ເພງສັນລະເສີນ
ເພງສຳລັບຍ່າງຂຶ້ນ.*
123 ລູກເງີຍໜ້າເບິ່ງພະອົງ+
ຜູ້ທີ່ນັ່ງເທິງບັນລັງຢູ່ສະຫວັນ.
2 ຄືກັບທີ່ຜູ້ຮັບໃຊ້ເບິ່ງເຈົ້ານາຍຂອງເຂົາເຈົ້າສະເໝີ
ແລະຄືກັບທີ່ສາວໃຊ້ເບິ່ງເຈົ້ານາຍຜູ້ຍິງຂອງລາວສະເໝີ
ພວກເຮົາກໍເບິ່ງພະເຢໂຫວາພະເຈົ້າຂອງພວກເຮົາສະເໝີ+
ຈົນກວ່າເພິ່ນຈະເມດຕາພວກເຮົາ.+
3 ພະເຢໂຫວາເອີ້ຍ ຂໍພະອົງເມດຕາພວກເຮົາແດ່ ຂໍພະອົງອີ່ຕົນພວກເຮົາແດ່ເດີ້
ຍ້ອນພວກເຮົາຖືກດູຖູກເອົາແທ້ເອົາວ່າ.+
4 ພວກເຮົາຖືກຄົນຍິ່ງກຽດຊັງ
ແລະຖືກຄົນຈອງຫອງເຍາະເຍີ້ຍຢູ່ເລື້ອຍໆ.