ຂ່າວດີທີ່ຂຽນໂດຍມາຣະໂກ
5 ແລ້ວພະເຢຊູກໍໄປອີກຟາກໜຶ່ງໃນເຂດຂອງຄົນເຄຣາຊາ.+ 2 ທັນທີທີ່ພະເຢຊູອອກຈາກເຮືອ ຜູ້ຊາຍຄົນໜຶ່ງທີ່ຖືກປີສາດສິງໄດ້ອອກມາຈາກປ່າຊ້າແລ້ວເຈິເພິ່ນ. 3 ລາວຢູ່ປ່າຊ້າ ແລະຈົນຮອດປານນີ້ກໍຍັງບໍ່ມີໃຜຈັບລາວມັດໄວ້ໄດ້ ຂະໜາດວ່າເອົາໂສ້ລ່າມໄວ້ກໍບໍ່ຢູ່. 4 ລາວຖືກລ່າມໂສ້ຢູ່ແຂນຢູ່ຂາຫຼາຍເທື່ອ ແຕ່ທຸກເທື່ອລາວກໍດຶງໂສ້ຈົນຂາດ ແລະບໍ່ມີໃຜມີແຮງພໍທີ່ຈະປາບລາວໄດ້. 5 ລາວຮ້ອງຢູ່ຕາມປ່າຊ້າແລະຕາມພູໝົດມື້ໝົດຄືນ ແລະເອົາຫີນປາດໂຕເອງ. 6 ແຕ່ເມື່ອລາວແນມເຫັນພະເຢຊູແຕ່ໄກ ລາວກໍແລ່ນເຂົ້າມາໝູບລົງຕໍ່ໜ້າເພິ່ນ.+ 7 ລາວຮ້ອງສຽງດັງວ່າ: “ເຢຊູ ລູກຂອງພະເຈົ້າສູງສຸດ ມາວຸ່ນວາຍກັບຂ້ອຍເຮັດຫຍັງ? ສາບານໃນນາມພະເຈົ້າກ່ອນແມ້ວ່າເຈົ້າຈະບໍ່ທໍລະມານຂ້ອຍ.”+ 8 ປີສາດເວົ້າແບບນັ້ນຫຼັງຈາກພະເຢຊູສັ່ງມັນວ່າ: “ປີສາດຊົ່ວ ອອກມາຈາກລາວດຽວນີ້.”+ 9 ເພິ່ນຖາມມັນວ່າ: “ເຈົ້າຊື່ຫຍັງ?” ມັນຕອບວ່າ: “ຂ້ອຍຊື່ກອງທັບ ຍ້ອນພວກຂ້ອຍມີຫຼາຍໂຕ.” 10 ມັນຂໍຮ້ອງພະເຢຊູຫຼາຍເທື່ອບໍ່ໃຫ້ໄລ່ພວກມັນອອກໄປຈາກເຂດນັ້ນ.+
11 ຕອນນັ້ນ ມີໝູຝູງໃຫຍ່+ກຳລັງຫາກິນຢູ່ພູ.+ 12 ພວກປີສາດຈຶ່ງຂໍຮ້ອງພະເຢຊູວ່າ: “ຂໍໃຫ້ພວກຂ້ອຍເຂົ້າໄປສິງຢູ່ໃນໝູຝູງນັ້ນສະ.” 13 ເພິ່ນກໍໃຫ້ພວກມັນເຮັດຕາມນັ້ນ. ພວກປີສາດຈຶ່ງອອກຈາກຜູ້ຊາຍຄົນນັ້ນ ແລ້ວເຂົ້າໄປສິງຢູ່ໃນຝູງໝູ. ໝູປະມານ 2.000 ໂຕໄດ້ໂດດຈາກໜ້າຜາລົງໄປໃນທະເລແລະຈົມນ້ຳຕາຍ. 14 ສ່ວນຄົນລ້ຽງໝູກໍແລ່ນໜີແລະໄປເລົ່າເລື່ອງທີ່ເກີດຂຶ້ນໃຫ້ຄົນທີ່ຢູ່ໃນເມືອງແລະຄົນທີ່ຢູ່ນອກເມືອງຟັງ ຄົນຈຶ່ງອອກມາເບິ່ງວ່າເກີດຫຍັງຂຶ້ນ.+ 15 ແລ້ວເຂົາເຈົ້າກໍມາຫາພະເຢຊູແລະເຫັນຄົນທີ່ເຄີຍຖືກປີສາດເປັນກອງທັບເຂົ້າສິງ. ຕອນນີ້ ລາວນັ່ງຢູ່ ນຸ່ງເຄື່ອງຮຽບຮ້ອຍ ແລະມີສະຕິດີ. ເມື່ອເຂົາເຈົ້າເຫັນແນວນັ້ນກໍຢ້ານຫຼາຍ. 16 ຄົນທີ່ເຫັນເຫດການກໍເລົ່າໃຫ້ຄົນເຫຼົ່ານັ້ນຟັງວ່າເກີດຫຍັງຂຶ້ນກັບຄົນທີ່ຖືກປີສາດສິງແລະໝູຝູງນັ້ນ. 17 ເຂົາເຈົ້າຈຶ່ງຂໍຮ້ອງພະເຢຊູໃຫ້ອອກໄປຈາກເຂດນັ້ນ.+
18 ເມື່ອພະເຢຊູກຳລັງຂຶ້ນເຮືອ ຜູ້ຊາຍທີ່ເຄີຍຖືກປີສາດສິງກໍຂໍໄປນຳເພິ່ນ.+ 19 ແຕ່ພະເຢຊູບໍ່ໃຫ້ລາວໄປນຳແລະບອກລາວວ່າ: “ໃຫ້ເມືອເຮືອນເດີ້ ແລະໄປຫາພີ່ນ້ອງຂອງເຈົ້າ. ເລົ່າໃຫ້ເຂົາເຈົ້າຟັງວ່າພະເຢໂຫວາ*ໄດ້ເຮັດຫຍັງເພື່ອເຈົ້າແດ່ ແລະເພິ່ນອີ່ຕົນເຈົ້າຫຼາຍສ່ຳໃດ.” 20 ລາວຈຶ່ງໄປແລະເລີ່ມບອກຄົນອື່ນໆໃນເຂດເດກາໂປລີ*ກ່ຽວກັບທຸກສິ່ງທີ່ພະເຢຊູເຮັດເພື່ອລາວ ແລະທຸກຄົນທີ່ໄດ້ຍິນກໍຮູ້ສຶກງຶດຫຼາຍ.
21 ເມື່ອພະເຢຊູນັ່ງເຮືອກັບມາຮອດອີກຟາກໜຶ່ງ ມີຄົນບັກຫຼາຍໆມາຫາເພິ່ນຕອນທີ່ເພິ່ນຍັງຢູ່ແຄມທະເລ.+ 22 ມີຜູ້ໜຶ່ງທີ່ເປັນຫົວໜ້າບ່ອນປະຊຸມຂອງຄົນຢິວຊື່ຢາອີໂຣໄດ້ມາຫາພະເຢຊູ. ເມື່ອເຫັນເພິ່ນແລ້ວ ລາວກໍໝູບລົງຢູ່ຕີນເພິ່ນ+ 23 ແລະອ້ອນວອນເພິ່ນຫຼາຍເທື່ອວ່າ: “ລູກສາວຂ້ອຍບໍ່ສະບາຍແຮງ* ຂໍທ່ານມາວາງມືເທິງລາວ+ ເພື່ອລາວຈະດີເປັນປົກກະຕິແລະມີຊີວິດຢູ່.” 24 ພະເຢຊູຈຶ່ງໄປນຳລາວ. ມີຄົນຫຼາຍແທ້ຫຼາຍວ່ານຳຫຼັງເພິ່ນໄປແລະບຽດກັນຢູ່ອ້ອມເພິ່ນ.
25 ຕອນນັ້ນ ມີຜູ້ຍິງຄົນໜຶ່ງເປັນພະຍາດຕົກເລືອດ+ໄດ້ 12 ປີແລ້ວ.+ 26 ລາວທໍລະມານຫຼາຍ*ຍ້ອນໄປປົວກັບໝໍຫຼາຍຄົນ ແລະເສຍເງິນເສຍຄຳຫຼາຍຈົນໝົດໂຕ ແຕ່ກໍບໍ່ເຊົາ. ຊ້ຳບໍ່ໜຳຍັງເປັນໜັກກວ່າເກົ່າອີກ. 27 ເມື່ອໄດ້ຍິນຂ່າວເລື່ອງພະເຢຊູ ລາວຈຶ່ງຍ່າງຜ່າຄົນບັກຫຼາຍໆເຂົ້າມາທາງຫຼັງເພິ່ນແລະບາຍເສື້ອຄຸມຂອງເພິ່ນ.+ 28 ລາວຄິດວ່າ: “ຖ້າຂ້ອຍໄດ້ບາຍແຕ່ເສື້ອຄຸມຂອງເພິ່ນ ຂ້ອຍຊິເຊົາແນ່ນອນ.”+ 29 ທັນໃດນັ້ນ ເລືອດກໍເຊົາໄຫຼ ແລະລາວຮູ້ສຶກໄດ້ວ່າໂຕເອງເຊົາເປັນພະຍາດທີ່ເຮັດໃຫ້ທໍລະມານແລ້ວ.
30 ພະເຢຊູເອງກໍຮູ້ສຶກໄດ້ທັນທີວ່າພະລັງ+ໄດ້ອອກຈາກໂຕເພິ່ນ. ເພິ່ນຈຶ່ງຫຼຽວເບິ່ງອ້ອມແອ້ມແລ້ວຖາມວ່າ: “ຜູ້ໃດບາຍເສື້ອຂ້ອຍ?”+ 31 ພວກລູກສິດຕອບວ່າ: “ທ່ານກໍເຫັນແລ້ວວ່າມີຄົນບັກຫຼາຍໆບຽດທ່ານຢູ່ ແລ້ວເປັນຫຍັງຈຶ່ງຖາມວ່າ ‘ຜູ້ໃດບາຍຂ້ອຍ?’” 32 ແຕ່ພະເຢຊູຍັງຫຼຽວເບິ່ງອ້ອມແອ້ມເພື່ອຈະຊອກວ່າຜູ້ໃດບາຍເຄື່ອງນຸ່ງເພິ່ນ. 33 ເມື່ອຜູ້ຍິງຄົນນັ້ນຮູ້ວ່າເກີດຫຍັງຂຶ້ນກັບໂຕເອງກໍຢ້ານຈົນໂຕສັ່ນ ລາວຈຶ່ງເຂົ້າມາໝູບລົງຕໍ່ໜ້າພະເຢຊູແລະບອກຄວາມຈິງທຸກຢ່າງ. 34 ພະເຢຊູເວົ້າກັບລາວວ່າ: “ຄວາມເຊື່ອຂອງລູກເຮັດໃຫ້ລູກເຊົາພະຍາດແລ້ວ. ໃຫ້ລູກສະບາຍໃຈເດີ້.+ ຕອນນີ້ ລູກເຊົາເປັນພະຍາດທີ່ເຮັດໃຫ້ທໍລະມານແລ້ວ.”+
35 ພະເຢຊູເວົ້າຍັງບໍ່ທັນສຸດຄວາມ ກໍມີຄົນຈາກເຮືອນຂອງຢາອີໂຣມາບອກລາວວ່າ: “ລູກສາວຂອງເຈົ້າຕາຍແລ້ວ ບໍ່ຕ້ອງລົບກວນອາຈານດອກ.”+ 36 ແຕ່ພະເຢຊູໄດ້ຍິນທີ່ເຂົາເຈົ້າລົມກັນ ເພິ່ນຈຶ່ງບອກຢາອີໂຣວ່າ: “ບໍ່ຕ້ອງຢ້ານ ຂໍພຽງແຕ່ເຈົ້າມີຄວາມເຊື່ອ.”+ 37 ພະເຢຊູບໍ່ໄດ້ໃຫ້ຜູ້ໃດໄປນຳ ນອກຈາກເປໂຕ ແລະຢາໂກໂບກັບໂຢຮັນທີ່ເປັນອ້າຍນ້ອງກັນ.+
38 ເມື່ອເຂົາເຈົ້າມາຮອດເຮືອນຂອງຢາອີໂຣ ພະເຢຊູກໍເຫັນທຸກຄົນຮ້ອງໄຫ້ສຽງບັກດັງໆ.+ 39 ເພິ່ນເຂົ້າໄປໃນເຮືອນແລ້ວເວົ້າກັບເຂົາເຈົ້າວ່າ: “ພາກັນຮ້ອງໄຫ້ເຮັດຫຍັງ? ເດັກນ້ອຍຜູ້ນີ້ບໍ່ໄດ້ຕາຍ ແຕ່ລາວນອນຫຼັບຊື່ໆ.”+ 40 ເຂົາເຈົ້າຈຶ່ງຫົວຂວັນເພິ່ນ. ແຕ່ພະເຢຊູໃຫ້ເຂົາເຈົ້າອອກໄປກ່ອນ ແລ້ວພາພໍ່ແມ່ຂອງເດັກນ້ອຍກັບພວກລູກສິດທີ່ມານຳເຂົ້າໄປບ່ອນທີ່ເດັກນ້ອຍນອນຢູ່. 41 ເພິ່ນຈັບມືລາວແລ້ວເວົ້າວ່າ: “ຕາລີທາກຸມ” ທີ່ແປວ່າ: “ນາງນ້ອຍ ຂ້ອຍບອກໃຫ້ເຈົ້າລຸກຂຶ້ນ!”+ 42 ທັນໃດນັ້ນ ເດັກນ້ອຍຄົນນັ້ນກໍລຸກຂຶ້ນຍ່າງ. (ລາວອາຍຸ 12 ປີ.) ເຂົາເຈົ້າພາກັນຕື່ນເຕັ້ນດີໃຈຫຼາຍ. 43 ແຕ່ພະເຢຊູສັ່ງເຂົາເຈົ້າຫຼາຍເທື່ອ*ວ່າບໍ່ໃຫ້ບອກເລື່ອງນີ້ກັບຜູ້ໃດ.+ ແລ້ວເພິ່ນກໍບອກເຂົາເຈົ້າໃຫ້ເອົາເຂົ້າມາໃຫ້ເດັກນ້ອຍກິນ.