ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ພູ​ຂອງ​ພະເຢໂຫວາ​ຈະ​ສູງ​ກວ່າ​ພູ​ທຸກ​ໜ່ວຍ (1-​5)

        • ດາບ​ຈະ​ຖືກ​ຕີ​ເປັນ​ໝາກ​ສົບ​ໄຖ​ເພື່ອ​ໃຊ້​ໄຖ​ນາ (4)

      • ວັນ​ຂອງ​ພະເຢໂຫວາ​ຈະ​ເຮັດ​ໃຫ້​ຄົນ​ທີ່​ຈອງຫອງ​ຕົກ​ຕ່ຳ (6-​22)

ເອຊາຢາ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:1

ເອຊາຢາ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 8:3
  • +ພສ 72:1, 8; 86:9; ມກ 4:1-3; ຮກ 2:7; ກຈກ 10:34, 35

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2016, ໜ້າ 3

ເອຊາຢາ 2:3

ໄຂເງື່ອນ

  • *

    ຫຼື “ຄຳ​ສອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 8:23
  • +ອຊຢ 54:13
  • +ອຊຢ 51:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2016, ໜ້າ 23

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2016, ໜ້າ 3

ເອຊາຢາ 2:4

ໄຂເງື່ອນ

  • *

    ເຫຼັກ​ທີ່​ໃຊ້​ປີ້ນ​ດິນ​ຕອນ​ໄຖ​ນາ

  • *

    ຫຼື “ມີດ​ຂໍ​ທີ່​ໃຊ້​ຕັດ​ແຕ່ງ​ເຄືອ​ໝາກ​ລະແຊັງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 46:9
  • +ພສ 72:7; ອຊຢ 60:18; ມທ 26:52

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2016, ໜ້າ 3

ເອຊາຢາ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 60:19, 20

ເອຊາຢາ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:16, 17
  • +ພບຍ 18:10

ເອຊາຢາ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 17:15, 16

ເອຊາຢາ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 28:1, 2; 33:1, 7

ເອຊາຢາ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:18

ເອຊາຢາ 2:11

ໄຂເງື່ອນ

  • *

    ຫຼື “ຈະ​ຕ້ອງ​ຖືກ​ເຮັດ​ໃຫ້​ຖ່ອມ​ໂຕ​ລົງ”

ເອຊາຢາ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 1:4, 7
  • +ອຊຢ 66:16

ເອຊາຢາ 2:13

ໄຂເງື່ອນ

  • *

    ຕົ້ນ​ແປກ​ຊະນິດໜຶ່ງ

ເອຊາຢາ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 10:22; ອຊກ 27:25

ເອຊາຢາ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 27:9

ເອຊາຢາ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 6:15
  • +ອຊຢ 2:10; 2ທຊ 1:9

ເອຊາຢາ 2:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 30:22; 31:7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 2:1ອຊຢ 1:1
ອຊຢ. 2:2ຊຄຢ 8:3
ອຊຢ. 2:2ພສ 72:1, 8; 86:9; ມກ 4:1-3; ຮກ 2:7; ກຈກ 10:34, 35
ອຊຢ. 2:3ຊຄຢ 8:23
ອຊຢ. 2:3ອຊຢ 54:13
ອຊຢ. 2:3ອຊຢ 51:4
ອຊຢ. 2:4ພສ 46:9
ອຊຢ. 2:4ພສ 72:7; ອຊຢ 60:18; ມທ 26:52
ອຊຢ. 2:5ອຊຢ 60:19, 20
ອຊຢ. 2:6ພບຍ 31:16, 17
ອຊຢ. 2:6ພບຍ 18:10
ອຊຢ. 2:7ພບຍ 17:15, 16
ອຊຢ. 2:82ຂຄ 28:1, 2; 33:1, 7
ອຊຢ. 2:10ອພຍ 20:18
ອຊຢ. 2:12ຊຟຢ 1:4, 7
ອຊຢ. 2:12ອຊຢ 66:16
ອຊຢ. 2:161ກສ 10:22; ອຊກ 27:25
ອຊຢ. 2:18ອຊຢ 27:9
ອຊຢ. 2:19ພນມ 6:15
ອຊຢ. 2:19ອຊຢ 2:10; 2ທຊ 1:9
ອຊຢ. 2:20ອຊຢ 30:22; 31:7
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 2:1-22

ເອຊາຢາ

2 ຕໍ່ໄປ​ນີ້​ແມ່ນ​ນິມິດ​ທີ່​ພະເຈົ້າ​ໃຫ້​ເອຊາຢາ​ລູກ​ຊາຍ​ຂອງ​ອາມອດ​ເຫັນ​ກ່ຽວກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຢູດາ​ແລະ​ເຢຣູຊາເລັມ.+

 2 ໃນ​ສະໄໝ​ສຸດທ້າຍ

ພູ​ໜ່ວຍ​ທີ່​ວິຫານ​ຂອງ​ພະ​ເຢໂຫວາ​ຕັ້ງ​ຢູ່

ຈະ​ຕັ້ງ​ຢ່າງ​ໝັ້ນຄົງ​ແລະສູງ​ເດັ່ນ​ກວ່າ​ພູ​ທຸກ​ໜ່ວຍ.+

ພູ​ໜ່ວຍ​ນີ້​ຈະ​ສູງ​ກວ່າ​ໂນນພູ​ທຸກ​ໂນນ

ແລະ​ຄົນ​ຈາກ​ທຸກ​ຊາດ​ຈະ​ໄປ​ຫັ້ນ.+

 3 ຄົນ​ຈາກ​ຊາດ​ຕ່າງ​ໆ​ຈະ​ພາກັນ​ເວົ້າ​ວ່າ:

“ໄປ໋ ໃຫ້​ພວກ​ເຮົາ​ຂຶ້ນ​ໄປ​ເທິງ​ພູ​ຂອງ​ພະ​ເຢໂຫວາ

ແລະ​ໄປ​ວິຫານ​ພະເຈົ້າ​ຂອງ​ຢາໂຄບ.+

ເພິ່ນ​ຈະ​ສອນ​ພວກ​ເຮົາ​ໃຫ້​ຮູ້ຈັກ​ແນວ​ທາງ​ຂອງ​ເພິ່ນ

ແລະ​ພວກ​ເຮົາ​ຈະ​ໄດ້​ໃຊ້​ຊີວິດຕາມ​ທີ່​ເພິ່ນ​ຕ້ອງການ.”+

ກົດໝາຍ*​ຂອງ​ເພິ່ນ​ຈະ​ມາ​ຈາກ​ເມືອງ​ຊີໂອນ

ແລະ​ຄຳສອນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ຈາກ​ເມືອງ​ເຢຣູຊາເລັມ.+

 4 ເພິ່ນ​ຈະ​ເປັນ​ຜູ້​ຕັດສິນ​ຊາດ​ຕ່າງ​ໆ​

ແລະ​ເພິ່ນ​ຈະ​ແກ້ໄຂ​ເລື່ອງ​ທີ່​ບໍ່​ຖືກຕ້ອງ​ໃນ​ຊາດ​ເຫຼົ່າ​ນັ້ນ.

ເຂົາເຈົ້າ​ຈະ​ເອົາ​ດາບ​ມາ​ຕີ​ເປັນ​ໝາກ​ສົບໄຖ*​ເພື່ອ​ໃຊ້​ໄຖ​ນາ

ແລະ​ເອົາ​ຫອກ​ມາ​ຕີ​ເປັນກ່ຽວ.*+

ຊາດ​ຕ່າງ​ໆ​ຈະ​ບໍ່​ຕໍ່ສູ້​ກັນ

ແລະ​ຈະ​ບໍ່​ມີ​ໃຜ​ຝຶກ​ເຮັດ​ສົງຄາມ​ອີກ​ເລີຍ.+

 5 ມາ​ແມ້ ລູກ​ຫຼານຂອງ​ຢາໂຄບ

ໃຫ້​ພວກ​ເຮົາ​ຍ່າງ​ໃນ​ທາງ​ທີ່​ແຈ້ງ​ສະຫວ່າງ​ຂອງ​ພະ​ເຢໂຫວາ.+

 6 ພະເຈົ້າ​ເອີ້ຍ ພະອົງ​ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພະອົງ​ທີ່​ເປັນ​ລູກ​ຫຼານ​ຂອງ​ຢາໂຄບ​ແລ້ວ+

ຍ້ອນ​ເຂົາເຈົ້າ​ໄດ້​ເອົາ​ທຳນຽມ​ຫຼາຍ​ຢ່າງ​ມາ​ຈາກ​ທາງ​ທິດ​ຕາເວັນ​ອອກ.

ເຂົາເຈົ້າ​ໃຊ້​ຄາຖາ​ອາຄົມ+​ຄື​ກັບ​ພວກ​ຟີລິດສະຕີນ

ແລະ​ຍອມ​ໃຫ້​ພວກຄົນ​ຕ່າງ​ຊາດມາ​ຢູ່​ປົນ​ກັບ​ເຂົາເຈົ້າ.

 7 ແຜ່ນດິນ​ຂອງ​ເຂົາເຈົ້າ​ມີ​ເງິນ​ມີ​ຄຳ​ຫຼາຍ​ແທ້​ຫຼາຍ​ວ່າ

ແລະ​ມີ​ຊັບ​ສົມບັດ​ຫຼາຍ​ຈົນ​ນັບ​ບໍ່ໄດ້.

ແຜ່ນດິນ​ຂອງ​ເຂົາເຈົ້າ​ມີ​ມ້າ​ບັກ​ຫຼາຍ​ໆ​

ແລະ​ມີ​ລົດ​ຮົບ​ຫຼາຍ​ຄັນ​ຈົນ​ນັບ​ບໍ່ຖ້ວນ.+

 8 ແຜ່ນດິນ​ຂອງ​ເຂົາເຈົ້າ​ມີ​ແຕ່​ຮູບ​ບູຊາ​ທີ່​ບໍ່​ມີຄ່າ​ຫຍັງ​ເລີຍ.+

ເຂົາເຈົ້າ​ຂາບ​ໄຫວ້​ຮູບ​ພະ​ທີ່​ເຂົາເຈົ້າ​ເຮັດ​ຂຶ້ນ​ມາ

ແລະ​ນະມັດສະການ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ດ້ວຍ​ມື​ຂອງ​ໂຕ​ເອງ.

 9 ເຂົາເຈົ້າ​ຈະ​ຖືກ​ເຮັດ​ໃຫ້​ຕົກ​ຕ່ຳ​ແລະ​ຖືກ​ເຮັດ​ໃຫ້​ອັບອາຍ

ແລະ​ພະອົງ​ຈະບໍ່​ຍົກໂທດ​ໃຫ້​ເຂົາເຈົ້າ.

10 ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ລີ້​ຢູ່​ໃນ​ຫຼືບ​ຫີນແລະ​ມຸດ​ລົງ​ໄປ​ໃນ​ດິນ

ຍ້ອນ​ວ່າ​ເມື່ອ​ພະ​ເຢໂຫວາ​ໃຈຮ້າຍ​ກໍ​ເປັນ​ຕາ​ຢ້ານ​ຫຼາຍ

ແລະ​ຍ້ອນ​ເພິ່ນ​ມີ​ລິດເດດ​ທີ່​ຍິ່ງໃຫຍ່.+

11 ຄົນ​ທີ່​ຈອງຫອງ​ຈະ​ຕ້ອງກົ້ມ​ຫົວ​ລົງ

ແລະ​ຄົນ​ທີ່​ຍິ່ງ​ຈະ​ຕ້ອງ​ໝູບ​ລົງ.*

ໃນ​ມື້​ນັ້ນ ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຈະ​ຖືກ​ຍົກ​ໃຫ້​ສູງ​ຂຶ້ນ.

12 ມື້​ນັ້ນ​ເປັນ​ມື້​ຂອງ​ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ.+

ເພິ່ນ​ຈະ​ລົງໂທດ​ທຸກ​ຄົນ​ທີ່​ຍິ່ງ​ແລະ​ຈອງຫອງ

ແລະ​ເພິ່ນ​ຈະ​ຕັດສິນ​ທຸກ​ຄົນ ທັງ​ຄົນ​ທີ່ມີ​ຕຳແໜ່ງ​ສູງແລະ​ຄົນ​ທຳມະດາ.+

13 ຕົ້ນ​ຊີດ້າ*​ທີ່​ສູງ​ໆ​ທຸກ​ຕົ້ນ​ຢູ່​ເລບານອນ​ຈະ​ຕ້ອງ​ລົ້ມ​ລົງ

ແລະ​ຕົ້ນ​ໂອກ​ທຸກ​ຕົ້ນ​ຢູ່​ບາຊານ​ກໍ​ຈະ​ຕ້ອງລົ້ມ​ລົງຄື​ກັນ.

14 ພູ​ທີ່​ໃຫຍ່​ໆ​ທຸກ​ໜ່ວຍ​ຈະ​ຕ້ອງ​ແຕກ

ແລະ​ໂນນ​ພູ​ທີ່​ສູງ​ໆ​ທຸກ​ໂນນ​ຈະ​ຖືກ​ເຮັດ​ໃຫ້​ແປ​ລົງ.

15 ປ້ອມ​ທີ່​ສູງ​ໆ​ທຸກ​ປ້ອມ​ຈະ​ໂຫງ້ຍ​ລົງ ແລະ​ກຳແພງ​ທຸກ​ບ່ອນ​ຈະເຈື່ອນລົງ​ມາ.

16 ເຮືອ​ທຸກ​ລຳ​ຈາກ​ຕາຊິດ​ຈະແຕກ+

ແລະ​ເຮືອ​ທຸກ​ລຳ​ທີ່​ງາມ​ໆ​ກໍ​ຈະ​ແຕກ​ຄື​ກັນ.

17 ຄົນ​ທີ່​ຈອງຫອງ​ຈະ​ຕ້ອງ​ກົ້ມ​ຫົວ​ລົງ

ແລະ​ຄົນ​ທີ່​ຍິ່ງ​ຈະ​ຕ້ອງ​ໝູບ​ລົງ.

ໃນ​ຕອນ​ນັ້ນ ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຈະ​ຖືກ​ຍົກ​ໃຫ້​ສູງ​ຂຶ້ນ.

18 ພະເຈົ້າ​ຕ່າງ​ໆ​ທີ່​ບໍ່​ມີຄ່າ​ຈະ​ສູນ​ຫາຍ​ໝົດ.+

19 ຄົນ​ຈະ​ເຂົ້າ​ໄປ​ລີ້​ຢູ່​ໃນ​ຖ້ຳ

ແລະ​ໄປ​ລີ້​ໃນ​ຂຸມ​ທີ່​ຢູ່​ໃຕ້​ດິນ.+

ຍ້ອນ​ວ່າ​ເມື່ອ​ພະ​ເຢໂຫວາ​ໃຈຮ້າຍ​ກໍ​ເປັນ​ຕາ​ຢ້ານ​ຫຼາຍ

ແລະ​ຍ້ອນ​ເພິ່ນ​ມີ​ລິດເດດ​ທີ່​ຍິ່ງໃຫຍ່.+

ຕອນ​ນັ້ນ ເພິ່ນ​ຈະ​ເຮັດ​ໃຫ້​ໂລກ​ສັ່ນ​ສະເທືອນ​ແລະເຮັດ​ໃຫ້​ຄົນ​ຢ້ານ.

20 ຄົນ​ເອົາ​ເງິນ​ເອົາ​ຄຳ​ເຮັດ​ຮູບ​ພະ​ທີ່​ບໍ່​ມີຄ່າ

ແລະ​ເຂົາເຈົ້າ​ກໍ​ກົ້ມ​ກາບ​ຮູບ​ພະ​ເຫຼົ່າ​ນັ້ນ.

ແຕ່​ໃນ​ມື້​ນັ້ນ ເຂົາເຈົ້າ​ຈະ​ຖິ້ມ​ມັນ​ໃຫ້​ຢູ່​ກັບ​ໂຕ​ໜູ​ແລະ​ໂຕ​ເຈຍ.+

21 ເຂົາເຈົ້າ​ຈະ​ເຂົ້າ​ໄປ​ລີ້​ຢູ່​ໃນ​ຖ້ຳ

ແລະ​ເຂົ້າ​ໄປ​ລີ້​ຢູ່​ໃນ​ຫຼືບ​ຫີນ.

ຍ້ອນ​ວ່າ​ເມື່ອ​ພະ​ເຢໂຫວາ​ໃຈຮ້າຍ​ກໍ​ເປັນ​ຕາ​ຢ້ານ​ຫຼາຍ

ແລະ​ຍ້ອນ​ເພິ່ນ​ມີ​ລິດເດດ​ທີ່​ຍິ່ງໃຫຍ່.

ຕອນ​ນັ້ນ ເພິ່ນ​ຈະ​ເຮັດ​ໃຫ້​ໂລກ​ສັ່ນ​ສະເທືອນ​ແລະ​ເຮັດ​ໃຫ້​ຄົນ​ຢ້ານ.

22 ໃຫ້​ພວກ​ເຈົ້າ​ເຊົາ​ໄວ້ໃຈ​ມະນຸດ

ເພາະ​ເມື່ອ​ມະນຸດ​ເຊົາ​ຫາຍໃຈ ລາວ​ກໍ​ຈະ​ຕາຍ

ແລະ​ຊ່ວຍ​ຫຍັງ​ພວກ​ເຈົ້າ​ບໍ່​ໄດ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌