ປັນຍາຈານ
7 ຊື່ສຽງທີ່ດີ*ກໍດີກວ່ານ້ຳມັນຫອມລາຄາແພງ+ແລະວັນຕາຍກໍດີກວ່າວັນເກີດ. 2 ໄປເຮືອນທີ່ມີການໄວ້ທຸກກໍດີກວ່າໄປເຮືອນທີ່ມີການລ້ຽງສະຫຼອງ+ ຍ້ອນມະນຸດທຸກຄົນຕ້ອງຕາຍແລະຄົນທີ່ຍັງມີຊີວິດຢູ່ຄວນຈື່ເລື່ອງນີ້ໄວ້ໃນໃຈ. 3 ຄວາມທຸກໃຈດີກວ່າການຫົວ.+ ຄວາມໂສກເສົ້າເຮັດໃຫ້ຄົນໜຶ່ງເປັນຄົນທີ່ດີຂຶ້ນ.*+ 4 ຄົນສະຫຼາດທີ່ຢູ່ໃນເຮືອນທີ່ມີການໄວ້ທຸກກໍຄິດຄັກໆກ່ຽວກັບຊີວິດແລະຄວາມຕາຍ ແຕ່ຄົນໂງ່ຄິດເຖິງແຕ່ການມ່ວນຊື່ນຕະຫຼອດ.+
5 ຟັງຄຳຕຳໜິຂອງຄົນສະຫຼາດ+ກໍດີກວ່າຟັງຄຳຍ້ອງຍໍ*ຂອງຄົນໂງ່. 6 ສຽງຫົວຂອງຄົນໂງ່+ເປັນຄືກັບສຽງຂອງຕົ້ນໜາມທີ່ຖືກໄຟໄໝ້ຢູ່ກ້ອງໝໍ້. ສິ່ງນີ້ກໍບໍ່ມີປະໂຫຍດ. 7 ການກົດຂີ່ຂົ່ມເຫງເຮັດໃຫ້ຄົນສະຫຼາດເປັນບ້າແລະສິນບົນເຮັດໃຫ້ຫົວໃຈບໍ່ສັດຊື່.+
8 ຕອນຈົບກໍດີກວ່າຕອນເລີ່ມຕົ້ນ. ເປັນຄົນອົດທົນກໍດີກວ່າເປັນຄົນຍິ່ງ.+ 9 ຢ່າເປັນຄົນຄຽດງ່າຍ+ ຍ້ອນການຄຽດງ່າຍຢູ່ໃນໃຈຂອງຄົນໂງ່.*+
10 ຢ່າຖາມວ່າ: “ເປັນຫຍັງແຕ່ກີ້ຄືດີກວ່າຕອນນີ້?” ເພາະການຖາມແນວນີ້ບໍ່ສະຫຼາດເລີຍ.+
11 ເມື່ອຄົນສະຫຼາດໄດ້ຮັບມໍລະດົກກໍເປັນສິ່ງທີ່ດີແລະສະຕິປັນຍາກໍເປັນປະໂຫຍດສຳລັບຄົນທີ່ມີຊີວິດຢູ່.* 12 ສະຕິປັນຍາປົກປ້ອງຄົນໄດ້+ຄືກັບທີ່ເງິນປົກປ້ອງຄົນໄດ້+ ແຕ່ປະໂຫຍດຂອງຄວາມຮູ້ແລະສະຕິປັນຍາຄື ມັນຊ່ວຍປົກປ້ອງຊີວິດຂອງເຈົ້າຂອງໄດ້.+
13 ໃຫ້ຄິດເຖິງສິ່ງທີ່ພະເຈົ້າເຮັດ ຍ້ອນສິ່ງທີ່ເພິ່ນເຮັດໃຫ້ຄົດແລ້ວ ໃຜຈະເຮັດໃຫ້ຊື່ໄດ້ອີກ?+ 14 ໃນມື້ທີ່ດີກໍໃຫ້ເຈົ້າມີຄວາມສຸກແລະເຮັດສິ່ງທີ່ດີ.+ ໃນມື້ທີ່ລຳບາກ*ກໍໃຫ້ຈື່ໄວ້ວ່າພະເຈົ້າທ່ຽງແທ້ຍອມໃຫ້ມີທັງມື້ທີ່ດີແລະມື້ທີ່ບໍ່ດີ+ ເພື່ອມະນຸດຈະບໍ່ສາມາດຮູ້ໄດ້ວ່າໃນອະນາຄົດຈະເກີດຫຍັງຂຶ້ນ.+
15 ໃນຊ່ວງຊີວິດທີ່ບໍ່ມີປະໂຫຍດຂອງຂ້ອຍ+ ຂ້ອຍໄດ້ເຫັນມາໝົດທຸກຢ່າງແລ້ວ. ຂ້ອຍເຄີຍເຫັນຄົນທີ່ເຮັດສິ່ງທີ່ຖືກຕ້ອງຕາຍໄວທັງໆທີ່ລາວເຮັດດີ+ ແຕ່ຄົນຊົ່ວພັດມີອາຍຸຍືນທັງໆທີ່ລາວເຮັດແຕ່ແນວຊົ່ວໆ.+
16 ຢ່າຄິດວ່າໂຕເອງດີກວ່າຄົນອື່ນ+ແລະຢ່າຄິດວ່າໂຕເອງສະຫຼາດເອົາແທ້ເອົາວ່າ.+ ເຈົ້າຈະຫາເລື່ອງໃຫ້ໂຕເອງຈິບຫາຍເຮັດຫຍັງ?+ 17 ຢ່າເລືອກທີ່ຈະເປັນຄົນຊົ່ວຫຼືເປັນຄົນໂງ່.+ ເຈົ້າຈະຫາເລື່ອງໃຫ້ໂຕເອງຕາຍກ່ອນໄວເຮັດຫຍັງ?+ 18 ດີທີ່ສຸດທີ່ເຈົ້າຈະຟັງຄຳເຕືອນສອງຂໍ້ນີ້. ຢ່າປະຕິເສດອັນໃດອັນໜຶ່ງ+ ຍ້ອນຄົນທີ່ຢ້ານຢຳພະເຈົ້າຈະຟັງຄຳເຕືອນທັງສອງຂໍ້ນີ້.
19 ສະຕິປັນຍາເຮັດໃຫ້ຄົນສະຫຼາດມີກຳລັງຫຼາຍກວ່າຄົນແຂງແຮງ 10 ຄົນທີ່ປົກປ້ອງເມືອງ.+ 20 ຄົນດີໃນໂລກນີ້ບໍ່ມີໃຜຈັກຄົນທີ່ເຮັດດີໄດ້ຕະຫຼອດແລະບໍ່ເຮັດຜິດເລີຍ.+
21 ນອກຈາກນັ້ນ ຢ່າໄປໃສ່ໃຈທຸກຄຳທີ່ຄົນອື່ນເວົ້າ.+ ຄັນບໍ່ຊັ້ນ ເຈົ້າອາດຈະໄດ້ຍິນຄົນຮັບໃຊ້ເວົ້າແນວບໍ່ດີ*ໃຫ້ເຈົ້າ 22 ຍ້ອນເຈົ້າເອງກໍຮູ້ດີວ່າເຈົ້າກໍເຄີຍເວົ້າແນວບໍ່ດີໃຫ້ຄົນອື່ນຄືກັນ.+
23 ຂ້ອຍໃຊ້ສະຕິປັນຍາເພື່ອກວດສອບເລື່ອງທັງໝົດນີ້ແລະຂ້ອຍເວົ້າວ່າ: “ຂ້ອຍຈະເປັນຄົນສະຫຼາດຂຶ້ນອີກ” ແຕ່ຂ້ອຍກໍເຮັດບໍ່ໄດ້. 24 ສິ່ງທີ່ເກີດຂຶ້ນເປັນສິ່ງທີ່ຄິດບໍ່ເຖິງແລະເປັນສິ່ງທີ່ເລິກເຊິ່ງໂພດ. ໃຜຈະເຂົ້າໃຈໄດ້?+ 25 ຂ້ອຍໃຊ້ໃຈຂອງຂ້ອຍເພື່ອຮຽນຮູ້ ກວດສອບ ແລະຊອກຫາສະຕິປັນຍາ ເພື່ອຈະຮູ້ວ່າເປັນຫຍັງສິ່ງຕ່າງໆຈຶ່ງເກີດຂຶ້ນ ແລະເພື່ອຈະເຂົ້າໃຈການກະທຳຊົ່ວໆຂອງຄົນໂງ່ແລະການກະທຳໂງ່ໆຂອງຄົນບ້າ.+ 26 ແລ້ວຂ້ອຍກໍໄດ້ຮູ້ວ່າສິ່ງທີ່ຮ້າຍແຮງກວ່າຄວາມຕາຍກໍແມ່ນຜູ້ຍິງທີ່ເປັນຄືກັບກັບດັກຂອງນັກລ່າ. ຫົວໃຈຂອງລາວເປັນຄືກັບດາງກວາດແລະມືຂອງລາວເປັນຄືກັບໂສ້ລ່າມນັກໂທດ. ຄົນທີ່ເຮັດໃຫ້ພະເຈົ້າທ່ຽງແທ້ພໍໃຈຈະໜີລອດຈາກລາວໄດ້+ ແຕ່ຄົນທີ່ເຮັດຜິດຈະຖືກລາວຈັບ.+
27 ຜູ້ລວບລວມປະຊາຊົນເວົ້າວ່າ:+ “ນີ້ແມ່ນສິ່ງທີ່ຂ້ອຍໄດ້ຮູ້. ເພື່ອຈະໄດ້ຂໍ້ສະຫຼຸບ ຂ້ອຍໄດ້ກວດເບິ່ງເທື່ອລະຢ່າງ 28 ແຕ່ຂໍ້ສະຫຼຸບທີ່ຂ້ອຍຢາກໄດ້ມາຕະຫຼອດ ຂ້ອຍພັດບໍ່ໄດ້. ໃນຜູ້ຊາຍໜຶ່ງພັນຄົນ ຂ້ອຍເຈິຜູ້ຊາຍທີ່ເຮັດສິ່ງທີ່ຖືກຕ້ອງໜຶ່ງຄົນ ແຕ່ໃນຜູ້ຍິງໜຶ່ງພັນຄົນ ຂ້ອຍພັດບໍ່ເຈິຜູ້ຍິງທີ່ເຮັດສິ່ງທີ່ຖືກຕ້ອງຈັກຄົນເລີຍ. 29 ສິ່ງດຽວທີ່ຂ້ອຍຮູ້ກໍຄືພະເຈົ້າທ່ຽງແທ້ສ້າງມະນຸດໃຫ້ເປັນຄົນສັດຊື່+ ແຕ່ມະນຸດພັດຄິດແຜນການຕ່າງໆຂຶ້ນມາເອງ.”+