາ​ໃຈຮ້າຍ.

ເພິ່ນ​ຈະເດ່​ມື​ອອກເພື່ອ​ລົງໂທດ​ເຂົາເຈົ້າ​ອີກ.+

13 ຍ້ອນ​ເຂົາເຈົ້າ​ຍັງ​ບໍ່​ຍອມ​ກັບ​ມາ​ຫາ​ພະເຈົ້າ​ທີ່​ລົງໂທດ​ເຂົາເຈົ້າ.

ເຂົາເຈົ້າ​ບໍ່​ຍອມ​ຊອກ​ຫາ​ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ.+

14 ພະ​ເຢໂຫວາ​ຈະ​ຕັດ​ຫົວ​ຕັດ​ຫາງ​ຂອງ​ອິດສະຣາເອນ.

ເພິ່ນ​ຈະ​ຕັດ​ໜໍ່​ກັບ​ຕົ້ນ​ຜື*​ຂອງ​ເຂົາເຈົ້າ​ໃນ​ມື້​ດຽວ​ກັນ.+

15 ຫົວ​ໝາຍເຖິງ​ພວກ​ຜູ້​ນຳ​ທີ່​ຫຼາຍ​ຄົນ​ນັບຖື.

ຫາງ​ໝາຍເຖິງ​ພວກ​ຜູ້ພະຍາກອນ​ທີ່​ສອນ​ຜິດ.+

16 ພວກ​ຫົວໜ້າ​ພາ​ປະຊາຊົນ​ຫຼົງ​ທາງ

ແລະ​ທຸກ​ຄົນ​ທີ່​ນຳ​ເຂົາເຈົ້າ​ໄປ​ກໍ​ສັບສົນ.

17 ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ບໍ່​ພໍໃຈ​ກັບ​ພວກ​ຜູ້​ຊາຍ​ໜຸ່ມ​ຂອງ​ເຂົາເຈົ້າ.

ເພິ່ນ​ຈະ​ບໍ່​ອີ່ຕົນລູກ​ກຳພ້າ​ແລະ​ແມ່​ໝ້າຍ​ຂອງ​ເຂົາເຈົ້າ.

ເຂົາເຈົ້າ​ທຸກ​ຄົນ​ເຮັດ​ຊົ່ວ​ແລະທໍລະຍົດ​ພະເຈົ້າ+

ແລະ​ເວົ້າ​ແຕ່​ເລື່ອງ​ທີ່ບໍ່​ເປັນ​ປະໂຫຍດ.

ແຕ່​ເພິ່ນ​ກໍ​ຈະ​ບໍ່​ເຊົາ​ໃຈຮ້າຍ.

ເພິ່ນ​ຈະ​ເດ່​ມື​ອອກ​ເພື່ອ​ລົງໂທດ​ເຂົາເຈົ້າ​ອີກ.+

18 ຄວາມ​ຊົ່ວ​ຂອງ​ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ໄຟ.

ມັນ​ຈະ​ລາມ​ໄປ​ຈູດ​ຟຸ່ມ​ໜາມ​ແລະ​ຫຍ້າ​ຈົນ​ໝົດ.

ມັນ​ຈະ​ລາມ​ໄປ​ຈູດ​ຟຸ່ມ​ໄມ້​ທີ່​ຢູ່​ໃນ​ປ່າ

ແລະ​ເຮັດ​ໃຫ້​ຄວັນ​ກຸ້ມ​ຂຶ້ນ​ບັກ​ແຮງ​ໆ​.

19 ຄວາມ​ໃຈຮ້າຍ​ຂອງ​ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ

ເຮັດ​ໃຫ້​ແຜ່ນດິນ​ເກີດ​ໄຟ​ໄໝ້.

ປະຊາຊົນ​ຈະ​ເປັນ​ຟືນ​ໃຫ້​ໄຟ​ນັ້ນ

ແລະ​ຈະ​ບໍ່​ມີ​ໃຜ​ຊ່ວຍ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ໂຕເອງ​ໃຫ້​ລອດ.

20 ເຖິງ​ວ່າ​ບາງ​ຄົນ​ຈະ​ປາດຊີ້ນທີ່​ຢູ່​ເບື້ອງ​ຂວາ​ມາ​ກິນ

ແຕ່​ເຂົາເຈົ້າ​ກໍ​ຈະ​ບໍ່​ອີ່ມ

ແລະ​ເຖິງ​ວ່າ​ບາງ​ຄົນ​ຈະ​ປາດ​ຊີ້ນ​ທີ່​ຢູ່​ເບື້ອງ​ຊ້າຍ​ມາ​ກິນ

ແຕ່​ເຂົາເຈົ້າ​ກໍ​ຈະ​ບໍ່​ອີ່ມ​ຄື​ກັນ.

ແຕ່​ລະ​ຄົນ​ຈະ​ກິນ​ຊີ້ນ​ແຂນ​ຂອງ​ໂຕເອງ.

21 ມານາເຊ​ຈະ​ກິນ​ເອຟຣາຢິມ

ແລະ​ເອຟຣາຢິມ​ຈະ​ກິນ​ມານາເຊ.

ທັງ​ສອງ​ຈະ​ໄປ​ໂຈມຕີ​ຢູດາ.+

ແຕ່​ພະເຈົ້າ​ກໍ​ຈະ​ບໍ່​ເຊົາ​ໃຈຮ້າຍ.

ເພິ່ນ​ຈະ​ເດ່​ມື​ອອກ​ເພື່ອ​ລົງໂທດ​ເຂົາເຈົ້າ​ອີກ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌