ຄຳພີໄບເບິນສະບັບແປໂລກໃໝ່ ໃຈຄວາມສຳຄັນຂອງປຶ້ມເພງໂສກເສົ້າ ເພງໂສກເສົ້າ ໃຈຄວາມສຳຄັນ 1 ເຢຣູຊາເລັມເປັນຄືກັບແມ່ໝ້າຍ ລາວຖືກຖິ້ມໃຫ້ຮ້າງເປົ່າ (1) ຊີໂອນເຮັດຜິດຮ້າຍແຮງຫຼາຍ (8, 9) ພະເຈົ້າບໍ່ຍອມຮັບຊີໂອນ (12-15) ບໍ່ມີໃຜປອບໃຈຊີໂອນ (17) 2 ພະເຢໂຫວາໃຈຮ້າຍໃຫ້ເຢຣູຊາເລັມ ພະເຈົ້າບໍ່ອີ່ຕົນ (2) ພະເຢໂຫວາກາຍມາເປັນສັດຕູຂອງຊີໂອນ (5) ຮ້ອງໄຫ້ໃຫ້ຊີໂອນ (11-13) ຄົນທີ່ຍ່າງຜ່ານໄປມາເຍາະເຍີ້ຍເມືອງທີ່ເຄີຍງາມແທ້ງາມວ່າ (15) ສັດຕູດີໃຈທີ່ຊີໂອນຖືກທຳລາຍ (17) 3 ເຢເຣມີຢາສະແດງຄວາມຮູ້ສຶກແລະຄວາມຫວັງຂອງລາວ ‘ລູກຈະລໍຖ້າພະອົງດ້ວຍຄວາມອົດທົນ’ (21) ຄວາມເມດຕາຂອງພະເຈົ້າມີທຸກໆມື້ (22, 23) ພະເຈົ້າເຮັດດີຕໍ່ຄົນທີ່ຫວັງເພິ່ງເພິ່ນ (25) ເປັນເລື່ອງທີ່ດີທີ່ຈະເຈິຄວາມຍາກລຳບາກຕັ້ງແຕ່ຍັງໜຸ່ມ (27) ພະເຈົ້າເອົາຂີ້ເຝື້ອມາບັງໄວ້ບໍ່ໃຫ້ຄຳອະທິດຖານໄປຮອດເພິ່ນ (43, 44) 4 ຜົນກະທົບຮ້າຍແຮງເມື່ອເມືອງເຢຣູຊາເລັມຖືກລ້ອມ ບໍ່ມີອາຫານກິນ (4, 5, 9) ຜູ້ຍິງຕົ້ມລູກຂອງໂຕເອງກິນ (10) ພະເຢໂຫວາເທຄວາມໃຈຮ້າຍຂອງເພິ່ນອອກມາ (11) 5 ປະຊາຊົນອະທິດຖານຂໍເພື່ອໃຫ້ພະເຈົ້າຍອມຮັບເຂົາເຈົ້າອີກເທື່ອໜຶ່ງ “ຂໍພະອົງຈື່ສິ່ງທີ່ເກີດຂຶ້ນກັບພວກເຮົາ” (1) “ພວກເຮົາຕ້ອງຈິບຫາຍຍ້ອນພວກເຮົາເຮັດຜິດ” (16) “ພະເຢໂຫວາເອີ້ຍ ຂໍພະອົງພາພວກເຮົາກັບມາ” (21) “ຂໍໃຫ້ທຸກສິ່ງດີຄືກັບສະໄໝແຕ່ກີ້” (21)