ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 19
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ກະສັດ

      • ເອລີຢາ​ໜີ​ຈາກ​ເຢເຊເບນ​ທີ່​ໃຈ​ຮ້າຍ​ຫຼາຍ (1-​8)

      • ພະ​ເຢໂຫວາ​ມາ​ຫາ​ເອລີຢາ​ຢູ່​ພູ​ໂຮເຣັບ (9-​14)

      • ເອລີຢາ​ແຕ່ງຕັ້ງ​ຮາຊາເອນ ເຢຮູ ແລະ​ເອລີຊາ (15-​18)

      • ເອລີຊາ​ຖືກ​ເລືອກ​ໃຫ້​ເຮັດ​ວຽກ​ຕໍ່​ຈາກ​ເອລີຢາ (19-​21)

1 ກະສັດ 19:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:29; 21:25
  • +1ກສ 16:31
  • +1ກສ 18:40

1 ກະສັດ 19:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:15; 1ຊມ 27:1
  • +ປຖກ 21:31
  • +ຢຊ 15:21, 28

1 ກະສັດ 19:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 11:15; ໂຢບ 3:21; ຢນ 4:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    6/2019, ໜ້າ 15-16

1 ກະສັດ 19:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 10:8-10; ກຈກ 12:7
  • +ພສ 34:7; ຮຣ 1:7, 14

1 ກະສັດ 19:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:1; 19:18; ມລກ 4:4

1 ກະສັດ 19:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:32, 38

1 ກະສັດ 19:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:4, 5; ຈຊບ 25:11; ພສ 69:9
  • +ພບຍ 29:24, 25; ຜຕສ 2:20; 1ກສ 8:9; 2ກສ 17:15
  • +1ກສ 18:4
  • +1ກສ 19:2; ຣມ 11:2, 3

1 ກະສັດ 19:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 33:22
  • +ພສ 50:3; ອຊຢ 29:6
  • +1ຊມ 14:15; ໂຢບ 9:6; ພສ 68:8; ນຮ 1:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 37-38, 43

1 ກະສັດ 19:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:11
  • +ອພຍ 34:5, 6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 37-38, 43

1 ກະສັດ 19:13

ໄຂເງື່ອນ

  • *

    ຫຼື “ຊຸດຜູ້ພະຍາກອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:6

1 ກະສັດ 19:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:20; ພສ 78:37; ອຊຢ 1:4; ຢຣມ 22:9
  • +ຣມ 11:2, 3

1 ກະສັດ 19:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 8:7, 8; ອມ 1:4

1 ກະສັດ 19:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 9:1-3, 30-33
  • +2ກສ 2:9, 15

1 ກະສັດ 19:17

ໄຂເງື່ອນ

  • *

    ແປວ່າ “ພະເຈົ້າເປັນຄວາມລອດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 8:12; 10:32; 13:3
  • +2ກສ 9:14, 24; 10:6, 7, 23, 25
  • +2ກສ 2:23, 24

1 ກະສັດ 19:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 11:4
  • +ອພຍ 20:5
  • +ຮຊອ 13:2

1 ກະສັດ 19:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 2:8

1 ກະສັດ 19:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:13; 2ກສ 2:3; 3:11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກສ. 19:11ກສ 16:29; 21:25
1ກສ. 19:11ກສ 16:31
1ກສ. 19:11ກສ 18:40
1ກສ. 19:3ອພຍ 2:15; 1ຊມ 27:1
1ກສ. 19:3ປຖກ 21:31
1ກສ. 19:3ຢຊ 15:21, 28
1ກສ. 19:4ຈຊບ 11:15; ໂຢບ 3:21; ຢນ 4:3
1ກສ. 19:5ດນອ 10:8-10; ກຈກ 12:7
1ກສ. 19:5ພສ 34:7; ຮຣ 1:7, 14
1ກສ. 19:8ອພຍ 3:1; 19:18; ມລກ 4:4
1ກສ. 19:9ຮຣ 11:32, 38
1ກສ. 19:10ອພຍ 20:4, 5; ຈຊບ 25:11; ພສ 69:9
1ກສ. 19:10ພບຍ 29:24, 25; ຜຕສ 2:20; 1ກສ 8:9; 2ກສ 17:15
1ກສ. 19:101ກສ 18:4
1ກສ. 19:101ກສ 19:2; ຣມ 11:2, 3
1ກສ. 19:11ອພຍ 33:22
1ກສ. 19:11ພສ 50:3; ອຊຢ 29:6
1ກສ. 19:111ຊມ 14:15; ໂຢບ 9:6; ພສ 68:8; ນຮ 1:5
1ກສ. 19:12ພບຍ 4:11
1ກສ. 19:12ອພຍ 34:5, 6
1ກສ. 19:13ອພຍ 3:6
1ກສ. 19:14ພບຍ 31:20; ພສ 78:37; ອຊຢ 1:4; ຢຣມ 22:9
1ກສ. 19:14ຣມ 11:2, 3
1ກສ. 19:152ກສ 8:7, 8; ອມ 1:4
1ກສ. 19:162ກສ 9:1-3, 30-33
1ກສ. 19:162ກສ 2:9, 15
1ກສ. 19:172ກສ 8:12; 10:32; 13:3
1ກສ. 19:172ກສ 9:14, 24; 10:6, 7, 23, 25
1ກສ. 19:172ກສ 2:23, 24
1ກສ. 19:18ຣມ 11:4
1ກສ. 19:18ອພຍ 20:5
1ກສ. 19:18ຮຊອ 13:2
1ກສ. 19:192ກສ 2:8
1ກສ. 19:21ອພຍ 24:13; 2ກສ 2:3; 3:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
1 ກະສັດ 19:1-21

ກະສັດ​ສະບັບ​ທີ​ໜຶ່ງ

19 ອາຮາບ+ເລົ່າ​ທຸກ​ສິ່ງ​ທີ່​ເອລີຢາ​ເຮັດ​ໃຫ້​ເຢເຊເບນ​+ຟັງ ລວມ​ທັງ​ເລື່ອງ​ທີ່​ເອລີຢາ​ໄດ້​ຂ້າ​ພວກ​ຜູ້ພະຍາກອນ​ທຸກ​ຄົນ​ຂອງ​ພະ​ບາອານ.+ 2 ເຢເຊເບນ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ເອລີຢາ​ວ່າ: “ມື້​ອື່ນ​ໃນ​ໂມງ​ນີ້ ຖ້າ​ຂ້ອຍ​ບໍ່​ໄດ້​ຂ້າ​ເຈົ້າ​ໃຫ້​ຕາຍ​ຄື​ກັບ​ພວກ​ຜູ້ພະຍາກອນ​ທີ່​ເຈົ້າ​ຂ້າ ຂໍ​ໃຫ້​ພະເຈົ້າ​ທັງ​ຫຼາຍລົງໂທດຂ້ອຍ​ໜັກ​ໆ​ໂລດ!” 3 ເອລີຢາ​ຢ້ານ​ຫຼາຍ ລາວ​ຈຶ່ງ​ໜີ+ໄປ​ຮອດ​ເມືອງ​ເບເອເຊບາ​+ທີ່​ຢູ່​ໃນ​ເຂດ​ຂອງ​ຕະກູນ​ຢູດາ+ ແລະ​ລາວ​ໄດ້​ປະ​ຄົນ​ຮັບ​ໃຊ້​ຂອງ​ລາວ​ໄວ້​ຫັ້ນ. 4 ລາວ​ເຂົ້າ​ໄປ​ໃນ​ບ່ອນ​ກັນດານ​ແລະ​ຍ່າງ​ຕໍ່​ໄປ​ອີກ 1 ມື້ ແລ້ວ​ໄປ​ນັ່ງ​ຢູ່​ກ້ອງ​ຟຸ່ມ​ໄມ້​ແລະ​ອະທິດຖານ​ຂໍ​ໃຫ້​ໂຕເອງ​ຕາຍ. ລາວ​ເວົ້າ​ວ່າ: “ພະ​ເຢໂຫວາ​ເອີ້ຍ ພໍ​ແລ້ວ! ຂ້າ​ລູກ​ໃຫ້​ຕາຍ​ສະ!+ ລູກ​ບໍ່​ໄດ້​ດີ​ກວ່າ​ປູ່ຍ່າຕານາຍ​ຂອງ​ລູກ​ດອກ.”

5 ແລ້ວ​ລາວ​ກໍ​ນອນ​ຫຼັບ​ຢູ່​ກ້ອງ​ຟຸ່ມ​ໄມ້​ນັ້ນ. ທັນໃດ​ນັ້ນ​ກໍ​ມີ​ທູດສະຫວັນ​ອົງ​ໜຶ່ງ​ມາ​ແຕະ​ໂຕ​ລາວ+ແລະ​ເວົ້າ​ວ່າ: “ລຸກ​ມາ​ກິນ​ເຂົ້າ​ແມ້.”+ 6 ເມື່ອ​ລາວ​ແນມ​ເບິ່ງ​ກໍ​ເຫັນ​ວ່າ​ຢູ່​ໃກ້​ໆ​ຫົວ​ຂອງ​ລາວ​ມີ​ເຂົ້າຈີ່​ມົນ​ໆ​ກ້ອນ​ໜຶ່ງ​ຢອງ​ຢູ່​ເທິງ​ກ້ອນ​ຫີນ​ທີ່​ຮ້ອນ​ໆ​ແລະ​ມີ​ໂຖ​ນ້ຳ​ຢູ່​ນຳ. ລາວ​ລຸກ​ຂຶ້ນ​ມາ​ກິນ​ແລ້ວ​ກໍ​ນອນ​ຕໍ່. 7 ຕໍ່ມາ ທູດສະຫວັນ​ຂອງ​ພະ​ເຢໂຫວາ​ມາ​ຫາ​ລາວ​ອີກ ແລ້ວ​ກໍ​ແຕະ​ໂຕ​ລາວ​ແລະ​ເວົ້າ​ວ່າ: “ລຸກ​ມາ​ກິນ​ເຂົ້າ​ແມ້ ຍ້ອນ​ວ່າເຈົ້າ​ຕ້ອງ​ເດີນ​ທາງ​ໄກ​ຫຼາຍ.” 8 ເອລີຢາ​ກໍ​ລຸກ​ມາ​ກິນ​ເຂົ້າ​ກິນ​ນ້ຳ. ຂອງກິນ​ຄາບ​ນັ້ນ​ເຮັດ​ໃຫ້​ລາວ​ມີ​ແຮງ​ເດີນ​ທາງ​ຕໍ່​ໄປ​ໄດ້​ອີກ 40 ມື້ 40 ຄືນ​ຈົນ​ຮອດ​ພູ​ໂຮເຣັບ​ເຊິ່ງ​ເປັນ​ພູ​ຂອງ​ພະເຈົ້າ​ທ່ຽງແທ້.+

9 ເມື່ອ​ໄປ​ຮອດ ລາວ​ກໍ​ເຂົ້າ​ໄປ​ໃນ​ຖ້ຳ+ແລະ​ນອນ​ຄ້າງ​ຄືນ​ຢູ່​ຫັ້ນ. ແລ້ວ​ພະ​ເຢໂຫວາ​ກໍ​ຖາມ​ລາວ​ວ່າ: “ເອລີຢາ ເຈົ້າ​ມາ​ເຮັດ​ຫຍັງ​ຢູ່​ນີ້?” 10 ລາວ​ຕອບ​ວ່າ: “ລູກ​ຮັບ​ໃຊ້​ພະ​ເຢໂຫວາ​ຜູ້ບັນຊາ​ການ​ກອງ​ທັບດ້ວຍສຸດ​ຫົວໃຈ+ ແຕ່​ພວກ​ອິດສະຣາ​ເອນ​ບໍ່​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ພະອົງ.+ ເຂົາ​ເຈົ້າ​ມ້າງ​ແທ່ນ​ບູຊາ​ຂອງ​ພະອົງ​ຖິ້ມ​ແລະ​ກໍ​ຍັງ​ຂ້າ​ຜູ້ພະຍາກອນ​ຂອງ​ພະອົງ​ນຳ​ອີກ.+ ຕອນ​ນີ້​ເຫຼືອ​ແຕ່​ລູກ​ຄົນ​ດຽວ​ແລະ​ເຂົາ​ເຈົ້າ​ກໍ​ກຳລັງ​ຊອກ​ຂ້າ​ລູກ.”+ 11 ແຕ່​ພະເຈົ້າ​ບອກ​ລາວ​ວ່າ: “ໃຫ້​ອອກ​ຈາກ​ຖ້ຳ​ແລະ​ໄປ​ຢືນ​ຢູ່​ພູ​ນີ້​ຕໍ່​ໜ້າ​ພະ​ເຢໂຫວາ.” ເມື່ອ​ເອລີຢາ​ອອກ​ໄປ ພະ​ເຢໂຫວາ​ໄດ້​ກາຍ​ລາວ​ໄປ​+ແລະ​ກໍ​ມີ​ລົມ​ພາຍຸ​ພັດ​ມາ​ບັກ​ແຮງ​ໆ​ຈົນ​ເຮັດ​ໃຫ້​ພູ​ແຍກ​ອອກ​ຈາກ​ກັນ ແລະ​ຜາ​ກໍ​ແຕກ​ອອກ​ຈາກ​ກັນ​ຕໍ່​ໜ້າ​ພະ​ເຢໂຫວາ+ ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຢູ່​ໃນ​ລົມ​ພາຍຸ​ນັ້ນ. ຫຼັງ​ຈາກ​ລົມ​ພາຍຸ​ກໍ​ມີ​ແຜ່ນດິນ​ໄຫວ+ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ຢູ່​ໃນ​ແຜ່ນດິນ​ໄຫວ​ນັ້ນ. 12 ຫຼັງ​ຈາກ​ແຜ່ນດິນ​ໄຫວ​ກໍ​ມີ​ໄຟ​ລຸກ+ບັກ​ແຮງ​ໆ​ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ຢູ່​ໃນ​ໄຟ​ນັ້ນ. ຫຼັງ​ຈາກ​ໄຟ​ລຸກ​ກໍ​ມີ​ສຽງ​ເວົ້າ​ຄ່ອຍ​ໆ​ແລະ​ນຸ້ມ​ນວນ.+ 13 ເມື່ອ​ເອລີຢາ​ໄດ້​ຍິນ​ສຽງ​ນັ້ນ ລາວ​ກໍ​ເອົາເສື້ອ*​ມາ​ບັງ​ໜ້າ​ໄວ້+ແລະ​ອອກ​ໄປ​ຢືນ​ຢູ່​ປາກ​ຖ້ຳ ແລ້ວ​ກໍ​ມີ​ສຽງ​ຖາມ​ລາວ​ວ່າ: “ເອລີຢາ ເຈົ້າ​ມາ​ເຮັດ​ຫຍັງ​ຢູ່​ນີ້?” 14 ລາວ​ຕອບ​ວ່າ: “ລູກ​ຮັບ​ໃຊ້​ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ດ້ວຍ​ສຸດ​ຫົວໃຈ ແຕ່​ພວກ​ອິດສະຣາ​ເອນ​ບໍ່​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ພະອົງ.+ ເຂົາ​ເຈົ້າ​ມ້າງ​ແທ່ນ​ບູຊາ​ຂອງ​ພະອົງ​ຖິ້ມ​ແລະ​ກໍ​ຍັງ​ຂ້າ​ຜູ້ພະຍາກອນ​ຂອງ​ພະອົງ​ນຳ​ອີກ. ຕອນ​ນີ້​ເຫຼືອ​ແຕ່​ລູກ​ຄົນ​ດຽວແລະ​ເຂົາ​ເຈົ້າ​ກໍ​ກຳລັງ​ຊອກ​ຂ້າ​ລູກ.”+

15 ພະ​ເຢໂຫວາ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ກັບ​ເມືອ ແລ້ວ​ໄປ​ບ່ອນ​ກັນດານ​ດາມາເຊ. ເມື່ອ​ໄປ​ຮອດ​ຫັ້ນ​ໃຫ້​ເຈົ້າ​ແຕ່ງຕັ້ງ​ຮາຊາເອນ​+ເປັນ​ກະສັດ​ຊີເຣຍ. 16 ໃຫ້​ເຈົ້າ​ແຕ່ງຕັ້ງ​ເຢຮູ+ຫຼານ​ຊາຍ​ຂອງ​ນິມຊີ​ເປັນ​ກະສັດ​ອິດສະຣາ​ເອນ ແລະ​ແຕ່ງຕັ້ງ​ເອລີຊາ​ລູກ​ຊາຍ​ຂອງ​ຊາຟາດ​ຄົນ​ອາເບັນເມໂຮລາ​ໃຫ້​ເປັນ​ຜູ້ພະຍາກອນ​ແທນ​ເຈົ້າ.+ 17 ຜູ້​ທີ່​ລອດ​ຈາກ​ດາບ​ຂອງ​ຮາຊາເອນ​+ຈະ​ຖືກ​ເຢຮູ​ຂ້າ+ ແລະ​ຜູ້​ທີ່​ລອດ​ຈາກ​ດາບ​ຂອງ​ເຢຮູ​ຈະ​ຖືກ​ເອລີຊາ*ຂ້າ.+ 18 ເຮົາ​ຍັງ​ມີ​ອີກ 7.000 ຄົນ​ໃນ​ອິດສະຣາ​ເອນ+ທີ່​ບໍ່​ໄດ້​ຄູ້​ເຂົ່າ​ລົງນະມັດສະການພະ​ບາອານ+ແລະ​ບໍ່​ໄດ້​ຈູບ​ພະ​ບາອານ.”+

19 ເອລີຢາ​ຈຶ່ງ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ໄປ​ຫາ​ເອລີຊາ​ລູກ​ຊາຍ​ຂອງ​ຊາຟາດ​ທີ່​ກຳລັງ​ໄຖ​ນາ​ຢູ່. ຕອນ​ນັ້ນ ມີ​ງົວ 12 ຄູ່​ຢູ່​ທາງ​ໜ້າ​ເອລີຊາ ແລະ​ລາວ​ຢູ່​ກັບ​ຄູ່​ທີ 12. ເອລີຢາ​ຍ່າງ​ໄປ​ຫາ​ເອລີຊາ​ແລ້ວ​ເອົາ​ຊຸດ​ຜູ້ພະຍາກອນ​+ໃສ່​ໃຫ້​ລາວ. 20 ເອລີຊາ​ກໍ​ປະ​ງົວ​ໄວ້ ແລ້ວ​ແລ່ນ​ນຳ​ຫຼັງ​ເອລີຢາ​ແລະ​ເວົ້າ​ວ່າ: “ຂ້ອຍ​ຂໍ​ໄປ​ຈູບ​ລາ​ພໍ່​ແມ່​ກ່ອນ​ແລ້ວ​ຂ້ອຍ​ຈະ​ໄປ​ນຳ​ທ່ານ.” ເອລີຢາ​ຈຶ່ງ​ບອກ​ລາວ​ວ່າ: “ໄປ​ໂລດ ຂ້ອຍ​ບໍ່​ໄດ້​ຫ້າມ​ເຈົ້າ.” 21 ແລ້ວ​ເອລີຊາ​ກໍ​ກັບ​ໄປ. ລາວ​ເອົາ​ງົວ​ຄູ່​ໜຶ່ງ​ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ແລະ​ເອົາ​ຄັນໄຖ​ໄປ​ເຮັດ​ຟືນ​ເພື່ອ​ຕົ້ມ​ຊີ້ນ​ງົວ​ນັ້ນ​ແລ້ວ​ຢາຍ​ໃຫ້​ປະຊາຊົນ​ກິນ. ຫຼັງ​ຈາກ​ນັ້ນ ເອລີຊາ​ກໍ​ໄປ​ກັບ​ເອລີຢາ​ແລະ​ເລີ່ມ​ຮັບ​ໃຊ້​ລາວ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌