ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ໂກຣິນໂທ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ໂກຣິນໂທ

      • ສຸບ​ໃສ່​ຮ່າງກາຍ​ສຳລັບ​ສະຫວັນ (1-10)

      • ວຽກ​ຮັບໃຊ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຄືນດີ​ກັບ​ພະເຈົ້າ (11-21)

        • ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່ (17)

        • ທູດ​ທີ່​ເຮັດ​ໜ້າທີ່​ແທນ​ພະຄລິດ (20)

2 ໂກຣິນໂທ 5:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ປຕ 1:13, 14
  • +1ກຣ 15:50; ຟລປ 3:20, 21

2 ໂກຣິນໂທ 5:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 6:5; 8:23; 1ກຣ 15:48, 49

2 ໂກຣິນໂທ 5:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 15:43, 44; ຟລປ 1:21
  • +1ປຕ 1:3, 4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2020, ໜ້າ 23

    ຫໍສັງເກດການ (ສຶກສາ)

    1/2016, ໜ້າ 18

2 ໂກຣິນໂທ 5:5

ໄຂເງື່ອນ

  • *

    ຫຼື “ວາງ​ມັດ​ຈຳ; ຄ້ຳ​ປະກັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 2:10
  • +ຣມ 8:23; ອຟຊ 1:13, 14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2016, ໜ້າ 15-16

2 ໂກຣິນໂທ 5:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 14:3

2 ໂກຣິນໂທ 5:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 1:23

2 ໂກຣິນໂທ 5:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 22:12

2 ໂກຣິນໂທ 5:11

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ພວກ​ເຈົ້າ”

2 ໂກຣິນໂທ 5:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 10:10

2 ໂກຣິນໂທ 5:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 11:1, 16

2 ໂກຣິນໂທ 5:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 53:10; ມທ 20:28; 1ຕມ 2:5, 6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2016, ໜ້າ 10-11

2 ໂກຣິນໂທ 5:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 14:7, 8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 28

    ຫໍສັງເກດການ (ສຶກສາ)

    1/2016, ໜ້າ 10-11

2 ໂກຣິນໂທ 5:16

ໄຂເງື່ອນ

  • *

    ຫຼື “ພວກ​ເຮົາ​ເຄີຍ​ຮູ້​ຈັກ​ພະຄລິດ​ໃນ​ສະພາບ​ມະນຸດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 12:50
  • +ຢຮ 20:17

2 ໂກຣິນໂທ 5:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 6:15

2 ໂກຣິນໂທ 5:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 5:10; ອຟຊ 2:15, 16; ກລຊ 1:19, 20
  • +ກຈກ 20:24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 209-210

2 ໂກຣິນໂທ 5:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 5:6; 1ຢຮ 2:1, 2
  • +ຣມ 4:25; 5:18
  • +ມທ 28:19, 20; ກຈກ 13:38, 39

2 ໂກຣິນໂທ 5:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 6:19, 20
  • +ຟລປ 3:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຮັກຂອງພະເຈົ້າ” ໜ້າ 51-52

2 ໂກຣິນໂທ 5:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 4:15; 7:26
  • +ຣມ 1:16, 17

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກຣ. 5:12ປຕ 1:13, 14
2ກຣ. 5:11ກຣ 15:50; ຟລປ 3:20, 21
2ກຣ. 5:2ຣມ 6:5; 8:23; 1ກຣ 15:48, 49
2ກຣ. 5:41ກຣ 15:43, 44; ຟລປ 1:21
2ກຣ. 5:41ປຕ 1:3, 4
2ກຣ. 5:5ອຟຊ 2:10
2ກຣ. 5:5ຣມ 8:23; ອຟຊ 1:13, 14
2ກຣ. 5:6ຢຮ 14:3
2ກຣ. 5:8ຟລປ 1:23
2ກຣ. 5:10ພນມ 22:12
2ກຣ. 5:122ກຣ 10:10
2ກຣ. 5:132ກຣ 11:1, 16
2ກຣ. 5:14ອຊຢ 53:10; ມທ 20:28; 1ຕມ 2:5, 6
2ກຣ. 5:15ຣມ 14:7, 8
2ກຣ. 5:16ມທ 12:50
2ກຣ. 5:16ຢຮ 20:17
2ກຣ. 5:17ຄລຕ 6:15
2ກຣ. 5:18ຣມ 5:10; ອຟຊ 2:15, 16; ກລຊ 1:19, 20
2ກຣ. 5:18ກຈກ 20:24
2ກຣ. 5:19ຣມ 5:6; 1ຢຮ 2:1, 2
2ກຣ. 5:19ຣມ 4:25; 5:18
2ກຣ. 5:19ມທ 28:19, 20; ກຈກ 13:38, 39
2ກຣ. 5:20ອຟຊ 6:19, 20
2ກຣ. 5:20ຟລປ 3:20
2ກຣ. 5:21ຮຣ 4:15; 7:26
2ກຣ. 5:21ຣມ 1:16, 17
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
2 ໂກຣິນໂທ 5:1-21

ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ

5 ພວກ​ເຮົາ​ຮູ້​ວ່າ​ເຮືອນ​ຂອງ​ພວກ​ເຮົາ​ຢູ່​ໂລກ​ນີ້​ແມ່ນ​ຮ່າງກາຍ​ທີ່​ປຽບ​ຄື​ກັບ​ເຕັ້ນ​ທີ່​ຈະ​ຕ້ອງ​ຖືກ​ຮື້​ຖິ້ມ+ ແຕ່​ພວກ​ເຮົາ​ຈະ​ໄດ້​ເຮືອນ​ຫຼັງ​ໃໝ່​ທີ່​ຕັ້ງ​ຢູ່​ຕະຫຼອດ​ໄປ​ໃນ​ສະຫວັນ ເປັນ​ເຮືອນ​ທີ່​ພະເຈົ້າ​ສ້າງ ບໍ່​ແມ່ນ​ມະນຸດ​ສ້າງ.+ 2 ຕອນ​ທີ່​ຢູ່​ເຮືອນ​ຫຼັງ​ນີ້​ເຊິ່ງ​ກໍ​ແມ່ນ​ຮ່າງກາຍ​ຂອງ​ພວກ​ເຮົາ ພວກ​ເຮົາ​ຮ້ອງຄາງ​ຍ້ອນ​ຢາກ​ສຸບ​ໃສ່​ອີກ​ຮ່າງກາຍ​ໜຶ່ງ​ທີ່​ກຽມ​ໄວ້​ໃຫ້​ພວກ​ເຮົາ​ໃນ​ສະຫວັນ.+ 3 ເມື່ອ​ພວກ​ເຮົາ​ໄດ້​ສຸບ​ໃສ່​ຮ່າງກາຍ​ນັ້ນ ພວກ​ເຮົາ​ຈະ​ບໍ່​ປະເປືອຍ. 4 ທີ່ຈິງ ໃນ​ຮ່າງກາຍ​ທີ່​ປຽບ​ຄື​ກັບ​ເຕັ້ນ​ຫຼັງ​ນີ້ ພວກ​ເຮົາເປັນ​ທຸກ​ໂສກເສົ້າ ບໍ່​ແມ່ນ​ຍ້ອນ​ຢາກ​ຖິ້ມ​ເຕັ້ນ​ຫຼັງ​ນີ້ ແຕ່​ຍ້ອນ​ພວກ​ເຮົາ​ຢາກ​ຢູ່​ໃນ​ເຕັ້ນ​ອີກ​ຫຼັງ​ໜຶ່ງ+ ເພື່ອ​ຊີວິດ​ຕະຫຼອດ​ໄປ​ຈະ​ມາ​ແທນ​ຮ່າງກາຍ​ທີ່​ຕາຍ​ໄດ້.+ 5 ພະເຈົ້າ​ກຽມ​ພວກ​ເຮົາ​ໄວ້​ສຳລັບ​ຊີວິດ​ແບບ​ນັ້ນ.+ ເພິ່ນ​ເອົາ​ພະລັງ​ຂອງ​ເພິ່ນ​ໃຫ້​ພວກ​ເຮົາ​ເພື່ອ​ຮັບຮອງ*​ວ່າ​ພວກ​ເຮົາ​ຈະ​ໄດ້​ຮັບ​ລາງວັນ.+

6 ດັ່ງນັ້ນ ພວກ​ເຮົາ​ຈຶ່ງ​ໝັ້ນໃຈ​ສະເໝີ​ແລະ​ຮູ້​ວ່າ​ຕອນ​ທີ່​ພວກ​ເຮົາ​ຢູ່​ໃນ​ຮ່າງກາຍ​ນີ້​ທີ່​ປຽບ​ຄື​ກັບ​ເຮືອນ ພວກ​ເຮົາ​ຍັງ​ບໍ່​ໄດ້​ຢູ່​ນຳ​ຜູ້​ເປັນ​ນາຍ.+ 7 ພວກ​ເຮົາ​ຈຶ່ງ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ ບໍ່​ແມ່ນ​ຕາມ​ສິ່ງ​ທີ່​ເຫັນ. 8 ພວກ​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ນີ້​ຫຼາຍ​ແລະ​ຢາກ​ຢູ່​ກັບ​ຜູ້​ເປັນ​ນາຍ​ຫຼາຍ​ກວ່າ​ຢູ່​ໃນ​ຮ່າງກາຍ​ນີ້.+ 9 ແຕ່​ບໍ່​ວ່າ​ພວກ​ເຮົາ​ຈະ​ຢູ່​ກັບ​ເພິ່ນ​ຫຼື​ບໍ່ ພວກ​ເຮົາ​ກໍ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ເພິ່ນ​ພໍໃຈ​ສະເໝີ. 10 ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ຢູ່​ຕໍ່​ໜ້າ​ບັນລັງ​ຕັດສິນ​ຂອງ​ພະຄລິດ ແລະ​ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ຜົນ​ຕາມ​ສິ່ງ​ທີ່​ໂຕເອງ​ເຮັດ​ຕອນ​ທີ່​ຢູ່​ໃນ​ຮ່າງກາຍ​ນີ້ ບໍ່​ວ່າ​ຈະ​ເຮັດ​ດີ​ຫຼື​ເຮັດ​ຊົ່ວ.+

11 ດັ່ງນັ້ນ ເມື່ອ​ພວກ​ເຮົາ​ຮູ້​ວ່າ​ຄວນ​ຢ້ານຢຳ​ຜູ້​ເປັນ​ນາຍ ພວກ​ເຮົາ​ຈຶ່ງ​ພະຍາຍາມ​ໂນ້ມນ້າວ​ໃຈ​ຄົນ​ອື່ນ​ໃຫ້​ເຊື່ອ​ສິ່ງ​ທີ່​ພວກ​ເຮົາ​ສອນ. ແຕ່​ພະເຈົ້າ​ຮູ້​ຈັກ​ພວກ​ເຮົາ​ດີ ແລະ​ຂ້ອຍ​ຫວັງ​ວ່າ​ພວກ​ເຈົ້າ*​ກໍ​ຮູ້​ຈັກ​ພວກ​ເຮົາ​ດີ​ຄື​ກັນ. 12 ຂ້ອຍ​ເວົ້າ​ແບບ​ນີ້ ບໍ່​ແມ່ນ​ເພື່ອ​ອວດ​ໂຕເອງ​ກັບ​ພວກ​ເຈົ້າ ແຕ່​ເພື່ອ​ໃຫ້​ພວກ​ເຈົ້າ​ຮູ້ສຶກ​ຢາກ​ຈະ​ອວດ​ເລື່ອງ​ຂອງ​ພວກ​ເຮົາ. ພວກ​ເຈົ້າ​ຈຶ່ງ​ຈະ​ມີ​ຄຳ​ຕອບ​ໃຫ້​ຄົນ​ທີ່​ມັກ​ອວດ​ສິ່ງ​ທີ່​ຢູ່​ພາຍ​ນອກ+ ແຕ່​ບໍ່​ອວດ​ສິ່ງ​ທີ່​ຢູ່​ໃນ​ໃຈ. 13 ຖ້າ​ພວກ​ເຮົາ​ເຮັດ​ຫຍັງ​ຄື​ກັບຄົນ​ເປັນ​ບ້າ+ ພວກ​ເຮົາ​ກໍ​ເຮັດ​ເພື່ອ​ພະເຈົ້າ ແຕ່​ຖ້າ​ພວກ​ເຮົາ​ເຮັດ​ແບບ​ຄົນ​ມີ​ສະຕິ ກໍ​ຈະ​ເປັນ​ປະໂຫຍດ​ຕໍ່​ພວກ​ເຈົ້າ. 14 ຄວາມ​ຮັກ​ຂອງ​ພະຄລິດ​ກະຕຸ້ນ​ພວກ​ເຮົາ​ຢູ່. ພວກ​ເຮົາ​ເຊື່ອ​ວ່າ​ຄົນ​ໜຶ່ງ​ຕາຍ​ເພື່ອ​ທຸກ​ຄົນ+ ຍ້ອນ​ທຸກ​ຄົນ​ກໍ​ຄື​ກັບ​ຕາຍ​ຢູ່​ແລ້ວ. 15 ພະຄລິດ​ຕາຍ​ເພື່ອ​ທຸກ​ຄົນ ເພື່ອ​ຄົນ​ທີ່​ມີ​ຊີວິດ​ຢູ່​ຈະ​ບໍ່​ໃຊ້​ຊີວິດ​ເພື່ອ​ໂຕເອງ​ອີກ​ຕໍ່​ໄປ+ ແຕ່​ຈະ​ຢູ່​ເພື່ອ​ຜູ້​ທີ່​ຕາຍ​ແທນ​ເຂົາເຈົ້າ​ແລະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ.

16 ຕັ້ງແຕ່​ນີ້​ຕໍ່​ໄປ ພວກ​ເຮົາ​ຈະ​ບໍ່​ເບິ່ງ​ຜູ້​ໃດ​ແບບ​ທີ່​ຄົນ​ທົ່ວໄປ​ເບິ່ງ.+ ເຖິງ​ວ່າ​ພວກ​ເຮົາ​ເຄີຍ​ເບິ່ງ​ພະຄລິດ​ແບບ​ທີ່​ຄົນ​ທົ່ວໄປ​ເບິ່ງ* ແຕ່​ດຽວ​ນີ້​ພວກ​ເຮົາ​ບໍ່​ເບິ່ງ​ເພິ່ນ​ແບບ​ນັ້ນ​ອີກ​ແລ້ວ.+ 17 ດັ່ງນັ້ນ ຖ້າ​ຜູ້​ໃດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພະຄລິດ ລາ​ວ​ກໍ​ເປັນ​ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່.+ ສິ່ງ​ເກົ່າ​ໆ​ດັບ​ສູນ​ໄປ ແລ້ວ​ສິ່ງ​ໃໝ່​ໆ​ກໍ​ເກີດ​ຂຶ້ນ​ມາ. 18 ທັງໝົດ​ນີ້​ມາ​ຈາກ​ພະເຈົ້າ​ຜູ້​ທີ່​ເຮັດ​ໃຫ້​ພວກ​ເຮົາ​ຄືນດີ​ກັບ​ເພິ່ນ​ຜ່ານ​ທາງ​ພະຄລິດ.+ ເພິ່ນ​ໃຫ້​ພວກ​ເຮົາ​ເຮັດ​ວຽກ​ຮັບໃຊ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຄືນດີ​ກັບ​ເພິ່ນ.+ 19 ນີ້​ໝາຍ​ຄວາມ​ວ່າ ພະເຈົ້າ​ໃຊ້​ພະຄລິດ​ເພື່ອ​ເຮັດ​ໃຫ້​ຄົນ​ໃນ​ໂລກ​ຄືນດີ​ກັບ​ເພິ່ນ+ ເພື່ອ​ເພິ່ນ​ຈະ​ບໍ່​ເອົາ​ຜິດ​ນຳ​ເຂົາເຈົ້າ+ ແລະ​ເພິ່ນ​ຝາກ​ໃຫ້​ພວກ​ເຮົາ​ໄປ​ປະກາດ​ເລື່ອງ​ການ​ຄືນດີ​ນີ້.+

20 ດັ່ງນັ້ນ ພວກ​ເຮົາ​ທີ່​ເປັນ​ທູດ+​ເຊິ່ງ​ເຮັດ​ໜ້າທີ່​ແທນ​ພະຄລິດ+​ຖືກ​ພະເຈົ້າ​ໃຊ້​ໃຫ້​ໄປ​ອ້ອນວອນ​ຄົນ. ໃນ​ຖານະ​ຜູ້​ເຮັດ​ໜ້າທີ່​ແທນ​ພະຄລິດ ພວກ​ເຮົາ​ຂໍຮ້ອງ​ເຂົາເຈົ້າ​ວ່າ: “ມາ​ຄືນດີ​ກັບ​ພະເຈົ້າ​ແມ້.” 21 ພະເຈົ້າ​ໃຫ້​ເພິ່ນ​ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ+​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ໃຫ້​ພວກ​ເຮົາ ເພື່ອ​ພະເຈົ້າ​ຈະ​ຍອມຮັບ​ພວກ​ເຮົາ​ໂດຍ​ທາງ​ເພິ່ນ​ຜູ້​ນັ້ນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌