ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມັດທາຍ

      • ຄຳ​ບັນລະຍາຍ​ເທິງ​ພູ (1-27)

        • ໃຫ້​ເຊົາ​ຕັດສິນ​ຄົນ​ອື່ນ (1-6)

        • ຂໍ​ຕໍ່⁠​ໆ​ໄປ ຊອກ​ຫາ​ຕໍ່⁠​ໆ​ໄປ ເຄາະ​ຕໍ່⁠​ໆ​ໄປ (7-11)

        • ກົດ​ຄຳ (12)

        • ປະຕູ​ແຄບ (13, 14)

        • ຮູ້​ຈັກ​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ (15-23)

        • ປຸກ​ເຮືອນ​ຢູ່​ເທິງ​ພະລານ​ຫີນ​ແລະ​ດິນ​ຊາຍ (24-27)

      • ຜູ້​ຟັງ​ຮູ້ສຶກ​ງຶດ​ໃນ​ວິທີ​ທີ່​ພະ​ເຢຊູ​ສອນ (28, 29)

ມັດທາຍ 7:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 6:37; ຣມ 2:1; 14:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 162-164

    ຫໍສັງເກດການ (ສຶກສາ)

    12/2021, ໜ້າ 19-21

ມັດທາຍ 7:2

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພວກ​ເຈົ້າ​ເອົາ​ແນວ​ຜອງ​ແບບ​ໃດ​ຜອງ​ໃຫ້​ເຂົາເຈົ້າ ເຂົາເຈົ້າ​ກໍ​ຈະ​ເອົາ​ແນວ​ຜອງ​ແບບ​ນັ້ນ​ຜອງ​ໃຫ້​ພວກ​ເຈົ້າ​ຄື​ກັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 18:33, 34; ຢກບ 2:13
  • +ມຣກ 4:24; ລກ 6:38; ຄລຕ 6:7

ມັດທາຍ 7:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພີ່ນ້ອງ” ເຊິ່ງ​ໝາຍເຖິງ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ

  • *

    ຫຼື “ໄມ້​ຂາງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 6:41, 42

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 56

ມັດທາຍ 7:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 9:7; ມທ 10:14

ມັດທາຍ 7:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 11:24; ຢກບ 1:5; 1ຢຮ 5:14
  • +ລກ 11:9-13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 1

ມັດທາຍ 7:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 14:13; 1ຢຮ 3:22

ມັດທາຍ 7:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢກບ 1:17
  • +ລກ 11:13

ມັດທາຍ 7:12

ໄຂເງື່ອນ

  • *

    “ກົດໝາຍ​ຂອງ​ໂມເຊ​ແລະ​ຄຳສອນ​ຂອງ​ພວກ​ຜູ້​ພະຍາກອນ” ໃນ​ນີ້​ໝາຍເຖິງ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ທັງໝົດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 6:31
  • +ຣມ 13:10; ຄລຕ 5:14

ມັດທາຍ 7:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 13:24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2021, ໜ້າ 22-25

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 13

    ສະບັບແປໂລກໃໝ່ ໜ້າ 2424, 2434

ມັດທາຍ 7:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 14:22; 1ປຕ 4:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2021, ໜ້າ 22-25

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 13

ມັດທາຍ 7:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 24:11; 2ປຕ 2:1; 1ຢຮ 4:1
  • +ລກ 6:26
  • +ກຈກ 20:29, 30

ມັດທາຍ 7:16

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໝາກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 6:44

ມັດທາຍ 7:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 12:33

ມັດທາຍ 7:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 6:43

ມັດທາຍ 7:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 3:10; ລກ 13:6, 9

ມັດທາຍ 7:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 12:33

ມັດທາຍ 7:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 2:13; ຢກບ 1:22; 1ຢຮ 2:17; 5:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 18

    ຄວາມຮູ້ ໜ້າ 46

    ຊີວິດຕະຫຼອດໄປ ໜ້າ 30-31

ມັດທາຍ 7:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 6:46
  • +ຢຣມ 14:14; 27:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຄວາມຮູ້ ໜ້າ 46

    ຊີວິດຕະຫຼອດໄປ ໜ້າ 30-31

ມັດທາຍ 7:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 13:25-27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 185-187

    ຊີວິດຕະຫຼອດໄປ ໜ້າ 30-31

ມັດທາຍ 7:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 6:47-49; ຢກບ 1:25

ມັດທາຍ 7:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢກບ 1:23, 24

ມັດທາຍ 7:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 3:13

ມັດທາຍ 7:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 1:22; ລກ 4:32

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 46

    ໃກ້ຊິດ ໜ້າ 90-92

ມັດທາຍ 7:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 7:46

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 46

    ໃກ້ຊິດ ໜ້າ 90-92

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມທ. 7:1ລກ 6:37; ຣມ 2:1; 14:13
ມທ. 7:2ມທ 18:33, 34; ຢກບ 2:13
ມທ. 7:2ມຣກ 4:24; ລກ 6:38; ຄລຕ 6:7
ມທ. 7:3ລກ 6:41, 42
ມທ. 7:6ສພສ 9:7; ມທ 10:14
ມທ. 7:7ມຣກ 11:24; ຢກບ 1:5; 1ຢຮ 5:14
ມທ. 7:7ລກ 11:9-13
ມທ. 7:8ຢຮ 14:13; 1ຢຮ 3:22
ມທ. 7:11ຢກບ 1:17
ມທ. 7:11ລກ 11:13
ມທ. 7:12ລກ 6:31
ມທ. 7:12ຣມ 13:10; ຄລຕ 5:14
ມທ. 7:13ລກ 13:24
ມທ. 7:14ກຈກ 14:22; 1ປຕ 4:18
ມທ. 7:15ມທ 24:11; 2ປຕ 2:1; 1ຢຮ 4:1
ມທ. 7:15ລກ 6:26
ມທ. 7:15ກຈກ 20:29, 30
ມທ. 7:16ລກ 6:44
ມທ. 7:17ມທ 12:33
ມທ. 7:18ລກ 6:43
ມທ. 7:19ມທ 3:10; ລກ 13:6, 9
ມທ. 7:20ມທ 12:33
ມທ. 7:21ຣມ 2:13; ຢກບ 1:22; 1ຢຮ 2:17; 5:3
ມທ. 7:22ລກ 6:46
ມທ. 7:22ຢຣມ 14:14; 27:15
ມທ. 7:23ລກ 13:25-27
ມທ. 7:24ລກ 6:47-49; ຢກບ 1:25
ມທ. 7:26ຢກບ 1:23, 24
ມທ. 7:271ກຣ 3:13
ມທ. 7:28ມຣກ 1:22; ລກ 4:32
ມທ. 7:29ຢຮ 7:46
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
ຄຳພີໄບເບິນສະບັບແປໂລກໃໝ່
ມັດທາຍ 7:1-29

ຂ່າວດີທີ່ຂຽນໂດຍມັດທາຍ

7 “ໃຫ້​ເຊົາ​ຕັດສິນ​ຄົນ​ອື່ນ+ ເພື່ອ​ພະເຈົ້າ​ຈະ​ບໍ່​ຕັດສິນ​ພວກ​ເຈົ້າ. 2 ພວກ​ເຈົ້າ​ຕັດສິນ​ຄົນ​ອື່ນ​ແນວ​ໃດ ພະເຈົ້າ​ກໍ​ຈະ​ຕັດສິນ​ພວກ​ເຈົ້າ​ແນວ​ນັ້ນ+ ແລະ​ພວກ​ເຈົ້າ​ເຮັດ​ໃຫ້​ຄົນ​ອື່ນ​ແນວ​ໃດ ເຂົາເຈົ້າ​ກໍ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ແນວ​ນັ້ນ​ຄື​ກັນ.*+ 3 ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ແນມ​ເບິ່ງ​ຂີ້ເລື່ອຍ​ທີ່​ຢູ່​ໃນ​ຕາ​ຂອງ​ຄົນ​ອື່ນ* ແຕ່​ບໍ່​ເຫັນ​ທ່ອນ​ໄມ້*​ທີ່​ຢູ່​ໃນ​ຕາ​ຂອງ​ໂຕ​ເອງ?+ 4 ພວກ​ເຈົ້າ​ບອກ​ຄົນ​ອື່ນ​ໄດ້​ຈັ່ງ​ໃດ​ວ່າ ‘ຂ້ອຍ​ຊິ​ເຂ່ຍ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ໃຫ້​ເຈົ້າ​ເດີ້’ ທັງ​ໆ​ທີ່​ທ່ອນ​ໄມ້​ຍັງ​ຢູ່​ໃນ​ຕາ​ຂອງ​ພວກ​ເຈົ້າ? 5 ພວກ​ເຈົ້າ​ທີ່​ຄິດ​ວ່າ​ໂຕ​ເອງ​ດີ ໃຫ້​ເອົາ​ທ່ອນ​ໄມ້​ອອກ​ຈາກ​ຕາ​ຂອງ​ໂຕ​ເອງ​ກ່ອນ​ແມ້ ພວກ​ເຈົ້າ​ຈຶ່ງ​ຈະ​ເຫັນ​ແຈ້ງ ແລ້ວ​ເຂ່ຍ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ໃຫ້​ຄົນ​ອື່ນ​ໄດ້.

6 ຢ່າ​ເອົາ​ສິ່ງ​ທີ່​ຄວນ​ໃຫ້​ພະເຈົ້າ​ໃຫ້​ໝາ ແລະ​ຢ່າ​ໂຍນ​ໄຂ່​ມຸກ​ໃຫ້​ໝູ+ ຍ້ອນ​ມັນ​ຈະ​ຢຽບ​ຖິ້ມ​ລ້າ​ໆ​ ແລະ​ມັນ​ຍັງ​ຈະ​ກັບ​ມາທຳຮ້າຍ​ພວກ​ເຈົ້າ​ອີກ.

7 ໃຫ້​ຂໍ​ຕໍ່​ໆ​ໄປ​ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ+ ໃຫ້​ຊອກ​ຕໍ່​ໆ​ໄປ​ແລ້ວ​ພວກ​ເຈົ້າ​ຈະ​ເຫັນ ໃຫ້​ເຄາະ​ຕໍ່​ໆ​ໄປແລ້ວ​ປະຕູ​ຈະ​ເປີດອອກ+ 8 ຍ້ອນ​ທຸກ​ຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ+ ທຸກ​ຄົນ​ທີ່​ຊອກ​ກໍ​ຈະ​ເຫັນ ແລະ​ທຸກ​ຄົນ​ທີ່​ເຄາະ ປະຕູ​ກໍ​ຈະ​ເປີດ​ອອກ. 9 ຖ້າ​ລູກ​ຂໍ​ເຂົ້າຈີ່ ເຈົ້າ​ຊິ​ເອົາ​ກ້ອນ​ຫີນ​ໃຫ້​ບໍ? 10 ຫຼື​ຖ້າ​ລູກ​ຂໍ​ປາ ເຈົ້າ​ຊິ​ເອົາ​ງູ​ພິດ​ໃຫ້​ບໍ? 11 ພວກ​ເຈົ້າ​ທີ່​ເປັນ​ຄົນ​ບາບ​ຍັງ​ຮູ້​ຈັກ​ເອົາ​ແນວ​ດີ​ໆ​ໃຫ້​ລູກ. ຄັນຊັ້ນ ພະເຈົ້າ​ພໍ່​ຂອງ​ພວກ​ເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ກໍ​ແຮ່ງ​ຈະ​ເອົາ​ແນວ​ດີ​ໆ​+​ໃຫ້​ຄົນ​ທີ່​ຂໍ​ນຳ​ເພິ່ນ​ບໍ່​ແມ່ນ​ບໍ?+

12 ດັ່ງນັ້ນ ຖ້າ​ພວກ​ເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ແນວ​ໃດ​ກັບ​ພວກ​ເຈົ້າ ໃຫ້​ພວກ​ເຈົ້າ​ເຮັດ​ແນວ​ນັ້ນ​ກັບ​ເຂົາເຈົ້າ.+ ທີ່ຈິງ ນີ້​ແມ່ນ​ເປົ້າໝາຍ​ຫຼັກ​ໃນ​ກົດໝາຍ​ຂອງ​ໂມເຊ​ແລະ​ໃນ​ຄຳສອນ​ຂອງ​ພວກ​ຜູ້​ພະຍາກອນ.*+

13 ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ທາງ​ປະຕູ​ແຄບ+ ຍ້ອນ​ວ່າ​ຫຼາຍ​ຄົນ​ມັກ​ເຂົ້າ​ໄປ​ທາງ​ປະຕູ​ກວ້າງ ແລະ​ທາງ​ຢູ່​ປະຕູ​ນັ້ນ​ກໍ​ກວ້າງ​ຄື​ກັນ ແຕ່​ມັນ​ຈະ​ພາ​ໄປ​ເຖິງ​ຄວາມ​ຈິບຫາຍ. 14 ສ່ວນ​ປະຕູ​ແຄບ​ແລະ​ທາງ​ແຄບ​ໄປ​ຍາກ​ແລະ​ມີ​ໜ້ອຍ​ຄົນ​ເຈິ ແຕ່​ມັນ​ຈະ​ພາ​ໄປ​ເຖິງ​ຊີວິດ.+

15 ໃຫ້​ລະວັງ​ພວກ​ຜູ້​ພະຍາກອນ​ປອມ+​ທີ່​ປອມ​ໂຕ​ມາ​ຫາ​ພວກ​ເຈົ້າ​ໃນ​ຮ່າງ​ຂອງ​ແກະ+ ແຕ່​ແທ້​ໆ​ແລ້ວ​ເຂົາເຈົ້າ​ເປັນ​ໝາ​ປ່າ​ທີ່​ຫິວ​ໂຫຍ​ຫຼາຍ.+ 16 ພວກ​ເຈົ້າ​ຈະ​ຮູ້​ຈັກ​ພວກ​ນີ້​ໄດ້​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ.* ພວກ​ເຈົ້າ​ຈະ​ປິດ​ໝາກ​ລະແຊັງ​ຫຼື​ໝາກເດື່ອ​ຈາກ​ຕົ້ນ​ໜາມ​ໄດ້​ບໍ?+ 17 ຄ້າຍຄື​ກັນ ຕົ້ນໄມ້​ທີ່​ດີ​ກໍ​ເກີດ​ໝາກ​ທີ່​ດີ ແຕ່​ຕົ້ນໄມ້​ທີ່​ບໍ່​ດີ​ກໍ​ເກີດ​ໝາກ​ທີ່​ບໍ່​ດີ.+ 18 ຕົ້ນໄມ້​ທີ່​ດີ​ຈະ​ເກີດ​ໝາກ​ທີ່​ບໍ່​ດີ​ກໍ​ບໍ່​ໄດ້ ແລະ​ຕົ້ນໄມ້​ທີ່​ບໍ່​ດີ​ຈະ​ເກີດ​ໝາກ​ທີ່​ດີ​ກໍ​ບໍ່​ໄດ້​ຄື​ກັນ.+ 19 ຕົ້ນໄມ້​ທຸກ​ຕົ້ນ​ທີ່​ເກີດ​ໝາກ​ທີ່​ບໍ່​ດີ​ຈະ​ຕ້ອງ​ຖືກ​ຟັນ​ແລະ​ຈູດ​ຖິ້ມ.+ 20 ດັ່ງນັ້ນ ເພື່ອ​ຈະ​ຮູ້​ວ່າ​ເຂົາເຈົ້າ​ເປັນ​ຄົນ​ແນວ​ໃດ ໃຫ້​ພວກ​ເຈົ້າ​ເບິ່ງ​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ.+

21 ບໍ່​ແມ່ນ​ທຸກ​ຄົນ​ທີ່​ເອີ້ນ​ຂ້ອຍ​ວ່າ ‘ນາຍ ນາຍ’ ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ ແຕ່​ຄົນ​ທີ່​ຈະ​ມີ​ສ່ວນ​ແມ່ນ​ຄົນ​ທີ່​ເຮັດ​ຕາມ​ສິ່ງ​ທີ່​ພໍ່​ຂອງ​ຂ້ອຍ​ທີ່​ຢູ່​ໃນ​ສະຫວັນ​ຕ້ອງການ​ໃຫ້​ເຮັດ​ເທົ່າ​ນັ້ນ.+ 22 ຈະ​ມີ​ມື້​ໜຶ່ງ​ທີ່​ຫຼາຍ​ຄົນ​ຈະ​ບອກ​ຂ້ອຍ​ວ່າ ‘ນາຍ ນາຍ+ ພວກ​ເຮົາ​ໄດ້​ພະຍາກອນ​ແລະ​ໄລ່​ພວກ​ປີສາດ​ໃນ​ນາມ​ຂອງ​ທ່ານ ແລະ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ໃນ​ນາມ​ຂອງ​ທ່ານ​ບໍ່​ແມ່ນ​ບໍ?’+ 23 ແຕ່​ຂ້ອຍ​ຈະ​ເວົ້າ​ກັບ​ເຂົາເຈົ້າ​ວ່າ ‘ຂ້ອຍ​ບໍ່​ເຄີຍ​ຮູ້​ຈັກ​ພວກ​ເຈົ້າ. ໜີ​ໄປ​ໄກ​ໆ​ ພວກ​ຄົນ​ຊົ່ວ!’+

24 ທຸກ​ຄົນ​ທີ່​ຟັງ​ຄຳສອນ​ຂອງ​ຂ້ອຍ​ແລະ​ເຮັດ​ຕາມ​ເປັນ​ຄື​ກັບ​ຄົນ​ສະຫຼາດ​ທີ່​ປຸກ​ເຮືອນ​ຢູ່​ເທິງ​ພະ​ລານ​ຫີນ.+ 25 ເຖິງ​ວ່າ​ຝົນ​ຈະ​ຕົກ​ໜັກ ນ້ຳ​ມາ​ຖ້ວມ ແລະ​ມີ​ລົມ​ແຮງ​ຊັດ​ໃສ່ ແຕ່​ເຮືອນ​ນັ້ນ​ກໍ​ບໍ່​ພັງ​ຍ້ອນ​ປຸກ​ຢູ່​ເທິງ​ພະ​ລານ​ຫີນ. 26 ສ່ວນ​ທຸກ​ຄົນ​ທີ່​ຟັງ​ຄຳສອນ​ຂອງ​ຂ້ອຍ​ແຕ່​ບໍ່​ເຮັດ​ຕາມ​ກໍ​ເປັນ​ຄື​ກັບ​ຄົນ​ໂງ່​ທີ່​ປຸກ​ເຮືອນ​ຢູ່​ເທິງ​ດິນ​ຊາຍ.+ 27 ເມື່ອ​ຝົນ​ຕົກ​ໜັກ ນ້ຳ​ມາ​ຖ້ວມ ແລະ​ມີ​ລົມ​ແຮງ​ຊັດ​ໃສ່+ ເຮືອນ​ນັ້ນ​ກໍ​ພັງ.”

28 ເມື່ອ​ພະ​ເຢຊູ​ເວົ້າ​ຈົບ​ແລ້ວ ຄົນ​ທີ່​ມາ​ຟັງ​ເພິ່ນ​ກໍຮູ້ສຶກ​ງຶດໃນ​ວິ​ທີ​ທີ່​ເພິ່ນ​ສອນ+ 29 ຍ້ອນ​ເພິ່ນ​ບໍ່​ໄດ້​ສອນ​ຄື​ກັບ​ພວກ​ຄູ​ສອນ​ສາສະໜາ ແຕ່​ສອນ​ຄື​ກັບ​ຄົນ​ທີ່​ໄດ້​ຮັບ​ອຳນາດ​ຈາກ​ພະເຈົ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌