ຄຳພີໄບເບິນສະບັບແປໂລກໃໝ່ ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ 2 ຊາມູເອນ ໃຈຄວາມສຳຄັນ 1 ດາວິດຮູ້ຂ່າວວ່າຊາອູນຕາຍ (1-16) ດາວິດຮ້ອງເພງໄວ້ອາໄລໃຫ້ຊາອູນແລະໂຢນາທານ (17-27) 2 ດາວິດເປັນກະສັດປົກຄອງຢູດາ (1-7) ອິດໂບເຊດເປັນກະສັດປົກຄອງອິດສະຣາເອນ (8-11) ຄອບຄົວຂອງດາວິດເຮັດສົງຄາມກັບຄອບຄົວຂອງຊາອູນ (12-32) 3 ຄອບຄົວຂອງດາວິດເຂັ້ມແຂງຂຶ້ນເລື້ອຍໆ (1) ພວກລູກຊາຍຂອງດາວິດ (2-5) ອັບເນມາຢູ່ຝ່າຍດາວິດ (6-21) ໂຢອາບຂ້າອັບເນ (22-30) ດາວິດຮ້ອງໄຫ້ໄວ້ອາໄລໃຫ້ອັບເນ (31-39) 4 ອິດໂບເຊດຖືກຂ້າ (1-8) ດາວິດຂ້າຄົນທີ່ຂ້າອິດໂບເຊດ (9-12) 5 ດາວິດເປັນກະສັດປົກຄອງທົ່ວອິດສະຣາເອນ (1-5) ເມືອງເຢຣູຊາເລັມຖືກຍຶດ (6-16) ຊີໂອນເມືອງຂອງດາວິດ (7) ດາວິດຕໍ່ສູ້ຊະນະພວກຟີລິດສະຕີນ (17-25) 6 ເອົາຫີບສັນຍາມາເມືອງເຢຣູຊາເລັມ (1-23) ອຸດຊາຈັບຫີບສັນຍາແລະຖືກຂ້າ (6-8) ມີການດູຖູກດາວິດ (16, 20-23) 7 ດາວິດບໍ່ໄດ້ສ້າງວິຫານ (1-7) ສັນຍາກັບດາວິດເລື່ອງການປົກຄອງ (8-17) ດາວິດອະທິດຖານຂອບໃຈ (18-29) 8 ດາວິດຕໍ່ສູ້ຊະນະ (1-14) ວຽກທີ່ຄົນຂອງດາວິດເຮັດ (15-18) 9 ດາວິດເຮັດດີຕໍ່ເມຟີໂບເຊັດ (1-13) 10 ຕໍ່ສູ້ຊະນະພວກອຳໂມນແລະພວກຊີເຣຍ (1-19) 11 ດາວິດເຮັດຜິດກັບບັດເຊບາ (1-13) ດາວິດວາງແຜນຂ້າອູຣີຢາ (14-25) ດາວິດເອົາບັດເຊບາມາເປັນເມຍ (26, 27) 12 ນາທານຕຳໜິດາວິດ (1-15ກ) ລູກຊາຍຂອງບັດເຊບາຕາຍ (15ຂ-23) ບັດເຊບາໄດ້ລູກຊາຍຊື່ໂຊໂລໂມນ (24, 25) ເມືອງຣັບບາຂອງພວກອຳໂມນຖືກຍຶດ (26-31) 13 ອຳໂນນຂົ່ມຂືນຕາມາ (1-22) ອັບຊາໂລມຂ້າອຳໂນນ (23-33) ອັບຊາໂລມໜີໄປຢູ່ເກຊູ (34-39) 14 ໂຢອາບກັບຜູ້ຍິງຄົນເຕໂກອາ (1-17) ດາວິດຮູ້ວ່າເປັນແຜນຂອງໂຢອາບ (18-20) ຍອມໃຫ້ອັບຊາໂລມກັບມາ (21-33) 15 ອັບຊາໂລມວາງແຜນກະບົດ (1-12) ດາວິດໜີອອກຈາກເມືອງເຢຣູຊາເລັມ (13-30) ອາຮີໂທເຟັນຮ່ວມມືກັບອັບຊາໂລມ (31) ຮູຊາຍຖືກສົ່ງໄປທຳລາຍແຜນຂອງອາຮີໂທເຟັນ (32-37) 16 ຊີບາໃສ່ຮ້າຍເມຟີໂບເຊັດ (1-4) ຊິເມອີດ່າດາວິດ (5-14) ອັບຊາໂລມໃຫ້ຮູຊາຍຢູ່ຝ່າຍລາວ (15-19) ຄຳແນະນຳຂອງອາຮີໂທເຟັນ (20-23) 17 ຮູຊາຍເຮັດໃຫ້ອັບຊາໂລມບໍ່ເຮັດຕາມຄຳແນະນຳຂອງອາຮີໂທເຟັນ (1-14) ມີຄົນໄປເຕືອນດາວິດແລະລາວໜີຈາກອັບຊາໂລມໄດ້ (15-29) ບາຊິລາຍກັບຄົນອື່ນໆເອົາຂອງກິນມາໃຫ້ (27-29) 18 ອັບຊາໂລມແພ້ແລະຕາຍ (1-18) ມີຄົນບອກດາວິດວ່າອັບຊາໂລມຕາຍ (19-33) 19 ດາວິດເສຍໃຈຫຼາຍທີ່ອັບຊາໂລມຕາຍ (1-4) ໂຢອາບຕຳໜິດາວິດ (5-8ກ) ດາວິດກັບມາເມືອງເຢຣູຊາເລັມ (8ຂ-15) ຊິເມອີຂໍໂທດ (16-23) ເມຟີໂບເຊັດບໍ່ມີຄວາມຜິດ (24-30) ບາຊິລາຍໄດ້ຮັບກຽດ (31-40) ຕະກູນຕ່າງໆຖຽງກັນ (41-43) 20 ເຊບາກະບົດ; ໂຢອາບຂ້າອາມາສາ (1-13) ເຊບາຖືກໄລ່ລ່າແລະຖືກຕັດຫົວ (14-22) ວຽກທີ່ຄົນຂອງດາວິດເຮັດ (23-26) 21 ພວກກິເບໂອນແກ້ແຄ້ນຄອບຄົວຂອງຊາອູນ (1-14) ເຮັດສົງຄາມກັບພວກຟີລິດສະຕີນ (15-22) 22 ດາວິດສັນລະເສີນພະເຈົ້າທີ່ຊ່ວຍໃຫ້ລອດ (1-51) “ພະເຢໂຫວາເປັນຫີນຜາ” (2) ພະເຢໂຫວາສັດຊື່ຕໍ່ຜູ້ທີ່ສັດຊື່ (26) 23 ຄຳເວົ້າສຸດທ້າຍຂອງດາວິດ (1-7) ຄວາມກ້າຫານຂອງພວກທະຫານທີ່ເກັ່ງໆຂອງດາວິດ (8-39) 24 ດາວິດເຮັດຜິດທີ່ນັບຈຳນວນຄົນ (1-14) ມີ 70.000 ຄົນຕາຍຍ້ອນໂລກລະບາດ (15-17) ດາວິດສ້າງແທ່ນບູຊາ (18-25) ບໍ່ເອົາຫຍັງລ້າໆໄປເຜົາເປັນເຄື່ອງບູຊາ (24)