ສຸພາສິດ
2 ທຸກສິ່ງທີ່ຄົນໜຶ່ງເຮັດເບິ່ງຄືວ່າຖືກຕ້ອງ*ໃນສາຍຕາຂອງລາວ+
ແຕ່ພະເຢໂຫວາກວດເບິ່ງເຈຕະນາແທ້ໆຂອງລາວ.+
4 ພະເຢໂຫວາເຮັດທຸກສິ່ງເພື່ອໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນແທ້.
ແມ່ນແຕ່ຄົນຊົ່ວເພິ່ນກໍຈະໃຊ້ເພື່ອເຂົາເຈົ້າເອງຈະຖືກທຳລາຍ.+
5 ພະເຢໂຫວາຊັງຄົນຍິ່ງທຸກຄົນ.+
ຄົນແບບນັ້ນຈະຖືກລົງໂທດແນ່ນອນ.
6 ຄົນທີ່ເຮັດຜິດໄດ້ຮັບການຍົກໂທດຍ້ອນຄວາມຮັກທີ່ໝັ້ນຄົງແລະຄວາມສັດຊື່+
ແລະຄົນໜຶ່ງກໍເຊົາເຮັດຊົ່ວຍ້ອນລາວຢ້ານຢຳພະເຢໂຫວາ.+
7 ເມື່ອພະເຢໂຫວາຍອມຮັບວິທີໃຊ້ຊີວິດຂອງຄົນໜຶ່ງ
ເພິ່ນກໍເຮັດໃຫ້ສັດຕູຂອງລາວມາຄືນດີກັບລາວ.+
8 ການເປັນຄົນທຸກຍາກແຕ່ເຮັດສິ່ງທີ່ຖືກຕ້ອງ+
9 ມະນຸດຄິດວາງແຜນກ່ຽວກັບການໃຊ້ຊີວິດ
ແຕ່ແທ້ໆແລ້ວພະເຢໂຫວາເປັນຜູ້ຊີ້ນຳລາວ.+
11 ຕາຊິງແລະຕຸ້ມນ້ຳໜັກທີ່ທ່ຽງເປັນຂອງພະເຢໂຫວາ.
ຫີນທັງໝົດທີ່ໃຊ້ຊັ່ງນ້ຳໜັກໃນຖົງກໍເປັນຜົນງານຂອງເພິ່ນ.+
12 ກະສັດທີ່ດີຄວນຊັງການເຮັດຊົ່ວ.+
ບັນລັງຂອງເຂົາເຈົ້າຈະໝັ້ນຄົງ ຖ້າເຂົາເຈົ້າປົກຄອງດ້ວຍຄວາມຍຸຕິທຳ.+
13 ກະສັດພໍໃຈຄົນທີ່ເວົ້າສິ່ງທີ່ຖືກຕ້ອງ.
ເຂົາເຈົ້າຮັກຄົນທີ່ເວົ້າຈາກໃຈຈິງ.+
14 ຖ້າກະສັດໃຈຮ້າຍກໍອາດຈະເຮັດໃຫ້ມີຄົນຕາຍ+
ແຕ່ຄົນສະຫຼາດຈະຮູ້ວິທີທີ່ຈະເຮັດໃຫ້ກະສັດເຊົາໃຈຮ້າຍ.*+
15 ຖ້າກະສັດພໍໃຈຜູ້ໃດ ຜູ້ນັ້ນກໍຈະມີຊີວິດທີ່ດີ.
ຄວາມພໍໃຈຂອງກະສັດເປັນຄືກັບຂີ້ເຝື້ອທີ່ເຮັດໃຫ້ຝົນຕົກກົງເວລາ.*+
16 ການໄດ້ສະຕິປັນຍາກໍດີກວ່າການໄດ້ຄຳ+
ແລະການໄດ້ຄວາມເຂົ້າໃຈກໍດີກວ່າການໄດ້ເງິນ.+
17 ຄົນສັດຊື່ບໍ່ເຮັດສິ່ງຊົ່ວ.
ຄົນທີ່ລະວັງການກະທຳຂອງໂຕເອງຈະຮັກສາຊີວິດຂອງໂຕເອງໄວ້ໄດ້.+
18 ຄວາມຍິ່ງເຮັດໃຫ້ຖືກທຳລາຍ
ແລະຄວາມຈອງຫອງເຮັດໃຫ້ລົ້ມລົງ.+
19 ເປັນຄົນຖ່ອມຢູ່ໃນກຸ່ມຄົນຖ່ອມ+
ກໍດີກວ່າໄປແບ່ງຊັບສົມບັດທີ່ປຸ້ນມາກັບຄົນຍິ່ງ.
20 ຄົນທີ່ສະແດງຄວາມເຂົ້າໃຈໃນເລື່ອງຕ່າງໆຈະປະສົບຄວາມສຳເລັດ*
ແລະຄົນທີ່ໄວ້ໃຈພະເຢໂຫວາກໍຈະມີຄວາມສຸກ.
21 ຄົນສະຫຼາດຈະເປັນທີ່ຮູ້ຈັກວ່າເປັນຄົນທີ່ມີຄວາມເຂົ້າໃຈ+
ແລະຄົນທີ່ເວົ້າດີໆມ່ວນໆ*ຈະໂນ້ມນ້າວໃຈຄົນອື່ນໄດ້.+
22 ຄວາມເຂົ້າໃຈເປັນຄືກັບນ້ຳພຸແຫ່ງຊີວິດສຳລັບຄົນທີ່ມີສິ່ງນັ້ນ.
ແຕ່ຄົນໂງ່ຖືກສັ່ງສອນດ້ວຍຄວາມໂງ່ຂອງໂຕເອງ.
24 ຄຳເວົ້າດີໆເປັນຄືກັບນ້ຳເຜີ້ງແທ້
ທີ່ມີລົດຊາດຫວານແລະປິ່ນປົວກະດູກໄດ້.+
25 ມີທາງໜຶ່ງທີ່ເບິ່ງຄືວ່າເປັນທາງທີ່ຖືກຕ້ອງ
ແຕ່ປາຍທາງນັ້ນພາໄປສູ່ຄວາມຕາຍ.+
26 ຄວາມຢາກອາຫານເຮັດໃຫ້ກຳມະກອນເຮັດວຽກໜັກ.
ຄວາມຫິວກະຕຸ້ນລາວໃຫ້ເຮັດວຽກຕໍ່ໄປ.+
27 ຄົນທີ່ບໍ່ໄດ້ເລື່ອງຂຸດເອົາເລື່ອງທີ່ບໍ່ດີຂອງຄົນອື່ນມາເວົ້າ.+
ຄຳເວົ້າຂອງລາວເປັນຄືກັບໄຟທີ່ເຜົາໄໝ້.+
28 ຄົນທີ່ມັກສ້າງບັນຫາ*ເຮັດໃຫ້ເກີດການຜິດຖຽງກັນ+
ແລະຄົນທີ່ມັກໃສ່ຮ້າຍເຮັດໃຫ້ໝູ່ສະໜິດແຕກແຍກກັນ.+
29 ຄົນຮຸນແຮງຊັກຊວນເພື່ອນບ້ານໄປເຮັດຊົ່ວ
ແລະພາເພື່ອນບ້ານໄປໃນທາງທີ່ບໍ່ດີ.
30 ລາວຍິກຕາຕອນທີ່ວາງແຜນທຳຮ້າຍຄົນອື່ນ.
ລາວເມັ້ມປາກຕອນທີ່ກຳລັງເຮັດຕາມແຜນການຂອງລາວ.