ປະຖົມມະການ
1 ໃນຕອນທຳອິດພະເຈົ້າໄດ້ສ້າງຟ້າກັບໂລກ.+
2 ຕອນນັ້ນໂລກບໍ່ມີຫຍັງ ມີແຕ່ນ້ຳກັບຄວາມມືດປົກຄຸມຢູ່+ ແລະພະລັງຂອງພະເຈົ້າ+ກໍເຄື່ອນໄຫວຢູ່ເທິງນ້ຳ.+
3 ແລ້ວພະເຈົ້າກໍບອກວ່າ: “ໃຫ້ມີແສງສະຫວ່າງເກີດຂຶ້ນ.” ແລ້ວກໍມີແສງສະຫວ່າງ.+ 4 ຫຼັງຈາກນັ້ນ ພະເຈົ້າກໍເຫັນວ່າແສງສະຫວ່າງນັ້ນດີ ແລ້ວພະເຈົ້າໄດ້ແຍກແສງສະຫວ່າງກັບຄວາມມືດອອກຈາກກັນ. 5 ພະເຈົ້າເອີ້ນຄວາມສະຫວ່າງນັ້ນວ່າກາງເວັນ ແລະເອີ້ນຄວາມມືດນັ້ນວ່າກາງຄືນ.+ ຕອນນີ້ກໍເລີຍມີເວລາຄ່ຳແລະມີເວລາແຈ້ງ ເປັນມື້ທີ 1.
6 ຈາກນັ້ນ ພະເຈົ້າບອກວ່າ: “ໃຫ້ນ້ຳແຍກອອກຈາກກັນ+ ໂດຍໃຫ້ອາກາດເປັນໂຕຂັ້ນລະຫວ່າງນ້ຳ 2 ສ່ວນນັ້ນ.”+ 7 ແລ້ວພະເຈົ້າໄດ້ແຍກນ້ຳອອກເປັນ 2 ສ່ວນ. ສ່ວນໜຶ່ງຢູ່ເທິງອາກາດ ແລະອີກສ່ວນໜຶ່ງຢູ່ລຸ່ມອາກາດ+ ແລ້ວມັນກໍເປັນແບບນັ້ນ. 8 ພະເຈົ້າເອີ້ນອາກາດນັ້ນວ່າຟ້າ. ມີເວລາຄ່ຳແລະມີເວລາແຈ້ງ ເປັນມື້ທີ 2.
9 ພະເຈົ້າເວົ້າອີກວ່າ: “ໃຫ້ນ້ຳມາລວມກັນຢູ່ບ່ອນໜຶ່ງ ແລະໃຫ້ດິນແຫ້ງພົ້ນຂຶ້ນມາ.”+ ແລ້ວມັນກໍເປັນແບບນັ້ນ. 10 ພະເຈົ້າເອີ້ນດິນແຫ້ງນັ້ນວ່າແຜ່ນດິນ+ ສ່ວນນ້ຳທີ່ລວມກັນນັ້ນເພິ່ນເອີ້ນວ່າທະເລ.+ ແລ້ວພະເຈົ້າກໍເຫັນວ່າດີ.+ 11 ພະເຈົ້າບອກວ່າ: “ໃຫ້ແຜ່ນດິນນັ້ນມີຫຍ້າ ມີພືດທີ່ມີເມັດ ແລະມີຕົ້ນໄມ້ໃຫ້ໝາກທີ່ມີແກ່ນເກີດຂຶ້ນຕາມຊະນິດຂອງມັນ.” ແລ້ວມັນກໍເປັນແບບນັ້ນ. 12 ແຜ່ນດິນນັ້ນກໍເກີດຫຍ້າ ພືດຕ່າງໆທີ່ມີເມັດ+ ແລະຕົ້ນໄມ້ໃຫ້ໝາກທີ່ມີແກ່ນຊະນິດຕ່າງໆ. ແລ້ວພະເຈົ້າກໍເຫັນວ່າດີ. 13 ແລ້ວກໍມີເວລາຄ່ຳແລະມີເວລາແຈ້ງ ເປັນມື້ທີ 3.
14 ພະເຈົ້າບອກອີກວ່າ: “ໃຫ້ມີໜ່ວຍທີ່ສ່ອງແສງແຈ້ງ+ຢູ່ເທິງຟ້າ ເພື່ອໃຫ້ຮູ້ກາງເວັນແລະກາງຄືນ.+ ໜ່ວຍເຫຼົ່ານັ້ນຈະກຳນົດລະດູ ມື້ ແລະປີ.+ 15 ໜ່ວຍເຫຼົ່ານັ້ນທີ່ຢູ່ເທິງຟ້າຈະສ່ອງແສງໃຫ້ໂລກ.” ແລ້ວມັນກໍເປັນແບບນັ້ນ. 16 ພະເຈົ້າໄດ້ສ້າງໜ່ວຍທີ່ໃຫ້ແສງສະຫວ່າງ 2 ໜ່ວຍ. ໜ່ວຍໃຫຍ່ສ່ອງແສງຕອນກາງເວັນ+ ສ່ວນໜ່ວຍນ້ອຍສ່ອງແສງຕອນກາງຄືນ. ແລ້ວເພິ່ນໄດ້ສ້າງດາວນຳ.+ 17 ພະເຈົ້າໃຫ້ໜ່ວຍທີ່ໃຫ້ແສງສະຫວ່າງເຫຼົ່ານັ້ນຢູ່ເທິງຟ້າແລະສ່ອງແສງລົງມາໃສ່ໂລກ 18 ເພື່ອແຍກເວລາກາງເວັນກັບກາງຄືນ ແລະໃຫ້ຮູ້ຍາມໃດແຈ້ງຍາມໃດມືດ.+ ແລ້ວພະເຈົ້າກໍເຫັນວ່າດີ. 19 ມີເວລາຄ່ຳແລະມີເວລາແຈ້ງ ເປັນມື້ທີ 4.
20 ພະເຈົ້າບອກອີກວ່າ: “ໃຫ້ມີສິ່ງທີ່ມີຊີວິດຈຳນວນຫຼາຍຢູ່ໃນນ້ຳ ແລະໃຫ້ມີສິ່ງທີ່ມີຊີວິດທີ່ບິນໄດ້ຢູ່ເທິງຟ້າ.”+ 21 ພະເຈົ້າໄດ້ສ້າງສັດໃຫຍ່ໃນທະເລ ສິ່ງທີ່ມີຊີວິດທັງໝົດໃນນ້ຳຕາມຊະນິດຂອງມັນ ແລະສິ່ງທີ່ມີຊີວິດທີ່ບິນໄດ້ທັງໝົດຕາມຊະນິດຂອງມັນ. ແລ້ວພະເຈົ້າກໍເຫັນວ່າດີ. 22 ພະເຈົ້າອວຍພອນສັດເຫຼົ່ານັ້ນແລະເວົ້າວ່າ: “ໃຫ້ອອກແມ່ແພ່ລູກໃຫ້ຫຼາຍໆຈົນເຕັມທະເລ+ ແລະໃຫ້ສິ່ງທີ່ມີຊີວິດທີ່ບິນໄດ້ເຕັມໂລກ.” 23 ມີເວລາຄ່ຳແລະມີເວລາແຈ້ງ ເປັນມື້ທີ 5.
24 ພະເຈົ້າບອກອີກວ່າ: “ໃຫ້ມີສິ່ງທີ່ມີຊີວິດຢູ່ເທິງໂລກຕາມຊະນິດຂອງມັນ ບໍ່ວ່າຈະເປັນສັດບ້ານ ສັດເລືອຄານ* ແລະສັດປ່າທີ່ຢູ່ໃນໂລກຕາມຊະນິດຂອງມັນ.”+ ແລ້ວມັນກໍເປັນແບບນັ້ນ. 25 ພະເຈົ້າໄດ້ສ້າງສັດປ່າຕາມຊະນິດຂອງມັນ ສັດບ້ານຕາມຊະນິດຂອງມັນ ແລະສັດເລືອຄານຕາມຊະນິດຂອງມັນ. ແລ້ວພະເຈົ້າກໍເຫັນວ່າດີ.
26 ຈາກນັ້ນ ພະເຈົ້າກໍບອກວ່າ: “ໃຫ້ພວກເຮົາ+ສ້າງມະນຸດຄ້າຍຄືກັບພວກເຮົາ.+ ໃຫ້ເຂົາເຈົ້າເບິ່ງແຍງ*ປາໃນທະເລ ສັດທີ່ບິນໄດ້ຢູ່ເທິງຟ້າ ສັດບ້ານ ສັດເລືອຄານທຸກຊະນິດ ແລະໂລກນີ້.”+ 27 ແລ້ວພະເຈົ້າໄດ້ສ້າງມະນຸດໃຫ້ຄ້າຍຄືກັບເພິ່ນ ໃຫ້ເປັນຜູ້ຊາຍແລະຜູ້ຍິງ.+ 28 ພະເຈົ້າອວຍພອນເຂົາເຈົ້າແລະບອກວ່າ: “ໃຫ້ພວກເຈົ້າມີລູກມີຫຼານຫຼາຍໆຈົນເຕັມໂລກ+ ແລະໃຫ້ເບິ່ງແຍງໂລກ+ ປາໃນນ້ຳ ສັດທີ່ບິນໄດ້ຢູ່ເທິງຟ້າ ແລະສິ່ງທີ່ມີຊີວິດທັງໝົດໃນໂລກ.”
29 ຈາກນັ້ນ ພະເຈົ້າກໍເວົ້າວ່າ: “ເຮົາໃຫ້ພືດຜັກຕ່າງໆ ແລະໃຫ້ຕົ້ນໄມ້ກິນໝາກກັບເຈົ້າ ເພື່ອເປັນອາຫານຂອງເຈົ້າ.+ 30 ເຮົາໃຫ້ພືດຜັກຕ່າງໆເປັນອາຫານຂອງສັດປ່າ ສັດທີ່ບິນໄດ້ຢູ່ເທິງຟ້າ ແລະສິ່ງທີ່ມີຊີວິດທັງໝົດ.”+ ແລ້ວມັນກໍເປັນແບບນັ້ນ.
31 ຫຼັງຈາກນັ້ນ ພະເຈົ້າໄດ້ເບິ່ງທຸກສິ່ງທຸກຢ່າງທີ່ເພິ່ນສ້າງ ແລະເຫັນວ່າດີຫຼາຍ.+ ມີເວລາຄ່ຳແລະມີເວລາແຈ້ງ ເປັນມື້ທີ 6.